ຈາກການຂັບຮ້ອງໃຫ້ລຸງໂຮ່ ຟັງຕະຫຼອດຮອດການຂັບຮ້ອງ ທາງ ວິທະຍຸກະຈາຍສຽງ ຫວຽດນາມ

(VOVWORLD) -74 ປີທີ່ໄດ້ຜ່ານພົ້ນໄປນັບຕັ້ງປີ 1946 ນັກປະພັນດົນຕີ ເຈິ່ນວຽດບິ໊ງ ຍັງຄົງຈື່ດີ ອະນຸສອນທີ່ໄດ້ພົບ ແລະ ຂັບຮ້ອງໃຫ້ປະທານ ໂຮ່ຈີມິນ ຟັງ ກ່ຽວກັບບົດເພງ “ໃຜຮັກລຸງໂຮ່ທໍ່ກັບເຍົາວະຊົນ, ອະນຸຊົນ”. ນັບຕັ້ງແຕ່ການພົບປະເທື່ອນັ້ນ, ແລ້ວກໍ່ຮອດການຂັບຮ້ອງທາງ ວິທະຍຸກະຈາຍສຽງ ຫວຽດນາມ, ເຈິ່ນວຽດບິ໊ງ ໄດ້ມີກຳລັງໜູນ ເພື່ອເດີນຕາມເສັ້ນທາງສິລະປະ ແລະ ໄດ້ກາຍເປັນນັກປະພັນດົນຕີ ດ້ວຍການຮັບລາງວັນແຫ່ງລັດ ກ່ຽວກັບວັນນະຄະດີ ສິລະປະຄືໃນປັດຈຸບັນ
ຈາກການຂັບຮ້ອງໃຫ້ລຸງໂຮ່ ຟັງຕະຫຼອດຮອດການຂັບຮ້ອງ ທາງ ວິທະຍຸກະຈາຍສຽງ ຫວຽດນາມ - ảnh 1 ນັກປະພັນດົນຕີ ເຈິ່ນວຽດບິ໊ງ

ໃນບັນດາບົດເພງທີ່ທ່ານເຄີຍຂັບຮ້ອງ ຄວາມປະທັບໃຈເປັນພິເສດທີ່ສຸດ ຍັງຄົງແມ່ນບົດເພງ “ໃຜຮັກລຸງໂຮ່ ທໍ່ກັບເຍົາວະຊົນ ອະນຸຊົນ” ຂອງນັກປະພັນດົນຕີ ຟອງຫຍ໊າ. ສະເພາະນັກປະພັນດົນຕີ ເຈິ່ນ ວຽດບິ໊ງ ເມື່ອໄດ້ຂັບຮ້ອງບົດເພງນີ້ແຕ່ລະເທື່ອ, ເບິ່ງຄືວ່າທ່ານໜຸ່ມແໜ້ນຫຼາຍກວ່າ ເມື່ອທຽບໃສ່ເກນອາຍຸຂອງຕົນ.                              

        ນັກປະພັນດົນຕີ ເຈິ່ນວຽດບິ໊ງ ເລົ່າສູ່ຟັງວ່າ ໃນຕອນບ່າຍຂອງມື້ໜຶ່ງ ເມື່ອປີ 1946 ເຈິ່ນວຽດບິ໊ງ ຄາວນັ້ນມີອາຍຸ 13 ປີ ມີຄວາມເປັນກຽດພ້ອມກັບກອງເຍົາວະຊົນ ເທດສະບານເມືອງ ຖາຍບິ່ງ ແລະ ເຍົາວະຊົນຢູ່ບາງແຂວງທີ່ໃກ້ຄຽງ ໄດ້ໄປຍັງທ່າກ່ຳປັ່ນ ຫ໋າຍຟ່ອງ ເພື່ອຕ້ອນຮັບປະທານ ໂຮ່ຈີມິນ ກັບຄືນເມືອປະເທດ ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມທີ່ສຳຄັນຢູ່ ຝລັ່ງ. ລຸງ ໂຮ່ ໄດ້ຂືຶ້ນຈາກເຮືອໃນທ່າມກາງສຽງກອງ ຂອງພວກຫຼານເຍົາວະຊົນ ທີ່ຢືນຢູ່ລຽບຕາມທ່າກ່ຳປັ່ນ. ແລ້ວລຸງໂຮ່ ກໍ່ຍ່າງພ້ອມກັບທຸກໆຄົນໄປຍັງສຳນັກງານ. ໃນຕອນເຊົ້າມື້ຕໍ່ມາຢູ່ໂຮງຮຽນແຫ່ງໜຶ່ງ ຢູ່ນະຄອນ ຫ໋າຍຟ່ອງ ບັນດາຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບລຸງ ໂຮ່ ກ່ອນທີ່ເພິ່ນກັບເມືອ ຮ່າໂນ້ຍ. ກອງເຍົາວະຊົນ ໄດ້ຮັບອະນຸຍາດເຂົ້າໄປກ່ອນ. ເຈິ່ນວຽດບິ໊ງ ແລະ ບັນດາເພື່ອນໄດ້ກ້າວເຂົ້າຢ້ຽມຂ່ຳນັບລຸງ ໂຮ່ ແລະ ຂັບຮ້ອງໃຫ້ລຸງ ໂຮ່ ຟັງບົດເພງ “ໃຜຮັກລຸງ ໂຮ່ ທໍ່ກັບເຍົາວະຊົນ ອະນຸຊົນ”  ຂອງນັກດົນຕີ ຟອງຫຍ໊າ.  ທັງກອງໄດ້ພ້ອມກັນບັນເລັງບົດເພງ ໃນທ່າມກາງຄວາມເບີກບານມ່ວນຊື່ນ ຄວາມເອກອ້າງທະນົງໃຈ ແລະ ຜາສຸກ. ລຸງ ໂຮ່ ໄດ້ລູບຫົວເຍົາວະຊົນແຕ່ລະຄົນ ແລະ ລຸງ ໂຮ່ ໄດ້ຫຼັ່ງນ້ຳຕາ. ນັກປະພັນດົນຕີ ເຈິ່ນວຽດບິ໊ງ ເລົ່າຄືນສູ່ຟັງວ່າ:

        “ຂ້າພະເຈົ້ານ້ອຍກວ່າໝູ່ ດັ່ງນັ້ນໄດ້ຮັບອະນຸຍາດຂຶ້ນກ່າວຄຳເຫັນ. ພວກຂ້າພະເຈົ້າຕ່າງກໍ່ກອດເອິກ, ຂ້າພະເຈົ້າໄດ້ເວົ້າວ່າ: ສະບາຍດີລຸງ ໂຮ່, ພວກຫຼານຂໍຂັບຮ້ອງບົດເພງໜຶ່ງໃຫ້ລຸງຟັງ, ແລ້ວພວກຂ້າພະເຈົ້າກໍ່ພ້ອມກັບຂັບຮ້ອງ. ເມື່ອພວກຂ້າພະເຈົ້າຂັບຮ້ອງຮອດຄຳວ່າ: ເຖິງວ່າປັດຈຸບັນ ລຸງໄດ້ແກ່ແລ້ວກໍ່ຕາມ ແຕ່ລຸງຍັງຄົງເບີກບານມ່ວນຊື່ນ. ແຕ່ພວກຫຼານມີຄວາມຫວັງ ຢາກໃຫ້ລຸງມີອາຍຸຍືນຍາວຕະຫຼອດການ… ເມື່ອໄດ້ຮັບຟັງແລ້ວ ລຸງ ໂຮ່ ໄດ້ລູບຫົວພວກຂ້າພະເຈົ້າ ແລ້ວຫຼັ່ງນ້ຳຕາ. ຫຼັງຈາກນັ້ນລຸງໄດ້ເວົ້າວ່າ ພວກຫຼານຂັບຮ້ອງມ່ວນຫຼາຍ”.

        ການລູບຫົວ ແລະ ອາລົມຈິດຄວາມຮັກແພງຂອງລຸງ ໂຮ່ ທີ່ສະຫງວນໃຫ້ແກ່ເຍົາວະຊົນ ໄດ້ເດີນຕາມ ເຈິ່ນວຽດບິ໊ງ ແລະ ໄດ້ກາຍເປັນກຳລັງໜູນໃຫ້ແກ່ລາວມີຄວາມສູ້ຊົນ ໃນຕະຫຼອດຊຸມເດືອນປີໄລຍະຕໍ່ມາ ແລະ ກໍ່ນັບຕັ້ງແຕ່ນັ້ນເປັນຕົ້ນມາ ເຈິ່ນວຽດບິ໊ງ ມີຄວາມຊົມຊອບຕໍ່ຂັບຮ້ອງຫຼາຍກວ່າ ລາວໄດ້ມີຄວາມສະໜິດຕິດພັນ ກັບບັນດາວຽກງານທີ່ກ່ຽວຂ້ອງເຖິງການຂັບຮ້ອງ ແລະ ລາວໄດ້ປະພັນດົນຕີ ເພື່ອກາຍເປັນນັກປະພັນດົນຕີ ດ້ວຍບັດດົນຕີ 200 ກວ່າບົດຄືໃນປັດຈຸບັນ. ພາຍຫຼັງທີ່ໄດ້ຂັບຮ້ອງໃຫ້ລຸງໂຮ່ ຟັງເມື່ອປີ 1946, ຄອບຄົວທ່ານ ເຈິ່ງວຽດບິ໊ງ ໄດ້ຍົກຍ້າຍຈາກ ຖາຍບິ່ງ ມາດຳລົງຊີວິດຢູ່ ນາມດິ້ງ.  ຢູ່ແຂວງ ນາມດິ້ງ, ທ່ານ ບິ໊ງ ໄດ້ເຂົ້າຮ່ວມກອງສິລະປະເຍົາວະຊົນທີ່ມີຊື່ວ່າ ຫວ່າງແອັງ,    ແລ້ວກໍ່ຄ່ອຍໆກາຍເປັນຜູ້ຮັບຜິດຊອບກອງສິລະປະນີ້ ໃນຫຼາຍປີລຽນຕິດ.  ຄາວນັ້ນ ວິທະຍຸກະຈາຍສຽງ ຫວຽດນາມ ຍັງຄົງອັດສຽງບັນດາບົດເພງ ໂດຍກອງເຍົາວະຊົນໄດ້ສະແດງ ເພື່ອອອກອາກາດ. ກອງສິລະປະ ຫວ່າງແອັງ ຂອງທ່ານ ເຈິ່ນວຽດບິ໊ງ ແຕ່ລະເທື່ອກໍ່ໄດ້ຮັບມອບໝາຍຝຶກແອບ 10 ບົດເພງ ແລະ ສາມເດືອນໃດເທື່ອໜຶ່ງກໍ່ຕ້ອງຂຶ້ນ ຮ່າໂນ້ຍ ອັດສຽງ. ສຳລັບທ່ານ ເຈິ່ນວຽດບິ໊ງ ແລ້ວ ກອງສິລະປະ ຫວ່າງແອັງ ແລະ ໄລຍະອັດສຽງບົດເພງ ເພື່ອອອກອາກາດທາງ ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຄວາມປະທັບໃຈຢ່າງເລິກເຊິ່ງໃນຊີວິດຂອງທ່ານ. ນັກປະພັນດົນຕີ ເຈິ່ນວຽດບິ໊ງ ເວົ້າຕື່ມອີກວ່າ:

