ການອະນຸລັກຮັກສາ ແລະ ເສີມຂະຫຍາຍຮູບການ ສິລະປະເວທີສະແດງທີ່ເປັນມູນເຊື້ອ

ການອະນຸລັກຮັກສາ ແລະ ເສີມຂະຫຍາຍຮູບການ ສິລະປະເວທີສະແດງທີ່ເປັນມູນເຊື້ອ - ảnh 1
(ພາບ:http://www.tinmoi.vn)

ຫວຽ​ດນາມ​ ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ວັດທະນະທຳ​ທີ່ມີ​ມາ​ແຕ່​ບູຮານ, ມີ​ຫຼາຍ​ຮູບ​ການ​ສິລະ​ປະພື້ນ​ເມືອງ​ທີ່​ມີ​ຊື່ສຽງ​ເຊັ່ນ: ຂັບ​ຕ່ວງ, ຂັບ​ແຈ່ວ, ຂັບ​ກາຍ​ເລືອ​ງ… ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ຜ່ານ​ການ​ເວລາ ​ແລະ ພ້ອມ​ກັບ​ການ​ພັດທະນາ​ຂອງ​ຫຼາຍ​ຮູບ​ການ​ສິລະ​ປະ​ໃໝ່, ສິລະ​ປະ​ເວທີສະ​ແດງບໍ່​ສາມາດ​ຮັກສາ​ບົດບາດ​ສຳຄັນ​ຂອງ​ຕົນ​ໃນ​ການ​ເຄື່ອນ​ໄຫວສິລະ​ປະ​ໄດ້, ຊ້ຳ​ບໍ່​ໜຳ​ຍັງ​ມີ​ທ່າ​ອ່ຽງຖືກ​ສູນຫາຍ​ໄປ​ອີກ. ຕ້ອງ​ເຮັດ​ຫຍັງ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ສິລະ​ປະເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຊີວິດ​ປະຈຸ​ບັນ​ໃຫ້​ໄດ້, ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍຂອງ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ກໍ່​ຄື​ບັນດາ​ຜູ້​ນິຍົມ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ​ຫຼາຍ​ຄົນ​ອີກ​ດ້ວຍ. 

    ​ໃນ​ຊຸມ​ປີຜ່ານມາ, ມີ​ນັກ​ຄົ້ນ​ຄ້ວາ​, ນັກ​ປະພັນຫຼາຍ​ຄົນທີ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ກັບ​​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ແຕ່ງ​ບົດ​ລະຄອນ​, ນຳ​ເອົາ​ຫຼາຍ​ຫົວ​​ເລື່ອງໃນ​ຊີວິດ​ປະຈຸ​ບັນ, ​ແລະ​ເພີ່ມ​ສິລະ​ປະ​ໃໝ່​ເຂົ້າ​ໃນ​ບົດ​ລະຄອນ.. ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຊົມ… ​ແຕ່​ຕາມ​ການ​ຕີ​ລາຄາ​ລວມ​ແລ້ວ, ການ​ເຄື່ອນ​ໄຫວ​ສິລະ​ປະ​ເວທີ​ສະ​ແດງ​ພື້ນ​ເມືອງ​ໃນ​ໄລຍະ​ຜ່ານ​ມາຍັງ​ບໍ່​ທັນບັນລຸ​ປະສິດທິ​ຜົນ​ສູງ​ເມື່ອ. ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ ”ມາດ​ຕະການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສິລະ​ປະ​ເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ” ​ເຊິ່ງຫາ​ກໍ່​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ເມື່ອ​ທ້າຍ​ເດືອນ 11 ຜ່ານ​ມາ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ຄົ້ນ​ຄ້ວາ, ນັກ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ ສິລະ​ປະ​ເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ ປະກອບ​ຄວາມ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຕົນ​ ​ເພື່ອ​ແນ​ໃສ່​ອະນຸລັກຮັກ ສາ​ສິ່ງ​ຍອດ​ຍິ່ງ​ດ້ານສິລະ​ປະ​ຂອງ​ຊາດ​ໄວ້. ​ແລະ​ສິ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ ”ຊອກ​ຫາ​ຜູ້​ຊົມ​ໃຫ້​ແກ່ເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ, ນີ້ແມ່ນ​ປັດ​ໃຈ​ເປັນຕາ​ຍ​​ເພື່ອ​ໃຫ້​ຮູບ​ການ​ສິລະ​ປະ​ນີ້​ຄົງ​ຕົວ​ໄວ້”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ: ​ເວທີ​ສະ​ແດງ ​ແມ່ນ​ຮູບ​ການ​ສິລະ​ປະ​ສັງ​ລວມຂອງ​ທັງສອງ​ປັດ​ໃຈວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ​ ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ, ດັ່ງ​ນັ້ນ ຢາກ​ອະນຸລັກ​ຮັກສາ ​ແລະ​ເສີມ​ຂະຫຍາຍ​ສິລະ​ປະ​ເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ​ນັ້ນ​​ແມ່ນຕ້ອງສູມ ໃສ່ສອງ​ປັດ​ໃຈ​ດັ່ງກ່າວ. ສຳ​ຫຼັບຈຸດ​ພິ​ເສດ​ຂອງ​ວັດທະນະທຳ​ທີ່​ມີ​ຮູບ​ຮ່າງ​ຂອງ​ເວທີ​ສະ​ແດງ​ຄື​ເຄື່ອງນຸ່ງ​ຖື, ໜ້າ​ກາກ, ​ແຕ່ງ​ກາຍ, ​ເຄື່ອງ​ສະ​ແດງນັ້ນ…ວິທີ​ດີ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ຫໍ​ພິພິດທະພັນ​ສິລິ​ປະເວທີ​ສະ​ແດງ. ທ່ານ ຮ່າ​ດຶກ​ມິ​ງ, ຜູ້ອຳນວຍການ​ໂຮງ​ລະຄອນ​ແຈ່ວ ຫວຽດນາມ, ຖື​ວ່າ:

