(vovworld)- ໂດຍແມ່ນລຸ້ນຄົນທຳອິດຂອງພື້ນຖານວິຈິດສິນປະຕິວັດຫວຽນາມ, ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ ປະສົບຜົນສຳເລັດໃນການແຕ້ມພາບດ້ວຍສີຂັດມັນ,ສີເຄືອບ, ແປ້ງສີ, ….ພິເສດແມ່ນສິລະປະແຕ້ມພາບສີຂັດມັນ. ນັບແຕ່ຄາວຍັງເປັນນັກສຶກສາຂອງວິທະຍາໄລວິຈິດສິນອິນດູຈີນຈົນເຖິງມື້ລ່ວງລັບໄປ. ຈິດຕະກອນ ຫງວຽນຕືງຽມ ໄດ້ອຸທິດສ່ວນຕະຫລອດຊີວິດຂອງຕົນໃຫ້ແກ່ສິລະປະ, ຄືດັ່ງຂົວຕໍ່ລະຫວ່າງວິຈິດສິນທີ່ເປັນມູນເຊື້ອ ກັບວິຈິດສິນຍຸກປະຈຸບັນຫວຽດນາມ. ບົດຂຽນຂອງນັກຂ່າວ ລານແອງ.
|
ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ ເກີດປີ 20/10/1922 ຢູ່ ເມືອງ ນາມດານ ແຂວງ ເງ້ອານ. ປີ 1941, ທ່ານໄດ້ເສັງເຂົ້າວິທະຍາໄລວິຈິດສິນ ອິນດູຈີນ ຢູ່ ຮ່າໂນ້ຍ ແລະ ເປັນເພື່ອນລຸ້ນດຽວກັບ ຈິດຕະກອນທີ່ມີຊື່ສຽງ ບູ່ຍຊວນຟາຍ ດ້ວຍບັນດາພາບແຕ້ມທີ່ລືຊື່ ກ່ຽວກັບຖະຫນົນເກົ່າ ຮ່າໂນ້ຍ ຊຸດຮຽນສຸດທ້າຍຂອງວິທະຍາໄລ ວິຈິດສິນ ອິນດູຈີນ. ຮຽນປີທີ 3, ຈິດຕະກອນຫງວຽນຕືງຽມໄດ້ຮັບການແນະນຳໂດຍກົງຈາກສາດສະດາຈານ, ຈິດຕະກອນທີ່ມືຊື່ສຽງ ໂຕງອກເວີນ, ທ່ານໄດ້ສຳພັດກັບ ວິທີແຕ້ມຮູບທີ່ມີຫົວຄິດປະດິດສ້າງ. ທຸກເຕັກນິກທາງດ້ານຈິດຕະກຳ, ເຕັກນິກໃນການແຕ້ມພາບ, ການໃຊ້ສີຂັດມັນກໍລ້ວນແລ້ວແຕ່ໄດ້ຮັບການແນະນຳຈາກຈິດຕະກອນໂຕງອກເວີນ. ຮອງສາດສະດາຈານ, ດຣ ຫງວຽນໂດ໋ບ໋າວ, ອະດີດປະທານສະມາຄົມວິຈິດສິນຫວຽດນາມ ໃຫ້ຮູ້ວ່າ:
“ອາດຈະເວົ້າໄດ້ວ່າ ຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ ມີສີມືອັນຄ່ອງແຄ້ວທີ່ສຸດ, ທັດທຽມກັບທ່າອ່ຽງສິລະປະຂອງໂລກປະຈຸບັນ. ສິ່ງທີ່ພິເສດນັ້ນແມ່ນ ໃນພາບແຕ້ມຂອງເພີ່ນ ກ່ຽວກັບດ້ານສິລະປະ, ທ່ານໄດ້ຮັບການບຳລຸງສ້າງຢູ່ໂຮງຮຽນວິຈິດສິນອີນດູຈີນ ນັ້ນແມ່ນເງື່ອນໄຂເພື່ອໃຫ້ທ່ານຮັບເອົາວັດທະນະທຳຝ່າຍຕາເວັນຕົກ. ເຖິງຢ່າງໃດກໍຕາມ ທ່ານບໍ່ຫລົງລືມເນື້ອໃນ ໝາຍຄວາມວ່າ ທ່ານໄດ້ນຳໃຊ້ບັນດາຄວາມຮູ້, ສິລະປະທີ່ເປັນມູນເຊື້ອຂອງຫວຽດນາມເຂົ້າໃນພາບແຕ້ມຂອງຕົນ.”
