ສຽງລະຄັງໃນວັດ ໄດ້ກາຍເປັນຈຸດວັດທະນະທຳ
ໃນແນວຄິດຈິດໃຈຂອງຊາວຫວຽດນາມແຕ່ລະຄົນ.
(ພາບ: vanhoadoisong.com)
|
ບໍ່ຮູ້ວ່າ ນັບແຕ່ໃດໆມາ, ຮູບພາບວັດວາອາຮາມ ແລະ ສຽງລະຄັງໃນວັດໄດ້ກາຍເປັນສິ່ງລຶ້ງເຄີຍກັບຊາວຫວຽດນາມແຕ່ລະຄົນ. ໃນຍາມເຊົ້າ ແລະ ຍາມຕອນແລງໃນແຕ່ລະວັນ, ສຽງລະຄັງໃນວັດ ໄດ້ດັງກ້ອງກັງວານໄປທົ່ວເຂດ, ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກມີຄວາມສະຫງົບສຸກ ແລະ ສະຫວາດສະເຫວີຍ. ສຳລັບຊາວຫວຽດນາມຫຼາຍຄົນແລ້ວ, ສຽງລະຄັງໃນວັດ ບໍ່ພຽງແຕ່ເຮັດໃຫ້ຄົນເຮົາຄິດເຖິງບັນດາອະນຸສອນທີ່ໜ້າຈົດຈຳເທົ່ານັ້ນ, ຫາກຍັງແມ່ນຈຸດວັດທະ ນະທຳໃນແນວຄິດຈິດໃຈຂອງແຕ່ລະຄົນອີກດ້ວຍ.
ໃນທຸກວັນນີ້, ຖ້າຫາກມີໂອກາດໄປແຫ່ງຕ່າງໆໃນທົ່ວປະເທດຫວຽດນາມນັ້ນ, ກໍລ້ວນແຕ່ໄດ້ພົບເຫັນບັນດາວັດວາອາຮາມທີ່ເກົ່າແກ່ໄປຕາມການເວລາ, ໃນນັ້ນ ມີບັນດາວັດເກົ່າແກ່ທີ່ມີມານັບຮ້ອຍປີ. ພ້ອມກັບດ້ານສະຖາປັດຕະຍະກຳ, ວັດຍາມໃດກໍຕິດພັນກັບສຽງລະຄັງທີ່ສັກສິດ. ຮູບພາບວັດກັບ ສຽງລະຄັງ ແມ່ນພະຍານຫຼັກຖານທີ່ຢັ້ງຢືນວ່າ ສາສະໜາພຸດໄດ້ເຂົ້າມາຫວຽດນາມແຕ່ດົນນານມາແລ້ວ ແລະ ໄດ້ກາຍເປັນຈຸດວັດທະນະທຳຈິດວິນຍານທີ່ຕິດພັນກັບຊາວຫວຽດນາມ. ຕາມທິດສະດີຂອງ ສາສະໜາພຸດ, ລະຄັງໃນວັດ ຍັງຖືກເອີ້ນວ່າ ບາດຍ້າ ໝາຍຄວາມວ່າ ພູມປັນຍາ, ເພາະ ເມື່ອ ສຽງລະຄັງດັງຂຶ້ນນັ້ນ, ສ່ວນໃດສ່ວນໜຶ່ງໄດ້ປຸກຕື່ນສະຕິມະນຸດ. ໂດຍທົ່ວໄປແລ້ວ, ລະຄັງເຄີຍຖືກລັ່ນ 3 ຄາວ, ແຕ່ລະຄາວມີ 108 ບາດ. ຕາມຄວາມສຳນຶກຂອງ ສາສະໜາພຸດແລ້ວ, ເມື່ອລັ່ນລະຄັງ, ສຽງລະຄັງອາດຈະຖືກສົ່ງໄປທົ່ວທຸກບ່ອນ, ນັບທັງລົງຮອດຂຸມນາຮົກ, ຊ່ວຍໃຫ້ພວກເຂົາຫຼຸດພົ້ນອອກຈາກຄວາມທຸກທໍລະມານ, ສຽງລະຄັງຍັງຊ່ວຍໃຫ້ມະນຸດມີຄວາມຢູ່ເຢັນເປັນສຸກ. ສຳລັບຊາວຫວຽດນາມແລ້ວ, ຄວາມສຳນຶກກ່ຽວກັບຊີວິດຂອງໂລກມະນຸດຂອງ ສາສະໜາພຸດແມ່ນທັງສາມາດເຂົ້າໃຈງ່າຍ, ທັງເລິກເຊິ່ງ ແລະ ໃກ້ຊິດສະໜິດສະໜົມ. ສຽງລະຄັງ ກໍຍັງເປັນສານປຸກຕື່ນມະນຸດກັບຄືນສູ່ຄວາມສຸດຈະລິດທີ່ມີຢູ່ແລ້ວໃນຈິດໃຈຂອງແຕ່ລະຄົນ, ຊຳລະສິ່ງທີ່ເປື້ອນເປີ້, ບໍ່ຈົບບໍ່ງາມໃນໂລກມະນຸດ, ທັງເຮັດໃຫ້ຄົນເຮົາເພີ່ມຄວາມສະຫວາດສະເຫວີຍ.
