(VOVWORLD) -ແຕ່ດົນນານມາແລ້ວ ດົນຕີພື້ນເມືອງເຂດ ເຕິຍງວຽນ ຍາມໃດກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ນິຍົມດົນຕີເປັນຈຳນວນຫຼວງຫຼາຍ. ຜ່ານບັນດາໄລຍະປະຫວັດສາດ, ຄວາມອຸດົມສົມບູນຂອງປະເພດດົນຕີທີ່ເປັນເອກະລັກ ມີຄຸນຄ່າສິລະປະສູງມີພະລັງຊີວິດທົນທານໃນພື້ນຖານດົນຕີ ຫວຽດນາມ ຍັງຄົງຍືນຍົງຄົງຕົວ ແລະ ຄວນໄດ້ຮັບການສືບຕໍ່ໄດ້ຮັບການລົງທຶນຂຸດຄົ້ນ, ຜ່ານນັ້ນ ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການຮັບຊົມສິລະປະຂອງມວນຊົນເທົ່ານັ້ນ ຫາກຍັງ
ປະກອບສ່ວນແນະນຳພາບພົດຊາວເຂດ ເຕິຍງວຽນ ໃຫ້ແກ່ເພື່ອນມິດທັງຢູ່ໃກ້ ແລະ ໄກອີກດ້ວຍ
ລາຍການສະແດງຄ້ອງເຂດເຕິຍງວຽນ |
ໂດຍສືບທອດ ແລະ ເສີມຂະຫຍາຍຄຸນຄ່າຂອງດົນຕີທີ່ເປັນເອກະລັກຢູ່ແຫ່ງນີ້, ບັນດາສູນປະພັນດົນຕີ ໄດ້ຮັບການສ້າງຕັ້ງຂຶ້ນແນໃສ່ລະດົມໃຈ ດຶງດູດນັກປະພັນດົນຕີໃນທົ່ວປະເທດ ກັບມາເຄື່ອນໄຫວຢູ່ເຂດ ເຕິຍງວຽນ ແຫ່ງເທບນິຍາຍ. ໄດ້ມີບົດເພງ ບົດດົນຕີນັບຮ້ອຍບົດ ໄດ້ຮັບການປະພັນປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຊີວິດດົນຕີຂອງທົ່ວປະເທດ. ນັ້ນແມ່ນບົດເພງ “ບົດເພງແຫ່ງຄວາມຮັກເຂດ ເຕິຍວງວຽນ” ຂອງນັກດົນຕີ ຮວ່າງເວິນ, “ແປວໄຟເຂດ ເຕິຍງວຽນ” ຂອງນັກດົນຕີ ເຈິ່ນຕ໊ຽນ, ພິເສດແມ່ນບັນດາບົດເພງຂອງນັກດົນຕີ ຫງວຽນເກື່ອງ ຄື: “ເຮີແຢນ ໄປເຮັດໄຮ່”, “ຈອກກາເຟ ບານເມ”, “ຍັງຮັກແພງກັນ ຈົ່ງກັບຄືນ ບວນມາທ໊ວດ”... ເພື່ອປະພັນເພງບົດໜຶ່ງທີ່ມີລົມຫາຍໃຈຂອງບັນດາເຜົ່າ ຫຼື ເຂດດິນແດນຕ່າງໆ ນັກປະພັນດົນຕີກ່ອນອື່ນໝົດ ແມ່ນຕ້ອງສຳຜັດ ຕ້ອງເຂົ້າໃຈກ່ຽວກັບດົນຕີຢູ່ເຂດແຄວ້ນທ້ອງຖິ່ນ ໂດຍຜ່ານບັນດາທຳນອງເພງພື້ນເມືອງ ແລະ ດົນຕີພື້ນເມືອງທີ່ເປັນເອກະລັກຂອງຂອງຊົນເຜົ່ານັ້ນ. ນັກດົນຕີ ແໝັ້ງຈີ໊ ໃນແຂວງດັກລັກ ຖືວ່າ:
“ໂດຍພື້ນຖານແລ້ວ ນັກດົນຕີຕ້ອງແຊກຊຶມເຂົ້າໃນສະພາບຕົວຈິງ ຕ້ອງເກັບກຳເພື່ອໃຫ້ທຳນອງເພງ ຊຶມເລິກເຂົ້າໃນຈິດໃຈ, ເມື່ອໄດ້ຟັງແລ້ວ ຜູ້ຟັງສາມາດເຂົ້າໃຈໂລດວ່ານີ້ແມ່ນທຳນອງຂອງຊົນເຜົ່າໃດ, ເວລານັ້ນເມື່ອປະພັນເພງໃໝ່ ມັນຈະເດີນຕາມຢ່າງຖືຕ້ອງ ແລະ ບໍ່ໄດ້ຜິດເຂວສູ່ອັນອື່ນໆ. ຖ້າຫາກວ່າຖືກຜິດເຂວມັນຈະສູນເສຍຄວາມເຂັ້ມຂົ້ນສີສັນຂອງດິນແດນເຂດນັ້ນ”.
