ຂັບຊວານແມ່ນປະເພດສິລະປະພື້ນເມືອງຂອງແຂວງ ຟູເທາະ ທີ່ດຶງດູດຜູ້ຟັງຍ້ອນສຽງຂັບ ຮ້ອງທີ່ອ່ອນຊອນ, ແລະ ວາດຟ້ອນລຽບງ່າຍ ຊຶ່ງຫາກໍໄດ້ຮັບການຮັບຮູ້ຈາກອົງການ UNESCO ວ່າແມ່ນ ມໍລະດົກວັດທະນະທຳຄວນໄດ້ຮັບການຮັກສາດ່ວນຂອງມວນມະນຸດເມື່ອວັນທີ 25 ພະຈິກທີ່ຜ່ານມາ. ສິ່ງນີ້ເປັນການຢັ້ງຢືນອີກຄັ້ງໜຶ່ງເຖິງຄວາມເປັນເອກະລັກສະເພາະ ຂອງສິລະປະປະເພດນີ້ທີ່ມີຕໍ່ມວນມະນຸດກໍ່ຄືການວາງອອກບັນຫາຢ່າງຮີບດ່ວນ ໃນການອະນຸລັກຮັກສາມໍລະດົກຂັບຊວານໃນອະນາຄົດ.
ພົ້ນເດັ່ນຂຶ້ນກ່ວາໝູ່ໃນຈຳນວນສຳເນົາເອກະສານ 23 ຊຸດທີ່ຍືນສະເໜີຕໍ່ ອົງການ UNESCO ເພື່ອພິຈາລະນາຮັບຮູ້ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຄວນໄດ້ຮັບການຮັກສາດ່ວນໃນວາລະປະຊຸມຄັ້ງນີ້, ຂັບຊວານຂອງແຂວງ ຟູເທາະ ໄດ້ຮັບການຕີລາຄາວ່າ ແມ່ນມີຄວາມສົມບູນແບບທີ່ສຸດ, ສາມາດ ຕອບສະໜອງ ທຸກໆມາດຖານໂດຍບັງຄັບເພື່ອໃຫ້ UNESCO ພິຈາລະນາຮັບຮູ້. ຂັບຊວານທັງມີຄຸນຄ່າທາງດ້ານສິລະປະ, ທັງສະແດງໃຫ້ເຫັນສີສັນຂອງ ວົງຄະນະຍາດ, ພ້ອມກັນນັ້ນ ທາງຝ່າຍຫວຽດນາມຍັງສາມາດຍົກອອກ ບັນດາ ມາດຕະການລະອຽດເພື່ອອະນຸລັກຮັກສາຟື້ນຟູຂັບຊວານ. ລັດຖະບານຫວຽດນາມໄດ້ມີບົດບາດສຳຄັນໃນການຊີ້ນຳບໍລິຫານວຽກງານອະນຸລັກຮັກສາ. ຊຸດສຳເນົາເອກະ ສານໄດ້ພິສູດໃຫ້ເຫັນການສະໜັບສະໜູນຂອງທາງທ້ອງຖິ່ນໃນການອະນຸລັກ ສິລະປະຂັບຊວານ ແລະ ສະເໜີຮັບຮູ້ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ. ຢູ່ປະເທດຫວຽດນາມ, ຂັບຊວານໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ຄົ້ນຄ້ວາ ແລະ ອະນຸລັກຮັກສາຂອງສະຖາບັນດົນຕີ, ສະຖາບັນຄົ້ນຄ້ວາວັດທະນະທຳ ແລະ ສິລະປະທີ່ຂຶ້ນກັບກະຊວງວັດທະນະທຳກິລາ ແລະ ການທ່ອງ ທ່ຽວ, ກໍ່ຄືຖືກຈັດເຂົ້າມີໃນລະບົບຄົ້ນຄ້ວາ ແລະ ອະນຸລັກຮັກສາຂອງແຂວງຟູເທາະແຕ່ຫຼາຍປີມານີ້. ຂັບຊວານ ແມ່ນປະເພດສິລະປະ ເປັນເອກະລັກສະເພາະຂອງເຂດດິນແຫ່ງ ບັນພະບຸລຸດເຈົ້າຊີວິດຮຸ່ງຊຶ່ງໄດ້ຮັບການສະແດງໃນຕະຫຼອດໄລຍະແຫ່ງປະຫວັດ ສາດແຫ່ງການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ. ຕາມນັກຄົ້ນຄ້ວາ ດັ້ງແຫ່ງລວານ ອາດີດຮອງຫົວໜ້າສະຖາບັນດົນຕີຫວຽດນາມແລ້ວ, ຂັບຊວານ ຍັງຖືກເອີ້ນວ່າ ຂັບຮ້ອງຢູ່ເດີນສາລາ, ແມ່ນຮູບແບບສີລະປະຫຼາຍປັດໃຈ, ປະກອບດ້ວຍດົນຕີ, ຂັບຮ້ອງ, ຟ້ອນ......