ຄອບຄົວຊາວເຜົ່າຂະມຸເຊີນແຂກດືມເຫຼົ້າໄຫເມື່ອມາຫຼິ້ນເຮືອນ
ສຳລັບຊາວເຜົ່າຂະມຸແລ້ວ, ບຸນເຕັດ ໝາຍເຖິງບຸນປີໃໝ່ປະຈຳຊາດຫວຽດນາມ ແມ່ນບຸນໃຫຍ່ທີ່ 2 ໃນປີ, ພຽງຖັດຈາກບຸນເຂົ້າໃໝ່. ສະນັ້ນ, ທຸກສິ່ງທຸກຢ່າງໄດ້ ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ກ່ອນອື່ນໝົດຕ້ອງກະກຽມເຫຼົ້າໄຫເພື່ອເຊື້ອເຊີນແຂກເມື່ອມາຫຼິ້ນເຮືອນ. ໂດຍທົ່ວໄປແລ້ວ, ແຕ່ລະຄອບຄົວມີເຫຼົ້າໄຫແຕ່ 3 ຫາ 4 ໄຫ ເພື່ອເຊີນແຂກດື່ມໃນໂອກາດບຸນເຕັດ. ສິ່ງທີ່ຂາດບໍ່ໄດ້ໃນ ບຸນເຕັດຂອງຊາວເຜົ່າຂະມຸ ແມ່ນໄກ່ຜູ້. ຖ້າຫາກວ່າ ບຸນເຕັດບໍ່ມີໄກ່ຜູ້ ແມ່ນບໍ່ມີຄວາມໝາຍເລີຍ. ເຖິງວ່າປະສົບກັບຄວາມທຸກຍາກຄືແນວໃດກໍຕາມ, ແຕ່ທຸກໆຄອບຄົວຊົນເຜົ່າຂະມຸ ລ້ວນແຕ່ພະຍາຍາມກະກຽມເຄື່ອງຂອງເພື່ອຕ້ອນຮັບບຸນເຕັດ ດ້ວຍຄວາມອົບອຸ່ນ. ຕໍ່ໄປນີ້ຂໍແນະນຳບັນຍາກາດຕ້ອນຮັບບຸນເຕັດຂອງ ຊາວເຜົ່າຂະມຸ ສູ່ທ່ານຟັງ.
ປະເພນີຕ້ອນຮັບບຸນເຕັດຂອງ ຊາວເຜົ່າຂະມຸຢູ່ຕາແສງ ເມື່ອງຟັງ ແຂວງດ້ຽນບຽນ ມີຄວາມເປັນເອກະລັກສະເພາະ ແລະ ມີສີສັນພິເສດ. ຕາມປະເພນີແລ້ວ, ຄ່ຳຄືນວັນທີ 30 ຂອງບຸນເຕັດ, ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທຸກໆຄອບຄົວໃດກໍຂ້າໄກ່ຜູ້ໂຕໜຶ່ງ ເພື່ອເບິ່ງຕີນໄກ່ ທຳນາຍໂຊກດີເຄາະຮ້າຍຂອງປີໃໝ່. ບັນດາຜູ້ມີອາຍຸສູງສຸດໃນຄອບຄົວຈະຮັບຜິດຊອບເລື່ອງເບິ່ງຕີນໄກ່ ດ້ວຍ ບັນດາຫຼັກການທີ່ມີມາແຕ່ດົນນານ. ເບິ່ງເພື່ອພາວະນາໃຫ້ປີໃໝ່ມີແຕ່ຄວາມ ອີ່ມໜຳສຳລານ ແລະ ສົມບູນພູສຸກ. ສ່ວນເລືອດຂອງໄກ່ຜູ້ທີ່ຖະຫວາຍບູຊາບັນພະບຸລຸດ, ໄດ້ໄດ້ຮັບຖືວ່າ ເປັນຂອງປະເສີດຕ້ອງຮັກສາໄວ້ເປັນຢ່າງດີ. ໃນມື້ທຳອິດຂອງປີໃໝ່, ເຈົ້າຂອງເຮືອນຈະໃຊ້ເລືອດຂອງໄກ່ຜູ້ໂຕນີ້ເພື່ອທາໃສ່ຂາຂອງຕົນ ເພື່ອສະສາງລ້າງຊວຍສິ່ງທີ່ບໍ່ຈົບບໍ່ງາມໃນປີເກົ່າ ແລະ ພາວະນາໃຫ້ປີໃໝ່,ທຸກໆຄົນໃນຄອບຄົວ ປະສົບແຕ່ສິ່ງທີດີງາມ, ມີສຸຂະພາບເຂັ້ມແຂງ, ມີຄວາມສຸກຄວາມສົມຫວັງ. ປະເພນີອວຍພອນກັນໃນບຸນເຕັດ ຂອງຊາວເຜົ່າຂະມຸ ກໍມີຄວາມເປັນເອກະລັກສະເພາະ. ໃນຊຸມວັນບຸນເຕັດ, ສຽງຂັບລຳທຳເພງຂອງ ຊາວເຜົ່າຂະມຸໄດ້ກັງວານຂຶ້ນໄປທົ່ວໝູ່ບ້ານ. ບັນດາບົດເພງ, ຄຳອວຍພອນກັນໃນປີໃໝ່ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ, ລະດູການໄດ້ຮັບຜົນດີ. ສຽງຂັບກ້ຽວລະຫວ່າງບາວສາວ ເບິ່ງຄືວ່າບໍ່ມີຍາມຈະສິ້ນສຸດ, ເພາະວ່າໃນບັນຍາກາດຂອງປີໃໝ່, ໃຜໆກໍຢາກໄດ້ເວົ້າຫຼາຍກ່ຽວກັບສິ່ງທີ່ດີທີ່ງາມໃຫ້ແກ່ກັນ. ທ່ານ ກວາງວັນມວນ ເລຂາໜ່ວຍພັກບ້ານແຕນໃຫ້ຮູ້ວ່າ : ເຖິງແມ່ນວ່າຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ, ແຕ່ຮອດຍາມບຸນເຕັດ, ພໍ່ແມ່ພີນ້ອງມີຄວາມເບີກບານມ່ວນຊື່ນຫຼາຍ. ໃນວັນບຸນເຕັດ, ຊາວເຜົ່າຂະມຸກໍມີສິ່ງຄະລຳຫຼາຍຢ່າງ ແລະ ເຂົາເຈົ້າເຄົາລົບສິ່ງເຫຼົ່ານັ້ນ. ທ່ານ ກວາງວັນມວນ ໃຫ້ຮູ້ວ່າ:
“ ວັນທີ 30 ຂອງບຸນເຕັດ, ທຸກໆຄົນກໍ່ຢູ່ເຮືອນໃຜເຮືອນລາວ ເພື່ອຕ້ອນຮັບບຸນເຕັດ. ຮອດວັນທີ 1 ພໍ່ແມ່ພີນ້ອງເຜົ່າຂະມຸ ກໍຊັບຊ້ອນເວລາໄປຢ້ຽມຢາມຄອບຄົວຕ່າງໆ. ຖ້າຫາກໄປບໍ່ໝົດ, ກໍໄວ້ມື້ຕໍ່ໄປ. ເຖິງວ່າເມື່ອພົບກັນ ແມ່ນບໍ່ມີຫຍັງ, ແຕ່ກໍມ່ວນຊື່ນນຳກັນ, ສາມັກຄີກັນ. ນີ້ກໍ່ແມ່ນໂອກາດທຸກໆຄົນໄດ້ເຕົ້າໂຮມກັນ, ໂອ້ລົມ ຂັບຮ້ອງນຳກັນຢ່າງມ່ວນຊື່ນ, ສ່ວນຜູ້ບາວຜູ້ສາວກໍ່ສະແດງຄວາມຮັກຕໍ່ກັນ ”
