(vovworld) - ເພງພື້ນເມືອງກວານຫໍ້ຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ເປັນຕົວແທນຂອງມວນມະນຸດເມື່ອປີ 2009. ຢູ່ເຂດແຄມແມ່ນ້ຳ ເກົ່າ, ບັນດາລ່ຽນອ້າຍ, ລ່ຽນເອື້ອຍ (ຜູ້ຂັບກວານຫໍ້) ພວມຮັກສາສາງກວານຫໍ້ເດີມ, ອະນຸລັກຮັກສາມໍລະດົກໃນຊີວິດການເປັນຢູ່ຍຸກປະຈຸບັນໄວ້ຢ່າງໝັ້ນຄົງ.
ຢູ່ ບັກຢາງ ມີສະໂມສອນຂັບກວານຫໍ້ປະມານ 42 ແຫ່ງ
ເມື່ອຮອດຕອນແລງວັນເສົາຂອງທຸກອາທິດ, ສຽງຂັບກວານຫໍ້ທັງຟົດຟື້ນ, ທັງອອນຊອນ, ກໍ່ດັງກ້ອງກັງວານຈາກເຮືອນຫຼັງໜຶ່ງ, ທີ່ຕັ້ງຢູ່ທ້າຍໝູ່ບ້ານ ມິດຕະພາບ, ຕາແສງ ນິງເຊີນ, ເມືອງ ຫວຽດອຽນ, ແຂວງ ບັກຢາງ. ການເຄື່ອນໄຫວນີ້ໄດ້ດຳເນີນເປັນປະຈຳມາເປັນເວລາ 20 ປີແລ້ວ.ເຖິງວ່າບັນດາຜູ້ຂັບກວານຫໍ້ມີອາຊີບ, ເຮັດວຽກງານທີ່ແຕກຕ່າງກັນ, ບາງຄົນເຮັດນາ, ບາງຄົນຄ້າຂາຍ, ບາງຄົນແມ່ນພະນັກງານກິນເບ້ຍບຳນານກໍ່ຕາມ, ແຕ່ເຂົາເຈົ້າລ້ວນແຕ່ມີຄວາມເມົາມົວຂັບກວານຫໍ້. ເມື່ອນຸ່ງຊຸດໂສ້ງເສື້ອພື້ນເມືອງ, ຖືກຸບກວາຍທາວ, ຂັບກວານຫໍ້, ເຂົາເຈົ້າທຸກຄົນລ້ວນແຕ່ກາຍເປັນລ່ຽນອ້າຍ, ລ່ຽນເອື້ອຍທີ່ມີຄວາມສະເໜ ແລະ ສຸພາບ, ບໍ່ເມີນເສີຍເຖິງວຽກງານຕິດເຄືອງປະຈຳວັນອີກ. ແມ່ເຖົ້າ ຫງວຽນທິໂມ, ອາຍຸ 80 ປີ, ໃຫ້ຮູ້ວ່າ:
“ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າໄດ້ແອບຂັບກວານຫໍ້ນຳພວກເອື້ອຍ, ພວກແມ່. ເວລານັ້ນບໍ່ທັນມີສະໂມສອນເພື່ອເຂົ້າຮ່ວມ, ປະຈຸບັນ, ເມື່ອກິນເບ້ຍບຳນານແລ້ວຈຶ່ງເຂົ້າຮ່ວມສະໂມສອນ, ທຳນອງເພງກວານຫໍ້ເດີມຂັບຍາກຫຼາຍ, ແຕ່ພັດມີຄວາມໝາຍ ແລະ ເລິກເຊິ່ງ .“
ສະໂມສອນ ກວາງຫໍ້ ບ້ານມິດຕະພາບສ່ວນຫລາຍແມ່ນຜູ້ມີອາຍຸສູງ
ແມ່ເຖົ້າ ໂມ ຍັງເວົ້າວ່າ, ຕ້ອງຂັບກວານຫໍ້ຄືແນວໃດເພື່ອໃຫ້ສຽງດັງກ້ອງກັງວານ, ສົດໃສ, ຈະແຈ້ງ. ປະຈຸບັນພວກແມ່ເຖົ້າລ້ວນແຕ່ມີອາຍຸສູງແລ້ວ, ເຖິງວ່າສຽງຂັບຮ້ອງບໍ່ດັງກ້ອງກັງວານຄືລຸ້ນໜຸ່ມ, ແຕ່ເຂົາເຈົ້າຍັງປະກອບສ່ວນພ້ອມກັບອ້າຍເອື້ອຍນ້ອງຮັກສາທຳນອງເພງພື້ນເມືອງຂອງບ້ານເກີດເມືອງນອນໄວ້. ທ່ານ ເຈິ່ນວັນເຖ, ຫົວໜ້າສະໂມສອນໃຫ້ຮູ້ດ້ວຍຄວາມເອກອ້າງທະນົງໃຈວ່າ, ບ້ານມິດຕະພາບ ແມ່ນໜຶ່ງໃນຈຳນວນ 5 ບ້ານຂັບກວານຫໍ້ເດີມຂອງເມືອງ ຫວຽດອຽນ, ແມ່ນໜຶ່ງໃນຈຳນວນ 49 ໝູ່ບ້ານທຳອິດຂອງເຂດພາກເໜືອໄດ້ຮັບການຮັບຮອງຈາກ UNESCO. ທຳນອງ, ສຽງເພງຢູ່ທີ່ນີ້ມີຈຸດທີ່ເປັນສັນຍາລັກສະເພາະ, ປະສານສົມທົບລະຫວ່າງຄວາມສົດໄສ, ຟົດຟື້ນຂອງຂັບແຈ່ວ, ຄວາມດູດດື່ມຂອງຂັບຢ້ຳ, ຄວາມເລິກເຊິ່ງຂອງຂັບກາຈູ່, ຄວາມທຳມະດາຜ່າເຜີຍຂອງເພງພື້ນເມືອງໃນເຂດພາກຕ່າງໆ. ເຖິງວ່າການຂັບກວານຫໍ້ໃນປະຈຸບັນຈະງ່າຍກວ່າ, ນຳ້ສຽງສະຫວາດສະເຫວີຍກວ່າ, ແລະ ໄດ້ຮັບການປະສານກັບສຽງດົນຕີ, ສ້າງຄວາມດູດດື່ມໃຫ້ແກ່ຜູ້ຟັງກວ່າກໍ່ຕາມ, ແຕ່ບັນດານັກສິລະປະຢູ່ທີ່ນີ້ຍັງຄົງຮັກສາວິທີຂັບເດີມໄວ້ຢູ່, ທ່ານ ເທ໋ ໃຫ້ຮູ້ວ່າ:
“ພວກອາວໄດ້ຮຽນຂັບບັນດາທຳນອງເພງກວານຫໍ້ເດີມຈາກລຸ້ນພໍ່ລຸ້ນອ້າຍໃນໝູ່ບ້ານ, ກໍ່ຄືໄປນະຄອນ ບັກນິງ ເພື່ອຮຽບຮຽງ ແລະ ຮຽນວິທີຂັບກວານຫໍ້ຢູບ້ານຕ່າງໆ, ເຊັ່ນໝູ່ບ້ານ ວຽມຊ໋າ, ຂຸກຕ້ວາຍ, ເຈິມເຄ. ຫຼັງຈາກນັ້ນກໍ່ສອນໃຫ້ສະມາຊິກໃນສະໂມສອນ. ປະຈຸບັນສະໂມສອນມີສະມາຊິກຫຼາຍຄົນສາມາດຂັບກວານຫໍ້ໄດ້ນັບຮ້ອຍບົດ “.
ສອງເອື້ອຍນ້ອງປ້າຫງວຽນທິໂນ ແລະ ຫງວຽນທິຫ໋ວນ
ມີອາຍຸ 80 ປີແລ້ວແຕ່ຍັງເມົາມົວກັບຂັບກວານຫໍ້
ໃນຫຼາຍປີຜ່ານມາ, ຜົວເມຍທ່ານ ເທ໋ ພ້ອມກັບບັນດານັກສິລະປະໃນໝູ່ບ້ານໄດ້ເປີດຊຸດຮຽນຂັບກວານຫໍ້ໃຫ້ຫຼາຍຄົນໃນທຸກເກນອາຍຸ, ພິເສດແມ່ນບັນດາເດັກນ້ອຍເຍົາວະຊົນໃນໝູ່ບ້ານ. ຢູ່ບ້ານມິດຕະພາບ, ມີເດັກນ້ອຍອະນຸບານຫຼາຍຄົນເຖິງວ່າຍັງບໍ່ທັນຮູ້ໜັງສື, ແຕ່ໄດ້ເລີ່ມແອບຂັບກວານຫໍ້ແລ້ວ. ມີຫຼາຍຄອບຄົວທັງ 3, 4 ລຸ້ນຄົນລ້ວນແຕ່ຮູ້ຂັບກວານຫໍ້.
“ລຸ້ນໜຸ່ມໃນໝູ່ບ້ານກໍ່ມີຄວາມນິຍົມຂັບກວານຫໍ້, ເຂົາເຈົ້າຮຽນຂັບກວານຫໍ້ໄວທີ່ສຸດ, ຮັບຟັງພຽງສອງ, ສາມເທື່ອກໍ່ສາມາດຂັບຮ້ອງໄດ້ໃນທັນທີ. ລຸ້ນໜຸ່ມຕ້ອງແອບຂັບເປັນປະຈຳເພື່ອສືບທອດໃຫ້ຄົນລຸ້ນຫຼັງອີກ”.