ດົນຕີພື້ນເມືອງຢູ່ບັນດາແຂວງເຂດ ເຕິຍງວຽນ ໃນຫຼາຍປີຜ່ານມາ ໄດ້ເປັນຂີດໝາຍຢ່າງເລິກເຊິ່ງໃນວັນນະຄະດີສິລະປະຢູ່ເຂດ ເຕິຍງວຽນ, ຍິ່ງໄປກວ່ານັ້ນແມ່ນການສ້າງຄວາມເປັນເກະລັກສະເພາະໃນພື້ນຖານດົນຕີ ຫວຽດນາມ. ບັນດາບົດເພງຂອງບັນດານັກດົນຕີທີ່ມີຊື່ສຽງຄື ກວາງຢຸ໊ງ, ອີໂປນເກີເຊີດ, ລິງງາເນເອກະດຳ, ເລເຢິດແທັ່ງ ແລະ ນັກປະພັນດົນຕີອີກຫຼາຍຄົນທີ່ເຄີຍດຳລົງຊີວິດ ແລະ ຕິດພັນຕະຫຼອດຊີວິດຢູ່ດິນແດນແຫ່ງນີ້ໄດ້ ແລະ ພວມແມ່ນຄວາມເອກອ້າງທະນົງໃຈຂອງຜູ້ນິຍົມດົນຕີ, ຜູ້ນິຍົມວັນນະຄະດີເຂດ ເຕິຍງວຽນ ເພື່ອສືບຕໍ່ອະນຸລັກເສີມຂະຫຍາຍບັນດາທຳນອງເພງພື້ນເມືອງ ໃຫ້ຂະຫຍາຍເປັນບັນດາຜະລິດຕະພັນດົນຕີໃໝ່ ໃນໄລຍະປັດຈຸບັນກໍ່ຕ້ອງມີການກຳນົດທິດ ແລະ ຕ້ອງຮັກສາສິ່ງທີ່ເປັນກົກເຄົ້າໃນຂະບວນວິວັດແຫ່ງການພັດທະນາ. ນັກດົນຕີ, ສິລະປິນດີເດັ່ນ ອາດູ ຢູ່ແຂວງ ກອນຕູມ ແບ່ງປັນວ່າ:
“ຕາມຂ້າພະເຈົ້າແລ້ວ ບໍ່ຄວນລົບລ້າງທຳນອງເຄົ້າຂອງເຂົາເຈົ້າ ໝາຍຄວາມວ່າທຳນອງເຄົ້າຍັງຕ້ອງຮັກສາເໝືອນເດີມ. ສ່ວນການພັດທະນາຕ້ອງອີງໃສ່ທຸກສິ່ງທີ່ເປັນກົກເຄົ້າ ເພື່ອພັດທະນາ. ຖ້າຫາກວ່າ ເຮົາຮູ້ນຳໃຊ້ມັນຈາກທຳນອງທີ່ດີທີ່ມ່ວນນັ້ນ ພວກເຮົາເຮັດໃຫ້ມັນຕ້ອງມ່ວນກວ່າອີກ, ນັ້ນເຮົາຈຶ່ງເອີ້ນໃຫ້ຖືວ່າ ແມ່ນພັດທະນາ ແລະ ປະພັນ.”
