(VOVWORLD) -ດ້ວຍລະບົບແມ່ນ້ຳລຳເຊທີ່ໜາແໜ້ນ ຢູ່ເຂດທາງທິດຕາເວັນຕົກພາກໃຕ້ທົ່ງພຽງແມ່ນ້ຳຂອງ ຊຶ່ງມີບັນດາເຮືອເຄື່ອນໄຫວ ລ່ອງ ແລະ ທວນແມ່ນ້ຳ ຕະຫຼອດວັນ ແລະ ຄືນ. ຍ້ອນເຫດນີ້ເອງຢູ່ແຫ່ງນີ້ ກໍ່ໄດ້ໃຫ້ກຳເນີດຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະຂອງເຂດແມ່ນ້ຳລຳເຊ ນັ້ນແມ່ນຕະຫຼາດບົນລຳແມ່ນຳ້.
ຕະຫຼາດບົນແມ່ນ້ຳກາຍຣັງ |
ໂດຍຖືກຕັ້ງບົນລຳແມ່ນ້ຳກາຍຣັງ ຫ່າງຈາກນະຄອນເກິ່ນເທີ ປະມານ 6 ກິໂລແມັດ, ຕະຫຼາດບົນແມ່ນ້ຳກາຍຣັງ ແມ່ນສະຖານທີ່ທ່ອງທ່ຽວຂອງນະຄອນເກິ່ນເທີ ທີ່ສວຍສົດງົດງາມ. ຈາກທ່າເຮືອ ນິງກ່ຽວ ຫາໃຈກາງຕະຫຼາດແມ່ນຕ້ອງຂີ່ເຮືອປະມານ 30 ນາທີ. ນັບແຕ່ຮຸ່ງເຊົ້າ, ນັກທ່ອງທ່ຽວແຕ່ລະຄະນະ ກໍ່ໄດ້ຟ້າວຝັ່ງລົງເຮືອເພື່ອຢ້ຽມຊົມຕະຫຼາດບົນລຳແມ່ນ້ຳ, ເມື່ອເຮືອໄດ້ພາແຂກທ່ອງທ່ຽວ ໄປຮອດບ່ອນໃກ້ກັບຂົວຕິດປ້າຍຕະຫຼາດບົນແມ່ນ້ຳກາຍຣັງ, ຂະນະທີ່ທ້ອງຟ້າຍັງມົວໆຢູ່ນັ້ນ ກໍ່ໄດ້ຍິນສຽງເຮືອຈັກ, ສຽງຄົນຈ້າວຂາຍດັງກ້ອງສະໜັ່ນໄປທົ່ວເຂດແມ່ນ້ຳ, ໂດຍແມ່ນໜຶ່ງໃນສາມຕະຫຼາດບົນແມ່ນ້ຳໃຫ່ຍທີ່ສຸດໃນເຂດທາງທິດຕາເວັນຕົກພາກໃຕ້, ກາຍຣັງແມ່ນຄັບຄາໜາແໜ້ນດ້ວຍຜູ້ຊື້ຄົນຂາຍ ພ້ອມກັບເຮືອນ້ອຍໃຫ່ຍນັບ 100 ລຳມາເຕົ້າໂຮມກັນແຕ່ຮຸ່ງເຊົ້າ. ໃນມື້ທຳມະດາ, ຕະຫຼາດເລີ່ມເຄື່ອນໄຫວນັບແຕ່ 3 ໂມງເຊົ້າຫາ 9 ໂມງ, ແຕ່ໃນຍາມໃກ້ຈະຮອດບຸນເຕັດ ຕະຫຼາດເຄື່ອນໄຫວເກືອບຄືວ່າຕະຫຼອດມື້. ສິ່ງທີ່ດຶງດູດໃຈແຂກທ່ອງທ່ຽວໃນຕະຫຼາດ ບົນແມ່ນ້ຳກາຍຣັງ ນັ້ນແມ່ນແຂກທ່ອງທ່ຽວຈະມີຄວາມປະທັບໃຈ ເມື່ອເຫັນບັນດາໄມ້ທໍ່ປັກຢູ່ຕາມເຮືອຊຶ່ງແຂວນຜັກໝາກໄມ້ຊະນິດຕ່າງໆ ເພື່ອດຶງດູດຄວາມສົນໃຈຂອງແຂກຈາກໄກ. ເມື່ອເຫັນຜັກ, ໝາກໄມ້ຊະນິດໃດ ກໍ່ໝາຍຄວາມວ່າເຮືອລຳນັ້ນຂາຍຜັກ ແລະ ໝາກໄມ້ຊະນິດນັ້ນ, ວາລະສານ Rough Guide ຂອງອັງກິດ ໄດ້ເຄີຍພັນລະນາຕະຫຼາດບົນແມ່ນ້ຳກາຍຣັງ ແມ່ນໜຶ່ງໃນບັນດາຕະຫຼາດສຸດຍອດໃນໂລກ ຍ້ອນຄວາມເປັນເອກະລັກ ແລະ ຄວາມສະໜິດສະໜົມຂອງແຂກຄົນ. ສິນຄ້າທີ່ນຳມາຂາຍຢູ່ທີ່ນີ້ ແມ່ນດ້ວຍປະລິມານຫຼວງຫຼາຍ ແລະ ມີຄວາມສະໜ່ຳສະເໜີທາງດ້ານຄຸນນະພາບ ແລະ ຂະໜາດ. ມີເຮືອລຳໃຫ່ຍກໍ່ມາເກັບຊື້ໝາກໄມ້ເປັນປະລິມານຫຼວງຫຼາຍ ແລ້ວກໍ່ສົ່ງໄປທຸກໆແຫ່ງອື່ນ, ບາງລຳກໍ່ສົ່ງໄປຂາຍຢູ່ກຳປູເຈຍ ແລະ ຈີນ. ປ້າ ຮວິ່ງທິອຸດ ເຈົ້າຂອງເຮືອຄ້າຂາຍໝາກໄມ້ ໃຫ້ຮູ້ວ່າ:
“ຕະຫຼາດຢູ່ນີ້ເລີ່ມເຄື່ອນໄຫວນັບແຕ່ 1 ໂມງເຊົ້າ, ມີເຮືອບາງລຳກໍ່ມາຊື້ຂາຍ ແລະ ໄດ້ຈ່າຍເງິນແລ້ວກໍ່ແລ່ນໄປເລີຍ. ປີນີ້ລະດູການຜະລິດໄດ້ຮັບຜົນດີ, ດັ່ງນັ້ນການຂາຍຜັກໝາກໄມ້ກໍ່ໄດ້ລາຄາດີທີ່ສຸດ.”
ໂດຍໄດ້ຮັບການສ້າງເປັນຮູບປະທຳ ນັບແຕ່ສະຕະວັດທີ XVIII, ຕະຫຼາດບົນແມ່ນ້ຳກາຍແບ່ ແມ່ນບ່ອນຕິດກັບແຂວງ ຫວິງລອງ, ເບນແຈ ແລະ ຕ່ຽນຢາງ. ນອກຈາກການຄ້າຂາຍທີ່ຄັບຄາໜາແໜ້ນດ້ວຍເຮືອແລ້ວ, ຕະຫຼາດແຫ່ງນີ້ ແມ່ນໄດ້ມີມາແຕ່ນານກວ່າໜູ່ ຢູ່ແຂວງ ຕ່ຽນຢາງ, ຕະຫຼາດແຫ່ງນີ້ຍັງເປັນຮູບພາບແມ່ນ້ຳລຳເຊ ແລະ ເຂດສວນທີ່ງົດງາມດັ່ງໃນຝັນ, ພ້ອມກັບຄຸ້ມຖະໜົນແຄມແມ່ນ້ຳ ຊຶ່ງເປັນທັດສະນີຍະພາບທີ່ເປັນເອກະລັກສະເພາະ ຢູ່ເຂດທາງທິດຕາເວັນຕົກພາກໃຕ້. ຢູ່ແຫ່ງນີ້ກໍ່ມີວັດຖຸເຄື່ອງຂອງພິເສດຫຼາຍຊະນິດ ຈາກໝາກໄມ້ ຕະຫຼອດຮອດສັດປີກ, ອາຫານທະເລ, ສິນໃນນ້ຳ , ຊ້ຳບໍ່ໜຳກໍ່ມີເຄື່ອງໃຊ້ໃນຄອບຄົວ ແລະ ຜ້າໄໝວາງຂາຍອີກດ້ວຍ. ເມື່ອໄປຕະຫຼາດບົນແມ່ນ້ຳກາຍແບ່, ຜູ້ໄປຕະຫຼາດກໍ່ຕ້ອງໄປແຕ່ເຊົ້າໆ ເພາະວ່າຕະຫຼາດເລີ່ມເຄື່ອນໄຫວແຕ່ 2 ໂມງຫາ 8 ໂມງເຊົ້າ. ສ່ວນຕະຫຼາດບົນແມ່ນ້ຳ ຟຸ້ງຫຽບ ຫຼື ເອີ້ນວ່າຕະຫຼາດ 7 ແຍກຊຶ່ງເປັນຈຸດໄຂວ່ກັນຂອງ 7 ສາຂາແມ່ນ້ຳ ແລະ ກໍ່ແມ່ນຕະຫຼາດບົນແມ່ນ້ຳທີ່ມີຊື່ສຽງຂອງແຂວງ ເຫົ້າຢາງ. ຕະຫຼາດແຫ່ງນີ້ ຫ່າງຈາກໃຈກາງນະຄອນເກິ່ນເທີ ປະມານ 30 ກິໂລແມັດ ໄປທາງທິດໃຕ້. ນາງ ອຸດລານ ຜູ້ຂາຍເຍື່ອງອາຫານ ຫູຕິວ ຢູ່ຕະຫຼາດ 7 ແຍກຟຸ້ງຫຽບ ໃຫ້ຮູ້ວ່າ:
“ນ້ອງເຄີຍຢູ່ໃນເຮືອ, ບາງຄັ້ງຄາວມີເວລາວ່າງນ້ອງກໍ່ຂຶ້ນຝັ່ງ, ພໍ່ແມ່ຢູ່ບ້ານກໍ່ມີສວນຫຼາຍແຫ່ງ, ເມື່ອມີເວລາວ່າງນ້ອງກໍ່ໄປຢ້ຽມຢາມ ຊ່ວຍຄອບຄົວ, ແຕ່ຕົ້ນຕໍຢູ່ບົນລຳແມ່ນ້ຳ, ລູກເຕົ້າບາງຄັ້ງຄາວກໍ່ຝາກນຳປູ່ຍ່າ ເພື່ອຂໍພວກເພິ່ນເບິ່ງແຍງລ້ຽງດູຊ່ວຍ. ການຄ້າຂາຍຢູ່ແຫ່ງນີ້ກໍ່ພໍໄດ້ຢູ່ ສາມາດພໍກິນພໍຢູ່ເທົ່ານັ້ນ”.
ໃນທຸກວັນນີ້, ເຖິງວ່າລະບົບຄົມມະນາຄົມທາງບົກ ໄດ້ຂະຫຍາຍຕົວໄປທົ່ວເຖິງ, ແຕ່ຕະຫຼາດບົນແມ່ນ້ຳຍັງຄົງຕົວ ແລະ ຂະຫຍາຍຕົວນັບມື້ນັບໜາແໜ້ນກວ່າເກົ່າ. ໃນອະນາຄົດ ອາດຈະມີເຮືອຄ້າຂາຍຕື່ມອີກຫຼາຍລຳຖືກຕໍ່ໍແບບທັນສະໄໝ, ໃຫຍ່ ແລະ ສວຍງາມກວ່າ, ແຕ່ແນ່ນອນວ່າຍັງຄົງແມ່ນຍານພາຫະນະທີ່ຂາດບໍ່ໄດ້ ຢູ່ບັນດາຕະຫຼາດບົນລຳແມ່ນ້ຳ ເຊິ່ງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຢູ່ເຂດແມ່ນ້ຳລຳເຊ ທາງທິດຕາເວັນຕົກເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.