(VOVWORLD) -ມໍລະດົກວັດທະນະທຳ ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າຂອງວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ ເຊິ່ງໄດ້ຮັບການອະນຸລັກຮັກສາ ຜ່ານໄລຍະນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແມ່ນສັນຍາລັກຂອງການຍືນຍົງຄົງຕົວ, ພ້ອມທັງແມ່ນຂົວເຊື່ອມຕໍ່ລະຫວ່າງອະດີດ, ປັດຈຸບັນ ແລະ ອະນາຄົດຂອງຊາດ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ກໍ່ແມ່ນພື້ນຖານເພື່ອສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ
ພະລາດຊະວັງເຫ້ວ ຊຶ່ງແມ່ນມໍລະດົກວັດທະນະທຳຂອງໂລກ |
ປັດຈຸບັນ ຫວຽດນາມ ມີ 27 ມໍລະດົກວັດທະນະທຳຖືກອົງການ Unesco ຮັບຮອງ ແລະ ພວມກະກຽມສຳເນົາເອກະສານ ເພື່ອຮອດປີ 2025 ຈະມີມໍລະດົກໂລກແຫ່ງໃໝ່ຕື່ມອີກຢ່າງໜ້ອຍ 5 ມໍລະດົກ, ລວມທັງ 2 ມໍລະດົກເປັນວັດຖຸ ແລະ 3 ມໍລະດົກບໍ່ເປັນວັດຖຸ ແລະ ປະມານ 3.450 ປູຊະນີຍະສະຖານລະດັບຊາດ, ກວ່າ 100 ປູຊະນີຍະສະຖານລະດັບຊາດພິເສດ, ກວ່າ 160 ວັດຖຸປະເສີດລຳດັບຊາດ, ເກືອບ 290 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ປະມານ 8.000 ງານບຸນ. ທ່ານ ສາສະດາຈານ ປະລິນຍາເອກ ລິວເຈິ່ນຕຽວ ປະທານສະມາຄົມມໍລະດົກວັດທະນະທຳ ຫວຽດນາມ ຢືນຢັນວ່າ:
“ການອະນຸລັກຮັກສາມໍລະດົກວັດທະນະທຳ ກໍ່ແມ່ນເພື່ອຮັບໃຊ້ການພັດທະນາ ແລະ ພ້ອມກັນນັ້ນການພັດທະນາກໍ່ຍັງຮັບໃຊ້ໃຫ້ແກ່ການອະນຸລັກ ຮັກສາຄຸນຄ່າມໍລະດົກວັດທະນະທຳ. ສາຍພົວພັນທາງດ້ານວັດທະນະທຳ, ເສດຖະກິດ ສັງຄົມ ກໍ່ສົ່ງເສີມໃຫ້ແກ່ກັນ, ມີສາຍກ່ຽວພັນກັນຢ່າງໜັກແໜ້ນ. ເພື່ອຫັນຄວາມສາມາດປົ່ມຊ້ອນຂອງມໍລະດົກວັດທະນະທຳ ໃຫ້ກາຍເປັນແຫຼ່ງກຳລັງ ເພື່ອພັດທະນາແບບຍືນຍົງ,ພວກເຮົາຄວນຍົກສູງລະດັບຄວາມຮັບຮູ້ ທາງດ້ານຄຸນຄ່າມໍລະດົກວັດທະນະທຳ. ມໍລະດົກວັດທະນະທຳ ແມ່ນຊັບສົມບັດອັນລ້ຳຄ່າ, ຜູກຮັດວົງຄະນາຍາດແຫ່ງຊາດ, ແມ່ນແກ່ນສານຂອງສີສັນຊາດ, ເປັນພື້ນຖານເພື່ອປະດິດຄິດສ້າງບັນດາຄຸນຄ່າໃໝ່ ແລະ ການພົວພັນແລກປ່ຽນວັດທະນະທຳ”.
ການຮັກສາມໍລະດົກໃຫ້ມີພະລັງຊີວິດນັ້ນ, ມໍລະດົກນັ້ນກໍ່ຕ້ອງມີຄວາມໝາຍຕໍ່ວົງຄະນາຍາດ ແລະ ໄດ້ຮັບການອະນຸລັກຮັກສາຈາກວົງຄະນາຍາດ, ນຳມາເຊິ່ງສີສັນ ແລະ ການສືບທອດກັນ. ທ່າອ່ຽງລວມຂອງໂລກໃນປັດຈຸບັນ ແມ່ນການເຄື່ອນໄຫວອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ນັບທັງເປັນວັດຖຸ ແລະ ບໍ່ເປັນວັດຖຸ. ຕ້ອງມຸ່ງໄປສູ່ວົງຄະນາຍາດໃນປັດຈຸບັນ ທີ່ພວມມີຊີວິດໃນເຂດມໍລະດົກ ແລະ ວົງຄະນາຍາດ ແມ່ນແຂກທ່ອງທ່ຽວ ໄປຢ້ຽມຊົມທັດສະນະສຶກສາມໍລະດົກ. ທ່ານ ປອ ຟານແທັງຮ໋າຍ ສັງກັດສະພາມໍລະດົກແຫ່ງຊາດ ໃຫ້ຮູ້ວ່າ:
“ນຳມໍລະດົກກັບຄືນສູ່ວົງຄະນາຍາດ ໂດຍປະຊາຊົນເປັນເຈົ້າຂອງ, ສິ່ງນີ້ແມ່ນສຳຄັນທີ່ສຸດ. ບົດຮຽນທີ່ສຳຄັນກວ່າໜູ່ ກໍ່ແມ່ນເພື່ອເຮັດແນວໃດແກ້ໄຂຜົນປະໂຫຍດລະຫວ່າງລັດ ແລະ ປະຊາຊົນກັບວົງຄະນາຍາດ ໃຫ້ມີຄວາມກົມກ່ຽວ. ໃນສະພາວະປັດຈຸບັນ, ມໍລະດົກວັດທະນະທຳ ເມື່ອສັງເກດເຖິງຂັ້ນສຸດທ້າຍແລ້ວ ກໍ່ຂຶ້ນກັບວົງຄະນາຍາດ. ວົງຄະນາຍາດເຂົ້າຮ່ວມໃຫ້ຄຳປຶກສາ ສຳລັບບັນດາໂຄງການບູລະນະປະຕິສັງຂອນ, ວົງຄະນາຍາດກໍ່ຕ້ອງເຂົ້າຮ່ວມປົກປັກຮັກສາ, ພ້ອມກັນຊົມໃຊ້ຜົນປະໂຫຍດ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ”.
