ຊຸດອາພອນຂອງຜູ້ຊາຍຊົນເຜົ່າເອເດ
ປະເທດຫວຽດນາມມີ 54 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ. ແຕ່ລະເຜົ່າລ້ວນແຕ່ມີຊຸດອາພອນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ຊຸດອາພອນຍາມໃດ ກໍ່ຕິດພັນຢ່າງສະໜິດແໜ້ນກັບການດຳລົງຊີວິດ, ເປັນ ສັນຍາລັກເພື່ອກຳນົດ ແລະ ຈຳແນກລະຫວ່າງເຜົ່ານີ້ກັບເຜົ່າອື່ນ. ຊຸດອາພອນ ບໍ່ພຽງແຕ່ເປັນການສ່ອງແສງເຖິງ ລະດັບພັດທະນາທາງດ້ານເສດຖະກິດ, ວັດທະນະທຳສັງຄົມເທົ່ານັ້ນ, ຫາກຍັງເປັນ ການສະແດງໃຫ້ເຫັນ ຮີດຄອງປະເພນີ, ວິຖີຊີວິດ, ວັດທະນະທຳ, ຄວາມງາມ ແລະວັດທະນະທຳຂອງບັນດາເຜົ່າອີກດ້ວຍ.
ເມື່ອເວົ້າເຖິງ ຊຸດອາພອນປະຈຳເຜົ່າ, ແມ່ນເວົ້າເຖິງກົກເຄົ້າເຫົ້ງາກໍ, ປະຫວັດຄວາມເປັນມາ ແລະ ການພັດທະນາຂອງເຜົ່ານັ້ນ. ຫວນຄືນໄລຍະເວລາແຫ່ງປະຫວັດສາດ, ພ້ອມກັບຊົນເຜົ່າອ້າຍນ້ອງ ເມີນົງ, ຊົນເຜົ່າ ເອເດ ດຳລົງຊີວິດຕົ້ນຕໍ່ຢູ່ແຂວງ ດັກລັກ ຕັ້ງຢູ່ກາງເຂດດິນທາງຕາເວັນຕົກຂອງພາກກາງຫວຽດນາມ. ໃນຂະບວນວິວັດແຫ່ງການພັດທະນາຍາວນານ, ຊາວເຜົ່າ ເອເດ ໄດ້ມີສີສັນ ວັດທະນະທຳຊົນເຜົ່າທີ່ເປັນເອກະລັກສະເພາະມາແຕ່ດຶກດຳບັນ. ພ້ອມກັບດ້ານວັດທະນະທຳໃນຊີວິດ ແລະວັດທະນະທຳດ້ານວັດຖຸນັ້ນ, ຍັງມີວັດທະນະທຳໃນການປະພຶດ ແລະ ວັດທະນະທຳດ້ານຈິດວິນຍານອີກດ້ວຍ. ມີນັກວັດທະນະທຳຫຼາຍຄົນຖືວ່າ: ໂດຍສັງເກດໃນ 2 ແງ່ມຸມຄືວັດຖຸ ແລະຈິດໃຈນັ້ນ, ຊຸດອາພອນຂອງຊາວເຜົ່າ ເອເດ ໄດ້ເຕົ້າໂຮມບັນດາສີສັນແຫ່ງສິລະປະ, ເຕັມໄປດ້ວຍລັກສະນະຄວາມປານີດ. ແມ່ຍິງເຜົ່າ ເອເດ ນຸ່ງເສື້ອຄໍມົນແຂນຍາວ, ມີ 2 ແຂບອ້ອມກົກແຂນ, ມີພວງເສັ້ນໄໝຕິດໃສ່ບ່າ ແລະ ຍາວຮອດຫົວເຂົ່າ. ໃນເມື່ອພວກນາງສາວເຜົ່າ ເອເດ ຍ່າງໄປມານັ້ນ, ພວງເສັ້ນໄໝເຫຼົ່ານັ້ນກໍ່ເຄື່ອນເໜັງໄປຕາມ ແລະເບິ່ງແລ້ວມີສະເໜອີຫຼີ. ນອກຈາກນັ້ນ, ແມ່ຍິງເຜົ່າ ເອເດ ກໍ່ຍັງນຸ່ງສິ້ນຍາວຮອດຕີນ. ສ່ວນຜູ້ຊາຍຊາວເຜົ່າ ເອເດ ມັກນຸ່ງກະຕ່ຽວ ແລະ ເສື້ອຄໍມົນແຂນຍາວ. ເສື້ອຂອງຜູ້ຊາຍສ່ວນຫຼາຍກໍ່ຍາວກ່ວາເສື້ອຂອງແມ່ຍິງ. ທ່ານດອກເຕີຂະແໜງ ຊົນເຜົ່າວິທະຍາ ທູຍຸງດວນດຸເມີລູ ສັງກັດ ມະຫາວິທະຍາໄລ ໄຕງວຽນ ໃຫ້ຮູ້ວ່າ : “ ຜູ້ຊາຍເຜົ່າເອເດ ມັກນຸ່ງເສື້ອຄໍມົນແຂນຍາວ. ເສື້ອຂອງຜູ້ຊາຍ ເຜົ່າເອເດ ຕ່າງກັບເສື້ອຂອງຜູ້ຍິງຢູ່ບ່ອນວ່າ ຢູ່ຕາມແຂບເສື້ອມີລວດລາຍ ”
ຍ້ອນຄວາມສຳນຶກທາງດ້ານສັງຄົມ, ດັ່ງນັ້ນຄວາມສຳນຶກກ່ຽວກັບ ຊຸດອາພອນ ຂອງຊາວເຜົ່າເອເດໃນເມື່ອກ່ອນກໍ່ມີລັກສະນະຕ່າງຫາກ. ຊ່າງຕັດຫຍິບ ອີຢວານ ເອນວຍ ຢູ່ຕາແສງ ຢາຕາມ ນະຄອນ ບວນມາຖວດ ແຂວງ ດັກລັກ ອະທິບາຍວ່າ : “ ກ່ອນນີ້, ເມື່ອເວົ້າເຖິງເສື້ອປະຈຳເຜົ່າ, ຜູ້ຄົນທັງຫຼາຍລ້ວນແຕ່ຈຳແນກຕາມແຕ່ລະຂັ້ນ. ຜູ້ທຸກຍາກແມ່ນນຸ່ງເສື້ອບໍ່ມີແຂນ ແລະ ໜ້າເອິກບໍ່ມີສີແດງ, ສ່ວນຜູ້ຮັ່ງມີ ແມ່ນນຸ່ງເສື້ອມີສີແດງຢູ່ໜ້າເອິກ ແລະ ມີພວງເສັ້ນໄໝ. ສ່ວນລວດລາຍນັ້ນ, ເຂົາເຈົ້າກໍ່ຖັກແສ່ວຕາມໃຈມັກ ”
ໂດຍຖືເອົາສີດຳເປັນຕົ້ນຕໍ່ ແລະມີການປະສົມປະສານກັບບັນດາລວດລາຍສີແດງນັ້ນ, ໄດ້ສ້າງໃຫ້ມີຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນຂອງເຜົ່າເອເດ. ທ່ານດອກເຕີຂະແໜງ ຊົນເຜົ່າວິທະຍາ ທູຍຸງດວນດຸເມີລູ ສັງກັດ ມະຫາວິທະຍາໄລ ໄຕງວຽນ ໃຫ້ຮູ້ວ່າອີກ : “ຊຸດອາພອນຂອງຊົນເຜົ່າ ເອເດ ມີ 2 ຢ່າງ, ທີ່ 1 ແມ່ນ ຊຸດອາພອນນຸ່ງໃນເວລາອອກແຮງງານທຳການຜະລິດ ຫຼືນຸ່ງປະຈຳວັນ. ແລະ ຊຸດອາພອນອີກຢ່າງໜຶ່ງທີ່ມີສີສັນຂອງຊາວເຜົ່າເອເດ ນັ້ນແມ່ນ ຊຸດອາພອນໃຊ້ໃນງານບຸນຫຼືເທດສະການ ”
ເມື່ອສັງເກດທາງດ້ານລາຍລະອຽດຂອງ ຊຸດອາພອນເຜົ່າເອເດແຕ່ລະຢ່າງນັ້ນ, ພວກເຮົາສາມາດເຫັນໄດ້ຢ່າງຈະແຈ້ງກ່ວາກ່ຽວກັບລັກສະນະຫຼາຍຮູບຫຼາຍສີ ບໍ່ພຽງແຕ່ກ່ຽວກັບທາງເພດ ແລະ ຄວາມເປັນເອກະລັກສະເພາະທາງດ້ານເຕັກນິກການຕຳ່ແຜ່ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນລັກສະນະວາດພາບ, ເຕັມໄປດ້ວຍສີສັນຂອງຊົນເຜົ່າອີກດ້ວຍ. ຊ່າງຕັດຫຍິບ ອີຢວານ ເອນວຍ ຢູ່ຕາແສງ ຢາຕາມ ນະຄອນ ບວນມາຖວດ ແຂວງ ດັກລັກ ໃຫ້ຮູ້ຕື່ມອີກວ່າ : “ ທາງດ້ານລວດລາຍຂອງເສື້ອຜູ້ຍິງ ແລະ ຜູ້ຊາຍ ແມ່ນຄ້າຍຄືກັນໂດຍພື້ນຖານ, ພາສາຊົນເຜົ່າເອີ້ນວ່າ : ນາກຣາຍ, ພາສາປະຈຸບັນເອີ້ນວ່າ ພະຍານາກ ”
ເມື່ອສັງເກດກ່ຽວກັບການປະດັບປະດາໃນຊຸດອາພອນ, ຜູ້ຄົນທັງຫຼາຍອາດຈະຮູ້ໂລດວ່າແມ່ນ ຊຸດອາພອນຂອງເຜົ່າເອເດ. ຜ່ານດ້ານສີສັນ, ລວດລາຍປະດັບປະດາແບບຂະໜານກັນລຽບຕາມແຂບແພ ແລະ ປະດັບປະດາດ້ວຍຮູບຕ່າງໆເປັນໜ້າປະທັບໃຈ, ທັງນີ້ກໍ່ເປັນການສ່ອງແສງເຖິງດ້ານວັດທະນະທຳທີ່ເປັນມູນເຊື້ອ ແລະ ຊີວິດປະຈຳວັນຂອງ ຊາວເຜົ່າເອເດອີກດ້ວຍ.
ເຖິງວ່າບໍ່ມີຫຼາຍແບບກໍ່ຕາມ, ແຕ່ຊຸດອາພອນຂອງຊາວ ເຜົ່າເອເດ ມີຈຸດເປັນເອກະ ລັກສະເພາະ ເມື່ອທຽບໃສ່ເຜົ່າອື່ນໆຢູ່ເຂດ ໄຕງວຽນ. ຊຸດອາພອນຂອງແມ່ຍິງຊາວເຜົ່າເອເດມີຄວາມງາມວັດທະນະທຳແບບລຽບງາຍ, ສຸພາບ ແລະ ມີສະເໜ. ສ່ວນ ຊຸດອາພອນຂອງຜູ້ຊາຍຊາວເຜົ່າເອເດນັ້ນ, ແມ່ນມີສີສັນຫຼາຍກ່ວາ, ແຕ່ເບິ່ງລວມແລ້ວ, ມັນສະແດງໃຫ້ເຫັນຄວາມງາມແບບປະເພນີຂອງຊຸດອາພອນ ປະຈຳເຜົ່າເອເດ.
ຝ້າມອ່ານ