ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນແຮງໃນຊຸມປີທີ່ຈະມາເຖິງ

   ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນແຮງໃນຊຸມປີທີ່ຈະມາເຖິງ - ảnh 1
ທ່ານ ເຈີນ​ວັນ​ຮັ່ງ​ ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ ສະພາ​ແຫ່ງ​ຊາດ​ຫວຽດ​ນາມ

(vovworld)-  ການ​ສົ່ງ​ອອກ​ຂອງຫວຽດ​ນາມຈະ​ເພີ່ມ​ຂຶ້ນ​ແຮງ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ “ ສະ​ພາ​ແຫ່ງ​ຊາດ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ ແລະ ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ” ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ. ທ່ານ ເຈີນ​ວັນ​ຮັ່ງ​ ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ ສະພາ​ແຫ່ງ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ

    “ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ​ສາ​ກົນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຂຶ້ນ​ກັບ​ຂອບ​ເຂດ​ການ​ຕິດ​ຕາມກວດ​ກາ​ຂອງ ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ເພື່ອ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່ນີ້​ເປັນ​ຢ່າງ​ດີ, ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເຫັນ​ວ່າ ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ, ຜົນ​ກະ​ທົບ​ຂອງ​ບັນ​ດ​າ​ສັນ​ຍານີ້​ທີ່​ມີ​ຕໍ່​ຫວຽດ​ນາມ ກໍ​ຄື​ບົດ​ບາດ​ຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມທີ່​ມີ​ຕໍ່ ການ​ເຈ​ລະ​ຈາ ແລະ ລົງ​ນາມ​, ປະ​ຕ​ິ​ບັດ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ ແລະ ຈຳ​ເປັນ​ທີ່​ສຸດ​ສຳ​ລັບ​ບັນ​ດາ ສ.ສ.ຊ. ຜ່ານນັ້ນ, ກໍ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໃນ​ການ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົ​ນ ”

 

ຂ່າວ/ບົດ​ອື່ນ