ມໍລະດົກວັດທະນະທຳທີ່ມາຈາກອະດີດຕະການ ແຕ່ບໍ່ພຽງແມ່ນອະດີດຕະການ, ຫາກຍັງຕ້ອງແມ່ນລົມຫາຍໃຈຂອງຍຸກສະໄໝ, ຕ້ອງກາຍເປັນຜະລິດຕະພັນທີ່ກ່ຽວຂ້ອງ ໃນຊີວິດຍຸກປັດຈຸບັນ. ແຕ່ລະປະເພດມໍລະດົກວັດທະນະທຳກໍ່ມີວິທີທີ່ສັງເກດ ແລະ ວິທີອະນຸລັກຮັກສາທີ່ແຕກຕ່າງກັນ. ທ່ານ ປອ ຫງວຽນເຖຮຸ່ງ ສັງກັດສະພາມໍລະດົກແຫ່ງຊາດ ໃຫ້ຮູ້ວ່າ:
“ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດ ສຳລັບນັກສິລະປະການ ເພາະວ່າຢູ່ໃນມໍລະດົກວັດທະນະທຳ ກໍ່ມີມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸສາມາດຄົງຕົວໄດ້ຫຼືບໍ່ນັ້ນ, ບົດບາດຂອງນັກສິລະປະການ ແມ່ນໃຫຍ່ຫຼວງທີ່ສຸດ. ການອະນຸລັກຮັກສາກໍ່ຕ້ອງປະຕິບັດໃຫ້ເໝືອນເດີມ ເຊິ່ງການອະນຸລັກ ກໍ່ຕ້ອງຕິດພັນກັບປັດໄຈຍຸກປັດຈຸບັນ ແຕ່ກໍ່ຕ້ອງມີການປຶກສາຫາລືລະອຽດ. ການອະນຸລັກມໍລະດົກວັດທະນະທຳ ກໍ່ມີຄວາມໝາຍເຊັ່ນດຽວກັນກັບການພັດທະນາແບບຍືນຍົງ ແລະ ການພັດທະນາແບບຍືນຍົງ ກໍ່ຕ້ອງຖືການອະນຸລັກຮັກສາມໍລະດົກວັດທະນະທຳ ແມ່ນໜ້າທີ່ທີ່ຕ້ອງປະຕິບັດ ແລະ ຕ້ອງເຮັດເປັນປະຈຳ”.
ການອະນຸລັກຮັກສາມໍລະດົກ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກຍາມໃດກໍ່ແມ່ນໜຶ່ງໃນບັນດາໜ້າທີ່ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຈາກຂະແໜງວັດທະນະທຳ. ໃນໄລຍະທີຜ່ານມາ, ດ້ວຍໝາກຜົນທີ່ພົ້ນເດັ່ນໃນວຽກງານຄຸ້ມຄອງ, ອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ບັນດາມໍລະດົກວັດທະນະທຳຢູ່ ຫວຽດນາມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ສຳລັບແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ນາງ ເລທິທູຮ່ຽນ ຫົວໜ້າກົມມໍລະດົກວັດທະນະທຳ ໃຫ້ຮູ້ວ່າ:
“ຍູ້ແຮງການໂຄສະນາເຜີຍແຜ່, ມໍລະດົກໂລກກໍ່ຕິດພັນກັບການພັດທະນາການທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວມາທັດສະນະສຶກສາ ຢ້ຽມຊົມມໍລະດົກໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອໃຫ້ບັນດາມໍລະດົກໂລກ ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນ. ເພີ່ມທະວີການຮ່ວມມືສາກົນ, ເພີ່ມທະວີການຫັນວຽກງານຮັກສາ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ໃຫ້ກາຍເປັນວຽກງານຂອງສັງຄົມ. ການຜັນຂະຫຍາຍບັນດາວີທິການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ຈະຕ້ອງຜັນຂະຫຍາຍຢ່າງຄົບຊຸດ ເພື່ອບັນລຸໝາກຜົນສູງສຸດ”.
ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ແມ່ນວິທີທີ່ຕ້ອງການມີການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ, ພິເສດແມ່ນຂອງວົງຄະນາຍາດ. ຄັງສາງປູຊະນີຍະສະຖານປະຫວັດສາດ ວັດທະນະທຳ, ທິວທັດທຳມະຊາດ ແລະ ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ເຊິ່ງຄົນລຸ້ນກ່ອນໆໄດ້ປະໄວ້ໃຫ້ນັ້ນ ແມ່ນແຫຼ່ງກຳລັງເພື່ອພັດທະນາແບບຍືນຍົງ. ລຸ້ນຄົນພວກເຮົາໃນວັນນີ້ ກໍ່ຕ້ອງມີຄວາມຮັບຜິດຊອບອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ ຕໍ່ໜ້າການພັດທະນາເສດຖະກິດສັງຄົມແບບຍືນຍົງ.