    ”ຕ້ອງ​ມີ​ຫໍພິພິດທະພັນ​ເພື່ອ​ຮັກສາ​ບັນດາ​ວັດຖຸ​ພັນ, ​ເຄື່ອງ​ນຸ່ງ​ຖື, ​ເຄື່ອງ​ສະ​ແດງ, ​ເຄື່ອງ​ປະດັບ​ປະດາ​ໃນ​ບົດ​ລະຄອນ​ພື້ນ​ເມືອງ​ຕ່າງໆ​, ນີ້ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຸດ, ຖ້າ​ຫາກ​ບໍ່​ຮັກສາ​ໄວ້​ໄດ້, ຜ່ານ​ການ​ເວລາ​ມັນ​ຈະ​ຖືກ​ສູນ​ເສຍໄປ”

    ມີ​ຫຼາຍ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຍັງ​ຖື​ວ່າ: ​ໄປ​ພ້ອມ​ກັບ​ການ​​ຮັກສາ​ວັດທະນະທຳທີ່​ມີ​ຮູບ​ຮ່າງ​​ແລ້ວ, ຍັງ​ຕ້ອງ​ຮັກສາ​ວັດທະນະທຳ​​ບໍ່​ມີ​ຮູບ​ຮ່າງ​​ຄື: ຈັ່ງ​ຫວະ, ທຳນອງ, ວາດ​ຟ້ອນ​ຂອງ​ສິລະ​ປະ​ແຕ່ລະ​ປະ​ເພດ​ອີກ ​ເພື່ອ​ເຮັດ​ໃຫ້​ສິລະ​ປະເວທີ​ສະ​ແດງ​ພັດທະນາ​ຢ່າງ​ຖືກ​ທິດ. ​ຢາກ​ຮັກ ສາ​ບັນດາ​ຄູນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​​ໄວ້​​ແມ່ນ​ຕ້ອງ​ມີ​ບັນດາ​​ແຜນ​ຮ່າງຄື: ​ເຊີນ​ບັນດາ​ນັກສິນ​ລະ​ປິນ, ສິລະ​ປະກຳມາ​ສອນ​ໃຫ້​ບັນດາ​ນັກ​ສິນລະປິນ​ໜຸ່ມ. ຄຽງ​ຂ້າງ​ນັ້ນ​ຕ້ອງ​ຖ່າຍ​ທຳ, ອັດ​ສຽງ​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ມີ​ມາ​ແຕ່​ບູຮານ..​ເພື່ອ​ຮັກສາ​ໄວ້​ໃຫ້​ລຸ້ນຕໍ່ໆ​ໄປ. ທ່ານ ຮ່ວາງ​ວັນ​ຮຸ່ງ, ຮອງ​ຜູ້ອຳນວຍການ​ໂຮງ​ລະຄອນ ກາຍ​ເລືອ​ງ ສູນ​ກາງ​ຖື​ວ່າ:

