(VOVWORLD) -ເພື່ອແນໃສ່ຟື້ນຟູໄລຍະຮຸ່ງເຮືອງຂອງສິລະປະຂັບ ກາຈູ່, ຂັບກ້ຽວ ທີ່ພວມຖືກສູນຫາຍໄປບົນດິນແດນແຂວງ ຮຶງອຽນ ເຊິ່ງເປັນແຫຼ່ງໃຫ້ກຳເນີດປະເພດສິລະປະທີ່ເປັນເອກະລັກນີ້, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮຶງອຽນ ພວມປະຕິບັດຫຼາຍມາດຕະການ ເພື່ອໃຫ້ສິລະປະຂັບ ກາຈູ່ ແລະ ຂັບກ້ຽວ ກາຍເປັນການດຳເນີນຊີວິດວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນ ແລະ ຄວາມດູດດື່ມຢູ່ແຫ່ງນີ້
ລາຍການສະແດງຂັບກາຈູ |
ຊຸມວັນເດືອນ ມິຖຸນາ ປີ 2020 ທີ່ມີໂອກາດກັບຄືນຢ້ຽມຢາມໝູ່ບ້ານຂັບ ກາຈູ່ ດ່າວດັ້ງ ເຊິ່ງແມ່ນແຫ່ງມີບັນດາວິຫານບູຊານັກສິລະປິນ ດ່າວທິເຫວະ, ບັນດາສະມາຊິກໃນສະໂມສອນ ພວມເມົາມົວຝຶກແອບ ດ້ວຍສຽງເຄື່ອງດົນຕີ ບາດຂຶ້ນບາດລົງ ບາດສູງບາດບາດຕ່ຳ. ນັກສິລະປິນ ໂດ໊ທິແທັງຍ່ານ ຢູ່ໝູ່ບ້ານຂັບ ກາຈູ່ ດ່າວດັ້ງ ໃຫ້ຮູ້ວ່າ:
“ຢູ່ບ້ານເກີດເມືອງນອນດ່າວດັ້ງ ແມ່ນອູ່ໃຫ້ກຳເນີດສິລະປະຂັບ ກາຈູ່. ເພາະຢູ່ແຫ່ງນີ້ມີແມ່ຍິງຄົນໜຶ່ງທີ່ເກັ່ງກ້າສາມາດ ໄດ້ນຳໃຊ້ສຽງເພງຂອງຕົນ ເພື່ອດັບສູນສັດຕູຈາກທິດເໜືອເຂົ້າມາຮຸກຮານດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ດັ່ງນັ້ນພວກຂ້າພະເຈົ້າກໍ່ແມ່ນລູກຫຼານຂອງແມ່ຕູ້, ໄດ້ຮັກສາຈຸດວັດທະນະທຳຂອງມວນມະນຸດ, ຍັງແມ່ນຫຼັກໝາຍປະຫວັດສາດທີ່ເປັນໜ້າຖະຫນຸຖະໜອມຂອງບ້ານເກີດເມືອງນອນ ດັ່ງນັ້ນພວກຂ້າພະເຈົ້າພະຍາຍາມຮັກສາເພື່ອສືບທອດໃຫ້ລູກຫຼານຂອງຕົນ”.
ຂັບກາຈູ່ ໃນແຂວງ ຮຶງອຽນ ໄດ້ປາກົດມີມາແຕ່ດົນນານ ແລະ ໄດ້ມີບັນດາໄລຍະພັດທະນາຢ່າງຮຸ່ງເຮືອງ. ໃນຄວາມຊົງຈຳຂອງຕົນ, ບັນດາຜູ້ອາຍຸສູງໃນບ້ານຂັບ ກາຈູ່ ດ່າວດັ້ງ ຍັງຄົງຈື່ດີກ່ຽວກັບໄລຍະທີ່ຮຸ່ງເຮືອງ. ນັກສິລະປິນ ດ່າວທິແທັງ ມີຄວາມເອກອ້າງທະນົງໃຈ ເລົ່າສູ່ຟັງວ່າ ໃນຄາວນັ້ນທັງບ້ານຈາກຜູ້ເຖົ້າຜູ້ແກ່ ຮອດເດັກນ້ອຍໃຜໆກໍ່ສາມາດຂັບ ກາຈູ່ ໄດ້. ຮອດຍາມຄ້ອຍຄ່ຳຈາກຜູ້ໃຫຍ່ຕະຫຼອດຮອດເດັກນ້ອຍ ກໍ່ໄດ້ພາກັນອອກໄປສາລາ ເພື່ອຟັງຂັບ ກາຈູ່. ນັກສິລະປິນ ດ່າວທິແທັງ ເວົ້າວ່າ:
“ພວກຂ້າພະເຈົ້າ ຮອດເວລາກໍ່ພາກັນໄປທາງຄັນຄູ ແລະ ເລີ່ມຕົ້ນຂັບຮ້ອງ, ຂັບຈາກຟາກຝັ່ງເບື້ອງນີ້ ສູ່ຟາກຝັ່ງເບື້ອງນັ້ນ. ເມື່ອໄດ້ຍິນສຽງຂັບຮ້ອງ, ຢູ່ຟາກຝັ່ງເບື້ອງນັ້ນ ກໍ່ພາກັນມາຂັບຮ້ອງນຳ ແລະ ພວກຂ້າພະເຈົ້າກໍ່ພ້ອມກັນຂັບຮ້ອງ ນັບແຕ່ຕອນຄ່ຳຮອດຕອນເຊົ້າມື້ຕໍ່ມາ”.
