ງານວາງສະແດງພາບແຕ້ມກ່ຽວກັບດອກບົວຢູ່ຄຸ້ມຖະຫນົນເກົ່າຮ່າໂນ້ຍ


(vovworld)- ຄະ​ນະ​ຄຸ້ມ​ຄອງ​ຄຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ຫາ​ກໍ​ສົມ​ທົບ​ກັບ​ກຸ່ມ​ຈິດ​ຕະ​ກອນ​ສູນ UNESCO ວິ​ຈິດ​ສິນ ຮ່າ​ໂນ້ຍ ຈັດ​ຕັ້ງ​ງານ​ວາງ​ສະ​ແດງວິ​ຈິດ​ສິນ ດ້ວຍ​ຫົວ​ຂໍ້ “​ດອກບົວ” ຢູ່ ສູນ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄຸ້ມຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ. ຫົວ​ຂ​ໍ້ “ດອກບົວ” ມີ​ຄວາມ​ໝາຍ​ເຊີດ​ຊູ​ດອກ​ໄມ້​ຊະ​ນິດ​ຫນຶ່ງ​ທີ່ຕິດ​ພັນ​ກັບ​ຮູບ​ພາບ​ປະ​ທານ​ໂຮ່​ຈິ​ມີນ ແລະ ປະ​ເທດ​ຫວຽດ​ນາມ.

 

ງານວາງສະແດງພາບແຕ້ມກ່ຽວກັບດອກບົວຢູ່ຄຸ້ມຖະຫນົນເກົ່າຮ່າໂນ້ຍ - ảnh 1
ງານ​ວາງ​ສະ​ແດງ​ພາບ​ແຕ້ມດອກ​ບົວ
ພາບ:vannghequandoi

        ງານ​ວາງ​ສະ​ແດງ​ພາບ​ແຕ້ມ 42 ແຜ່ນ​ຂອງ​ຈິດ​ຕະ​ກອນ 4 ທ່ານ ສັງ​ກັດ​ສູນ UNESCO ວິ​ຈິດ​ສິນ ຮ່າ​ໂນ້ຍ​ຄື: ຫວູ​ຕວຽນ, ຟານ​ທິ​ແທງ​ມາຍ, ດັ້ງ​ດີງ​ເຫງີ, ບູ່ຍ​ຈ້ອງ​ຢື.  ພາບແຕ່​ລະ​ແຜ່ນ​ແມ່ນ​ມູມມອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ຂອງດອກ​ບົວ​ດ້ວຍ​ນ​ຳ​ມາ ໃຫ້​ຜ​ູ້​ຊົມ​​ມີ​ຄວາມຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ກໍ​ເຊັ່ນ​ດ​ຽວ​ກັນ​ກັບ​ບົດ​ກະ​ວີ, ຈິດ​ຕະ​ກຳ​, ຫົວ​ເລື່ອງ​ກ່ຽວ​ກັບ​ດອກ​ບົວ​ຍາ​ມ​ໃດ​ກໍ​ສ້າງ​ຄວາມດຶງ​ດູດ​ໃຈ​​ໃຫ້ນັກ​ຈິດ​ຕະ​ກອນ​ຫລາຍ​ຄົນ​ໃນ​ການ​ແຕ້ມ​​ພາບ. ສະ​ນັ້ນ ຈິດ​ຕະ​ກອນ​ຜູ້​ໃດ​ກໍລ້ວນ​ແຕ່​ມີພາບດອກ​ບົວ​ຈຳ​ນວນ​ຫນຶ່ງ​. ແຕ່ ຈິດ​ຕະ​ກອນ 4 ທ່ານ​ດັ່ງ​ກ່າວ​ແມ່ນ​ຜູ້​ແຕ້ມ​ພາບດອກ​ບົວ​ຫລາຍ​ກວ່າ​ໝູ່. ຈິດ​ຕະ​ກອນ ຫວູ​ຕວຽນ ເວົ້າ​ວ່າ: ​ໃນ​ຈຳ​ນວນ​ພາບ​​ແຕ້ມ​ຫລາຍ​ແຜ່ນ​ທີ່ທ່ານ​ແຕ້ມ ດອກ​ບົວແມ່ນ​ຫົວ​ເລື່ອງ​ທີ່​ທ່ານມັກ​ແຕ້ມ​ທີ່​ສຸດ. ປະ​ຈຸ​ບັນ ​ທ່ານໄດ້​ແຕ້ມ​ພາບ​ກ່ຽວ​ກັບ​ດອກ​ບົວ​ປະ​ມານ 1000 ແຜ່ນ. ທີ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ທ່ານເລືອ​ກ​ເຟັ້ນ 16 ແຜ່ນ​ທີ່​ພົ້ນ​ເດັ່ນ​ເພື່ອ​ນຳ​​ມາ​ແນະ​ນຳ​ໃຫ້​ສາ​ທາ​ລະ​ນະ​ຊົນ. ຈິດ​ຕະ​ກອນ ຫວູ​ຕວຽນ ແບ່ງ​ປັນ​ວ່າ:

