(VOVWORLD) -ງານມະໂຫລານຂັບເຈົາວັນທົ່ວປະເທດຫາກໍ່ຖືກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວຈັດຕັ້ງຂຶ້ນເມື່ອທ້າຍເດືອນ ເມສາ ປີ 2018 ຢູ່ແຂວງເທື່ອທຽນເຫ້ວ. ນີ້ແມ່ນງານມະໂຫລານຄັ້ງທີສອງພາຍຫຼັງທີ່ມໍລະດົກກ່ຽວກັບການປະຕິບັດການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມຖືກອົງການ UNESCO ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ສືບຕໍ່ເຊີດຊູ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງປະເພດສິລະປະພື້ນເມືອງນີ້
ນາງທຽມໃນພິທີເຂົ້າຊົງ |
ມີນັກສິລະປະການ, ສິລະປິນ ແລະ ນັກສະແດງຈຳນວນຫຼາຍກວ່າ 450 ຄົນທີ່ມາຈາກບັນດາທ້ອງຖິ່ນທີ່ມີການເຄື່ອນໄຫວເຫຼື້ອມໃສບູຊາພະແມ່ຢູ່ຫວຽດນາມໄດ້ທຳການສະແດງບັນດາບົດເພງຍ້ອງຍໍສັນລະເສີນຄວາມຮັກບ້ານເກີດເມືອງນອນປະເທດຊາດ ແລະ ຊາວຫວຽດນາມພ້ອມກັບມູນເຊື້ອແຫ່ງການສ້າງສາປະເທດຊາດຂອງຊາວຫວຽດນາມ. ໃນເວລາ 4 ວັນແຕ່ວັນທີ 26 ຫາ 29 ເມສາຢູ່ບັນດາເວທີສະແດງໃນແຂວງເທື່ອທຽນເຫ້ວແມ່ນເຕັມໄປດ້ວຍສີສັນ ຫຼາກຫຼາຍ ແລະ ສຽງດົນຕີ, ສຽງຂັບລຳທຳເພງທີ່ຟົດຟື້ນດ້ວຍບັນດາລາຍການຂັບເຈົາວັນ. ຂັບເຈົາວັນແມ່ນປະເພດການເຫຼື້ອມໃສຢູ່ທ້ອງຖິ່ນ, ແມ່ນພິທີກຳທີ່ສຳຄັນໃນການເຫຼື້ອມໃສບູຊາພະແມ່. ນີ້ແມ່ນປະເພດສິລະປະການສະແດງພຶື້ນເມືອງໂດຍອີງບົນການປະສານສົມທົບທາງດ້ານດົນຕີທີ່ມີລັກສະນະຈິດວິນຍານຊຶ່ງລວມມີບັນດາທຳນອງເພງ, ບັນດາວາດຟ້ອນທີ່ອ່ອນຊ້ອຍ ແລະ ບັນດາພິທີກຳທີເຄັ່ງຄຶມ. ຜ່ານພິທີກຳນີ້, ມະນຸດຢາກຝາກຝັງ ແລະ ສະແດງຄວາມມຸ່ງຫວັງຂອງຕົນ. ບັນດາຜູ້ປະຕິບັດການເຫຼື້ອມໃສເຊື່ອໝັ້ນວ່າ ຮູບການສະແດງນີ້ຈະຊ່ວຍມະນຸດສາມາດຕິດຕໍ່ພົວພັນກັບເທວະດາຟ້າແຖນ ແລະ ເຈົ້າຖິ່ນເຈົ້າຖານ. ໃນພິທີເຂົ້າຊົງ, ພວກນາງທຽມ, ທ້າວທຽມກໍ່ສວມບົດບາດເປັນກາງລະຫວ່າງມະນຸດ ແລະ ເທວະດາຟ້າແຖນ. ນາງທຽມ ຮົ່ງເກ້ວ ສັງກັດສະມາຄົມພະແມ່ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:
“ເມື່ອພວກຂ້າພະເຈົ້າມາຮ່ວມພິທີເຂົ້າຊົງເພື່ອບູຊາພະອໍລະຫັນ, ພວກຂ້າພະເຈົ້າກໍ່ໄດ້ສຸມຈິດສຸມໃຈເພື່ອປະຕິບັດຕາມແບບຢ່າງຂອງພະອົງ. ນີ້ແມ່ນບ່ອນທີ່ພວກຂ້າພະເຈົ້າໄດ້ເຮັດຫຼ້ອນໜ້າທີ່, ນັ້ນແມ່ນທຳການສະແດງ, ແລະ ບັນທຶກຫວນຄືນຄຸນງາມຄວາມດີຂອງພະອໍລະຫັນເພື່ອໃຫ້ຄົນລຸ້ນຫຼັງຮູ້ຈັກເຖິງ”.