ໃນການດຳລົງຊີວິດທຸກວັນນີ້, ສຽງລະຄັງໃນວັດປຽບເໝືອນສາຍຊີວິດຈາກ ອະດີດຕະການທີ່ມີວິນຍານສັກສິດຂອງປະເທດຊາດ. ເພາະສະນັ້ນ, ໃນຄວາມສຳນຶກຂອງຊາວຫວຽດນາມແລ້ວ, ການປຸກສ້າງວັດ, ຫຼໍ່ລະຄັງ ແລະລັ່ນລະຄັງ ແມ່ນມີຄວາມໝາຍສຳຄັນທີ່ສຸດ. ການຫຼໍ່ລະຄັງ ແມ່ນຕ້ອງໄດ້ຮັບການປະຕິບັດດ້ວຍພວກນາຍຊ່າງທີ່ຊຳນານງານ , ມີຄວາມສັດທາ ແລະ ຄຸນສົມບັດ. ບໍ່ພຽງແຕ່ນຳເອົາທອງມາຫຼໍ່ແມ່ນແລ້ວວຽກເທົ່ານັ້ນ, ກ່ອນທີ່ຈະຫຼໍ່ລະຄັງ, ກໍຕ້ອງດຳເນີນພິທີຕ່າງໆທີ່ເຄັ່ງຂຶມ. ແລະ ມີວຽກງານໜຶ່ງທີ່ຂາດບໍ່ໄດ້ນັ້ນ ແມ່ນການຮັບເອົາຄຳ ຂອງປະຊາຊົນທີ່ປະກອບສ່ວນດ້ວຍຄວາມສັດທາໃຫ້ແກ່ວັດເພື່ອຫຼໍ່ລະຄັງ. ທາງດ້ານເຕັກນິກຫຼໍ່ທອງທີ່ເຄີຍເຮັດມາແລ້ວນັ້ນ, ເລື່ອງເອົາຄຳປົນກັບທອງຕາມອັດຕາສ່ວນໃດໜຶ່ງເພື່ອຫຼໍ່ທອງ, ກໍຈະເຮັດໃຫ້ສຽງລະຄັງດັງກ້ອງກັງວານໄປໄກກ່ວາ. ຄຳແມ່ນໂລຫະປະເສີດ, ເພາະສະນັ້ນຈຶ່ງມີຫຼາຍຄົນຢາກແຜ່ບໍລິຈາກ, ປະກອບສ່ວນເພື່ອ ຫຼໍ່ລະຄັງແນໃສ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ພະພຸດທະເຈົ້າ, ພ້ອມທັງຖືວ່າ ນີ້ແມ່ນຄວາມເປັນກຽດໃຫ້ແກ່ຄອບຄົວ ແລະ ວົງຕະກູນຂອງຕົນ. ນາງວູ້ທິມິນ ຜູ້ໄດ້ແຜ່ບໍລິຈາກຄຳເພື່ອ ຫຼໍ່ລະຄັງຢູ່ຮ່າໂນ້ຍ ເວົ້າວ່າ :
“ ມື້ນີ້, ຂ້າພະເຈົ້າໄດ້ຖະຫວາຍຄຳເພ່ືອປະກອບສ່ວນໃນພິທີຫຼໍ່ລະຄັງ. ຂ້າພະເຈົ້າຖະຫວາຍຄຳ ເພ່ືອປະກອບສ່ວນໃນການຫຼໍ່ລະຄັງດ້ວຍການຝາກຄວາມຫວັງໃນສຽງລະຄັງໃນວັດ, ຊ່ວຍໃຫ້ຄອບຄົວມີຄວາມໂຊກດີ ”