ວັນທີ 1 ຂອງບຸນເຕັດ, ບັນດາຜູ້ຄົນເປັນພີນ້ອງກັນໃນຄອບຄົວ ກໍໄປຢ້ຽມຢາມກັນ. ພວກລູກຫຼານໄປອວຍພອນພໍ່ປູແມ່ຍາ, ພໍ່ແມ່, ແລ້ວກໍ່ຮ່ວມພາເຂົ້າບຸນເຕັດ. ວັນທີ 1ຂອງປີໃໝ່ ແມ່ນວັນຂອງຄອບຄົວ. ແຕ່ວັນທີ 2 ເປັນຕົ້ນໄປ, ກອງສິລະປະກອນຂອງໝູ່ບ້ານພ້ອມກັບພໍ່ແມ່ພີນ້ອງ ໄປຢ້ຽມຢາມອວຍພອນປີໃໝ່ແຕ່ລະຄອບຄົວເປັນລ້ຳດັບ. ໄປຮອດເຮືອນຫຼັງໃດ, ກໍລ້ວນແຕ່ຂັບຮ້ອງເພື່ອອວຍພອນປີໃໝ່. ນາງ ຫຼູ່ທິເນັນ ເວົ້ວວ່າ:
“ ຄວາມອິດເມື່ອຍທຸກຢ່າງໃນມື້ທຳມະດາ ເບິ່ງຄືວ່າໄດ້ຫາຍໄປແລ້ວ. ທຸກໆຄົນໄດ້ເຕົ້າໂຮມກັນ, ຂັບລຳທຳເພງ ມ່ວນຫຼາຍ. ຮອດວັນບຸນເຕັດ, ຂັບຮ້ອງຫຼາຍ, ແຕ່ບໍ່ຮູ້ສຶກເມື່ອຍເລີຍ. ຂັບຮ້ອງເພື່ອຄວາມຜາສຸກ, ເພື່ອສາມັກຄີກັນ ແລະ ຂັບຮ້ອງພຽງແຕ່ບົດເພງທີ່ມ່ວນໆເທົ່ານັ້ນ. ”
ນາງ ເລື່ອງທິເຝື້ອງ ເຈົ້າຂອງເຮືອນ ຫາກໍໄດ້ຮັບຟັງບັນດາບົດເພງອວຍພອນ ຂອງພໍ່ແມ່ພີນ້ອງຊາວບ້ານ ໃຫ້ຮູ້ດ້ວຍຄວາມເບີກບານໃຈວ່າ : ປະເພນີຂອງຊາວເຜົ່າຂະມຸແມ່ນຄືຈັ່ງຊັ້ນ. ໃນຈຸດເວລານີ້, ທຸກໆຄົນຄືພວມເຊື່ອມຕົວເຂົ້າກັບທຳນອງດົນຕີດ້ວຍຄວາມເມົາມົວຈົນລື່ມວັນເວລາ. ນາງ ເລື່ອງທິເຝື້ອງ ເວົ້າວ່າ:
“ ຄວາມມ່ວນຊື່ນຂອງເຈົ້າຂອງເຮືອນ ແມ່ນໄດ້ຮັບບັນດາຄຳອວຍພອນດ້ວຍສຽງຂັບລຳທຳເພງຂອງພີນ້ອງຊາວບ້ານ. ສຽງຂັບຮ້ອງເຫຼົ່ານັ້ນ, ກໍກາຍເປັນກຳລັງຊຸກຍູ້ ເພື່ອໃຫ້ປະຊາຊົນຢູ່ແຫ່ງນີ້ມີຄວາມເບີກບານໃຈ, ສືບຕໍ່ອອກແຮງງານຢ່າງຫ້າວຫັນໃນປີໃໝ່. ດື່ມພຽງແຕ່ເຫຼົ້າເທົ່ານັ້ນ, ແຕ່ໃຜໆກໍຮູ້ສຶກດີໃຈຫຼາຍ ”
ຄວາມມ່ວນຊື່ນນີ້ໄດ້ມາສູ່ທຸກໆຄົນໃນໝູ່ບ້ານ. ມື້ນີ້ຍັງບໍ່ທັນສິ້ນສຸດ, ກໍໄວ້ຮອດມື້ອື່ນເພື່ອສືບຕໍ່ຂັບຮ້ອງ, ອວຍພອນປີໃໝ່ໃຫ້ກັນ. ເມື່ອສຽງຂັບຮ້ອງກັງວານຂຶ້ນຢູ່ເຮືອນຫຼັງສຸດທ້າຍຂອງບ້ານ, ກໍແມ່ນຈຸດເວລາທີ່ຄຳລົງມາ. ນາງ ເລື່ອງທິໜູນ ບອກວ່າ ປີໃດກໍເຊັ່ນດຽວກັນ, ສະເພາະແຕ່ເລື່ອງໄປອວຍພອນປີໃໝ່ທຸກໆຄອບຄົວໃນບ້ານ ກໍຕ້ອງໃຊ້ເວລາ 2 ວັນ . ນາງ ເລື່ອງທິໜູນເວົ້າວ່າ:
“ ພວກຂ້າພະເຈົ້າຂັບຮ້ອງ ຕະຫຼອດ 2 ວັນແລ້ວ, ເຈັບຄໍຫຼາຍ ແຕ່ບໍ່ມີໃຜຢາກເລີກລາ. ທຸກໆຄົນ, ມື້ໃດກໍໄດ້ພົບກັນ, ແຕ່ເມື່ອພົບກັນໃນຕົ້ນປີໃໝ່ ເຫັນວ່າ ບັນ ຍາກາດແຕກຕ່າງກັນຫຼາຍ, ມີຄວາມອົບອຸ່ນ ແລະ ເຕັມໃປດ້ວຍຄວາມຮັກແພງ ”
ເມື່ອການໄປອວຍພອນປີໃໝ່ກັນສຳເລັດແລ້ວ, ຊຸມມື້ທີ່ຍັງເຫຼືອ ແມ່ນການຈັດບຸນຂອງທັງບ້ານ. ທຸກໆຄົນໃນໝູ່ບ້ານໄດ້ພາກັນມາເຕົ້າໂຮມຢູ່ເນື້ອທີດິນກ້ວາງ ຕອນໜຶ່ງ ເພື່ອພ້ອມກັນດື່ມເຫຼົ້າ, ຟ້ອນລຳທຳເພງ ອວຍພອນປີໃໝ່.
ສຽງກອງ, ສຽງຄ້ອງປະສານກັບສຽງຂັບຮ້ອງໄດ້ກັງວານໄປທົ່ວເຂດ ໃນທ່າມກາງຄວາມເບີກບານມ່ວນຊື່ນ ຂອງຊາວບ້ານ. ໃນຊຸດອາພອນປະຈຳເຜົ່າດ້ວຍສີສັນຫຼາກຫຼາຍ, ບັນດານາງສາວພວມຟ້ອນ ແລະ ປິ່ນໂຕຕາມຈັ່ງຫວະຂອງດົນຕີ ຊຶ່ງເປັນສັນຍາລັກບົ່ງບອກເຖິງພະລັງຊີວິດທີ່ເຂັ້ມແຂງຂອງນາງສາວເຂດພູດອຍ.
ການຂັບຮ້ອງ, ຟ້ອນລຳທຳເພງພື້ນເມືອງ, ການລະຫຼິ້ນຕ່າງໆ ຄືດັ່ງເພີ່ມພະລັງແຮງເພື່ອໃຫ້ພໍ່ແມ່ປະຊາຊົນກະກຽມກ້າວເຂົ້າສູ່ລະດູການຜະລິດໃໝ່. ການລະຫຼິ້ນມ່ວນຊື່ນໃນຕົ້ນປີໃໝ່ຂອງຊາວເຜົ່າຂະມຸ ຖືກແກ່ຍາວຈົນຮອດວັນເພັງເດືອນຈຽງ ໂດຍໄລ່ຕາມຈັນທະປະຕິທິນ, ໃນວັນນີ້, ບັນດາຄອບຄົວໃນບ້ານ ລ້ວນແຕ່ຈັດພິທີ ສົ່ງບັນພະບຸລຸດ ປູຍ່າຕາຍາຍ ຜູ້ທີ່ໄດ້ລ່ວງລັບໄປແລ້ວ ກັບເມືອ. ແລະ ນັບຕັ້ງແຕ່ມື້ຕໍ່ໄປ, ທຸກໆຄົນກໍເລີ່ມຕົ້ນວຽກງານປະຈຳວັນ ດ້ວຍຄວາມຫວັງ ໃນປີໃໝ່ ລະດູການຜະລິດຈະໄດ້ຮັບຜົນດີ.