ຊຸກຍູ້ການພັດທະນາບັນເຂດປະດິດຄິດສ້າງ, ສ້າງສີສັນສະເພາະໃຫ້ແກ່ວັດທະນະທຳນະຄອນຫຼວງ

(VOVWORLD) - ນັບແຕ່ປີ 2019 ຂະນະທີ່ໄດ້ເຂົ້າສະມາຊິກເຄືອຂ່າຍນະຄອນປະດິດຄິດສ້າງຂອງອົງການ Unesco ຢ່າງເປັນທາງການ, ຮ່າໂນ້ຍ ໄດ້ເສີມຂະຫຍາຍພູມປັນຍາ ແລະ ນ້ຳໃຈລວມໝູ່ໃນການປະດິດຄິດສ້າງວັດທະນະທຳ, ອັນໄດ້ນຳມາເຊິ່ງບັນດາເຫດການ ກິດຈະກຳວັດທະນະທຳທີ່ເປັນເອກະລັກ. ຮ່າໂນ້ຍ ມີທ່າໄດ້ປຽບຄວາມສາມາດບົ່ມຊ້ອນເຕົ້າໂຮມຫຼາຍຢ່າງ ແລະ ໄດ້ຊຸກຍູ້ບັນດາເຂດປະດິດຄິດສ້າງ ເພື່ອສ້າງສີສັນສະເພາະໃຫ້ແກ່ນະຄອນຫຼວງ
ຊຸກຍູ້ການພັດທະນາບັນເຂດປະດິດຄິດສ້າງ, ສ້າງສີສັນສະເພາະໃຫ້ແກ່ວັດທະນະທຳນະຄອນຫຼວງ - ảnh 1ເຂດຖະໜົນຍ່າງຮ່ວານກ໋ຽມ

     ຮ່າໂນ້ຍແມ່ນທ້ອງຖິ່ນມີຈຳນວນເຂດວັດທະນະທຳປະດິດຄິດສ້າງ ຫຼາຍ ກວ່າໝູ່ໃນທົ່ວປະເທດດ້ວຍ 124 ເຂດ. ນີ້ແມ່ນສັນຍານທີ່ດີສະແດງໃຫ້ເຫັນການພັດທະນາຂອງເຂດວັດທະນະທຳປະດິດຄິດສ້າງພາຍຫຼັງເຂົ້າເປັນສະມາຊິກຂອງ  Unesco ເປັນເວລາ 5 ປີ ແລະ ໄດ້ປະຕິບັດບັນດາຂໍ້ລິເລີ່ມໝັ້ນໝາຍ ເພື່ອຊຸກຍູ້ການເຄື່ອນໄຫວອອກແບບປະດິດຄິດສ້າງ. ມາຮອດປັດຈຸບັນ ຮ່າໂນ້ຍ ໄດ້ພັດທະນາ ແລະ ເສີມຂະຫຍາຍບັນດາເຂດວັດທະນະທຳປະດິດຄິດສ້າງຢ່າງມີປະສິດທິຜົນ ແລະ ໄດ້ເສີມຂະຫຍາຍແຫຼ່ງກຳລັງວັດທະນະທຳ ແລະ ມະນຸດໃນລະດັບສູງສຸດ ເຊິ່ງພົ້ນເດັ່ນແມ່ນບັນດາການເຄື່ອນໄຫວພັດທະນາເຂດຖະໜົນຍ່າງ, ບັນດາເຂດປະດິດຄິດສ້າງວັດທະນະທຳ ອາຊີບຫັດຖະກຳໃນບໍລິເວນນະຄອນ. ປີ 2019 ຮ່າໂນ້ຍ ມີພຽງສອງເຂດຖະໜົນຍ່າງ ນັ້ນແມ່ນຄຸ້ມຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ ແລະ ຄຸ້ມຖະໜົນຍ່າງ ຈິ້ງກົງເຊີນ. ມາຮອດປັດຈຸບັນ ຮ່າໂນ້ຍ ໄດ້ພັດທະນາຕື່ມອີກ 4 ເຂດຖະໜົນຍ່າງໃນບໍລິເວນນະຄອນຫຼວງ. ນາງ ຫງວຽນທິທຸ໋ຍ ຢູ່ເທດສະບານ ເຊີນເຕິຍ ເປີດເຜີຍວ່າ:

     “ຄຸ້ມຖະໜົນຍ່າງຖືກເປີດມີຜົນປະໂຫຍດຫຼາຍຢ່າງ. ທາງດ້ານວັດທະນະທຳທຸກໆຄົນມີສະຖານທີ່ເພື່ອພົບປະແລກປ່ຽນ; ແມ່ນບ່ອນເຕົ້າໂຮມທຸກໆຄົນ ແລະ ສ້າງໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມ ກໍ່ຄືຊ່ວຍໃຫ້ທຸກເພດທຸກໄວສະຫຼະເວລາໃຫ້ແກ່ບັນດາການເຄື່ອນໄຫວຕົວຈິງ, ໄດ້ສຳຜັດກັບທຳມະຊາດ ກັບບັນດາຜູ້ຢູ່ອ້ອມຂ້າງ”.                                        

      ການຈັດຕັ້ງບັນດາງານບຸນວັດທະນະທຳ, ບັນດາເຫດການທີ່ພົ້ນເດັ່ນກ່ຽວກັບການເຄື່ອນໄຫວປະດິດຄິດສ້າງຂອງນະຄອນຫຼວງໄດ້ດຶງດູດວົງການຜູ້ປະດິດຄິດສ້າງ ແລະ ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນນັ້ນມີເຫດການທີ່ພົ້ນເດັ່ນຄື ງານບຸນວັດທະນະທຳພື້ນເມືອງໃນຊີວິດຍຸກປັດຈຸບັນປີ 2019, 2020; ງານມະໂຫລານປະດິດຄິດສ້າງ ແລະ ອອກແບບ ຫວຽດນາມ 2020; ສັບປະດາອອກແບບ ຫວຽດນາມ ປີ 2021, 2022. ເຫດການເຫຼົ່ານັ້ນລວມມີບັນດາການເຄື່ອນໄຫວໂອ້ລົມສົນທະນາລົງເລິກ, ງານວາງສະແດງ, ລາຍການສະແດງສິລະປະ, ການຫຼິ້ນເກມ… ອັນໄດ້ດຶງດູດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ນັກດົນຕີ ກວັກຈຸງ ໃຫ້ຮູ້ວ່າ:

     “ນັບແຕ່ປີ 2023 ຢູ່ເມືອງ ຮວ່ານກ໊ຽມ, ພວກຂ້າພະເຈົ້າໄດ້ຊອກຫາບັນດາແບບວິທີເຊິ່ງຢູ່ໃນນັ້ນ ສາມາດສົມທົບກັນ ເພື່ອແນະນຳການປະດິດຄິດສ້າງຂອງນັກສິລະປິນ ເປັນຕົ້ນແມ່ນສິລະປິນໜຸ່ມມາຮ່ວມກັບບັນດາຜູ້ຈັດຕັ້ງໃນພາກພື້ນ ແລະ ສາກົນ. ພ້ອມກັນນັ້ນພວກຂ້າພະເຈົ້າກໍ່ຍັງແນະນຳບັນດາເຂດວັດທະນະທຳ ມໍລະດົກຂອງເມືອງ ຮວ່າກ໊ຽມໃຫ້ແກ່ແຂກທ່ອງທ່ຽວ”.

     ມາຮອດປັດຈຸບັນ ບັນດາເຂດປະດິດຄິດສ້າງຢູ່ ຮ່າໂນ້ຍເຄື່ອນໄຫວດ້ວຍຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດຄືການອອກແບບສິລະປະຈັກຂຸສຳຜັດ, ສະຖາປັດຕະຍະກຳ, ດົນຕີ, ລາຍການສະແດງອາຊີບສິລະປະຫັດຖະກຳ, ການຖ່າຍຮູບ, ຮຸບເງົາ ອັນໄດ້ປະກອບສ່ວນສ້າງພະລັງຊີວິດໃຫ້ແກ່ນະຄອນ. ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ ຜູ້ປະຈຳການກຳມາທິການວັດທະນະທຳ ສຶກສາຂອງສະພາແຫ່ງຊາດ ເນັ້ນຫນັກວ່າ:

     “ການແຜ່ກະຈາຍຈິດໃຈປະດິດຄິດສ້າງໃຫ້ແກ່ທຸກໆຄົນ ແມ່ນສິ່ງທີ່ສຳຄັນທີ່ສຸດ. ນະຄອນຫຼວງ ຮ່າໂນ້ຍ ແມ່ນນະຄອນປະດິດຄິດສ້າງ, ດັ່ງນັ້ນບັນຍາກາດປະດິດຄິດສ້າງໄດ້ສ້າງຂຶ້ນໃນເຂດປະດິດຄິດສ້າງຕ່າງໆ, ຈາກບັນດາບຸກຄົນປະດິດຄິດສ້າງຕະຫຼອດຮອດບັນດາປັດໄຈຈະຊ່ວຍໃຫ້ນະຄອນຫຼວງມີກຳລັງໜູນໃຫ້ແກ່ການພັດທະນາໃນຊຸມປີທີ່ຈະມາເຖິງ”.

     ດ້ວຍເປົ້າໝາຍຖືວັດທະນະທຳ ແລະ ການປະດິດຄິດສ້າງເປັນໃຈກາງຂອງການພັດທະນາ ແມ່ນຂໍ້ກຸນແຈຂອງການວາງແຜນຜັງພັດທະນາຕົວເມືອງ, ຮ່າໂນ້ຍ ພວມພັດທະນາ ແລະ ເສີມຂະຫຼາຍປະສິດທິຜົນບັນດາເຂດປະດິດຄິດສ້າງກ່ຽວກັບກັບວັດທະນະທຳສິລະປະເທື່ອລະກ້າວ. ຜ່ານນັ້ນສາມາດຢັ້ງຢືນທີ່ຕັ້ງຂອງນະຄອນຫຼວງທີ່ມີມູນເຊື້ອວັດທະນະທຳເຂັ້ມຂົ້ນໄປດ້ວຍຈິດໃຈປ່ຽນແປງໃໝ່ ແລະ ປະດິດຄິດສ້າງນຳ ຮ່າໂນ້ຍ ກາຍເປັນທ້ອງຖິ່ນນຳໜ້າ ກ່ຽວກັບການພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳປະດິດຄິດສ້າງ, ປະກອບສ່ວນສ້າງນະຄອນຫຼວງອະລິຍະທຳ - ສີວິໄລ - ທັນສະໄໝ ສົມເປັນສູນກາງການເມືອງວັດທະນະທຳຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