ຮູບພາບ “ ແມ່ກ່ອມລູກ” ຍາມໃດກໍຝັງເລິກໃນ ຄວາມຊົງຈຳຂອງຊາວຫວຽດນາມທຸກໆຄົນ
|
ແຕ່ປາງກອ່ນ, ຂັບກ່ອມລູກໄດ້ເປັນຊັບສົມບັດ ແລະ ແມ່ນອາຫານທາງດ້ານ ຈິດໃຈອັນລ້ຳຄ່າທີ່ມີຕໍ່ຊາວຫວຽດນາມຫຼາຍຄົນ. ຜ່ານສຽງກ່ອມລູກຜູ້ໃຫຍ່ໄດ້ຖ່າຍທອດຄືນໃຫ້ແກ່ເດັກນ້ອຍບັນດາຄຸນຄ່າວັດທະນະທຳ, ຈິດໃຈຊຶ່ງວົງຄະນະຍາດຖອດຖອນມາໄດ້. ສຽງກ່ອມລູກຍັງແມ່ນບົດຮຽນທີ່ສະຫງວນໃຫ້ເດັກຫາກໍເກີດທີ່ປະເສີດເລີດລ້ຳ, ປະກອບສ່ວນສ້າງບຸກຄະລິກກະພາບ, ຄຸນສົມບັດຂອງມະນຸດເປັນຮູບປະທຳ. ດ້ວຍບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດອັນສູງສົ່ງດັ່ງກ່າວ, ຂະແໜງວັດທະນະທຳຫວຽດນາມພວມມີຄວາມມານະພະຍາຍາມຫຼາຍຢ່າງໃນການຟື້ນຟູອະນຸລັກຮັກສາ ຂັບກ່ອມລູກໃນຊີວິດຍຸກທັນສະໄໝ.
ໃນບັນດາປະເພດສິລະປະຂັບລຳພື້ນເມືອງນັ້ນ, ຂັບກ່ອມລູກໄດ້ປະກົດຕົວໄວກ່ວາໝູ່ ແລະ ໄດ້ຮັບການຖ່າຍທອດຄືນຈາກຄົນລຸ່ນນີ້ສູ່ຄົນລຸ່ນອື່ນ. ນັບແຕ່ຄາວຫາກໍເກີດ, ເດັກນ້ອຍໄດ້ຮັບການຖ່າຍທອດບັນດາອາລົມຈິດ, ຄວາມຮັກແພງຢ່າງເລິກເຊິ່ງທີ່ສຸດຜ່ານສຽງກ່ອມລູກຈາກບັນດາຜູ້ເປັນແມ່, ເປັນຍ່າ. ສຽງກ່ອມລູກແມ່ນອ່ອນຫວານ, ສະແດງໃຫ້ເຫັນຄວາມຮັກແພງຢ່າງລົ້ນເຫຼືອ ແລະ ຝາກຝັງຫຼາຍສິ່ງທີ່ມີຄວາມໝາຍໃນການດຳລົງຊີວິດ. ຜ່ານສຽງກ່ອມລູກ, ຮູບພາບລຳແມ່ນ້ຳ, ວົງເດືອນ, ຕົ້ນໄມ້ໃບຫຍ້າພ້ອມດ້ວຍຝູງນົກຍາງພວມບິນເຈີດ ຕາມທົງໄຮ່ທົງນາ ໄດ້ຄ່ອຍເຂົ້າສູ່ຄວາມຝັນຂອງພວກເດັກ. ໃນປະເພດສິລະປະຂັບກ່ອມລູກ, ສຽງເພງແມ່ນເຄີຍຄັດມາຈາກຄຳພະຫຍາ, ຫຼືບັນດາບົດລຳພື້ນເມືອງ, ເພາະສະນັ້ນ, ຂັບກ່ອມລູກມີຄວາມລຽບງ່າຍ, ແຕ່ກໍມີລັກສະນະເປັນບົດດົນຕີມີສຽງຕ່ຳສຽງສູງ, ຂຶ້ນໆລົງໆ. ແຕ່ລະເຂດແຄ້ວນ, ພັດມີສຽງກອ່ມລູກແຕກຕ່າງກັນ, ຂອງໃຜຂອງລາວ. ແຕ່ເຖິງວ່າຈະຢູ່ແຫ່ງໃດກໍຕາມ, ຂັບກ່ອມລູກກໍມີປະສິດທິຜົນຮ່ວມ, ນັ້ນແມ່ນສາມາດຊ່ວຍໃຫ້ເດັກນ້ອຍນອນລັບຝັນດີ.