ເມື່ອບໍ່ດົນມານີ້ງານມະໂຫລານດົນຕີໃນທົ່ວປະເທດ ທີ່ຈັດຂຶ້ນແຕ່ວັນທີ 18 ຫາ ວັນທີ 20 ພຶດສະພາ ຢູ່ນະຄອນ ບວນມາທ໊ວດ, ສະມາຄົມນັກປະພັນ ຫວຽດນາມ ໄດ້ສົມທົບກັບສະມາຄົມວັນນະຄະດີສິລະປະແຂວງ ດັກລັກ ຈັດການໂອ້ລົມສົນທະນາກ່ຽວກັບດົນຕີພື້ນເມືອງເຂດ ເຕິຍງວຽນ ໃນຊີວິດດົນຕີປັດຈຸບັນ.ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ແລກປ່ຽນຄຳເຫັນແນໃສ່ ຊອກຫາວິທີປະພັນດົນຕີໃໝ່ ທີ່ສອດຄ່ອງກັບຊີວິດປັດຈຸບັນ ແລະ ເຊີດຊູສີສັນທີ່ເປັນເອກະລັກຂອງດົນຕີພື້ນເມືອງ ຂອງບັນດາເຜົ່າເຂດ ເຕິຍງວຽນ. ນັກດົນຕີ ໂດ໊ຮົ່ງກວນ ປະທານສະພາສິລະປະສະມາຄົມນັກດົນຕີ ຫວຽດນາມ ໄດ້ຖືວ່າ
“ທຸກໆຄົນຕ່າງກໍ່ມີຄວາມຫວັງລວມວ່າ ເຮັດແນວໃດ ເພື່ອໃຫ້ດົນຕີເຂດ ເຕິຍງວຽນຂອງພວກເຮົາ ບໍ່ພຽງແຕ່ໄດ້ຮັບການຮັກສາໄວ້ເໝືອນເດີມ ທັງອະນຸລັກຮັກສາເທົ່ານັ້ນ ຫາກຍັງມີບັນດາເງື່ອນເພື່ອເສີມຂະຫຍາຍ ແລະ ພັດທະນາຜ່ານບັນດາບົດເພງໃໝ່ ຂອງນັກດົນຕີລຸ້ນປັດຈຸບັນ.”
ເພື່ອໃຫ້ດົນຕີພື້ນເຂດ ເຕິຍງວຽນ ສືບຕໍ່ພັດທະນາໃນພື້ນຖານດົນຕີ ຫວຽດນາມ ນັ້ນ ກໍ່ຄວນມີບັນດາຜູ້ສຸມຈິດສຸມໃຈ ເປັນຫວ່ງເປັນໃຍຕໍ່ດິນແດນ ເຕິຍງວຽນ ເພື່ອສາມາດຊອກຫາ ປະພັນບັນດາບົດເພງທີ່ມ່ວນໆ ຢູ່ດິນແດນແຫ່ງນີ້. ນອກຈາກນັ້ນບັນດາທ້ອງຖິ່ນ ອົງການສຳນັກງານຂະແໜງສະເພາະໄດ້ ແລະ ພວມມີບັນດາວິທີການແກ້ໄຂທາງດ້ານກົນໄກນະໂຍບາຍ ພິເສດສົ່ງເສີມບັນດາສິລະປິນ ນັກດົນຕີຜູ້ເຮັດວຽກງານວັດທະນະທຳມີເງື່ອນໄຂຕື່ມອີກເພື່ອເສີມຂະຫຍາຍຄວາມສາມາດປະພັນເພງປະພັນດົນຕີ.