    ”ຂ້າພະ​ເຈົ້າ​ຄິດ​ວ່າ​ຕ້ອງ​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ນັກ​ສິລະ​ປະກຳ, ​​ເພາະວ່າ​​ເຂົາ​ເຈົ້າ​​ເອງຈຶ່ງມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ລະອຽດ​ກ່ຽວ​ກັບສະພາບ​ການ​ໃນ​ໄລຍະ​ນັ້ນ​​. ຕົວຢ່າງ​ຄື ​ເ​ມື່ອສະ​ແດງ​ລະຄອນ ກ່ຽວ​ງວຽດງາ, ​ເຂົາ​ເຈົ້າ​ຈະ​ຮູ້​​ໄດ້​ວ່າ ຕົວ​ລະຄອນ ກ່ຽວ​ງຽດງາ ຕ້ອງ​ນຸ່ງ​ຖື​ຄື​ແນວ​ໃດ, ສະ​ແດງ​ຄື​ແນວ​ໃດ…ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຕ້ອງ​ລະອຽດ​ທີ່​ສຸດ ”

    ບັນຫາ​ໜຶ່ງ​ອີກ​ໃນ​ການ​ອະນຸລັກ​ຮັກສາ ​ແລະ​ເສີມ​ຂະຫຍາຍສິລະ​ປະ​ລະຄອນ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ ນັ້ນ​ແມ່ນຕ້ອງສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຊົມ, ສ້າງ​ບັນດາ​ສະ​ໂມ​ສອນ​ສິລະ​ປະ​ເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ​ຢູ່ໃນ​ໂຮງຮຽນ, ສົມທົບ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ ຈັດການ​ເສັງ​ຊອກ​ຮູ້​ສິລະ​ປະ​ປະ​ເພດ​ນີ້, ຈັດ​ຕັ້ງ​ງານ​ປະ​ກວດສິລິ​ປະ​ເວທີ​ສະ​ແດງ​ທັງອາຊີບ ​ແລະ ສະໝັກ​ຫຼິ້ນ ເພື່ອ​ໃຫ້​ຜູ້​ຊົມ​ມີ​ໂອກາດ​ສຳ​ພັດ​ກັບ​ຮູບ​ການ​ສິລະ​ປະ​​ເວທີ​ສະ​ແດງ​ຂອງ​ຫວຽດນາມ. ທ່ານຮ່າ​ດຶກ​ມິ​ງ, ຜູ້ອຳນວຍການ​ໂຮງ​ລະຄອນ​ແຈ່ວ ຫວຽດນາມ, ຖື​ວ່າ:

    ”​ສິລະ​ປະເວທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ​ຖືກ​ນຳ​ເຂົ້າ​ໂຮງຮຽນກ່ອນ​ນີ້​ເກືອບສິບ​ປີ​ແລ້ວ. ກົມ​ສະ​ແດງ​ສິລະ​ປະ​, ຄະນະ​ສິລະ​ປະ​ຂັບ​ແຈ່ວ, ຂັບ​ຕ່ວງ​ທ້ອງ​ຖີ່​ນຈຳນວນ​ໜຶ່ງກໍ່​ໄດ້ປະຕິບັດ​ວຽກ​ງານນີ້. ອາດ​ເວົ້າ​ໄດ້​ວ່າ​ເລື່ອງ​ນຳ​ສິລະ​ປະເວທີ​ສະ​ແດງ​ເຂົ້າ​ໃນ​​ໂຮງຮຽນ​ນັ້ນ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ​ແລະ​ຕ້ອງ​ປະຕິບັດ​ເປັນ​ປະຈຳ ”

    ຕາມ​ບັນດາ​ນັກ​ຄຸ້ມ​ຄອງ​ສິລະ​ປະ​ແລ້ວ, ​ໃນ​ສະພາບ​ການ​ທີ່​ເສດຖະ ກິດ​ສັງຄົມ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ ​ແລະ ຊີວິດ​ທາງ​ດ້ານ​ສິລະ​ປະ ວັດທະນະທຳ ພວມ​ໄດ້​ຮັບ​ການ​ພັດທະນາ​ນັ້ນ, ຄຽງ​ຂ້າງ​​ເລື່ອງ​ເພີ່ມ​ທະວີ, ຍົກ​ສູງ​ຄຸນ​ນະພາ​ບບົດ​ລະຄອນ​ແລ້ວ, ບັນດາ​ໂຮງ​ລະຄອນ​ກໍ່​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ຢ່າງ​ກວ້າງຂວາງ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​​ເຂົ້າ​ໃຈ ​ແລະ​ ມີ​ຄວາມນິຍົມ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ, ຈາກ​ນັ້ນ​ຈະ​ເຮັດ​ໃຫ້​ຮູບ​ການ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ນີ້​ມີ​ຄວາມ​ຍື່ນ​ຍົງ​ຄົງ​ຕົວ​ໃນ​ໄລຍະ​ຍາວ.
                                                                                                                ໂຕຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