ໃນສຽງກ່ອມລູກກໍຍັງຝາກຝັງທັງຄວາມຮັກແພງ, ຄວາມຫວັງໃຫ້ລູກຫຼານເມື່ອໃຫຍ່ຂຶ້ນຈະກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ, ມີຄວາມກະຕັນຍູຕໍ່ປູຍ່າ, ພໍ່ແມ່. ເມື່ອໄດ້ຍິນສຽງກ່ອມລູກ, ເດັກນ້ອຍຈະຮູ້ສຶກໄດ້ເຖິງອາລົມຈິດຄວາມຮັກແພງຜ່ານແຕ່ລະປະໂຫຍກຂອງສຽງກ່ອມລູກ. ເດັດນ້ອຍໄດ້ມີຊີວິດໃນທ່າງກາງສຽງກ່ອມລູກທີ່ອ່ອນຫວານນີ້ ແມ່ນຈະຮູ້ສຶກໄດ້ເຖິງຄຸນຄ່າດ້ານວັດທະນະທຳຫວຽດນາມຢ່າງເລິກເຊິ່ງ, ເຊິ່ງແມ່ນພື້ນຖານວັດທະນະທຳຖືຄວາມເປັນມະນຸດເປັນສຳຄັນ. ສິລະປິນ ຝ້າມຮົ່ງເຟືອງ, ອາຈານສອນສັງກັດມະຫາວິທະຍາໄລສ້າງຄູດົນຕີ, ຈິດຕະກຳສູນກາງໃຫ້ຮູ້ວ່າ :
“ ໃນໄລຍະສົງຄາມ, ຂ້າພະເຈົ້າໄປອົບພະຍົບຢູ່ແຂວງຟູ້ເຖາະ. ຄາວນັ້ນ, ຍາມ ລະດູຮ້ອນ, ເຄີຍບໍ່ມີໄຟຟ້າໄຊ້, ດັ່ງນັ້ນ ເດັກນ້ອຍເຄີຍຖືກຍ່າ, ແມ່ໄຊ້ວີກ່ອມ ນອນ. ພວກຍ່າ, ແມ່ທັງຂັບກ່ອມລູກ, ທັງລູບຫົວ, ລູບຫຼັງໃຫ້ເດັກ, ພາໃຫ້ເດັກຮູ້ສຶກມີຄວາມອົບອຸ່ນ, ສາມາດນອນໄດ້ໄວ. ຍ່າ, ແມ່ອາດຈະບໍ່ແມ່ນນັກສິລະປີນ, ແຕ່ສຽງກ່ອມລູກຍາມໃດກໍຝາກຝັງຄວາມຮັກແພງ, ຊ່ວຍໃຫ້ເດັກໄດ້ນອນລັບຝັນດີ ”
ສຽງກ່ອມລູກເມື່ອກ່ອນນິ້ີ້ ມວ່ນ ແລະ ງາມທີ່ສຸດ, ແຕ່ຕາມການເວລາ, ສຽງ ກ່ອມລູກຄ່ອຍໆໄດ້ຖືກສູນຫາຍໄປ. ສາດສະດາຈານ, ນັກດົນຕີ ເຈີນວັນເຄ, ນັກຄົ້ນຄ້ວາດົນຕີພື້ນເມືອງ ເລົ່າຄືນສູ່ຟັງວ່າ :
“ ປີ 1976, ກັບຄືນເມືອປະເທດພາຍຫຼັງ ຢູ່ຕ່າງປະເທດເປັນໄລຍະໜຶ່ງ, ຂ້າພະເຈົ້າໄດ້ມີໂອກາດເດີນທາງຈາກພາກເໜືອລົງຮອດພາກໃຕ້. ຂ້າພະເຈົ້າຕົກໃຈ ເມື່ອເຫັນວ່າ ສຽງກ່ອມລູກເບ່ິງຄືວ່າ ບໍ່ຄົງຕົວອີກແລ້ວ, ຍ້ອນສະພາບການ, ວິຖີຊີວິດໃໝ່ ແລະ ຍ້ອນສົງຄາມ. ຂ້າພະເຈົ້າຄິດວ່າ ສິ່ງນີ້ເປັນໜ້າເສຍດາຍທີ່ສຸດເພາະສຽງກ່ອມລູກແມ່ນບົດດົນຕີທີ່ມີລັກສະນະສຶກສາອົບຮົມທຳອິດໂດຍຜູ້ເປັນແມ່ຖ່າຍທອດໃຫ້ລູກ ”
