ດຶງເຊືອກ, ມໍລະດົກວັດທະທະທຳບໍ່ມີຮູບຮ່າງທີ່ 10 ຂອງໂລກຢູ່ຫວຽດນາມ

ທີ່ກອງ​ປະ​ຊຸມ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳບໍ່​ມີ​ຮູບ​ຮ່າງ​ຄັ້ງ​ທີ 10 ຂອງ UNESCO ຊຶ່ງ​ຫາ​ກໍຈັດ​ຂຶ້ນ​ຢູ່​ນາ​ມີ​ເບຍ, ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກ​ຢູ່​ຫວຽດ​ນາມ, ກຳ​ປູ​ເຈຍ, ສ.ເກົາຫຼີ, ຟີ​ລິບ​ປີນ​ ໄດ້​ຮັບ​ການ​ເຊິດ​ຊູ​ຈາກ UNESCO ຢ່າງ​ເປັນ​ທາງ​ການ​ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ທະ​ທຳບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ. ນີ້​ແມ່ນ​ຂ່າວ​ດີ, ຂ່າວ​ມ່ວນ​ທີ່​ມີ​ຕໍ່ຫຼາຍ​ທ້ອງ​ຖິ່ນ​ຢູ່​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ແຫ່ງ​ຕ່າງໆ​ທີ່​ຊາວ​ທ້ອງ​ຖິ່ນ​ຍັງ​ຄົງ​ຮັກ​ສາພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກພື້ນ​ເມືອງ.

 

ດຶງເຊືອກ, ມໍລະດົກວັດທະທະທຳບໍ່ມີຮູບຮ່າງທີ່ 10 ຂອງໂລກຢູ່ຫວຽດນາມ - ảnh 1
ການຫຼິ້ນ​ດຶງ​ເຊືອກພື້ນ​ເມືອງ

       ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກພື້ນ​ເມືອງ ໄດ້​ມີ​ມາ​ແຕ່​ດົນ​ນານ ແລະ ມາ​ຮອດ​ປະ​ຈຸ​ບັນ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢູ່​ຕາມ​ເຂດ​ຊຸມ​ຊົນ​ປູກ​ເຂົ້າ ຊຶ່ງ​ເຕົ້າ​ໂຮມຫຼາຍ​ຢູ່​ບັນ​ດາ​ປະ​ເທດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້. ສຳ​ລັບ​ຫວຽດ​ນາມ​ແລ້​ວ, ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດ​ນາມ​ສົ​ມ​ທົບ​ກັບ​ກຳ​ປູ​ເຈຍ, ຟີ​ລິບ​ປີນ, ສ.ເກົາຫຼີ ເພື່ອ​ສ້າງ​ສຳ​ເນົາ​ລະ​ຫວ່າງ​ຊາດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ UNESCO ຮັບ​ຮອງ ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກ​ແມ່ນ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ. ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກຢູ່​ແຕ່​ລະ​ປະ​ເທດ ເຖິງວ່າ​ມີ​ວິ​ທີການ​ຈັດ​ຕັ້ງແຕກ​ຕ່າງ​ກັນ​, ສ່ອງ​ແສງ​ບັນ​ດາ​ຈຸດ​ພິ​ເສດ​ໃນ​ການ​ດຳ​ເນີນ​ຊີ​ວິດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ​ຂອງ​ແຕ່​ລະ​ປະ​ຊາ​ຊາດກໍ​ຕາມ, ແຕ່​ກໍ​ມີ​ຈຸດ​ຮ່ວມ ນັ້ນ​ແມ່ນ​ເຄີຍ​ຖືກ​ຈັດ​ຂຶ້ນ​ໃນ​ຍາມ​ຕົ້ນ​ປີ​ໃໝ່ ດ້ວຍ​ຄວາມ​ຫວັງ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ. ຢູ່​ກຳ​ປູ​ເຈຍ, ການຫຼິ້ນ​ດຶງ​ເຊືອກຖືກ​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ຢູ່​ອ້ອມ​ແອ້ມ​ໜອງ​ໃຫຍ່ຕອນ​ຊາບ, ຊຶ່ງ​ແມ່ນ​ບ່ອນມໍ່​ກັບ​ວັດ​ອັງ​ກໍ. ຢູ່​ຟີ​ລິບ​ປິນ, ການຫຼິ້ນ​ດຶງ​ເຊືອກເຄີຍ​ຖືກ​ຈັດ​ຂຶ້ນ​ຢູ່ ຮຸງດ​ວານ ຊຶ່ງ​ແມ່ນ​ເຂດ​ທີ່​ມີ​ທົ່ງ​ນາ​ກ້​ວາງ​ໃຫຍ່​ໄພ​ສານ. ສ່ວນ​ຢູ່​ສ.ເກົາຫຼີ, ການຫຼິ້ນນີ້​ກໍ​ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ທ້ອງ​ຖິ່ນ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວຽນ​ວັນ​ຮຸຍ ກຳ​ມະ​ການ​ສະ​ພາ​ມໍ​ລະ​ດົກ​ແຫ່ງ​ຊາດ, ຜູ້​ເຂົ້າ​ຮ່ວມ​ການ​ເຮັດ​ສຳ​ເນົາ ໃຫ້​ຮູ້​ວ່າ : 

     “ ພື້ນ​ຖານ​ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແມ່ນ​ມີຫຼາຍໃນພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກ. ນີ້​ແມ່ນ​ການ​ພາ​ວະ​ນາໃຫ້ ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ, ທຸກໆ​ຄົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ບ້ານ​ເມືອງ​ມີ​ຄວາມ​ສະ​ຫງົບ​ສຸກ. ນີ້​ແມ່ນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ ”

     ຢູ່​ຫວຽດ​ນາມ, ການຫຼິ້ນ​ດຶງ​ເຊືອກ ແມ່ນ​ປະ​ກົດ​ຢູ່​ທົ່ວ​ທຸກ​ແຫ່ງ. ແຕ່ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກແມ່ນ​ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ ຍັງ​ຄົງ​ຖືກ​ຮັກ​ສາ​ໄວ້​ໄດ້​ຢູ່​ບາງ​ແຂວງເຊັ່ນ : ລາວ​ກາຍ, ວິ້ງ​ຟຸກ, ບັກ​ນິງ, ກໍ​ຄື​ຢູ່ນ​ະ​ຄອນຫຼ​ວງ​ຮ່າ​ໂນ້ຍ. ຢູ່​ທ້ອງ​ຖິ່ນ​ເຫຼົ່າ​ນັ້ນ,  ການຫຼິ້ນ​ດຶງ​ເຊືອກພື້ນ​ເມືອງ ແມ່ນ​ຂາດບໍ່​ໄດ້​ໃນ​ບັນ​ດາວັນບຸນ, ບຸນ​ປີ​ໃໝ່​ປະ​ເພ​ນີ.

               ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກຢູ່​ແຕ່​ລະ​ເຂດ​ກໍ​ມີ​ວິ​ທີ​ປະ​ຕິ​ບັດ​ແຕກ​ຕ່າງ​ກັນ, ຢູ່ຫຼາຍ​ແຫ່ງ ກໍ​ເຄີຍ​ຈັດ​ແບ່ງ​ເປັນ 2 ທິມ ແຂ່ງ​ຂັນດຶງ​ດ້ວຍເຊືອກ​. ມີ​ບາງ​ທ້ອງ​ຖິ່ນ​ຄື: ຊອກ​ເຊີນ, ຮ່າ​ໂນ້ຍ ກໍ​ແຂ່ງ​ຂັນ​ດຶງ​ດ້ວຍ​ຕົ້ນ​ໄມ້​ໃຜ່​ໂດຍ​ຊາວ​ໜຸ່ມ​ໃນ​ບ້ານ​ກະ​ກຽ​ມ​ກ່ອນ​ການ​ແຂ່ງ​ຂັນ​ນັບ​ເປັນ​ເດືອນ​ໃຫ້​ແກ່​ພິ​ທີ.  ສະ​ເພາະ​ຢູ່​ຮ່າ​ໂນ້ຍ, ມີການຫຼິ້ນນັ່ງ ​ດຶງ​ເຊືອກ ຖືກ​ຈັດ​ຂຶ້ນ​ໃນ​ໂອ​ກາດ​ງານ​ບຸນ​ວິ​ຫານ​ເຈີນ​ວູ້​ເມື່ອ​ວັນ​ທີ 3/3 ໄ​ລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ແຕ່​ລະ​ປີຢູ່​ບ້ານ​ຫງອກ​ຈີ, ຕາ​ແສງ​ແຖກ​ບານ ເມືອງ​ລອງ​ບຽນ. ລຸງ​ເລ​ວັນ​ກຶ ຊຶ່ງ​ແມ່ນ​ຜູ້​ຊ່ວຍ​ວຽກ​ຢູ່​ວິ​ຫານ​ເຈີນວູ້​ຢູ່​ບ້ານ​ຫງອກ​ຈີ​ໃຫ້​ຮູ້​ວ່າ ເມື່ອ​ໄດ້​ຍິນ ການຫຼິ້ນ​ດຶງ​ເຊືອກໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ລຸງພ້ອມ​ກັບຫຼາຍໆ​ຄົນ​ຢູ່​ແຫ່ງນີ້​ດີ​ໃຈຫຼາຍ. ລຸງ​ກຶ​ເວົ້າ​ວ່າ : 

    “  ພວກ​ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ຮັບ​ຂ່າວນີ້, ກໍ​ພາກ​ພູມ​ໃຈ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທ​ະ​ນົງ​ໃຈຕໍ່ການຫຼິ້ນນັ່ງ​ດຶງ​ເຊືອກທີ່​ຄົນ​ລຸ່ນ​ກ່ອນໆ​ໄດ້​ປະ​ໄວ້​ໃຫ້. ກ່ອນ​ທີ່​ດຳ​ເນີນ ແລະ ພາຍຫຼັງ​ການ​ແ​ຂ່ງ​ຂັນ​ດຶງ​ເຊືອກນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ທຳ​ພິ​ທີ​ບູ​ຊາ​ພະ​ອໍ​ລະ​ຫັນ ”

     ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານ​ຫງອກ​ຈີ​ໄດ້​ເລົ່າ​​ຄືນສູ່ຟັງ​ວ່າ : ຕົ້ນ​ກຳ​ເນີດ​ຂອງພິ​ທີ ແລະ ການຫຼິ້ນ​ນັ່ງດຶງ​ເຊືອກ ແມ່ນ​ເລີ່​ມ​ມາ​ຈາກ​ເລື່ອງ​ນິ​ທານເລື່ອງ​ໜຶ່ງ ຂະ​ນະ​ທີ່ ບ້ານ​ຫງອກ​ຈີ​ມີ​ໄລ​ຍະ​ປະ​ສົບ​ກັບ​ໄພ​ແຫ້ງ​ແລ້ງ, ນ້ຳ​ສ້າງທັງ​ໝົດ12 ແຫ່ງ ແມ່ນ​ຍັງ​ເຫຼືອ​ພຽງ 1 ແຫ່ງ​ມີ​ນ້ຳ. ໂດຍ​ມີ​ຄວາມ​ຢ້ານ​ກົວ​ຕໍ່​ປະ​ຊາ​ຊົນ​ຢູ່​ແຫ່ງ​ອື່ນ​ມາ​ເອົາ​ນ້ຳ​ໝົດ​ຢູ່​ສ້າງ​ນ້ຳ​ສຸດ​ທ້າຍ, ດັ່ງ​ນັ້ນ​ຊາວ​ບ້ານ​ຕ້ອງ​ນັ່ງ​ລົງ​ໜ້າ​ດິນ​ເພື່ອ​ຈັບ​ເອົາ​ຄຸ​ນ້ຳ. ໄລ​ຍະ​ຕໍ່​ມາ, ເມື່ອ​ຫວນ​ຄືນ​ເລື່ອງ​ດັ່ງ​ກ່າວ, ​ພວກຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານໄດ້​ຄິດ​ອອກ ການຫຼິ້ນນັ່ງ​ດຶງ​ເຊືອກ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວຽນ​ວັນ​ຮຸຍ ກຳ​ມະ​ການ​ສະ​ພາ​ມໍ​ລະ​ດົກ​ແຫ່ງ​ຊາດ, ຜູ້​ເຂົ້າ​ຮ່ວມ​ການ​ເຮັດ​ສຳ​ເນົາ ໃຫ້​ຮູ້​ຕື່ມ​ອີກວ່າ :

    “ ຄວາມ​ໝາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງການຫຼິ້ນ​ດຶງ​ເຊືອກ ນັ້ນ​ແມ່ນ​ສິ່ງ​ທີ່​ຜູ້​ຄົນ​ທັງຫຼາຍ​ມີ​ຄວາມ​ຫວັງ​ເພື່ອ​ອະ​ນາ​ຄົດ​ຂອງ​ຕົນ​ເອງ ແລະ ຜູ້​ຢູ່​ບ້ານ​ໃກ້​ເຮືອນ​ຄຽງ.  ດັ່ງ​ນັ້ນ ບັນ​ດາ​ຜູ້​ທີ່​ເຂົ້າ​ຮ່ວມ​ທິມ​ດຶງ​ເຊືອກ ກໍ​ຄື​ປະ​ຊາ​ຊົນ​ໃນ​ບ້ານ​ກໍ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ສຸດ. ສິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ ໄດ້​ສ້າງ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ພໍ່​ແມ່​ພີ​ນ້ອງ​ຢູ່​ແຫ່ງນີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຍ້ອນ​ເຫດນີ້​ເອງ, ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງການຫຼິ້ນ​ດຶງ​ເຊືອກຈຶ່ງ​ໄດ້​ຮັບ​ການ​ເຊີດ​ຊູ”

       ພ້ອມ​ກັບ ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກ​ຢູ່​ປະ​ເທດ​ຕ່າງໆ, ພິ​ທີ ແລະ ການຫຼິ້ນ​ດຶງ​ເຊືອກຢູ່​ຫວຽດ​ນາມໄດ້​ຮັບ​ການ​ເຊີດ​ຊູ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ທະ​ທະ​ທຳບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ ເພາະ​ວ່ານີ້​ແມ່ນ​ປະ​ເພ​ນີ​ທາງ​ສັງ​ຄົມ​ມີ​ຄຸນ​ຄ່າ​ສ້າງ​ຄວາມ​ສະ​ເໝີ​ພາບ ແລະ ມີ​ບັນ​ດາ​ປະ​ກົດ​ການ​ທີ່​ມີຫຼາຍ​ຮູບຫຼາຍ​ສີຢູ່​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ.

 

ຕອບກັບ

ຂ່າວ/ບົດ​ອື່ນ