ບໍ່ພຽງແຕ່ຂັບຮ້ອງຢູ່ພາຍໃນແຂວງເທົ່ານັ້ນ ບັນດາຄະນະສິລະປະກອນຂັບ ກາຈູ່ ໃນແຂວງ ຮຶງອຽນ ຍັງຂຶ້ນເມືອງຫຼວງ ເພື່ອຂັບຮ້ອງໃຫ້ເຈົ້າຊີວິດຟັງ. ແຕ່ຕາມການເວລາ ແລະ ທ່າອ່ຽງພັດທະນາຂອງສັງຄົມ, ນັກສິລະປິນລຸ້ນເກົ່າ ກໍ່ໄດ້ເຖິງແກ່ມໍລະນະກຳ, ຂະບວນການຂັບຮ້ອງ ກາຈູ່ ຢູ່ແຂວງ ຮຶງອຽນ ກໍ່ໄດ້ຄ່ອຍໆສູນຫາຍໄປ. ປີ 2009 ສິລະປະຂັບ ກາຈູ່ ຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ. ດ້ວຍຄວາມຕັດສິນໃຈເພື່ອຟື້ນຟູວັດທະນະທຳຂັບ ກາຈູ່ ບົນດິນແດນ ຮຶງອຽນ, ທາງອຳນາດການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້ ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຢ່າງບໍ່ຢຸດຢັ້ງ ເພື່ອຮັກສາສິລະປະຂັບກາຈູ່ ບໍ່ໃຫ້ສູນຫາຍໄປ
ຍ້ອນຄວາມກະຕືລືລົ້ນຂອງບັນດານັກສິລະປິນ, ມາຮອດປັດຈຸບັນແຂວງ ຮຶງອຽນ ໄດ້ມີສາມສະໂມສອນຂັບ ກາຈູ່ ດ້ວຍສະມາຊິກປະມານ 100 ຄົນເຊິ່ງສ່ວນຫຼາຍແມ່ນບັນດານັກຮ້ອງ ນັກເສບເຄື່ອງດົນຕີຢູ່ບັນດາເຂດ ມີມູນເຊື້ອຄື ຕາແສງ ຫວິງຄຸກ, ຕາແສງ ເໝ໊ເສິ໋, ຕາແສງ ບິ່ງມິງ… ນັກສິລະປິນ ເຈິ່ນທິໂດະ ຢູ່ຕາແສງ ຫວິງຄຸກ ແບ່ງປັນວ່າ:
“ພວກຂ້າພະເຈົ້າກໍ່ບໍ່ມີເງິນເດືອນ, ຖ້າຫາກຢາກເປີດຊຸດຮຽນ ກໍ່ຕ້ອງລົງທຶນຂອງເຮົາເອງ. ເມື່ອອອກໄປໄກເພື່ອສອນພວກຫຼານ, ພວກຂ້າພະເຈົ້າກໍ່ພະຍາຍາມ, ທັງນີ້ກໍ່ເພື່ອເປັນການຮັກສາສິລະປະຂັບ ກາຈູ່, ພວກຂ້າພະເຈົ້າກໍ່ມີອາຍຸສູງແລ້ວ ປະມານ 80 ປີແລ້ວ ຖ້າຫາກເຖິງແກ່ມໍລະນະກຳໄປແລ້ວ ກໍ່ບໍ່ມີໃຜຖ່າຍທອດຄືນໃຫ້ໄວໜຸ່ມ ເຊິ່ງຈະພາໃຫ້ສິລະປະຂັບ ກາຈູ່ ຖືກສູນຫາຍໄປ”.
ພ້ອມກັບການຊ່ວຍໜູນຂອງອຳນາດການປົກຄອງທ້ອງຖິ່ນ, ຄວາມສຸມຈິດສຸມໃຈຂອງບັນດານັກສິລະປິນຂັບ ກາຈູ່ ໃນແຂວງ ຮຶງອຽນ ໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳທີ່ຂາດບໍ່ໄດ້ ຢູ່ດິນແດນແຫ່ງປະຫວັດສາດນີ້. ບັນດາຄວາມມານະພະຍາຍາມນີ້ ແມ່ນເພື່ອແນໃສ່ສືບຕໍ່ຟື້ນຟູ ຮັກສາ ແລະ ພັດທະນາບັນດາຄຸນຄ່າ ທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມ, ວິຖີຊີວິດວັດທະນະທຳ, ພ້ອມທັງຍົກສູງຄວາມຮູ້, ຄວາມເອກອ້າງທະນົງໃຈ ກ່ຽວກັບການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳຂັບ ກາຈູ່ ໃນບໍລິເວນແຂວງ, ປະກອບສ່ວນສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ.