ຊາວນ້ຳບຸງເລົ່າເລື່ອງດ້ວຍຮູບຖ່າຍ

ຊາວນ້ຳບຸງເລົ່າເລື່ອງດ້ວຍຮູບຖ່າຍ - ảnh 1
ເມືອງວັນເຈີນສະຫຼຸບໂຄງການວັດທະນະທຳ
ຫຼາຍຮູບຫຼາຍສີ ແລະ ເລົ່າເລື່ອງດ້ວຍຮູບຖ່າຍ
(ພາບ: yenbai.vn)

Vovworld- ຖ່າຍ​ຮູບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວັດທະນະທຳ ​ແລະ ​ເລົ່າ​​ເລື່ອງ​ກ່ຽວ​ກັບວັດທະ ນະທຳຂອງ​ຕົນ, ນັ້ນ​ແມ່ນ​ວຽກງານ​ທີ່​ຊາວ​ເຜົ່າ​ຢ້າວ​ຢູ່​ຕາ​ແສງ​ນ້ຳ​ບຸງ ​ເມືອງ​ວັນ​ເຈີ​ນ ​ແຂວງ ອຽນ​ບ໋າ​ຍ ພວມ​​ເມົາ​ມົວ​ປະຕິບັດ. ພວກ​ເຂົາ​ເຈົ້າ​ພວມ​ພ້ອມ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສັງຄົມ-​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ (iSEE) ປະຕິບັດ​ການ​ຄົ້ນ​ຫາ ​ແລະ ​ແນະນຳ​ດ້ານ​ວັດທະນະທຳ​ຂອງ​ເຜົ່າ​ຕົນ. ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ດຳລົງ​ຊີວິດ​ໃນ​ວົງ​ຄະນະ​ຍາດ, ການ​ເຫຼື້ອມ​ໃສນັ້ນ​ໄດ້​ຖືກ​ປະຊາຊົນ​ຢູ່​ແຫ່ງ​ນີ້​ເລົ່າຄືນ​ຢ່າງ​ຈິງ​ໃຈ.

   ນັບ​ແຕ່​ໃດໆ​ມາ, ​ປະຊາຊົນ​ຢູ່ບ້ານ​ນ້ຳ​ເຈົ້າ, ຕາ​ແສງ​ນ້ຳບຸງ​ມີ​ຄວາມ​ຜູກ​ພັນ​ກັບ​ການ​ເຮັດ​ໄຮ່​ໄຖ​ນາ ​ແລະຜະລິດ​ເຄື່ອງ​ຫັດຖະກຳໃນ​ຕະຫຼອດ​ປີ. ບໍ່​ເທົ່າ​ໃດ​ຄົນ​ຮູ້ຈັກ​ເຖິງ​ກ້ອງ​ຖ່າຍຮູບ. ​ແຕ່​ເມື່ອ​ໄດ້​ຮັບ​ການ​ປະກອບ​ກ້ອງຖ່າຍຮູບ​ທຳ​ມະ​ດານັ້ນ, ​ຊາວ​ເຜົ່າ​ຢ້າວ​ຢູ່​ບ້ານ​ນ້ຳ​ເຈົ້າສາມາດ​ຮັບ​ເອົາ​ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານ​ເຕັກນິກ​ຖ່າຍຮູບ ​ແລະ ​ໄດ້​ປະດິດ​ສ້າງ​ບັນດາ​ຮູບ​ຖ່າຍ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ຊີວິດ​ຊີວາ ​ແລະ ​ເປັນ​ໜ້າ​ປະ​ທັບ​ໃຈ. ທ່ານ​ນາງດອກ​ເຕີ Vo Mai Phuong ພະນັກງານ​ພະ​ແນ​ກຄົ້ນ​ຄ້ວາ, ​ເກັບ​ກຳ​ວັດທະນະທຳ​ຫວຽດນາມ​ສັງກັດ​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ, ຜູ້ຖ່າຍ​ທອດວິທີ​ຖ່າຍຮູບ​ໃຫ້​ຊາວ​ທ້ອງ​ຖິ່ນ​ເປີດ​ເຜີຍ​ວ່າ:

   “ ຄິດ​ສະ​ເລັຍ​, ​ແຕ່ລະຄົນ​ສາມາດ​ຖ່າຍຮູບ​ໄດ້ 700 ​ແຜ່ນ. ​ແຕ່​ບໍ່​ແມ່ນ​ວ່າ​ຈະ​ນຳ​ເອົາ​ຮູບ​ຖ່າຍ​ທັງ​ໝົດ​​ມາ​ວາງສະ​ແດງ, ຫາກ​ມີ​ການ​ຄັດເລືອກ​ເອົາ​ສ່ວນ​ໜຶ່ງ. ຍົກ​ຕົວຢ່າງ​ຄື: ​ເມື່ອ​ແນະນຳ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ໝູ່​ບ້ານ​ນັ້ນ, ກໍ​ເລືອກ​ເອົາຮູ​ບຖ່າຍ​ກ່ຽວ​ກັບ​ຫ້ວຍ​ຢູ່​ບ້ານນ​້ຳ​ເຈົ້າ ຫຼື ຮູບ​ຖ່າຍ​ກ່ຽວ​ກັບ​ການ​ເຮັດນາ​ຂັ້ນ​ໃດ”

  ເມື່ອເຫັນດ້ວຍຕາຈຳນວນຮູບຖ່າຍທີ່ປະຊາຊົນຢູ່ ນຳ້ບຸງຖ່າຍນັ້ນ, ນາງ Vo Mai Phuong ມີຄວາມຕົກສະເງີ້ ຕໍ່ຄຸນນະພາບຂອງຮູບຖ່າຍເຫຼົ່ານັ້ນ. ປະຊາຊົນຢູ່ແຫ່ງ ນີ້ ໃນຕະຫຼອດຊີວິດພຽງແຕ່ຮູ້ຈັບຄັນໄຖ, ຈັບຈົກ ເຮັດໄຮ່ໄຖນາ, ຈັບເຂັ້ມເພື່ອ ຫຍິບປັກຖັກແສ່ວເທົ່ານັ້ນ, ຊຳ້ບໍໜຳຍັງມີບາງຄົນບໍ່ຮູ້ໜັງສື, ແຕ່ວິທີສະແດງ ຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບການດຳລົງຊີວິດຂອງຕົນຢ່າງເລິກເຊິ່ງທີ່ສຸດ. ໂດຍແມ່ນວຽກງານທີ່ເຂົາເຈົ້າ ເຮັດໃນຊີວິດປະຈຳວັນ, ແຕ່ເມື່ອນຳເຂົ້າຮູບຖ່າຍ ນັ້ນ, ພັດມີຊີວິດຊີວາ ແລະ ຊ້ອນແຝງຫຼາຍເລື່ອງລາວທີ່ປະທັບໃຈ. ນາງ Vo Mai Phuong ຊີ້ນິ້ວມືໃສ່ຮູບຖ່າຍ ແລະ ເວົ້າວ່າ :

  “  ມີຮູບຖ່າຍບາງແຜ່ນ ທີ່ບໍ່ງາມແທ້, ແຕ່ໄດ້ຖືກເຂົາເຈົ້າເລືອກເອົາ ຍ້ອນວ່າ ພວກເຂົາຖືວ່າ ມັນມີຄວາມໝາຍ ກັບເຂົາເຈົ້າ. ຍົກຕົວຢ່າງຄື ຮູບຖ່າຍກ່ຽວກັບ ການປັກດຳ, ກໍບໍ່ມີຫຍັງເປັນໜ້າດູດດືມ, ແຕ່ຜ່ານການປັກດຳ, ເຂົາເຈົ້າຢາກເວົ້າ ເຖິງເລື່ອງເປັນຫຍັງຊາວເຜົ່າຢ້າວ ເຮັດນາຂັ້ນໄດ ແລະ ວິທີປັກດຳຂອງຊາວເຜົ່າ ຢ້າວກໍຕ່າງໝູ່  ”