|
ອາຈານຜູ້ທີສອງຊື່ງຈິດຕະກອນທີ່ມີຊື່ສຽງ ຫງວຽນຕືງຽມ ໄດ້ຮັບຜົນສະທ້ອນຫລາຍ ນັ້ນແມ່ນຈິດຕະກອນຫງວຽນໂດກູງ. ໃນໄລຍະສົງຄາມ, ເມື່ອຍົກຍ້າຍໄປເຂດປອດໄພຢູ່ ເຊີນໄຕ, ນັກຈິດຕະກອນ ຫງວຽນໂດກູງ ຊື່ງແມ່ນຫນຶ່ງໃນບັນດາຈິດຕະກອນທີ່ມີຊື່ສຽງຂອງຫວຽດນາມ ໃນສັດຕະວັດທີ 20 ໄດ້ພາທ່ານລົງບັນດາຕາແສງ, ສາລາບ້ານ, ວັດວາອາຮາມ ຢູ່ ເຊີນໄຕ ເພື່ອຄົ້ນຄ້ວາວັດທະນະທຳບູຮານ ແລະ ແຕ້ມພາບ. ຄາວຍັງມີຊີວິດຢູ່ ຈິດຕະກອນ ຫງວຽນຕືງຽມ ເຄີຍເວົ້າວ່າ ຍາມໃດທ່ານກໍສະແດງຄວາມຮູ້ບຸນຄຸນຕໍ່ອາຈານສອງຄົນດັ່ງກ່າວ ແລະ ຍ້ອນໄດ້ຮັບການສິດສອນຈາກຈິດຕະກອນສອງຄົນທີ່ເປັນອາຈານຂອງຕົນນັ້ນ ຄວາມຮູ້ກ່ຽວກັບວັດທະນະທຳ, ວິຈິດສິນຂອງປະເທດຊາດນັບມື້ນັບຊືມເລິກເຂົ້າແນວຄິດດ້ານສິລະປະຂອງທ່ານ. ພາບແຕ້ມແຜ່ນທຳອິດຂອງທ່ານທີ່ມີຫົວເລື່ອງ “ຜູ້ຍາມວັນມຽວ” ແຕ້ມດ້ວຍສີຂັດມັນໄດ້ຮັບລາງວັນທີ 1 ປີ 1944 ໂດຍສະພາກຳມະການ ງານວາງສະແດງວິຈິດສິນ Salon Unique ມອບໃຫ້.
ໃນໄລຍະຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ, ຈິດຕະກອນ ຫງວຽນຕືງຽມ ເປັນອາຈານ ສອນຢູ່ໂຮງຮຽນວິຈິດສິນຕໍ່ຕ້ານຢູ່ ຫວຽດບັກ. ມີໄລຍະຫນຶ່ງທ່ານສິດສອນຢູ່ໂຮງຮຽນວິຈິດສິນ ຮ່າໂນ້ຍ (1959-1960). ບັນດາພາບແຕ້ມຂອງເພີ່ນ ມີສີສັນສະເພາະ ແລະ ສ້າງຄວາມປະທັບໃຈຕໍ່ຜູ້ຊົມ. ຕົວຢ່າງຄື: ພາບແຕ້ມ “ຟ້ອນສິງໂຕ”, “ວາດຟ້ອນບູຮານ” ແລະ “ພາບງົວນ້ອຍ” ແມ່ນບັນດາພາບແຕ້ມເຕັມໄປດ້ວຍຄວາມຈິງໃນຊີວິດ ແລະ ປະຈຸບັນພວມໄດ້ຮັກສາໄວ້ໃນຫໍພິພິທະພັນວິຈິດສິນຫວຽດນາມ. ຮອງສາດສະດາຈານ, ດຣ ຫງວຽນໂດບ໋າວ ໃຫ້ຮູ້ວ່າ:
“ພາບແຕ້ມແຜ່ນຫນຶ່ງຂອງຈິດຕະກອນ ຫງວຽນຕືງຽມ ໄດ້ພັນລະນາເຖິງການປ່ຽນໃຫມ່, ການພັດທະນາຂອງເຂດຊົນນະບົດ. ພາບແຕ້ມຂອງຈິດຕະກອນ ຫງວຽນຕືງຽມ ແມ່ນແຕ້ມຕາມແບບພາບພື້ນເມືອງດົງໂຮ່. ຮູບຜູ້ເຖົ້າຜູ້ແກ່, ຮູບພະນັກງານ, ຮູບເດັກນ້ອຍ, ຊາວຫນຸ່ມໃນພາບແຕ້ມຂອງ ຈິດຕະກອນ ຫງວຽນຕືງຽມ ລ້ວນແຕ່ມີນິດໃສໃຈຄໍສະເພາະ ແລະ ວິທີແຕ້ມກໍຕ່າງກັບການແຕ້ມຮູບກ່ອນນີ້.”
