(VOVWORLD) -ຕໍ່ໜ້າສະພາບຕົວຈິງຂອງການສະແດງສິລະປະເຄື່ອງດົນຕີຄ້ອງທີ່ນັບມື້ນັບຮັດແຄບເຂົ້າ ແລະ ມີໄພຖືກສູນຫາຍໄປນັ້ນ, ເລື່ອງມີບັນດາກອງສະແດງສິລະປະຄ້ອງທີ່ຍັງໜຸ່ມໃນບັນດາໝູ່ບ້ານທີ່ແຂວງດັກລັກ ເມົາມົວກັບປະເພດເຄື່ອງດົນຕີພື້ນເມືອງນີ້, ກໍແມ່ນສິ່ງທີ່ເປັນໜ້າພາກພູພມໃຈ
ສຳລັບຊາວໜຸ່ມ, ເຍົາວະຊົນໃນບ້ານ ມດຸກ ຕາແສງ ອີອາຕາມ, ນະຄອນ ບວນມາຖວດນັ້ນ, ຄວາມເມົາມົວເພື່ອຊ່ວຍໃຫ້ພວກນ້ອງຕິດພັນກັບສຽງຄ້ອງ ແລະ ໄດ້ຮັບໝາກຜົນທຳອິດນັ້ນ, ໄດ້ເພີ່ມຄວາມປາດຖະໜາຕໍ່ການອະນຸລັກຮັກສາປະເພດສິລະປະເຄື່ອງດົນຕີຄ້ອງໃຫ້ແກ່ຄົນລຸ່ນຫຼັງ .
ວັນບຸນສະແດງຄ້ອງໃນແຂວງດັກລັກ |
ເມື່ອສຽງຄ້ອງໄດ້ດັງກ້ອງກັງວານຂຶ້ນຢ່າງອ່ອນຊ້ອຍ, ມ່ວນຊື່ນຄວາມເປັນຫ່ວງທີ່ເປັນຄັ້ງທຳອິດຂຶ້ນເວທີທຳການສະແດງຂອງບັນດາສະມາຊິກໜຸ່ມໃນກອງສິລະປະຄ້ອງໝູ່ບ້ານ ມດຸກ ໄດ້ຫາຍໄປ. ເຖິງວ່າຍັງຢູ່ໃນເກ່ນອາຍຸໜຸ່ມກໍຕາມ, ແຕ່ບັນດາບົດດົນຕີຂອງພວກນ້ອງໄດ້ຮັບການຕີລາຄາສູງກ່ຽວກັບເຕັກນິກການຕີຄ້ອງຂອງບັນດານັກສິລະປະການ. ລາຍການສະແດງຂອງພວກນ້ອງໄດ້ຮັບລາງວັນທີ 3 ໃນການປະກວດສຽງຄ້ອງລະດັບກຸ່ມ ແລະ ໄດ້ຮັບເລືອກເຂົ້າຮ່ວມງານປະກວດຮອບຊິງຊະນະເລີດທີ່ວັນບຸນວັດທະນະທຳ ກິລາບັນດາເຜົ່ານະຄອນ ບວນມາຖວດ ທີ່ຈັດຂຶ້ນໃນວັນທີ 10 ມີນາທີ່ຜ່ານມາ. ອີວັນ ເອບານ ຊຶ່ງແມ່ນສະມາຊິກຄົນໜຶ່ງໃນ ກອງສິລະປະຄ້ອງໝູ່ບ້ານ ມດຸກ ໃຫ້ຮູ້ວ່າ :