    ຮູບພາບປະຊາຊົນໄປເຮັດໄຮ່ໄຖນາ, ວິທີປ້ານຄັນນາ .... ຖືກນາງ Ly Thi Liu ຖ່າຍເອົາຢ່າງຫຼວງຫຼາຍ. ຮູບຖ່າຍແຕ່ລະແຜ່ນຂອງນາງ Ly Thi Liu ກໍແມ່ນເລື່ອງລາວກ່ຽວກັບການດຳລົງຊີວິດ, ກ່ຽວກັບປະຊາຊົນ ຢູ່ເຂດພູສູງທາງ ທິດຕາເວັນຕົກສຽງເໜືອຂອງປະເທດຊາດ . ນາງ Ly Thi Liu ເວົ້າວ່າ :

   “ ຂ້າພະເຈົ້າຖ່າຍຮູບໄດ້ຫຼາຍແຜ່ນ ກ່ຽວກັບການປັກດຳ, ການປ້ານຄັນນາ, ການຕົ້ມຢາພື້ນເມືອງ.... ຂ້າພະເຈົ້າ ເຫັນວ່າ ປະຊາຊົນຢູ່ແຫ່ງນີ້ມີວິທີໄຖນາ, ປັກດຳແຕກຕ່າງກັບແຫ່ງອື່ນໆ. ຢູ່ແຫ່ງຕ່າງໆ ເຂົາເຈົ້າປັກດຳ ເປັນແຖວຊື່,ສ່ວນຢູ່ ແຫ່ງນີ້ເຂົາເຈົ້າປັກດຳແບບທຳມະຊາດ, ເພາະວ່າປັກດຳແບບທຳມະຊາດແມ່ນ ໄວ ແລະ ງ່າຍກ່ວາ. ຕາມຂ້າພະເຈົ້າແລ້ວ, ເຮົາມັກປັກດຳເປັນແຖວຊື່ກ່ວາ ເພາະວ່າເສຍຫຍ້າໄດ້ງ່າຍ ແລະ ເຫັນໄດ້ລະດັບນຳ້ ໃນນາ.  ”

   ສຳລັບບັນດາຮູບຖ່າຍຂອງນາງ Ban Thi Dan ຖ່າຍຮູບກ່ຽວກັບຊາວເຜົ່າຢ້າວ ຢູ່ ວັນເຈີນ ພາກັນໄປໄຖນາ, ແລະ ຊ່ວຍປຸກເຮືອນໃຫ້ແກ່ກັນ. ນາງເວົ້າວ່າ :

  “ ພໍ່ແມ່ຢູ່ທີ່ນີ້ຍັງຄົງຊ່ວຍເຫຼືອກັນ. ສ່ວນຢູ່ແຫ່ງອື່ນ ແມ່ນຈ້າງຄົນມາເຮັດ. ຢູ່ແຫ່ງນີ້, ເມື່ອໄປເຮັດວຽກຢູ່ບ່ອນມີ ຫຼາຍຄົນ, ໃຜໆກໍກໍນຸ່ງຊຸດປະຈຳເຜົ່າທີ່ສວຍ ງາມ, ສວ່ນເມື່ອໄປເຮັດນາແມ່ນນຸ່ງຖືທຳມະດາ ”

   ນາງ Ban Thi Dan ກໍຍັງມັກຖ່າຍເອົາບັນດາຮູບພາບແມ່ນຍິງເຜົ່າຢ້າວ ນັ່ງຫຍິບປັກຖັກແສ່ວ. ນາງ Ban Thi Dan ໃຫ້ຮູ້ວ່າ ພາຍຫຼັງກັບມາເຮືອນຈາກ ການເຮັດໄຮ່ໄຖນາ, ເອື້ອຍນ້ອງແມ່ຍິງເຜົ່າຢ້າວພັດຍາດແຍ່ງເວລານັ່ງຖັກແສ່ວ. ນາງເວົ້າວ່າ:

  “ ເຫັນຮູບພາບເອື້ອຍນ້ອງແມ່ຍິງພວມນັ່ງຖັກແສ່ວ ງາມຫຼາຍ, ເຮົາກໍຖ່າຍເອົາ. ຊາວເຜົ່າຢ້າວມີວິທີຖັກແສ່ວດ້ວຍ ເສັ້ນໃໝເສັ້ນຄູ່ ເຊິ່ງແຕກຕ່າງກັບເຜົ່າອື່ນ, ສ່ວນຊາວເຜົ່າມົ້ງຖັກແສ່ວດ້ວຍເສັ້ນໃໝເສັ້ນດຽວ. ແຕ່ມັນກໍຂຶ້ນກັບຄວາມນິຍົມ ຂອງແຕ່ລະຄົນໃນວິທີການຖັກແສ່ວ. ຊາວເຜົ່າຢ້າວເຫັນວ່າ ມີຄວາມລື້ງເຄີຍ ແລ້ວ, ກໍສັງເກດເຫັນວ່າວິທີຖັກແສ່ວຂອງຕົນງາມກ່ວາ ”

   ຮູບຖ່າຍທັງໝົດເຫຼົ່ານັ້ນ, ເຖິງວ່າງາມ ຫຼືຍັງບໍ່ທັນບັນລຸຄຸນນະພາບສູງກໍຕາມ, ແຕ່ບັນດານັກຖ່າຍຮູບຢູ່ແຫ່ງນີ້, ລ້ວນແຕ່ຢາກແນະນຳແບບວິທີການຜະລິດ, ອາຊີບຫັດຖະກຳຫຼືແບບແຜນການດຳລົງຊີວິດຂອງເຜົ່າຕົນ. ຜົນປະໂຫຍດທີ່ ດີສຸດຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້ ເມືອ່ຈັບກ້ອງຖ່າຍຮູບນັ້ນ, ກໍເປັນ ການຊ່ວຍໃຫ້ ເຂົາເຈົ້າມີຄວາມເຊື່ອໝັ້ນຕົນເອງໃນການດຳລົງຊີວິດ, ມີລະດັບ ເພງມອງໃໝ່ກ່ຽວກັບເຫດການ, ການເຄື່ອນໄຫວ ຢູ່ອ້ອມຂ້າງຕົນເອງ, ປະກອບ ສ່ວນອະນຸລັກຮັກສາວັດທະນະທຳຂອງຊົນເຜົ່າ, ບັນທຶກບັນດາຮູບພາບທີ່ມີຊີວິດ ຊີວາໃນການດຳລົງຊີວິດ....ໂດຍຜ່ານຮູບຖ່າຍເຫຼົ່ານັ້ນ, ປະຊາຊົນຢູ່ແຫ່ງນີ້ ຍັງເວົ້າເຖິງແນວຄວາມຄິດ ແລະ ຄວາມ ໄຝ່ຝັນຂອງຕົນ. ບັນດາຮູບຖ່າຍງາມ ກ່ວາໝູ່ ແລະ ມີເນື້ອໃນມ່ວນກ່ວາໝູ່ ແມ່ນຈະຖືກນຳມາວາງສະແດງເພື່ອກາຍ ເປັນຈຸດໃຈກາງຂອງງານບຸນຖະໜົນເຊີດຊູວັດທະນະທຳບັນດາເຜົ່າຫວຽດນາມ ຊຶ່ງຖືກຈັດຂຶ້ນຢູ່ຮ່າໂນ້ຍໃນກາງ ເດືອນເມສາ ເນື່ອງໃນໂອກາດວັນວັດທະນະທຳ ບັນດາເຜົ່າຫວຽດນາມ (19/4).

ຕອບກັບ

ຂ່າວ/ບົດ​ອື່ນ