ຊຶ່ງເຄີຍຖືກສະແດງໃນໂອກາດຈັດງານບຸນຂອງໝູ່ບ້ານໃນຕົ້ນລະດູບານໃໝ່. ເມື່ອທຽບໃສ່ປະເພດສິລະປະພື້ນເມືອງຕ່າງໆຂອງຫວຽດນາມນັ້ນ, ຂັບຊວານ ໃນປະຈຸບັນຍັງສາມາດຮັກສາບັນດາຮ່ອງຮອຍດ້ານດົນຕີຫຼາຍສົມຄວນ ແລະ ກໍ່ແມ່ນປະເພດດົນຕີທີ່ມີລັກສະນະອາຊີບຂອງຊາວຫວຽດນາມ. ທ່ານສາດສະດາຈານ ໂຕຫງອກແທງ ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຫວຽດນາມໃຫ້ຮູ້ວ່າ : “ ເມື່ອເວົ້າເຖິງຈຸດພິເສດສະເພາະຂອງ ຂັບຊວານ ກໍ່ເຫັນວ່າ ມັນມີຫຼາຍຄຸນຄ່າທີ່ແຕກຕ່າງກັນ, ເຊັ່ນ ຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ດົນຕີ, ສິລະປະການຟ້ອນ ......ມັນແມ່ນໜຶ່ງໃນຈຳນວນ ມໍລະດົກວັດທະນະທຳບໍ່ຫຼາຍທີ່ຂ້າພະເຈົ້າຢາກຢັ້ງຢືນວ່າ ມັນໄດ້ກຳເນີດຂຶ້ນ ນັບຕັ້ງແຕ່ປະເທດຫວຽດນາມຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ”
ຂັບຊວານແມ່ນປະເພດສິລະປະຖືກສະແດງເພື່ອຖະຫວາຍຕໍ່ເທວະດາຟ້າແຖນ ຊຶ່ງພາວະນາໃຫ້ເທວະດາຟ້າແຖນໃຫ້ຄວາມຊວ່ຍເຫຼືອແກ່ຊາວບ້ານມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ການສະແດງ ຂັບຊວານ ລວມມີສອງຂັ້ນຕອນຄື: ການຂັບຮ້ອງໃນຂັ້ນຕອນຈັດພິທີ, ແລະການຂັບຮ້ອງໃນຂັ້ນຕອນຈັດບຸນ. ສິລະປະ ຂັບຊວານ ຖືກຈັດເປັນກອງ, ແຕ່ລະກອງປະກອບດ້ວຍສະມາຊິກ ແຕ່ 15 ຫາ 20 ຄົນ. ຮອດຍາມຈັດງານບຸນ, ທຸກກອງສະແດງ ຂັບຊວານ ກໍ່ລ້ວນແຕ່ໄປສະແດງຢູ່ທົ່ວທຸກແຫ່ງ, ມີບາງກອງໄປຮອດສອງສາມເດືອນຈຶ່ງກັບມາ. ຊຸດອາພອນຂອງຜູ້ສະແດງ ຂັບຊວານ ໃນເມື່ອກ່ອນແມ່ນລະອຽດທີ່ສຸດຍ້ອນວ່າ ຂັບຊວານຖືກສະແດງໃນພະລາດຊະວັງສະໄໝເຈົ້າຊີວິດຮຸ່ງ. ທ່ານ ຫງວຽນຫງອກ ບາວ ນັກສະແດງ ຂັບຊວານ ໃຫ້ຮູ້ວ່າ :