“ ນ້ອງເອງ ກໍຄືກັບບັນດາຜູ້ອື່ນໃນກອງສິລະປະ ມີຄວາມງົງງວຍຫຼາຍຢ່າງເພາະຍັງໜຸ່ມນ້ອຍ ແລະ ເປັນຄັ້ງທຳອິດ ໄດ້ຕາງໜ້າໃຫ້ແກ່ໝູ່ບ້ານຂອງຕົນເຂົ້າຮ່ວມການປະກວດ. ນ້ອງຮູ້ສຶກພາກພູມໃຈ ແລະ ເອກອ້າງທະນົງໃຈເມື່ອໄດ້ລື່ນກາຍກັບກອງສິລະປະໝູ່ບ້ານອື່ນໆ ເພື່ອຈະໄດ້ເຂົ້າຮ່ວມງານປະກວດຄັ້ງນີ້. ນ້ອງປາດຖະໜາວ່າ ໃນອະນາຄົດນີ້, ກອງສິລະປະຄ້ອງຈະຂະຫຍາຍຕົວເພື່ອສາມາດຮັກສາວັດທະນະທຳຂອງຊາວເຜົ່າເອເດ ”
ໂດຍໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ເກືອບ 3 ປີ, ປະຈຸບັນ, ກອງສິລະປະຄ້ອງຂອງໝູ່ບ້ານ ມດຸກ ມີເຍົາວະຊົນ 12 ຄົນໄວ 9 ປີຫາ 17 ປີ ໄດ້ເຂົ້າຮ່ວມການຝຶກແອບ ແລະ ທຳການສະແດງໃນໂອກາດວັນບຸນຕ່າງໆ. ແຕ່ລະອາທິດ, ສະມາຊິກແຕ່ລະຄົນໃນກອງ ກໍໄດ້ສະຫງວນເວລາແຕ່ 2 ຫາ 3 ຊົ່ວໂມງໃນຕອນຄ່ຳເພື່ອພ້ອມກັນທົບທວນຄືນບົດດົນຕີຄ້ອງ ເພື່ອຈະສະແດງໃຫ້ເປັນຢ່າງດີ. ນ້ອງ ອີລີອັງ ນີເອກະດຳ ຜູ້ອາຍຸຕ່ຳກວ່າໝູ່ໃນກອງດົນຕີເວົ້າວ່າ :
“ ກ່ອນທີ່ຈະເຂົ້າຮຽນຕີຄ້ອງ, ລູກກໍໄດ້ຮຽນເສບພິນ, ດັ່ງນັ້ນ ລູກສາມາດຟັງໄດ້ຈັ່ງຫວະຂອງສຽງຄ້ອງ. ທຳອິດ ລູກບໍ່ໄດ້ຮັບເລືອກເຂົ້າກອງດົນຕີ, ແຕ່ພາຍຫຼັງມາ ຍ້ອນຄວາມນິຍົມຄ້ອງ, ແມ່ຂອງລູກໄດ້ໄປຂໍນຳອ້າຍຄູໃຫ້ລູກເຂົ້າຮຽນ. ນັບແຕ່ກາຍເປັນສະມາຊິກໃນກອງ, ລູກສາມາດຕີຄ້ອງໄດ້ທຸກອັນໃນຊຸດຄ້ອງແລ້ວ ”
ນັກສິລະປະການ ອີຮິວ ນີເອກະດຳ ຜູ້ສອນຕີຄ້ອງໃຫ້ແກ່ບັນດາສະມາຊິກໜຸ່ມໃນກອງສິລະປະຄ້ອງໝູ່ບ້ານ ມດຸກ ເວົ້າຄວາມໃນໃຈສູ່ຟັງວ່າ : ທ່ານຮູ້ສຶກດີໃຈທີ່ສຸດເພາະບັນດາລູກສິດຂອງຕົນນັບມື້ນັບເຕີບໃຫຍ່ ແລະ ມີຄວາມຊົມຊອບກັບປະເພດ ສິລະປະເຄື່ອງດົນຕີຄ້ອງຂອງເຜົ່າຕົນ. ສຳລັບທ່ານແລ້ວ, ສຽງຄ້ອງປຽບເໝືອນວິນຍານຂອງຊົນເຜົ່າເອເດ, ດັ່ງນັ້ນ ທ່ານຈຶ່ງຖະຫນຸຖະໜອມ ແລະ ຊົມຊອບຕໍ່ເຄື່ອງດົນຕີພື້ນເມືອງປະເພດນີ້, ພ້ອມທັງຫວັງຢາກຖ່າຍທອດໃຫ້ຄົນລຸ່ນຫຼັງສືບທອດ.