        “​ໃນ​ໂອ​ກາດສະ​ເຫລີມ​ສະ​ຫລອງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ, ຫົວ​ເລື່ອງ​ກ່ຽວ​ກັບ​ດອກ​ບົວ​ແມ່ນ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ເວົ້າ​ເຖິງ​ເພີ່ນ. ເພາະ​ວ່າ ດອກ​ບົວ ແມ່ນ​ສັນ​ຍາ​ລັກ​ໃຫ້​ຈັນ​ຍາ​ບັນ, ຄວາມ​ປອດ​ໄສ, ສຸ​ພາບ​ຮຽບ​ຮ​້ອຍ, ຜ່ານນັ້ນ ແມ່ນ​ສ່ອ​ງ​ແສງ​ໃຫ້​ເຫັນ​ບຸກ​ຄ​ະ​ລີ​ກະ​ພ​າບ​​ອັນ​ສູງ​ສົ່ງຂອງ​ປະ​ທານ​ໂຮ່​ຈິ​ມີນ.”

ງານວາງສະແດງພາບແຕ້ມກ່ຽວກັບດອກບົວຢູ່ຄຸ້ມຖະຫນົນເກົ່າຮ່າໂນ້ຍ - ảnh 2

        ຊຸດ​ພ​າບ​ແຕ້ມ​ດອກ​ບົວດ້ວຍ​ຫົວ​ເລື່ອງ “ລະ​ດູ​ແຫ່ງ​ຄວາມ​ຮັກ​” ຂອງ​ຈິດ​ຕະ​ກອນ ຫວູ​ຕວຽນ ​ທີ່ວາງ​ສະ​ແດງ​​ຄັ້ງນີ້ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ຕໍ່​ຜູ້​ຊົມ. ຈິດ​ຕະ​ກອນ​ຫວູ​ຕວຽນ ໄດ້​ຈັດ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ຂອງ​ຕົນ​ຫລາຍ​ຄັ້ງ​ສຳ​ເລັດ​ຜົນ​ແລ້ວ. ແຕ່ບັນ​ດາພາບ​ແຕ້ມ​ກ່ຽວ​ກັບຫົວ​ເລື່ອງ“ລະ​ດູ​ແຫ່ງ​ຄວາມ​ຮັກ​” ແມ່ນ​ພັນ​ລະ​ນາ​ເຖິງ​ຄວາມ​​ຂຽວສົ​ດ​ງົດ​ງາມຂອງ​ສະດອກ​ບົວ ນຳ​ມາ​ໃຫ້​ຜູ້​ຊົມເຫັນ​ໄດ້​ຄວາມ​ງາມ​ທີ່​ເປັນຫລາຍ​ຮູບ​ຫລາຍ​ແບບ​ຂອງ​ດອກ​ບົວ. ​ຈິດ​ຕະ​ກອນ ຫວູ​ຕວຽນ ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ພາບ​ແຕ້ມ​ແຕ່​ລະ​ແຜ່ນແມ່ນ​ເວົ້າ​ເຖິງຮູບ​ປະ​ພັນ​ໃດ​ຫ​ນຶ່ງ ແລະ ດອກ​ບົວແຕ່​ລະ​ດອກນັ້ນ ​ຄື​ດັ່ງຮ​ູບ​ຄົນ​ຜູ້​ຫ​ນຶ່ງ. ໃນ​ພາບ​ແຕ້ມ​ແຜ່ນ​ຫ​ນຶ່ງ​​ມີ​ດອກ​ບົວຫລາຍ​ດອກ ກໍ​ເຊັ່ນ​ດຽວ​ກັນກັບ​ຮູບ​ພາບ​ມີ​ຫລາຍ​ຄົນພວມ​ຢູ່​ຮ່ວມ​ກັນ, ເຂົາ​ເຈົ້​າ​ສະ​ແດງ​ຄວາມ​ຮັກ​ແພງ​ເຊິ່ງ​ກັນ ແລະ​ກັນ, ອຸ້ມ​ຊູ​ຊ່ວຍ​ເຫລືອ​​ກັນ. ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ຝາກ​ຝັງ​ໃນ​ພາບ​ແຕ້ມ​ແຜ່​ນຫ​ນຶ່ງ.”

ງານວາງສະແດງພາບແຕ້ມກ່ຽວກັບດອກບົວຢູ່ຄຸ້ມຖະຫນົນເກົ່າຮ່າໂນ້ຍ - ảnh 3
ນາງ​ສາວ ແລະ ດອກ​ບົວ
ພາບ:dantri

        ສຳ​ລັ​ບ ຈິດ​ຕະ​ກອນ ດັ້ງ​ດີງ​ເຫງີ ແລ້ວ, ການ​ເລືອກ​ເຟັ້ນ​ບ່ອນ​ແຕ້ມ​ພາບດອກ​ບົວ​ຂອງ​ຕົນ ແມ່ນ​ເຮືອນ​ຫລັງ​ຫ​ນຶ່ງ​ຢູ່​ແຄມ​ຫນອງ ໂຮ່​ໄຕ, ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ດອກ​ບົວ​ຫລາຍ​ກວ່າ​ໝູ່ ພິ​ເສດ​ໃນ​ລະ​ດູ​ດອກ​ບົວ ໄດ້​ສົ່ງກີ່ນ​ຫອມ​ຫວນ​ ​ໄປ​ທົ່ວ​ນະ​ຄອນ. ສະ​ນັ້ນ ພາບ​ແຕ້ມດອກ​ບົວ​ຂອງ​ທ່ານ ສ່ວນ​ຫລາຍ​ແມ່ນ​ພັນ​ລະ​ນາ​ດອກ​ບົວສີ​ກຸ​ລາບ.

ສ່ວນ​​ຈິດ​ຕະ​ກອນ ບູ່ຍ​ຈ້ອງ​ຢື ພາບ​ທີ່​ທ່ານແຕ້ມ ສ່ວນ​ຫລາຍ​ແມ່ນ​ພາບ​ສີ​ຄັດ​ມັນ. ບັນ​ດາ​ພາບ​ແຕ້ມ​ທີ່​ທ່ານ​ນຳ​ມາ​​ແນະ​ນຳ​ໃນ​ງານ​ວາງ​ສະ​ແດງ​​ຄັ້ງ​ນີ້ແມ່ນ​ແຕ້ມຕາມ​ຫົວ​ເລື່ອງ​ຕ່າງໆ​ຄື: ດອກ​ບົວ​ຂຽວ, ດອກ​ບົວ​ຂາວ, ດອກ​ບົວ​ສີ​​ອ​ອ່ນ, ດອກ​ບົວ ແລະ ປາ, ດອກ​ບົວ​ໃນ​ລະ​ດູ​ແລ້ງ , ​ສະດອກ​ບົວ. ນັກ​ຈິດ​ຕະ​ກອນ​ຍິງ​ຜ​ູ້ຫ​ນຶ່ງ​ດຽວ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ແມ່ນ​ຈິ​ດ​ຕະ​ກອນ ຟານ​ທິ​ແທງ​ມາຍ ດ້ວຍ​ບັນ​ດາ​ພາບ​ແຕ້ມ​ສີ​ຄັດ​ມັນທີ່​ຈັບ​ອົກ​ຈັບ​ໃຈ. ຫົວ​ເລື່ອງ​ທີ່​ຈິດ​ຕ​ະ​ກອນ​ຍິງ​ເລືອກ​ເຟັ້ນ​ແມ່ນ “ດອກ​ບົວ​ໃນ​ສວນ”, “ສະດອກ​ບົວ”, “ດອກ​ບົວ​ເດືອນ 5”, “ດອກ​ບົວ​ລະ​ດູ​ແລ້ງ”, “ດອກ​ບົວ​ແລະ​ນາງ​ສາວ”. ພາບ​ແຕ້ມ ທັງ​ໝົດ​ນີ້​ແມ່ນ​ເວົ້າ​ເຖິງ​ອາ​ລົມ​ຈິດ ແລະ ຄວາມ​ງາມ​ແບບ​ເລ​ີ​ບ​ແລບ. ຮອງ​ສາດ​ສະ​ດ​າ​ຈານ, ດ​ຣ ຫງວຽນ​ວັນ​ຮູຍ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ ແລະ ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແບ່ງ​ປັນ​ວ່າ:

