ປຶ້ມບູຮານຂອງຊາວເຜົ່າຢ້າວ-ຊີ່ນໂຮ່ (ພາບ: baolaichau)
|
ໃນສາງວັດທະນະທຳພື້ນເມືອງທີ່ຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນຂອງພໍ່ແມ່ປະຊາຊົນເຜົ່າຢ້າວເຄົາທີ່ເມືອງຊີ່ນໂຮ່, ແຂວງລາຍເຈົານັ້ນ, ແມ່ນຕ້ອງເວົ້າເຖິງ ປຶ້ມບູຮານ, ເພາະວ່າ ນີ້ແມ່ນເອກະສານຄົ້ນຄ້ວາວັດທະນະທຳການເຫຼື້ອມໄສ, ຕົວໜັງສືຂອງຊາວເຜົ່າຢ້າວ. ແຕ່ໃນປະຈຸບັນ, ສິ່ງທີ່ໜ້າເປັນຫ່ວງແມ່ນສາງວັດທະນະທຳນີ້ພວມຄອຍສູນຫາຍໄປ ແລະ ຖືກຫຼົງລືມ. ໃນລາຍການວັດທະນະທຳຫວຽດນາມພາກນີ້, ພວກເຮົາມີບົດທີ່ພາດຫົວຂໍ້ວ່າ “ ອະນຸລັກຮັກສາປຶ້ມບູຮານຂອງຊາວເຜົ່າຢ້າວຊີ່ນໂຮ່”. ເຊີນທ່ານຕິດຕາມຮັບຟັງ.
ລຸງ Tan Menh Xieu ອາຍຸ 76 ປີ, ຢູ່ບ້ານຕາຟິນ I , ຕາແສງຕາຟິນ, ເມືອງຊີ່ນໂຮ່, ແຂວງລາຍເຈົາໄດ້ຮັບຄວາມເຄົາລົບນັບຖືຈາກຊາວບ້ານ ແລະ ເຂົາເຈົ້າໄດ້ເອີ້ນລຸງແມ່ນອາຈານ. ລຸງ Tan Menh Xieu ແມ່ນລູກສິດທີ່ດີເດັ່ນຂອງເຈົ້າເຫຼົ່າວົງຕະກູນ Tan ແລະ ໄດ້ຮັບຍົດ ແລະ ຮັບການຖ່າຍທອດຈາກເຈົ້າເຫຼົ່າ. ລຸງແມ່ນຄົນທີ່ມີຄວາມຮູ້ຄວາມເຂົ້າໃຈຢ່າງກ້ວາງຂວາງ, ໄດ້ມີໄວ້ໃນຄອບຄອງ ແລະ ເກັບຮັກສາປຶ້ມບັນທຶກ, ປຶ້ມອ່ານຂອງວົງຕະກູນແຕ່ສະໄໝປູຍ່າຕາຍາຍມາຮອດປະຈຸບັນ. ລຸງ Tan Menh Xieu ພວມເກັບຮັກສາປຶ້ມເຈັ້ຍສາຂຽນເປັນພາສາຢ້າວທີ່ມີມາກ່ອນນີ້ 150 ປີ. ພິເສດມີປຶ້ມບັນທຶກບັນດາປະກົດການທຳມະຊາດ, ບັນດາຮີດຄອງປະເພນີ, ປຶ້ມສອນມະນຸດສຳພັນ. ສິ່ງທີ່ລຸງ Tan Menh Xieu ມີຄວາມເປັນຫ່ວງໃນປະຈຸບັນຢູ່ຊີ່ນໂຮ່ນັ້ນ ແມ່ນບໍ່ສູ້ມີຫຼາຍຄົນມັກຄົ້ນຄ້ວາວັດທະນະທຳເຜົ່າຢ້າວຄືທ່ານອີກແລ້ວ. ລຸງ Tan Menh Xieu ເວົ້າວ່າ
“ ປະຈຸບັນ, ໃນສັງຄົມທີ່ກ້າວໜ້າ, ໄວໜຸ່ມສ່ວນຫຼວງຫຼາຍມີແນວໂນ້ມນິຍົມຊົມຊອບ ແລະ ມັກສຳຜັດກັບສີສັນວັດທະນະທຳຕ່າງໆຫຼາຍກ່ວາວັດທະນະທຳເຜົ່າຕົນ, ເພາະສະນັ້ນ, ເຂົາເຈົ້າຄ່ອຍຫຼົງລືມກົກເຄົ້າດ້ານວັດທະນະທຳທີ່ດີງາມຂອງເຜົ່າຕົນ. ຂ້າພະເຈົ້າຫວັງວ່າ ບັນດາຂະແໜງການຂັ້ນຕ່າງໆຈົ່ງເອົາໃຈໃສ່, ມີນະໂຍບາຍດຶງດູດ ແລະ ເປີດຊຸດຮຽນໜັງສືພາສາເຜົ່າຢ້າວໃຫ້ເດັກນ້ອຍ ”