“ຂ້າພະເຈົ້າໄປສະແດງ ຂັບຊວານ ນັບແຕ່ຄາວມີອາຍຸ 14 ປີ. ສ່ວນຫຼາຍໄປຮັບໃຊ້ຢູ່ຕາມສາລາ, ວັດວາອາຮາມຂອງທ້ອງຖິ່ນ ແລະໃນທຸກໆປີໃດ, ຂ້າພະເຈົ້າກໍ່ໄດ້ໄປຮັບໃຊ້ຢູ່ວິຫານຮຸ່ງ. ສອງສາມປີມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ພວກຂ້າພະເຈົ້າໄດ້ພະຍາຍາມຟື້ນຟູສິລະປະປະເພດນີ້. ຕ້ອງມີການຊ່ວຍເຫຼືອຈາກພັກ ແລະ ລັດ, ມີການເຂົ້າຮ່ວມຂອງທັງວົງຄະນະຍາດສັງຄົມ, ແນ່ນອນຈະໄດ້ຮັບຜົນສຳເລັດ. ທັງນີ້ກໍ່ເປັນການຮັກສາສີສັນວັດທະນະທຳ 4000 ປີແຫ່ງປະຫວັດສາດ”
ມາຮອດປະຈຸບັນ, ເຖິງວ່າ ຂັບຊວານໄດ້ຖືກສະແດງໃນງານບຸນວິຫານຮຸ່ງ ແລະ ໃນງານບຸນຕ່າງໆຢູ່ແຂວງ ຟູເທາະ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນກໍ່ຕາມ, ແຕ່ສິລະປະຂັບຊວານ ພວມຢືນຢູ່ຕໍ່ໜ້າໄພຖືກສູນຫາຍໄປຍ້ອນບໍ່ໄດ້ຮັບການຖ່າຍທອດໃຫ້ລຸ້ນຕໍ່ໄປ. ປະຈຸບັນຢູ່ແຂວງ ຟູເທາະ ຍັງເຫຼືອນັກສະແດງ ຂັບຊວານ ພຽງ 69 ຄົນເທົ່ານັ້ນ, ໃນຈຳນວນນີ້ ມີ 31 ຄົນໃນເກັ່ນອາຍຸ ແຕ່ 80 ຫາ 104 ປີ ແລະ ມີພຽງ 8 ຄົນ ມີຄວາມສາມາດຖ່າຍທອດໄດ້. ກ່ຽວກັບວຽກງານອະນຸລັກຮັກສາສິລະປະຂັບຊວານ, ນັກວິຈານດົນຕີ ຫງວຽນທິມິນເຈົາ ໃຫ້ຮູ້ວ່າ :
“ສິ່ງສຳຄັນແມ່ນຕ້ອງເຮັດແນວໃດ ເພື່ອໂຄສະນາໃຫ້ໄວໜຸ່ມຮັບຮູ້ຄວາມສຳຄັນຂອງສິລະປະ ຂັບຊວານ, ເປັນຕົ້ນແມ່ນພວກນັກຮຽນຕ້ອງແມ່ນຜູ້ສະແດງ. ແລ້ວກໍ່ຮອດພວກພໍ່ເຖົ້າແມ່ເຖົ້າເຂົ້າຮ່ວມການສະແດງ, ພວກເພິ່ນສ່ວນຫຼາຍໃນເກັ່ນອາຍຸ 90-100 ປີ, ແຕ່ເມື່ອ ຮອດຮອບພໍ່ເຖົ້າແມ່ເຖົ້າຂັບຮ້ອງ ແມ່ນແຕກຕ່າງກັນຫຼາຍ, ເບິ່ງຄືວ່າ ອະນຸສອນຄາວໄວໜຸ່ມພວມກັບຕ່າວຄືນມາ”
ທ່ານຮ່ວາງເຢິນໝາກ ປະທານຄະນະກຳມະການປະຊາຊົນແຂວງ ຟູເທາະ ໃຫ້ຮູ້ວ່າ ປະຈຸບັນທາງແຂວງ ພວມປະຕິບັດບັນດາມາດຕະການເພື່ອແນໃສ່ ອະນຸລັກຮັກສາ ແລະ ພັດທະນາມໍລະດົກອັນລ້ຳຄ່ານີ້ຄື: ໂຄສະນາແນະນຳຄຸນຄ່າຂອງຂັບຊວານທັງຢູ່ພາຍໃນ ແລະ ຕ່າງປະເທດ, ດຳເນີນການຖ່າຍທອດ ສິລະປະຂັບຊວານໃຫ້ໄວໜຸ່ມ, ຕັ້ງໜ້າບູລະນະປະຕິສັງຂອນສາລາ ວັດວາອາຮາມ..... ຕາມສາດສະດາຈານດອກເຕີ ໂຕຫງອກແທງແລ້ວ, ຄວນມີນະໂຍບາຍ ສົ່ງເສີມບັນດາໂຮງຮຽນມັດທະຍົມ ນຳສີລະປະຂັບຊວານເຂົ້າໃນຫຼັກສູດການສອນ ແລະ ມອບນາມມະຍົດທີ່ດີເດັ່ນໃຫ້ແກ່ບັນດານັກສະແດງຂັບຊວານ. ຫວັງວ່າ ດ້ວຍຄວາມມານະພະຍາຍາມຂອງອຳນາດການປົກຄອງ, ວົງຄະນະຍາດ, ໃນອະນາຄົດອັນໄກ້ໆນີ້, ຂັບຊວານຂອງແຂວງ ຟູເທາະ ຈະຟື້ນຕົວຄືນ.
ວິ້ງຟອງ