ງານມະໂຫລານສະແດງສິລະປະຂັບແທນ-ພິນຕິ້ງຄັ້ງທີ່ 4

ງານມະໂຫລານສະແດງສິລະປະຂັບແທນ-ພິນຕິ້ງຄັ້ງທີ່ 4  - ảnh 1
ລາຍການ​ສະ​ແດງ​ຂັບ​ແທນ​ທີ່​ພິທີ​ອັດງານ​ມະ​ໂຫລານ​ສະ​ແດງ
​ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ຄັ້ງ​ທີ່ 4 ປີ 2012 ຢູ່​ແຂວງ​ຫຼ້າງ​ເຊີນ
(ພາບ: vanhoathethao.vn)


ງານ​ມະ​ໂຫລານ​ສະ​ແດງ​ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ຄັ້ງ​ທີ່ 4 ປີ 2012 ຊຶ່ງຫາກໍຖືກ ດຳເນີນຢູ່​ແຂວງ​ຫຼ້າງ​ເຊີນ, ​ໄດ້​ເຕົ້າ​ໂຮມ​ສິລະ​ປະ​ຄົບ​ທຸກ​ປະ​ເພດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຜົ່າ​ໄຕ, ນຸ່ງ ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ທາງ​ທິດ​ເໜືອ​ຂອງ​ຫວຽດນາມ​ຄື ຮ່າ​ຢາງ, ກາວ​ບັງ, ຫຼ້າງ​ເຊີນ, ຕວຽນ​ກວາງ..... ງານ​ມະ​ໂຫລານ​ກໍ​ແມ່ນ​ໂອກາດ​ເພື່ອ​ແນ​ະນຳ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂັບ​ແທນ, ພິນຕິ້ງຂອງ​ພໍ່​ແມ່​ປະຊາຊົນ​ ​ເຜົ່າ​ໄຕ, ນຸ່ງ, ​ໄຕ ດ້ວຍ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ພິທີ​ບູຊາ, ຊຸດ​ພິນ​ຕິ້ງ​ພື້ນ​ເມືອງ, ບັນດາ​ຮູບ​ແບບ​ເຮືອນຮ້ານ​ຂອງ​ພໍ່​ແມ່​ປະຊາຊົນ​ເຜົ່າ​ໄຕ, ຊຸດ​ປຶ້ມ​ອ່ານ​ດ້ວຍ​ຕົວ​ໜັງສື​ຫວຽດ​ເດີມ. ງານ​ມະ​ໂມລາ​ນ​ແມ່ນ​ພາ​ບພົດ​ທີ່​ຫຍໍ້ເຂົ້າຂອງ​ສາງ​ມໍລະດົ​ກວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ເພື່ອ​ແນະນຳ​ໃຫ້​ແກ່ມ​ວນຊົນ.

    ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ແມ່ນ​ປະ​ເພດ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະຢູ່​ເຂດ​ພູ​ສູງ​ທາງ​ທິດ​ເໜືອ​ຂອງ​ຫວຽດນາມ. ຜ່ານ​ການ​ເວລາ, ຂັບ​ແທນ​ໄດ້​ກາຍ​ເປັນ​​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນຊີວິດ​ວັດທະ ນະທຳ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ແຫ່ງ​ນິ້ີ້. ຕາມ​ຄວາມ​ສຳນຶກ​ພື້ນ​ເມືອງ​ແລ້ວ, ​ແທນ ໝາຍ​ເຖິງ​“ສະຫວັນ”, ຊຶ່ງໄດ້​ຮັບ​ຖື​ວ່າ​ແມ່ນ​ທຳນອງ​ເພງ​ຂອງ​ເທວະ​ດາ​ບົນ​ສະຫວັນ​ຖ່າຍ​ທອດ​ໃຫ້. ຍ້ອນ​ເຫດ​ນີ້​ເອງ, ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ໄຕ​ບູຮານ, ຂັບ​ແທນ​ເຄີຍ​ຖືກ​ສະ​ແດງ​ໃນ​ບັນດາ​ເຫດການ​ທີ່​ສຳຄັນ​ຍິ່ງ ຫຼື​ໃນ​ພິທີ​​ສູ່ຂວັນ, ພິທີພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ, ຜາ​ສຸກ. ພໍ່​ແມ່​ປະຊາຊົນ​​ເຜົ່າ​ໄຕ​ມີ​ຄວາມ​ສຳນຶກ​ວ່າ ບັນດາ​ທຳນອງ​ຂັບ​ແທນ​ໄດ້​ຊ່ວຍ​ສົ່ງ​ຄຳ​ໄຫວ້​ວອນ​ຂຶ້ນ​ເຖິງ​ເທວະ​ດາ. ​ໂດຍ​ແມ່ນ​ປະ​ເພດສິລະ​ປະ​ຂັບ​ແທນ-ພິນ​ຕິ້ງອັນ​ດຽວ​ກັນ, ​ແຕ່​ຢູ່​ແຕ່ລະ​ທ້ອງ​ຖິ່ນ​ພັດ​ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໃຜ​ຂອງ​ລາວ ​ແລະ ພຽງ​ແຕ່​ຊາວ​ທ້ອງ​ຖິ່ນ​ຢູ່​ເຂດ​ນັ້ນ ຈຶ່ງ​ສາມາດ​ສະ​ແດງ​ໄດ້. ທ່ານ Hoang Duc Hau ຫົວໜ້າ​ກົມ​ວັດທະນະທຳ​ຊົນ​ເຜົ່າ​ໃຫ້​ຮູ້​ວ່າ :

   “ ​ໃນ​ສິລະ​ປະ​ຂັບ​ແທນ ຍັງມີ​ຟ້ອນພ້ອມ​ດ້ວຍ. ສຳລັບ​ດ້ານ​ດົນຕີ​ນັ້ນ, ບໍ່​ພຽງ​ແຕ່​ມີ​ສຽງ​ພິນ​ຕິ້ງ​ເທົ່າ​ນັ້ນ, ຫາກ​ຍັງ​ມີສຽງ​ຂອງ​ກະດິງ, ຊ້ຳ​ບໍ​ໜຳ​ກໍ​ຍັງ​ມີ​ສຽງ​ວີ​ອີກ​ດ້ວຍ. ສິລະ​ປະ​ຂັບ​ແທນ​ແມ່ນ​ມີ​ມາ​ແຕ່​ດົນ​ນານ ​ແລະ ມັນ​​ໄດ້​ຕິດ​ພັນ​ກັບ​ຊີວິດຈິດ​ວິນ​ຍານຂອງ​ພໍ່​ແມ່​ປະຊາຊົນ. ​ເມື່ອລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ຊາວ​ທ້ອງ​ຖິ່ນ​ກໍ​ໄດ້​ຈັດ​ພິທີ​ບູຊາ, ສະ​ແດງສິລະ​ປະ​ຂັບ​ແທນ​ເພື່ອຊົມ​ເຊີຍ. ຍາມຕົ້ນ​ປີ​ໃໝ່, ​ເຂົາ​ເຈົ້າ​ກໍ​ທຳ​ພິທີ​ບູຊາ, ສະ​ແດງ​ຂັບ​ແທນ​ເພື່ອ​ພາວະນາ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ, ມີ​ອາຍຸ​ຍືນ​ຍາວ. ທາງ​ດ້ານ​ເນື້ອ​ໃນ​ແມ່ນ​ອຸດົມສົມບູນ, ມີ​ຫຼາຍ​ປັດ​ໄຈ​ທີ່​ຕັ້ງໜ້າ, ສ່ວນ​ທາງ​ດ້ານ​ຮູບ​ການສະ​ແດງ​ກໍ​ມີ​ຫຼາຍ​ຮູບ​ຫຼາຍ​ສີ ”  

   ງານ​ມະ​ໂຫລານ​ສະ​ແດງ​ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ຄັ້ງ​ທີ່ 4 ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນຫຼາຍ​ຄົນທີ່​ມາ​ຈາກ 10 ​ແຂວງ ນະຄອນ​ທາງ​ພາກ​ເໜືອ​ຫວຽດນາມ. ນີ້​ແມ່ນ​ໂອກາດ​ເພື່ອ​ເຊ​ີດຊູ, ອະນຸລັກ​ຮັກສາ, ພັດທະນາ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຊຶ່ງ​ໄດ້​ຕິດ​ພັນ​ກັບ​ການ​ດຳ​ລົງຊີວິດ ຂອງປະຊາຊົນ​​ເຜົ່າ​ນຸ່ງ, ​ໄຕ, ​ໄທ ນັບ​ແຕ່​ໃດໆ​ມາ, ປະກອບສ່ວນ​ຮັບ​ໃຊ້​ຊີວິດ​ວັດທະນະທຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຂດ​ທີ່​ມີສິລະ​ປະ​ຂັບ​ແທນ -ພິນ​ຕິ້ງ​, ພ້ອມ​ກັນ​ນັ້ນ, ກໍ​ເຮັດ​ໃຫ້​ຊີວິດ​ສັງຄົມ​ເພີ່ມ​ຄວາມ​ອຸດົມສົມບູນ, ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ວັດທະນະທ​ຳທີ່​ສົດ​ໃສ, ​ກ້າວໜ້າ. ຜ່ານ​ງານ​ມະ​ໂຫລານ​ຄັ້ງ​ນີ້, ກໍ​ເພື​ອ່​ແນ​ໃສ່​ກະກຽ​ມກ້າວ​ໄປ​ເຖິງ​ການ​ສ້າງ​ສຳ​ເນົາ​ເອກະສານ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ອົງການ UNESCO ຮັບ​ຮອງ ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ທີ່​ພິທີ​ໄຂ​ງານ​ມະ​ໂຫລານ, ທ່ານ Vi Van Thanh ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງຫຼ້າງ​​ເຊີນ​ໃຫ້​ຮູ້​ວ່າ:  

    “ງານ​ມະ​ໂຫລານ​ສະ​ແດງ​ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນ 300 ກ່ວາ​ຄົນທີ່​ມາ​ຈາກ 10 ​ແຂວງ ນະຄອນ. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​​ໄຫວ​ເພື​ອ່ອະນຸ​ລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ ວັດທະນະທຳຂອງ​ບັນດາ​ເຜົ່າ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນ​ໄດ້​ພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ ​ແລະ ​ແນະນຳ ສິລະ​ປະ​ຂັບ​ແທນ​ໃຫ້​ແກ່​ແຂກ​ຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ”

     ​ທີ່​ງານ​ມະ​ໂຫລານ, ບັນດາ​ນັກ​ສິລະ​ປິນຂອງ​ຄະນະ​ສິລະ​ປະກອນ​ແຂວງ​ຫຼ້າງ​ເຊີນ ​ໄດ້​ເລົ່າ​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດຂອງ​ສິລະ​ປະຂັບ​ແທນຜ່ານ​ສຽງ​ຈັງຫວະ​ທີ່​ອ່ອນ​ຊອນ​ຂອງ​ສຽງ​ແທນ ​ແລະ ພິນ​ຕິ້ງ. ຕໍ່​ຈາກ​ນັ້ນ, ປະຊາຊົນ​ແຂວງຫຼ້າງ​ເຊີນ ກໍ​ຄື​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​​ໄດ້​ມີ​ໂອກາດ​ຊອກ​ຮູ້​ກ່ຽວ​ກັບ​ຄວາມ​ຄ້າຍຄື​ກັນ ​ແລະ ​ແຕກ​ຕ່າງ​ກັນ​ຂອງ​ທຳ​ນອງ​ຂັບ​ແທນ​ລະຫວ່າງ​ບັນດາ​ເຜົ່າ​ໃນ​ລາຍການ​ສະ​ແດງ “ ​ເຕົ້າ​ໂຮມ​ກັນ​ຈາກ​ສາລະ​ທິດ ”

    ປະຈຸ​ບັນ, ສິລະ​ປະ​ຂັບ​ແທນພວມ​ຄົງ​ຕົວ​ດ້ວຍ 2ປະ​ເພດ​ຕົ້ນຕໍ​ຄືຂັບ​ແທນ​ບູຮາ​ນ ​ແລະ ຂັບ​ແທນ​ທັນ​ສະ​ໄໝ. ສິ່ງ​ທີ່​ສຳຄັນ​ແມ່ນ​ຕ້ອງ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ ສິລະ​ປະການສະ​ແດງ​ຂັບ​ແທນ. ສຳລັບ​ການ​ປ່ຽນ​ແປງ​ໃໝ່ ​ແລະ ປັບປຸງ​ເປັນ​ຂັບ​ແທນ​ທັນ​ສະ​ໄໝນັ້ນ, ໝາຍ​ຄວາມ​ວ່າ​ ບໍ່​ແມ່ນ​ການ​ປັດ​ເຂ່ຍ​ປັດ​ໄຈ​ພິທີກຳ ຍ້ອນ​ປັດ​ໄຈ​ນີ້​ເອງ​ໄດ້​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ຜູກ​ພັນ ​ແລະ ​ເມົາ​ມົວ​ກັບ ​ສິລະ​ປະ​ປະ​ເພດນີ້. ງານ​ມະ​ໂຫລານ​ສະ​ແດງ​ສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ຄັ້ງ​ທີ່ 4 ​ຖືກຈັ​ດຂຶ້ນ​ຢູ່​ແຂວງ​ຫຼ້າງ​ເຊີນ​ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ກ້າວ​ໄປ​ເຖິງ​ການ​ສ້າງ​ສຳ​ເນົາ​ເອກະສານ​​ໃຫ້​ສົມ​ບູນ​ແບບເພື່ອ​ຍືນ​ສະ​ເໜີ​ຕໍ່​ອົງການ UNESCO ຮັບ​ຮອງສິລະ​ປະ​ຂັບ​ແທນ-ພິນ​ຕິ້ງ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