ໄລຍະກວ່າ 10 ປີຜ່ານມາ, ໄດ້ມີກອງ ສິລະປະຄ້ອງໄວໜຸ່ມເອເດນັບສີບກອງຢູ່ໝູ່ບ້ານຕ່າງໆໄດ້ຮັບການຖ່າຍທອດຈາກ ນັກສິລະປະການ ອີຮິວ ນີເອກະດຳ ແລະ ໄດ້ຮັບບັນດາຜົນງານສູງໃນງານປະກວດສຽງຄ້ອງຄັ້ງຕ່າງໆນັບແຕ່ປີ 2004 ມານີ້. ນັກສິລະປະການ ອີຮິວ ນີເອກະດຳ ເວົ້າວ່າ :
“ ໃນເບື້ອງຕົ້ນ, ໄວໜຸ່ມຫຼາຍຄົນເຫັນວ່າ ນີ້ກໍແມ່ນຄວາມງາມທາງດ້ານວັດທະນະທຳສະເພາະຂອງເຜົ່າຕົນ. ພິເສດໃນປີນີ້, ມີຊາວບ້ານຫຼາຍຄົນໄດ້ມາຈົດຊື່ຂໍໃຫ້ລູກຫຼານຂອງຕົນເຂົ້າຮຽນຕີຄ້ອງ. ດັ່ງນັ້ນ ເຮົາຈຶ່ງສາມາດຮັກສາໄດ້ນັກຮຽນຈຳນວນຫຼາຍຄືໃນປະຈຸບັນ ”
ຢູ່ໝູ່ບ້ານ ມດຸກ ໃນປະຈຸບັນ, ຄວາມເມົາມົວກັບສິລະປະເຄື່ອງດົນຕີຄ້ອງໄດ້ແຜ່ລາມອອກສູ່ຫຼາຍລຸ່ນຄົນ. ອ້າຍ ອີນິງ ເອບານ ມີລູກຊາຍເຂົ້າຮ່ວມໃນກອງສິລະປະຄ້ອງຂອງໝູ່ບ້ານ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າເປັນຜູ້ເປັນພໍ່ເປັນແມ່, ດັ່ງນັ້ນ ພວກຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າມີ ອ້າຍຄູ ຄື ອ້າຍອີຮິວ ນີເອກະດຳ ໄດ້ຮັບ ແລະ ບອກສອນພວກຫຼານຢ່າງສຸດອົກສຸດໃຈໃນການຕີຄ້ອງ ກໍຄືໃນງານພົບປະແລກປ່ຽນວັດທະນະທຳ ”.
ຈາກຄວາມຊົມຊອບ ແລະ ຮ່ຳຮຽນຢ່າງເຂັ້ມງວດ, ບັນດາສະມາຊິກໄວໜຸ່ມໃນກອງສິລະປະຄ້ອງໝູ່ບ້ານ ມດຸກ ພວມສືບຕໍ່ຮັບເອົາບັນດາຄຸນຄ່າອັນເປັນມູນເຊື້ອຂອງປູ່ຍ່າຕາຍາຍ ຜ່ານບົດດົນຕີຄ້ອງທີ່ພວກນ້ອງໄດ້ຮຽນ. ພວກນ້ອງຈະເປັນລຸ່ນຄົນສືບທອດເພື່ອໃຫ້ສຽງຄ້ອງຂອງຊາວເຜົ່າເອເດສືບຕໍ່ດັງກ້ອງກັງວານໄປທົ່ວເຂດໄຕງວຽນ.