ໃນບັນດາພິທີເຂົ້າຊົງ, ກໍ່ມີຜູ້ຊ່ວຍວຽກ ແລະ ຮັບໃຊ້ພິທີເຂົ້າຊົງປະມານແຕ່ 2 ຫຼື 4 ຄົນຊຶ່ງນັ່ງຢູ່ສອງເບື້ອງຂອງທ້າວທຽມຫຼືນາງທຽມ ຕໍ່ໜ້າຮ້ານບູຊາພະອໍລະຫັນ, ອັນໄດ້ຊ່ວຍໃຫ້ບັນດານາງທຽມ, ທ້າວທຽມໃນການໄຕ້ທູບທຽນ, ຖະຫວາຍເຄື່ອງຂອງບູຊາ, ຖ່າຍຊຸດອາພອນເມື່ອຫັນປ່ຽນລາຍການສະແດງຈາກບົດລະຄອນນີ້ສູ່ບົດລະຄອນອື່ນ. ໃນພິທີເຂົ້າຊົງ, ຜູ້ຮັບໃຊ້້ກໍ່ມີບົດບາດສຳຄັນຄື ເສບເຄື່ອງດົນຕີ ແລະ ຂັບລຳໃນຂະນະທີ່ພວກນາງທຽມ, ທ້າວທຽມກໍທຳການສະແດງຟ້ອນ. ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກທາງດ້ານວັນນະຄະດີ, ການຟ້ອນ, ການເສບດົນຕີ ແລະ ສິລະປະການສະແດງພື້ນເມືອງນັ້ນ, ຂັບເຈົາວັນໄດ້ກາຍເປັນແຮງບັນດານໃຈຢ່າງໃຫ່ຍຫຼວງເພື່ອໃຫ້ບັນດານັກສິລະປີນທັນສະໄໝຂຸດຄົ້ນ ແລະ ທຳການສະແດງບົນເວທີ. ທີ່ງານມະໂຫລານຂັບເຈົາວັນທົ່ວປະເທດຄັ້ງທີ 2 ນີ້, ການມີຫົວຄິດປະດິດສ້າງຂອງບັນດານັກສິລະປີນ ແລະ ປະຊາຊົນໄດ້ເຮັດໃຫ້ບັນດາຜູ້ມາຊົມມີຄວາມຫຼົງໄຫຼ. ນາງທຽມຮົ່ງເກ້ວ ໃຫ້ຮູ້ຕື່ມອີກວ່າ:
“ພວກຂ້າພະເຈົ້າຢາກໂຄສະນາເພື່ອໃຫ້ປະຊາຊົນໃນທົ່ວປະເທດຮູ້ວ່າ ສະເພາະແຂວງເທື່ອທຽນເຫ້ວກໍ່ມີບົດລະຄອນໜຶ່ງທີ່ບໍ່ນອນຢູ່ໃນ 36 ບົດລະຄອນສະແດງໃນພິທີເຂົ້າຊົງ, ນັ້ນແມ່ນບົດລະຄອນເຈົ້າເສນາອາມາດຮັບໃຊ້ໃຫ້ແກ່ລາດຊະວົງຫງວຽນ. ປັດຈຸບັນພາກກາງຫວຽດນາມເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ, ກໍ່ມີຄວາມພາກພູມໃຈທີ່ສຸດເມື່ອພິທີເຂົ້າຊົງໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ ແລະ ພວກຂ້າພະເຈົ້າຍາມໃດກໍ່ເຮັດຫຼ້ອນໜ້າທີ່ຂອງຕົນ, ນັ້ນແມ່ນອະນຸລັກຮັກສາສິລະປະຂັບເຈົາວັນ”.
ການຈັດຕັ້ງງານມະໂຫລານແມ່ນໜຶ່ງໃນບັນດາເນື້ອໃນຂອງໂຄງການເຄື່ອນໄຫວຊຶ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ວາງໄວ້ເພື່ອຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸກ່ຽວກັບການປະຕິບັດການເຫຼື້ອມໃສບູຊາພະແມ່. ວັນເຟືອງ, ສັງກັດໂຮງລະຄອນແຈ່ວຮ່າໂນ້ຍຊຶ່ງແມ່ນຜູ້ຮັບໃຊ້ໃນພິທີເຂົ້າຊົງໃຫ້ຮູ້ວ່າ:
“ເຮົາຢາກແນະນຳໃຫ້ເພື່ອນມິດສາກົນສາມາດເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບສິລະປະຂັບເຈົາວັນກໍ່ຄືພິທີເຂົ້າຊົງໃນການບູຊາພະແມ່ຢູ່ຫວຽດນາມ. ສຳລັບເຮົາແລ້ວ, ໂດຍແມ່ນນັກສິລະປີນຄົນໜຶ່ງ, ງານ Festival ຄັ້ງນີ້ກໍ່ແມ່ນຮູບການທີ່ດີເພື່ອເຊີດຊູມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຫວຽດນາມ, ເປັນຕົ້ນແມ່ນສຳລັບສິລະປະການສະແດງໃນພິທີເຂົ້າຊົງ”.
ງານມະໂຫລານຂັບເຈົາວັນທົ່ວປະເທດກໍ່ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງຂະແໜງການ, ຂັ້ນຕ່າງໆ ແລະ ວົງຄະນະຍາດໃນການອະນຸລັກຮັກສາ, ສືບທອດ, ແນະນຳຕໍ່ມວນຊົນ ແລະ ແຂກທ່ອງທ່ຽວກ່ຽວກັບບັນດາຄຸນຄ່າຂອງສິລະປະຂັບເຈົາວັນໃນການປະຕິບັດການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ.