ສາລາຂອງໝູ່ບ້ານ ຈວງ ໃນ ແຂວງຮ່າໄຕເກົ່າ
(ພາບ:http://soi.com.vn)
|
ນັບແຕ່ໃດໆມາ, ໃນຊີວິດປະຈຳວັນ, ຈິດວິນຍານຂອງຊາວຫວຽດນາມ, ສາລາຂອງໝູ່ບ້ານແມ່ນສູນຮັກສາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ ເປັນມູນເຊື້ອ, ຮິດຄອງປະເພນີ ແລະ ການເຫຼື້ອມໃສຂອງໝູ່ບ້ານຕ່າງໆ. ສາລາຂອງໝູ່ບ້ານແມ່ບ່ອນເຕົ້າໂຮມຄວາມສາມັກຄີຂອງທຸກພາກສ່ວນໃນວົງຄະນະຍາດ, ແມ່ນລະບອບວັດທະນະທຳແບບຍືນຍົງ. ງານວາງສະແດງ “ ສົນທະນາກ່ຽວກັບ ສາລາຂອງໝູ່ບ້ານ ” ທີ່ຫາກໍຖືກຈັດຂຶ້ນຢູ່ຮ່າໂນ້ຍ ແມ່ນສະແດງໃຫ້ເຫັນທັດສະນະ, ວິທີສັງເກດ, ວິຖີນຶກຄິດຂອງນັກສິລະປີນ, ແນໃສ່ລື້ມຄືນບັນດາຄຸນຄ່າຂອງ ສາລາໝູ່ບ້ານໃນການດຳລົງຊີວິດ, ກໍ່ຜົນສະທ້ອນຢ່າງຕັ້ງໜ້າເຖິງວົງຄະນະຍາດ.
ງານວາງສະແດງສະແດງໃຫ້ເຫັນຢ່່າງຈະແຈ້ງກ່ຽວກັບການຄົ້ນຫາ, ປະດິດຄິດສ້າງ ທັງທາງດ້ານແນວຄວາມຄິດ ແລະ ພາສາຂອງບັນດາປະເພດສິລະປະຍຸກປະຈຸບັນຄື ການຈັດວາງ, ວິດີໂອ, ການສຽງ, ຮູບຖ່າຍທີ່ງານວາງສະແດງໄດ້ລື້ມຄືນບັນດາຄຸນຄ່າດ້ານວັດທະນະທຳຂອງ ສາລາໝູ່ບ້ານໃນຊິວິດສັງຄົມ. ງານວາງສະແດງ “ ສົນທະນາກ່ຽວກັບ ສາລາຂອງໝູ່ບ້ານ ” ແມ່ນງານວາງສະແດງທີ່ແນໃສ່ເສີມຂະຫຍາຍຈິດໃຈອະນຸລັກຮັກສາ ແລະ ໂຄສະນາກ່ຽວກັບສາລາຂອງໝູ່ບ້ານ, ພ້ອມກັນນັ້ນ, ຜ່ານນີ້ເພື່ອໃຫ້ຊາວຫວຽດນາມແຕ່ລະຄົນສາມາດຮັບຮູ້ເຂົ້າໃຈກ່ຽວກັບ ສາລາຂອງໝູ່ບ້ານແມ່ນແຫ່ງເພື່ອສະແດງຊີວິດດ້ານຈິດວິນຍານ ຊຶ່ງແມ່ນຈຸດວັດທະນະທຳທີ່ສຳຄັນໃນການດຳລົງຊີວິດຂອງຊາວຫວຽດນາມ. ຈິດຕະກອນ ດັ້ງທິເຄວຖືວ່າ :
“ສາລາຂອງໝູ່ບ້ານແມ່ນແຕກຕ່າງກັບມໍລະດົກອື່ນໆ, ມັນແມ່ນມໍລະດົກທີ່ມີຊີວິດ. ໝາຍຄວາມວ່າມັນຄົງຕົວກັບມະນຸດໃນທຸກຍຸກສະໄໝ. ຄົນສະໄໝເກົ່າແມ່ນມີຄວາມເກັ່ງກ້າສາມາດ ເມື່ອຜະລິດອອກກິດຈະກຳເພື່ອຕອບສະໜອງການນຳໃຊ້ຂອງມະນຸດໃນທຸກສະໄໝ. ຂ້າພະເຈົ້າກໍມີຄວາມສົນໃຈຮ່ວມຄືບັນດານັກສິລະປີນຄົນອື່ນໆ, ເຫດຜົນທີ່ງ່າຍດາຍແມ່ນສະພາບຕົວຈິງ, ວິທີປະພຶດຂອງມະນຸດກັບມໍລະດົກແມ່ນເປັນໜ້າເປັນຫ່ວງທີ່ສຸດ. ເພາະມໍລະດົກແມ່ນຊັບສົມບັດເພື່ອປະໃຫ້ຄົນຍຸກປະຈຸບັນສືບທອດ”
ເມື່ອກ້າວເຂົ້າບາດທຳອິດໃນຮ້ານວາງສະແດງ ແມ່ນສີເຫຼືອງອາຮາມຂອງເຂົ້າເປືອກທີ່ພວມຕາກແດດຢູ່ເດີນສາລາໃນໝູ່ບ້ານ ພ້ອມກັບຮູບພາບເດັກນ້ອຍປ່ອຍວາວ. ໃນລາຍການຈັດວາງ “ ເລື່ອງຂອງສາລາ” ຈິດຕະກອນ ວູ້ດິງຕວ້ນ ໄດ້ປະສານເຂົ້າກັບສຽງກັງວານຂອງບັນດາຄຳຜະຫຍາ, ຄຳກອນພື້ນເມືອງທີ່ ລຽບງາຍຊຶ່ງພິມໃສ່ແຖບຜ້າທີ່ອ່ອນນວນຢ່າງບໍ່ຂາດສາຍ. ສ່ວນຈິດຕະກອນ ຫງວຽນເທ້ເຊີນ ໄດ້ເລົ່າເລື່ອງກ່ຽວກັບສະພາບຕົວຈິງຂອງສາລາໃນໝູ່ບ້ານທີ່ ຮ່າໂນ້ຍຜ່ານຊຸດພາບຖ່າຍ “ ຂ້ອຍໄປຊອກຫາເຮືອນລວມ” . ທ້າວ ຫງວຽນວັນຫອກ ຜູ້ມາຊົມງານວາງສະແດງ ໃຫ້ຮູ້ວ່າ :
“ ສາລາທີ່ນະຄອນແມ່ນແຕກຕ່່າງກັບແຫ່ງອື່ນໆ. ຂ້າພະເຈົ້າມັກສາລາໃນໝູ່ບ້ານຕ້ອງສູງຂຶ້ນ, ມັນຕ້ອງແທດເໝາະກັບການດຳລົງຊີວິດຢູ່ເຂດຕົວເມືອງ. ບັນຫາຢູ່ນີ້ແມ່ນການປະພຶດກັບສາາໃນນະຄອນແມ່ນຄືແນວໃດ. ການຫັນປ່ຽນກໍເລື່ອງໜຶ່ງ, ແຕ່ສຳຄັນແມ່ນການປະພຶດຕາມແບບຫັນເປັນຕົວເມືອງ. ສ່ວນຢູ່ເຂດຊົນນະບົດ, ເລື່ອງນີ້ບໍ່ເຄີຍເກີດຂຶ້ນ, ເພາະດິນກ້ວາງ, ດັ່ງນັ້ນສາລາບໍ່ຕ້ອງກໍ່ສ້າງໃຫ້ສູງຂຶ້ນເຊັ່ນນັ້ນ.”
ໃນຜະລິດຕະພັນຈິດຕະກຳຈັດວາງທີ່ດີເດັ່ນທີ່ມີຊື່ວ່າ “ ແຍ້ກັນ” ຂອງຈິດຕະ ກອນ ຫງວຽນຫງອກເລີມນັ້ນ, ສິ່ງທີ່ປະທັບໃຈ, ນັ້ນແມ່ນລາວໄດ້ສາມາດສ້າງຮູບພາບຕົວເມືອງທີ່ຄັບແຄບດ້ວຍເຮືອນຫ້ອງແຖວຕິດຕໍ່ກັນ ແລະ ປິດລ້ອມເອົາ ສາລາ. ສ່ວນ ໃນຜະລິດຕະພັນຈິດຕະກຳຂອງ ຈິດຕະກອນ ດັ້ງທິເຄວ, ແມ່ນໄດ້ສ້າງໃຫ້ມີຮູບພາບທີ່ມີຊີວິດຊີວາ, ມີວິນຍານດ້ວຍຮູບພາບນັກຫົງໃຫຍ່ຄູ່ໜຶ່ງ ເຮັດດ້ວຍໄມ້, ຢູ່ໜ້າເດີນແມ່ນເຕັມໄປດ້ວຍໃບໄມ້ຫຼົ່ນ. ຈິດຕະກອນ ດັ້ງທິເຄວ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າ ຮັບຮູ້ວ່າສາລາໃນໝູ່ບ້ານແມ່ນຊ້ອນແຝງຫຼາຍຄຸນຄ່າ, ໃນນັ້ນ ມີຄຸນຄ່າສະຖາປັດຕະຍະກຳ, ວິຈິຕະກຳ ແລະ ພິເສດແມ່ນສະແດງໃຫ້ເຫັນຄວາມມີຫຼາຍປະໂຫຍດຂອງສາລາ. ຍິ່ງຊອກຮູ້ເລິກເຊິ່ງ, ຂ້າພະເຈົ້າຍິ່ງເຫັນໄດ້ເຖິງຄວາມລຶກລັບ ແລະ ອຸດົມສົມບູນ, ແລະ ເບິ່ງຄືວ່າຫຼາຍເສັ່ນຄົນພວກເຮົາກໍຍັງບໍ່ທັນສາມາດເຂົາໃຈໄດ້ໝົດກ່ຽວກັບຄຸນຄ່ານັ້ນ”
ສ່ວນຮູບເງົາວີດີໂອ “ສົນທະນາກ່ຽວກັບ ສາລາຂອງໝູ່ບ້ານ” ຂອງລິວຈີ້ຮ້ຽວ ໄດ້ມີຮູບພາບ “ ໄຂ່ 100 ໜ່ວຍ, ຊຶ່ງແມ່ນສັນຍາລັກໃຫ້ແກ່ກົກເຄົ້າຂອງຊາດ. ໄຂ່ແຕ່ລະໜ່ວຍກໍແມ່ນຊີວິດຂອງບຸກຄົນໜຶ່ງ, ແມ່ນເລື່ອງລາວໜຶ່ງ ແລະ ແມ່ນມໍລະດົກ ຊຶ່ງພວກເຮົາຕ້ອງຮັກສາ ແລະ ຖະໜຸຖະໜອມ.
ໂດຍນອນໃນໂຄງການ“ ຄົ້ນຄ້ວາ, ເກັບຮັກສາ, ໂຄສະນາ ແລະ ເສີມຂະຫຍາຍບັນດາຄຸນຄ່າພິເສດຂອງມໍລະດົກວັດທະນະທຳສາລາຂອງໝູ່ບ້ານເຂດທົ່ງພຽງພາກເໜືອຫວຽດນາມ” ໂດຍມະຫາວິທະຍາໄລວິຈິດຕະກຳຫວຽດນາມປະຕິບັດນັ້ນ, ງານວາງສະແດງ“ສົນທະນາກ່ຽວກັບ ສາລາຂອງໝູ່ບ້ານ” ແມ່ນຄວາມກະຕືລືລົ້ນຂອງບັນດານັກສິລະປີນຍຸກປະຈຸບັນ. ງານວາງສະແດງໄດ້ຕັ້ງຄຳຖາມທີ່ມີລັກສະນະວິຈານກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງມໍລະດົກ ສາລາໃນໝູ່ບ້ານ ກໍຄືສະພາບເສ່ືອມຄຸນນະພາບ, ຄວາມຈຳເປັນໃນການຮັກສາ, ເຊີດຊູບັນດາຈຸດຄວາມງາມຂອງມໍລະດົກ, ວັດທະນະທຳແຫ່ງຊາດ.