ຜູ້ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວັດທະນະທຳຄື ລຸງ Tan Menh Xieu ແມ່ນມີພຽງ 2-3 ຄົນເທົ່ານັ້ນ, ແຕ່ລ້ວນແຕ່ມີອາຍຸສູງ ແລະ ສຸຂະພາບໄດ້ອ່ອນເພຍແລ້ວ. ສ່ວນລຸ່ນຊາວໜຸ່ມ, ເຍົາວະຊົນແມ່ນພຽງສາມາດເວົ້າໄດ້ຟັງເຂົ້າໃຈ ແຕ່ໃຊ້ການບໍ່ເປັນ. ຢູ່ບ້ານ ໂລ່ໂຕຟີ່ນ ຕາແສງ ຟັງໂຊລີ່ນ ມີ 485 ຄົວເຮືອນ ກໍລ້ວນແຕ່ແມ່ນຊາວເຜົ່າຢ້າວເຄົາ. ເມື່ອພວກຂ້າພະເຈົ້າມາຖາມຊາວບ້ານກ່ຽວກັບຄວາມຮູ້ດ້ານວັດທະນະທຳ, ກ່ຽວກັບຕົວໜັງສື ນົມຢ້າວນັ້ນ, ພວກເຂົາເຈົ້າ ຈາກຜູ້ໃຫຍ່ຕະຫຼອດຮອດເດັກນ້ອຍຕ່າງກໍບໍ່ຮູ້ຈັກ. ຕາມທ່ານ Nguyen Duc Truong ຫົວໜ້າຂະແໜງວັດທະນະທຳກິລາ ແລະ ທ່ອງທ່ຽວເມືອງຊີ່ນໂຮ່ແລ້ວ, ປະຈຸບັນສາງປຶ້ມບູຮານຂອງຊາວ ເຜົ່າຢ້າວເຄົາທີ່ເມືອງຊີ່ນໂຮ່ ແມ່ນເຫຼືອພຽງປະມານ 500 ຫົວໂດຍຊາວເຜົ່າຢ້າວຢູ່ຕາແສງຕ່າງໆພວມເກັບຮັກສາ. ມີບາງຄອບຄົວເຜົ່າຢ້າວຍັງເກັບຮັກສາປຶ້ມບັນທຶກວົງຕະກູນຂອງຕົນ, ແຕ່ເຂົາເຈົ້າພັດບໍ່ເຂົ້າໃຈເນື້ອໃນຂອງປຶ້ມຫົວນັ້ນຄືແນວໃດ. ຜູ້ໃຫຍ່ບໍ່ຮູ້, ບໍ່ສົນໃຈ ກໍແມ່ນສາຍເຫດພາໄປເຖິງເລື່ອງເດັກນ້ອຍເຜົ່າຢ້າວບໍ່ຮູ້ຈັກອີຫຍັງກ່ຽວກັບວັດທະນະທຳບູຮານ. ນ້ອງ Phan Thanh Son ເປີດເຜີຍວ່າ ຍ້ອນປູຍ່າ, ພໍ່ແມ່ຄ່າວຽກຫຼາຍຢ່າງ, ດັ່ງນັ້ນບໍ່ມີເວລາເລົ່າໃຫ້ນ້ອງຟັງ ເລື່ອງລາວ ກ່ຽວກັບປູຍ່າຕາຍາຍ, ກົກເຄົ້າເຫງົ້າກໍ . ນ້ອງ Phan Thanh Son ເວົ້າວ່າ :
“ ພວກນ້ອງບໍ່ໄດ້ຮັບຟັງປູຍ່າ, ພໍ່ແມ່ເລົ່າກ່ຽວກັບກົກເຄົ້າເຫງົ້າກໍຂອງເຜົ່າຢ້າວຈັກເທືອ່, ຮອດອາຍຸໄປໂຮງຮຽນ, ພວກນ້ອງໄດ້ຮຽນພຽງພາສາຫວຽດຕາມໝູ່ຄູ່ເທົ່ານັ້ນ, ດັ່ງນັ້ນບໍ່ຮູ້ຕົວໜັງສືເຜົ່າຢ້າວຈັກໜ້ອຍ ”
ເຮັດແນວໃດເພື່ອອະນຸລັກຮັກສາສາງປຶ້ມບູຮານທີ່ປະເສິດເລີດລ້ຳນີ້ ? ແມ່ນບໍ່ມີສິ່ງໃດດີກ່ວາເລື່ອງຕ້ອງມີຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນ, ຂອງແຕ່ລະວົງຄະນະຍາດ ກໍຄືຊາວເຜົ່າຢ້າວແຕ່ລະຄົນເພື່ອປົກປັກຮັກສາມໍລະດົກວັດທະນະທຳທີ່ມີມາແຕ່ດົນນານຂອງເຜົ່າຕົນ. ບັນດາໂຮງຮຽນກໍຄວນນຳເລື່ອງຄົ້ນຄ້ວາຕົວໜັງສືພາສາ ນົມຢ້າວ ເຂົ້າໃນຫຼັກສູດການຮຽນຫຼືໃນບັນດາໂຄງການນອກລະບົບ, ແນໃສ່ຟື້ນຟູຄວາມຮູ້ດ້ານວັດທະນະທຳພື້ນເມືອງຂອງຊົນເຜົ່າໃຫ້ລຸ່ນຊາວໜຸ່ມເຍົາວະຊົນປະຈຸບັນ. ເພາະໃນຈິດໃຈຂອງຊາວເຜົ່າຢ້າວລຸ່ນປະຈຸບັນ, ລ້ວນແຕ່ຫວັງວ່າ ນອກຈາກມີຄວາມຮູ້ຄວາມເຂົ້າໃຈດີດ້ານພາສາຫວຽດແລ້ວ, ແມ່ນຕ້ອງຮູ້ດີພາສາຂອງເຜົ່າຕົນ. ເຮັດໄດ້ເຊັ່ນນັ້ນ, ສີສັນວັດທະ ນະທຳຈຶ່ງໄດ້ຮັບການຮັກສາໄວ້ໃຫ້ຍືນຍົງຄົງຕົວຕະຫຼອດກາລະນານ.