ພາຍຫຼັງການຫຼໍ່ລະຄັງສຳເລັດ, ລະຄັງຈະຖືກແຂວນຂຶ້ນ ແລະ ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຮອດຍາມບຸນປີໃໝ່ປະຈຳຊາດ ຫຼືວັນບຸນຕ່າງໆ, ໃນຕອນເຊົ້າຫຼືຕອນແລງຂອງແຕ່ລະວັນ, ສຽງລະຄັງໄດ້ຄ່ອຍດັ່ງກ້ອງກັງວານຂຶ້ນ, ປະສານເຂົ້າກັບການດຳລົງຊີວິດຂອງມະນຸດ. ທ່ານສາດສະດາຈານ, ດຣ ຝ້າມມິນຄາງ ນັກຄົ້ນຄ້ວາວັດທະນະທຳພື້ນເມືອງຖືວ່າ :
“ ລະຄັງບໍ່ພຽງແຕ່ແມ່ນເຄື່ອງຕີສັນຍານ, ບົ່ງບອກເຖິງເວລາເທົ່ານັ້ນ, ຫາກສຽງລະຄັງໃນວັດແມ່ນສຽງຂອງເຂດແດນທີ່ສັກສິດໂດຍຟ້າດິນສ້າງຂຶ້ນ. ເມື່ອສຽງລະຄັງດັ່ງກ້ອງກັງວານຂຶ້ນນັ້ນ, ໄດ້ເຮັດໃຫ້ຄົນເຮົາຮູ້ສຶກວ່າມີສິ່ງໃດໜຶ່ງທີ່ສັກສິດ, ໃນນັ້ນ ໄດ້ຝາກຄວາມຫວັງຂອງມະນຸດ ເພື່ອມຸ່ງໄປສູ່ສິ່ງທີ່ສູງສົ່ງໃນການດຳລົງຊີວິດ. ນອກຈາກຄວາມໝາຍໃນຊີວິດປະຈຳວັນນັ້ນ, ມັນຍັງມີຄວາມໝາຍທາງດ້ານຈິດວິນຍານ, ຝາກຄວາມເຊື່ອໝັ້ນຕໍ່ເທວະດາຟ້າແຖນເພື່ອໃນການດຳລົງຊີວິດຂອງຕົນ ຫຼີກລ້ຽງຈາກສິ່ງທີ່ບໍ່ດີ ບໍ່ຈົບບໍ່ງາມ ”
ຢູ່ຫວຽດນາມ, ວັດວາອາຮາມ ແລະ ສຽງລະຄັງ ຍາມໃດກໍຕິດພັນກັບບັນດາໝູ່ບ້ານເຂດບ້ານນາ, ມີຄວາມຜູກພັນກັບຊາວກະສີກອນຜູ້ຂ້ອງຄາກັບວຽກໄຮ່ການນາ. ມື້ໃດກໍເຊັ່ນດຽວກັນ, ຮອດຍາມຮຸ່ງເຊົ້າ, ສຽງລະຄັງໄດ້ຄ່ອຍດັ່ງຂຶ້ນ ປຸກຊາວບ້ານຕື່ນນອນເພື່ອໄປການ. ຮອດຍາມຕອນແລງ, ສຽງລະຄັງຄືດັ່ງຕີສັນຍານຮອດເວລາສິ້ນສຸດມື້ເຮັດວຽກ. ຜ່ານຫຼາຍສະຕະວັດທີ່ຜ່ານມາ, ສາດສະໜາພຸດຕິດພັນກັບຮູບພາບວັດວາອາຮາມ. ສຽງລະຄັງທີ່ດັ່ງກ້ອງກັງວານໃນຍາມເຊົ້າຫຼືຍາມແລງ ໄດ້ກາຍເປັນສ່ວນໜຶ່ງໃນຊີວິດສັງຄົມ, ສ້າງຄວາມໝາຍທາງດ້ານວັດທະນະທຳມະນຸດທີ່ເລິກເຊິ່ງໃນຈິດວິນຍານຂອງຊາວຫວຽດນາມແຕ່ລະຄົນ.