ໃນທ່າອຽງຫັນເປັນຕົວເມືອງ ແລະ ການດຳລົງຊີວິດທີ່ຟົດຟື້ນຂອງກົນໄກການຕະຫຼາດໃນທຸກວັນນີ້, ບັນດາຜູ້ເປັນແມ່ບໍ່ມີເວລາຫຼາຍເພື່ອສະຫງວນໃຫ້ແກ່ເດັກ, ເພາະສະນັ້ນ, ຍາກທີ່ຈະມີໂອກາດເພື່ອບອກສອນ, ຮຽນຄືນບັນດາບົດເພງ ຂັບກ່ອມລູກ. ໃນບັນດາຄວາມມານະພະຍາຍາມອະນຸລັກຮັກສາ ຂັບກ່ອມລູກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໄດ້ ແລະ ພວມສົມທົບກັບຫຼາຍທ້ອງຖິ່ນ, ບັນດາເຂດແຄ້ວນ ເພືອ່ຈັດງານປະກວດ, ການໂຄສະນາກ່ຽວກັບ ຂັບກ່ອມລູກ. ນາງ ກ່າວທິຮ່ຽນ ນັກສິລະປີນ ພວມມານະພະຍາຍາມປະຕິບັດວຽກງານນີ້ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າສ້າງບັນດາລາຍການຖ່າຍທອດຂັບກ່ອມລູກຄືນໃຫ້ຄົນລຸ່ນໜຸ່ມ ຊຶ່ງແມ່ນບັນດາຜູ້ລ້ຽງດູສິດສອນລູກໆ, ບັນດາຜູ້ເປັນພໍ່ເປັນແມ່. ມັນມີຄຸນປະໂຫຍດຫຼາຍຢ່າງໃນສຽງກ່ອມລູກທີ່ເຂັ້ມຂົ້ນໄປດ້ວຍລັກສະນະວັດທະນະທຳມະນຸດ, ສຶກສາອົບຮົມໃຫ້ລູກເຕົ້າ, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ ແລະ ປະເທດຊາດ. ປະຈຸບັນ, ມັນໄດ້ຖືກສູນຫາຍໄປ, ເພາະສະນັ້ນ, ພວກຂ້າພະເຈົ້າ ແລະ ໝົດທຸກຄົນພວມມີຄວາມຫວັງ, ພະຍາຍາມຟື້ນຟູ ແລະ ອະນຸລັກຮັກສາປະເພດສິລະປະຂອງຊາດນີ້ໄວ້ ”
ຂັບກ່ອມລູກແມ່ນຈຸດຄວາມງາມຂອງວັດທະນະທຳທີ່ເປັນມູນເຊື້ອຄວນໄດ້ຮັບການສືບທອດ ແລະ ເສີມຂະຫຍາຍໃນຍຸກສະໄໝໃໝ່. ຕາມນັກສິລະປິນ ຝ້າມຮົ່ງເຟືອງແລ້ວ, ພວມເຮົາບໍ່ເດີນຕາມສິ່ງເກົ່າແກ່, ບໍ່ບັງຄັບໃຫ້ມະນຸດຕ້ອງຢູ່ໃນຂອບເຂດບ້ານເມືອງເທົ່ານັ້ນ, ພວກເຮົາກໍເຂົ້າໃຈວ່າ ການພັດທະນາຂອງສັງຄົມ ທັນສະໄໝ ແມ່ນທ່າອຽງຕ້ອງເປັນໄປ, ແຕ່ທຸກສິ່ງທຸກຢ່າງທີ່ເປັນຍອດຍິ່ງຂອງຊາດນັ້ນ, ກໍຍັງຄົງມີຄຸນຄ່າໃນການສ້າງຄຸນສົມບັດ, ຄວາມຮັກແພງລະຫວ່າງມະນຸດດ້ວຍກັນ. ຍ້ອນເຫດນີ້ເອງ, ຂັບກ່ອມລູກ ຍັງຄົງແມ່ນສິ່ງຍອດຍິ່ງຂອງວັດທະນະທຳຫວຽດນາມ ແລະ ການອະນຸລັກຮັກສາ ຂັບກ່ອມລູກໄດ້ກາຍເປັນເລື່ອງຈຳເປັນຍິ່ງກ່ວາເວລາໃດໝົດ .