        “​ຂ້າ​ພະ​ເຈົ້າ​ໄດ້​ຊົມ​ພາບ​ແຕ້ມ​ກ່ຽວ​ກັບ​ດອກ​ບົວ​ທັງ​ໝົດ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມັນ​ມີ​ຫລາຍ​ຮູບ​ຫລາຍ​ແບບ​ທີ່​ສຸດ. ບັນ​ດາ​ພາບ​ແຕ້ມ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ສຶກ, ອາ​ລົມ​ຈິດ​ຂອງ​ຈິດ​ຕະ​ກອນ​ທີ່​ມີ​ຕໍ່​ດອກ​ບົວ ແລະ ວິ​ທີ​ແຕ້ມ​ຂອງ​ຈິດ​ຕະ​ກອນ​ແຕ່​ລະ​ຄົນ​ສະ​ແດງ​ອອກ​ຜ່າ​ນ​ພາບ​ແຕ້ມ​ຢ່າງເລິກເຊິ່ງ​ທີ່​ສຸດ. ຜ່າ​ນ​ບັນ​ດາ​ພາບ​ແຕ້ມ​ດອກ​ບົວ​ນີ້ ໄດ້ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ ພິ​ເສດ ແມ່ນ​ຊາວ​ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ຮູບ​ພາບດອກ​ບົວ​ຕິດ​ພັນ​ກັບ​ປະ​ທານ​ໂຮ່​ຈິ​ມີນ. ແນ່ນອນ​ວ່າ ທຸກ​ຄົນ​ເມື່ອ​ມາ​ຊົມ​ງານ​ວາງ​ສະ​ແດງ​ຄັ້ງນີ້ ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກ​ໃຫມ່​ກ່ຽວ​ກັບ​ຮ່າ​ໂນ້ຍ, ກ່ຽວ​ກັບ​ດອກ​ບົວ ແລະ ເຂົ້າ​ໃຈ​ໄດ້​ວ່າ ຊາວ​ຫວຽດ​ນາມ ນິ​ຍົມ​ດອກ​ບົວ​ຄື​ແນວ​ໃດ.”

        ຈິດ​ຕະ​ກອນ  4 ຄົນ​​ທີ່ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງດອກ​ບົວ​ຄັ້​ງ​ນີ້​ ລ້ວນ​ແຕ່​ນຳ​ມ​າ​ໃຫ້​ຜູ້​ຊົມ​ບັນ​ດາ​ຊຸດ​ພາບ​ແຕ້ມ​ດອກ​ບົວທີ່ງາມ​ຕາ, ເປັນ​ຫລາຍ​ຮູບ​ຫລາຍ​ສີ ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ເມົາ​ມົວ,  ຄວາມ​ປາດ​ຖະ​ຫນາ​ຂອງຕົນ​​ຢາກ​ຝາກ​ຝັງ​ຜ່ານ​ຮູບດອກ​ບົວ.

ຕອບກັບ

ຂ່າວ/ບົດ​ອື່ນ