|
ພິເສດ ປະມວນພາບ ສັດ 12 ລາສີ ໂດຍຈິດຕະກອນ ຫງວຽນຕືງຽມ ແຕ້ມໃນຊຸມປີທ້າຍຊີວິດ ໂດຍແຕ້ມໄປແຕ້ມມາເປັນຫລາຍແບບທີ່ແຕກຕ່າງກັນ. ອາດຈະເວົ້າໄດ້ວ່າ ພາບແຕ່ລະແຜ່ນແມ່ນແຕກຕ່າງກັນ, ວິທີແຕ້ມຮູບຂອງທ່ານມີຫົວຄິດປະດິດສ້າງກວ່າ. ລາສີ 12 ໂຕ ນັ້ນ, ບາງເທື່ອທ່ານເພີ່ມລວດລາຍ ຫລື ຕັດອອອກ ເພື່ອເຮັດໃຫ້ຮູບແຕ້ມມີຊີວິດຊີວາກວ່າ. ການນຳໃຊ້ລາສີໃນວັດທະນະທຳພື້ນເມືອງ ເປັນການຢັ້ງຢືນ ທ່ານແມ່ນຫນຶ່ງໃນຈຳນວນຫນ້ອຍຈິດຕະກອນຫວຽດນາມ ຂຸດຄົ້ນສິລະປະພື້ນເມືອງ ເພື່ອສ້າງພື້ນຖານດ້ານວິຈິດສິນຫວຽດນາມ ທີ່ທັນສະໄຫມ. ຈິດຕະກອນ ວີກຽນແທ່ງ, ຫົວຫນ້າກົມວິຈິດສິນຖ່າຍພາບ ແລະ ວາງສະແດງ, ໃຫ້ຮູ້ວ່າ:
“ຮູບພາບໂດຍຈິດຕະກອນ ຫງວຽນຕືງຽມ ແຕ້ມ ແມ່ນມີຄວາມງາມແບບເອກະລັກສະເພາະ ແລະ ມີຫົວຄິດປະດິດສ້າງທີ່ສຸດ. ເມື່ອຊົມພາບແຕ້ມຂອງເພີ່ນ ພວກເຮົາສາມາດເຫັນໄດ້ ມູນເຊື້ອວັດທະນະທຳ ຂອງຫວຽດນາມ, ວັດທະນະທຳສະແດງ ຜ່ານຮູບພາບສາລາບ້ານຫວຽດນາມ ຊື່ງທ່ານໄດ້ແຕ້ມໃນພາບສີຂັດມັນທັນສະໄຫມຂອງຕົນ.”
ຈິດຕະກອນ ຫງວຽນຕືງຽມ
|
ຈິດຕະກອນ ຫງວຽນຕືງຽມ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາຜູ້ “ເປີດຊ່ອງທາງ”ໃຫ້ແກ່ພື້ນຖານວິຈິດສິນຫວຽດນາມ ຍຸກປະຈຸບັນ ແລະ ແມ່ນຫນຶ່ງໃນບັນດາຈິດຕະກອນລຸ້ນສຸດທ້າຍຂອງວິທະຍາໄລ ວິຈິດສິນ ອິນດູຈີນ. ບັນດາພາບແຕ້ມ ໂດຍ ຈິດຕະກອນ ຫງວຽນຕືງຽມປະໄວ້ໃຫ້ຄົນລຸ້ນຫລັງ ເປັນການຢັ້ງຢືນທີ່ຕັ້ງໃນພື້ນຖານຈິດຕະກຳ ຍຸກປະຈຸບັນຂອງ ຫວຽດນາມໃນສັດຕະວັດທີ 20.