       “ຄາວນັ້ນ ອ້າຍ ຟ້າມຕວຽນ ແມ່ນຫົວໜ້າພະແນກດົນຕີຂອງ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເຫັນວ່າບັນດາບົດເພງເຍົາວະຊົນໃນທົ່ວປະເທດ ເຊິ່ງມີພຽງແຕ່ກອງ ເຊິນກາ ຂອງ ຮ່າໂນ້ຍ ຂັບຮ້ອງເທົົ່ານັ້ນ, ດັ່ງນັ້ນຈຶ່ງສະເໜີບັນດາແຂວງໃກ້ຄຽງ ຈົ່ງສ້າງຕັ້ງກອງເຍົາວະຊົນ ເປັນເພື່ອນຮ່ວມງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ. ສາມເດືອນໃດເທື່ອໜຶ່ງ ພວກອ້າຍຢູ່ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ມອບໝາຍໜ້າທີ່ໃຫ້ກອງຝຶກແອບປະມານ 10 ບົດເພງ. ແລ້ວພາຍຫຼັງສາມເດືອນ ກໍ່ຕ້ອງໄປຍັງ ວິທະຍຸກະຈາຍສຽງ ຫວຽດນາມ ຢູ່ເຮືອນເລກທີ 58 ຖະໜົນ ກວ໊ານສື ຮ່າໂນ້ຍ ເພື່ອອັດສຽງກັບວົງດົນຕີຂອງ ວິທະຍຸກະຈາຍສຽງ ຫວຽດນາມ”

       ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ ເຊິ່ງທ່ານ ເຈິ່ນວຽດບິ໊ງ ໄດ້ມີຄວາມຜູກພັນນັບແຕ່ຄາວເຍົາໄວ. ຢູ່ແຫ່ງນີ້ໄດ້ເປັນຂີດໝາຍບັນດາອະນຸສອນຂອງທ່ານ. ປີ 1957 ເປັນຄັ້ງທຳອິດບົດເພງ “ລຳແມ່ນ້ຳ” ໂດຍທ່ານປະພັນ ໄດ້ຖືກອັດສຽງ ແລະ ອອກອາກາດທາງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ໄດ້ຮັບຄວາມຊົມຊອບຈາກຜູ້ຟັງຫຼາຍທີ່ສຸດ. ຜົນສຳເລັດຂອງບົດເພງນີ້ ເຊິ່ງໄດ້ອອກອາກາດທາງ ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນບາດລ້ຽວທີ່ສຳຄັນ ເພື່ອໃຫ້ ເຈິ່ນວຽດບິ໊ງ ກາຍເປັນນັກດົນຕີສະໝັກຫຼິ້ນ. ທ່ານ ໄດ້ສືບຕໍ່ເຮັດວຽກ ແລະ ປະພັນດົນຕີ. ປີ 1974 ນັກປະພັນດົນຕີ ເຈິ່ນວຽດບິ໊ງ ໄດ້ກາຍເປັນສະມາຊິກ ສະມາຄົມນັກປະພັນດົນຕີ ຫວຽດນາມ. ປີ 2017 ເຈິ່ນວຽດ ບິ໊ງ ໄດ້ມີຄວາມເປັນກຽດຮັບລາງວັນແຫ່ງລັດ ກ່ຽວກັບວັນນະຄະດີ ສິລະປະ.

ຕອບກັບ

ຂ່າວ/ບົດ​ອື່ນ