ຊາວຫວຽດນາມອາໄສຢູ່ຕ່າງປະເທດອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ

(vovworld)- ໃນ​ໄລ​ຍ​ະ 40 ປີ​ຜ່ານ​ມາ ນັບ​ແຕ່​ເມື່ອ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ, ນັບ​ມື້​ນັບ​ມີ​ຊາວ​ຫວຽດ​ນາມ ​ເຮັດ​ວຽກ, ດຳ​ລົງ​ຊີ​ວິດ ແລະ ອາ​ໄສ​ຢູ່​ຕ່າງ​ປະ​ເທດຫລາຍ​ຄົນ ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງນອນ ນຳ​ເອົາ​ຄວາມ​ຫວັງ​ຢາກ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ປະ​ເທດ​ຊາດ. ຈຳ​ນວນ​ເງິນ​ທີ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາກ​ເມືອ​ໄດ້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ຈຳ​ນວນ​ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກໍ​ເພີ່​ມ​ຂຶ້ນ​ຫລາຍ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ອາ​ລົມ​ຈິດ​ຂອງ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ອ​ວ່າຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ.
ຊາວຫວຽດນາມອາໄສຢູ່ຕ່າງປະເທດອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ - ảnh 1
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ຢ້ຽມ​ຢາມ​ບ້ານ​ເກີດ​ເມືອງນອນ
ພາບ:vietnamnet.vn

        ເດືອນ 4/2015 ແມ່ນ​ໂອ​ກາດ​ທີ່ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ ກັບ​ຄືນ​​ເຕົ້າ​ໂຮມ​ກັນ​ຢູ່​ບ້ານ​ເກີດ​ເມືອງນອນ, ແບ່ງ​ປັນ​ຄວາມ​ເບິກ​ບ້ານ​ມ່ວນ​ຊື່ນ​ໃນ​ຊ​ຸ​ມມື້​ທົ່ວ​ປະ​ເທດ​ສະ​ເຫລີມ​ສະ​ຫລອງວັນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.

       ສຸດ​ຈິດ​ສຸດ​ໃຈ​ແບ່ງ​ປັນ​ກັບ​ວົງ​ຄະ​ນາ​ຍາດ

ພາຍ​ຫລັງ​​ປະ​ເທດ​ຊາດ​ໄດ້ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ, ທ່ານ David Duong(ເຢືອງ) ພ້ອມ​ກັບ​ຄອບ​ຄົວ​ໄດ້​ຍ້າຍ​ໄປອາ​ໄສ​ຢູ່ ອາ​ເມ​ລິ​ກາ, ເລີ່ມທຳ​ມາ​ຫາ​ກິນ​ແລະ ​ດຳ​ລົງ​ຊີ​ວິດຢູ່ ອາ​ເມ​ລິ​ກາ ດ້ວຍ​ວຽກ​ງານ​ຄ້າ​ຂາຍສິ່ງ​ເສດ​ເຫລືອ ໄລ​ຍະ​ຕົ້ນ, ​ພາ​ຫະ​ນະ​ທີ່ຄອບ​ຄົວ ທ່ານ David Duong ຮັບ​ໃຊ້​ການທຳ​ມາ​ຫາ​ກິນ ແມ່ນ​ລົດ​ກະ​ບະ​ເກົ່າ​, ແຕ່​ມາ​ຮອດ​ປະ​ຈຸ​ບັນ Califonia Waste Solution ຂອງ​ຄອບ​ຄົວ​ທ່ານ ໄດ້​ພັດ​ທະ​ນາ​ກາຍ​ເປັນ​ບໍ​ລິ​ສັດ​ຢືນ​ອັນ​ດັບ​ທີ 37 ໃນ​ຈຳ​ນວນ 100 ບໍ​ລິ​ສັດ​ຊັ້ນ​ນຳ​ກ່ຽວ​ກັບ​ການ​ກຳ​ຈັດ​ສິ່ງ​ເສດ​ເຫລືອ​ຢູ່ ອາ​ເມ​ລິ​ກາ. ໝາກ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຊ່ວຍ ​​ສ້າງອິດ​ທິ​ພົນ​ ແລະ ຂຶ້ນຊື່​ລ​ື​ນາມໃຫ້​ແກ່​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ. ປະ​ຈຸ​ບັນ ບໍ​ລິ​ສັດ​ຂອງ ທ່ານ David Duong ມີ​ສາ​ຂາ ຢູ່ ຟິ​ລິບ​ປີນ, ຈີນ ແລະ ຫວຽດ​ນາມ. ບໍ່​ພຽງ​ແຕ່​ແມ່ນ​ນັກ​ທຸ​ລະ​ກິດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ເທົ່າ​ນັ້ນ, ທ່ານ David Duong ຍັງ​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ກຸ​ສົນ​ຢູ່​ຫວຽດ​ນາມ. ໂດຍ​ແມ່ນ​ຜູ້​ທີ່​ເຄີຍປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສະ​ນັ້ນ ຍາມ​ໃດ​ທ່ານ​ ທ່ານ David Duong ກໍ​ອ​ວ່າຍ​ຫນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ເຄົາ​ລົບ​ຈິດ​ໃຈ​ສາ​ມັກ​ຄີ, ອ​ຸ້ມ​ຊຸ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ ໃນ​ວຽກ​ງານ ແລະ ຊີ​ວິດ. ​ທ່ານ ທ່ານ David Duong ແບ່ງ​ປັນ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ​ຢູ່ ຫວຽດ​ນາມ​ວ່າ:

        “​ເມື່ອ​ດຳ​ເນີນ​ທຸ​ລະ​ກິດຢູ່​ຫວຽດ​ນາມ ບໍ​ລິ​ສັດ​ພວກ​ຂ້າ​ພະ​ເຈົ້າ ຕັດ​ສິນ​ໃຈ​ຫັກ​ລາຍ​ຮັບ​ສ່ວນ​ຫນຶ່ງ ເພື່ອ​ຊ່ວຍ​ເຫລືອ​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ພາຍ​ໃນ​ປະ​ເທດ.ເພາະ​ວ່າ ຄວາມ​ຫຍຸ້ງ​ຍາກ​ຂອງ​ສັງ​ຄົມ​ແມ່ນ​​ສະ​ພາບລວມ, ຮຽກ​ຮ້ອງ​ແຕ່​ລະ​ຄົນ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ວົງ​ຄະ​ນາ​ຍາດ​ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ສັງ​ຄົມ​ນັບ​ມື້​ນັບ​ພັດ​ທະ​ນາ.”

        ດ​້ວຍ​​ຄວາມ​ຄິດເພື່ອ​ຜົນ​ປະ​ໂຫຍດຂອງວົງ​ຄະ​ນາ​ຍາດ, ທ່ານ ຫງວຽນ​ວັນ​ກົງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ ກັບ​ຄືນ​ເມືອ​ປະ​ເທດ​ແຕ່​ປີ 1975 ແລະ​ໄດ້​ເຂົ້າ​ຮ່ວມ​ການກໍ່​ສ້າງ ອາ​ຄານ​ 20 ​ຊັ້ນ 7 ແຫ່ງ ຢູ່​ນະ​ຄອນ ໂຮ່​ຈິ​ມີນ​ຄື: Ham Nghi Tower, Sunwah Tower, Saigon Center…ທ່ານ ຫງວຽນ​ວັນ​ກົງ ໄດ້​ອອກ​ກິນ​ເບ​້ຍ​ບຳ​ນານກວ່າ 10 ປີ​ແລ້ວ, ທ່ານ ກົງ​ພ້ອມ​ກັບ​ຫນ່ວຍ​ເຕັກ​ນິກ ຊື່ງ​ແມ່​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໂດຍ​ທ່ານ​​ເປັນ​ຜູ້ກໍ່​ຕັ້ງ​ເອງ ​ສະ​ຫງວນ​ເວ​ລາ​ສ່ວນ​ຫລາຍ​ເພື່ອ​ລົງ​ບັນ​ດາ​ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ​ຄວາມ​ຫວັງ​ຢາກ​ລົບ​ລ້າງ​ບັນ​ດາ​ຂົວຊົ່ວ​ຄາວ, ກໍ່​ສ້າງ​ຂົວ​ເບ​ຕົງ​ຖາ​ວອນ​ໃຫ້​ແກ່​ປະ​ຊາ​ຊົນ. ດ້ວຍ​ຈຳ​ນວນ​ທຶນ​ຈາກ​ການ​ຂົ​ນ​ຂວາຍ​ດ້ວຍ​ຕົນ​ເອງ​, ມາ​ຮອດປະ​ຈຸ​ບັນ ຫນ່ວຍ​ເຕັກ​ນິກ​ດັ່ງ​ກ່າວ​ສາ​ມາດກໍ່ສ້າງ​ຂົວ​ເບ​ຕົງ​ເກືອບ 200 ແຫ່ງ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ພາກ​ໃຕ້, ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຫວຽດ​ນາມ ສຳ​ເລັດ​ ແລະ ຄາດ​ວ່າ ປີນີ້ ຈະ​ກໍ່​ສ້າງ​ຂົວ​ຫລາຍ​ແຫ່ງຕື່ມ​ອີກ​ຢູ່ ພາກ​ເຫນືອ​ຫວຽດ​ນາມ. ທ່ານ ຫງວຽນ​ວັນ​ກົງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ສືບ​ຕໍ່​ຊ່ວຍ​ເຫລືອ​ປະ​ຊາ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ, ຊ່ວຍ​ໃຫ້​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຫລາຍ​ແຫ່ງ​ແລ້ວ ແລະ ເຫັນ​ວ່າ ວຽກ​ງານນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ. 75% ຈຳ​ນວນ​ພົນ​ລະ​ເມືອງ ແມ່ນ​ດຳລົງ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ ສະ​ນັ້ນ ຕ້ອງ​ຊ່ວຍ​ເຂົາ​ເຈົ້າ, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ ແລະ ການ​ໄປ​ມາ​ສະ​ດວກ​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​​ຕ້ອງ​ການທີ່​ສຸດ.”

        ສ້າງ​ນ້ຳ​ໃຈ​ຮັກ​ຊາດ

        ພ​້ອມ​ກັບ​ອາ​ລົມ​ຈິດ​ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ກັບ​ຄືນ​ເມື​ອ​ປະ​ເທດ ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ແຕ່​ຊຸມ​ປີ 1960 ມາ​ຮອດ​ປະ​ຈຸ​ບັນ,  ໄດ້​ປະ​ກອບ​ສ່ວນບໍ່​ຫນ້ອຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ທ່ານ​ນາງ ຟານ​ທິ​ເຮື່ອງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໄທ ກັບ​ຄ​ືນ​ເມືອ​ປະ​ເທດກ່ອນນີ້ 20 ປີ ແລ້ວ ແລະ ປະ​ຈຸ​ບັນ ແມ່ນ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ Van Minh(ວັນ​ມີງ) AB, ຜະ​ລິດ ແລະ ພັດ​ທະ​ນາ​ລະ​ບົບ​ລ້ຽງ​ສິນ​ໃນ​ນ້ຳ. ໂດຍ​​ກຳ​ເນີດ​ ແລະ ເຕີບ​ໃຫຍ່​ໃນ​ຄອບ​ຄົວ​ຫນຶ່ງ​ມີ 3 ລຸ້ນ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ໄທ, ຍາມ​ໃດ​ທ່ານ​ນາງ ຟານ​ທິ​ເຮື່ອງ ກໍ​ສຶກ​ສາ​ໃຫ້​ລູກ​ຫລານ ມີ​ອາ​ລົມ​ຈິດ, ຄວາມ​ຮັກ​ແພງ ແລະ ຍາມ​ໃດ​ກໍອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ. ຄ​ຽງ​ຄູ່​ກັບ​ການ​ເຮັດ​ທຸ​ລະ​ກິດ, ທ່ານ​ນາງ​ຍັງ​ຍາດ​ເວ​ລາ​ພົວ​ພັນ​ຕິດ​ຕໍ່​ ແລະ ຊ່ວຍ​ເຫລືອ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ ແລະ ໄທ ໃນ​ຫລາຍ​ປີ​ຜ່ານ​ມາ, ຕັ້ງ​ຫນ້າ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ກວ່າ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ອຸ່ນ​ອ່ຽນ​ໃຈ​ກັບ​​ເມືອ​ລົງ​ທຶນກໍ່​ສ້າງ​​​ພາຍ​ໃນປະ​ເທດ​. ທ່ານ​ນາງ ຟານ​ທິ​ເຮື່ອງ ຍາ​ມ​ໃດ​ກໍ​ຄິດ​ວ່າ ຄົນ​ລຸ້ນ​ຕໍ່​ໄປ​ຕ້ອງ​ພະ​ຍາ​ຍາມ​ສຶກ​ສາ​ນ້ຳ​ໃຈ​ຮັກ​ຊາດ​ໃຫ້​ແກ່​ຊາວ​ຫວຽດ​ນາມ ລຸ້ນ​ຫນຸ່ມ​ທີ່ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ທ່ານ​ນາງ ຟານ​ທິ​ເຮື່ອງ ແບ່ງ​ປັນ​ວ່າ:

        “ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ໄທ ມີ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ອຸ​ທິດ​ສ່ວນ​​ກຳ​ລັງ​ເຫື່ອ​ແຮງ, ຊັບ​ສິນ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ປະ​ເທດ​ຊາດ. ມາ​ຮອດ​ປະ​ຈຸ​ບັນ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ໄທ ຍາມ​ໃດ​ກໍ​ອ່​ວາຍ​ຫນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ຢາກ​ອຸ​ທິດ​ສ່ວນ ແລະ ສ້າງ​ສາ​ປະ​ເທດ​ຫວຽດ​ນາມ.”

        ປະ​ເທດ​ຊາດ​ໄດ້​ຮັບ​ການທ້ອນ​ໂຮມ​ເປັ​ນ​ເອ​ກະ​ພາບ​ຢ່າງ​ສົມ​ບູນມ​າ​ເປັນ​ເວ​ລາ 40 ປີ​ແລ້ວ, ຜົນ​ສະ​ທ້ອນ​ຈາກ​ສົງ​ຄາມ​ ໄດ້​ເຮັດ​ໃຫ້​​ຊາວ​ຫວຽດ​ນາມ ​ບາງ​ຄົນ ມີ​ຄວາມ​ເຂົ້າ​ໃຈ​ບໍ່​ຖືກ​ຕ້ອງ​ກ່ຽວ​ກັບ​ອະ​ດີ​ດ​ຕ​ະ​ການ. ​ວຽກ​ງານ​ສຳ​ລັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ມີ​ບາດ​ກ້າວ​ບຸກ​ທະ​ລຸ ໄດ້​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​​ປວງຊົນ​ທັງ​ຊາດ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ ກໍ​ຄື​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ເຖິງວ່າ ​ຫ່າງ​ໄກ​ຈາກ​ບ້ານ​ເກ​ີດ​ເມືອງນອນ​ກໍ​ຕາມ ແຕ່​ ຊາວ​ຫວ​ຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ອ​ວ່າຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ມີ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ພິ​ເສດ ໃນ​ຊຸມມື້​ຂອງ​ເດືອນ 4 ສະ​ເຫລີມ​ສະ​ຫລອງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊ​າດ​ເປັນ​ເອ​ກະ​ພາບ.

 

ຕອບກັບ

ຂ່າວ/ບົດ​ອື່ນ