ສະໂມສອນກໍ່ຈັດຕັ້ງງານພົບປະແລກປ່ຽນກັບບັນດາໝູ່ບ້ານຂັບກວານຫໍ້ອື່ນໆເປັນປະຈຳ, ເຂົ້າຮ່ວມງານປະກວດສຽງເພງພື້ນເມືອງຂອງແຂວງ, ຂອງປະເທດ, ມີນັກສິລະປະໄດ້ນຳເອົາສຽງເພງກວານຫໍ້ໄປສະແດງຢູ່ຕ່າງປະເທດ. ທ່ານ ດ່າວຈ້ອງກາ, ຫົວໜ້າຫ້ອງວັດທະນະທຳເມືອງ ຫວຽດອຽນ, ແຂວງ ບັກຢາງ, ກໍ່ແມ່ນລ່ຽນອ້າຍຜູ້ມີປະສົບການ, ໃຫ້ຮູ້ວ່າ, ຫວຽດອຽນ ເຄີຍຈັດງານປະກວດສຽງເພງກວານຫໍ້ເປັນປະຈຳເພື່ອແນໃສ່ຊຸກຍູ້ຂະບວນການມະຫາຊົນ, ແລະ ພົບເຫັນ, ບຳລຸງສ້າງບັນດາລ່ຽນອ້າຍ, ລ່ຽນເອື້ອຍຜູ້ມີຄວາມສາມາດ. ມາຮອດປະຈຸບັນເມືອງ ຫວຽດອຽນ ໄດ້ເປີດຫ້ອງຮຽນຂັບກວານຫໍ້ 100 ຫ້ອງໃຫ້ຜູ້ນິຍົມທຸກເກນອາຍຸເພື່ອເຮັດໃຫ້ກວານຫໍ້ກ້າວເຂົ້າສູ່ຊີວິດປະຈຳວັນຂອງປະຊາຊົນ. ທ່ານ ດ່າວຈ້ອງກາ, ໃຫ້ຮູ້ວ່າ:
“ປະຈຸບັນ, ຂ້າບວນການໄດ້ຮັບການຂະຫຍາຍອອກຢ່າງກວ້າງຂວາງ, ແຕ່ຕ້ອງເຮັດແນວໃດໃຫ້ມີຄຸນນະພາບ, ແລະ ຕ້ອງຂັບຮ້ອງຄືແນວໃດໃຫ້ຖືກກັບວິທີທີ່ເປັນມູນເຊື້ອ. ພວກຂ້າພະເຈົ້າອະນຸລັກຮັກສາມໍລະດົກຂັບກວານຫໍ້ຕິດພັນກັບການພັດທະນາການທ່ອງທ່ຽວຂອງທ້ອງຖີ່ນ. ຜ່ານຂັບກວານຫໍ້, ຈຸດໝາຍຕົ້ນຕໍຂອງ ຫວຽດອຽນ ແມ່ນພັດທະນາການທ່ອງທ່ຽວປະຊາຄົມຕິດພັນກັບມໍລະດົກວັດທະນະທຳ. ກວານຫໍ້ແມ່ນພື້ນຖານເພື່ອດຶງດູດແຂກທ່ອງທ່ຽວ. ນັ້ນແມ່ນໜຶ່ງໃນບັນດາຈຸດໝາຍເພື່ອໃຫ້ພວກຂ້າພະເຈົ້າສູ້ຊົນດຶງດູດນັກທ່ອງທ່ຽວມາຢ້ຽມຢາມທ້ອງຖີ່ນ”.
ຂະບວນການຂັບກວານຫໍ້ ບໍພຽງແຕ່ພັດທະນາຢ່າງແຮງຢູ່ບັນດາໝູ້ບ້ານ
ຂອງ ບັກຢາງ ເທົ່ານັ້ນ ຫາກຍັງເປີດກ້ວາງຢູ່ບັນດາງານປະກວດໃຫຍ່ອີກດ້ວຍ
ຮັກສາມູນເຊື້ອໃນການດຳລົງຊີວິດຍຸກປະຈຸບັນ, ຮັກສາວັດທະນະທຳທີ່ເປັນມູນເຊື້ອເພື່ອສືບທອດໃຫ້ຄົນລຸ້ນຫຼັງ, ນັ້ນແມ່ນວຽກງານທີ່ຜູ້ຂັບກວານຫໍ້ລຸ້ນຕ່າງໆຢູ່ແຄມແມ່ນ້ຳ ເກົ່າພວມປະຕິບັດເພື່ອອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກອັນລ້ຳຄ່າຂອງຊາດໄວ້.