(vovworld) - ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບຊາວຫວຽດນາມ. ຊາວຫວຽດນາມ ມີທັດສະນະວ່າ, ບຸນປີໃໝ່ວຽນມາ, ຈະນຳເອົາທຸກສິ່ງທຸກຢ່າງທີ່ໃໝ່ອ່ຽມມາໃຫ້. ຍ້ອນເຫດນັ້ນ, ຊາວຫວຽດນາມ ຈຶ່ງຖືເປັນສຳຄັນປະເພນີ “ຕົ໋ງກື້ວເງັງເຕິນ“ ໝາຍຄວາມວ່າ “ສົ່ງອັນເກົ່າຕ້ອນຮັບອັນໃໝ່“ ທີ່ສຸດ.
ເຮັດອະນາໄມເຮືອນຊານເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່
ຍາມສົ່ງທ້າຍປິເກົ່າຕ້ອນຮັບປີໃໝ່ແມ່ນຈຸດເວລາສັກສິດທີ່ສຸດ. ຕາມປະເພນີແລ້ວ, ຊາວຫວຽດນາມ ຈະລົບລ້າງທຸກສິ່ງທຸກຍ່າງທີ່ບໍ່ຈົບບໍ່ງາມໃນປີເກົ່າ ເພື່ອກ້າວເຂົ້າສູ່ປີໃໝ່ດ້ວຍສິ່ງທີ່ຈົບງາມ. ບັນດາປະເພນີດັ່ງກ່າວໄດ້ມີມາແຕ່ດົນນານແລ້ວ ແລະ ມັນຕິດພັນກັບການປະພຶດຕໍ່ທີ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ເຊິ່ງພຽງແຕ່ມີໃນໂອກາດບຸນເຕັດຢູ່ຫວຽດນາມ ເທົ່ານັ້ນ. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈູງກວົກ, ອະທິບາຍກ່ຽວກັບຄວາມໝາຍຂອງປະເພນີນີ້ວ່າ:
“ບຸນປີໃໝ່ປະຈຳຊາດ, ມີຄວາມໝາຍແມ່ນການເລີ່ມຕົ້ນທຸກສິ່ງທຸກຢ່າງ, ດັ່ງນັ້ນ, ຄຳ່ຄືນວັນສຸດທ້າຍຂອງປີເກົ່າຍັງມີຄວາມໝາຍສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ນີ້ກໍ່ແມ່ນຈຸດເວລາແຫ່ງການຫັນປ່ຽນຂອງດິນຟ້າ, ເທເວດາຟ້າແຖນ ແລະ ໃນຕົວເຮົາເອງ. ໃນຈຸດເວລານີ້, ເຂົາເຈົ້າຍັງຄິດວ່ານັ້ນຄືວ່າລາງທີ່ຄາດຄະເນລ່ວງໜ້າໃຫ້ອະນາຄົດອີກ “.
ກ່ອນບຸນເຕັດເຄິ່ງເດືອນ, ບັນດາສະມາຊິກໃນຄອບຄົວຕ່າງໆເລີ່ມເຮັດອະນາໄມທຳຄວາມສະອາດເຮືອນຊານບ້ານຊ່ອງ. ປະເພນີ “ຕົ໋ງກື້ວເງັງເຕິນ“, ໝາຍຄວາມວ່າປະລະອັນເກົ່າ, ລົບລ້າງຄວາມສ່ຽງຂອງປີເກົ່າເພື່ອຕ້ອນຮັບອັນໃໝ່ ແລະ ຄວາມໂຊກດີໃນປີໃໝ່. ທ່ານ ຫງວຽນຮື້ວລອງ, ອະດີດຄູສອນຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຫວຽດນາມ ພວກເຮົາມີມູນເຊື້ອອັນດີງາມໃນຊຸມວັນທ້າຍປີ, ນັ້ນແມ່ນ “ຕົ໋ງກື້ວເງັງເຕິນ“. ຂ້າພະເຈົ້າຄິດວ່າປະເພນີທີ່ເປັນມູນເຊື້ອນີ້ແມ່ນເລີ່ມມາຈາກຄວາມໄຝ່ຝັນຂອງຊາວຫວຽດນາມ, ນັ້ນແມ່ນເວລາສົ່ງທ້າຍປີເກົ່າ, ທຸກຄົນຕ່າງກໍ່ຫວັງວ່າທຸກສິ່ງທຸກຢ່າງທີ່ບໍ່ມ່ວນ, ບໍ່ຈົບ, ບໍ່ງາມ, ບໍ່ໂຊກດີຂອງປີເກົ່າລ້ວນແຕ່ຫາຍໄປ, ເພື່ອຕ້ອນຮັບບັນດາສິ່ງທີ່ຈົບງາມ, ໃໝ່ອ່ຽມ, ໂຊກດີໃນປີໃໝ່. ນັ້ນແມ່ນຄວາມໝາຍຂອງປະເພນີ “ຕົ໋ງກື້ວເງັງເຕິນ““.
ພາເຂົ້າໃນຕອນບ່າຍວັນທີ 30 ຂອງບຸນເຕັດ
ບໍ່ພຽງແຕ່ເຮັດອະນາໄມ, ຊັບຊ້ອນເຮືອນຊານໃຫ້ເປັນລະບຽບຮຽບຮ້ອຍໃນໂອກາດບຸນເຕັດເທົ່ານັ້ນ, ຫາກເຂົາເຈົ້າຍັງປະດັບປະດາເຮືອນຊານໃຫ້ສວຍງາມກວ່າທຸກວັນອີກດ້ວຍ ເພື່ອໄດ້ຕ້ອນຮັບປີໃໝ່ໃນຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໂຊກດີ.
ເມື່ອບຸນເຕັດວຽນມາ, ຄອບຄົວໃດກໍ່ມັກຊື້ເຄື່ອງຂອງໃໝ່ຕື່ມອີກ, ດ້ວຍຄວາມຫວັງນຳເອົາສິ່ງທີ່ໃໝ່ອ່ຽມມາໃຫ້ຄອບຄົວ. ປ້າ ຫງວຽນທິງາ, ຢູ່ເມືອງ 1 ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:
“ກ່ອນບຸນເຕັດ, ຂ້າພະເຈົ້າກໍ່ຊັບຊ້ອນ, ເຮັດອະນາໄມເຮືອນຊານໃຫ້ສະອາດ, ແລ້ວຊື້ຕົ້ນໄມ້ປະດັບມາ, ຢູ່ພາກເໜືອເຂົາເຈົ້າມັກຊື້ດອກຄາຍ, ສ່ວນຢູ່ພາກໃຕ້ແມ່ນມັກຊື້ດອກເໝີຍສີເຫຼືອງ. ຂ້າພະເຈົ້າຍັງຊື້ຂອງຕ້ອນເພື່ອມອບໃຫ້ຍາດຕິພີ່ນ້ອງຂອງຕົນ. ນອກນັ້ນກໍ່ຊື້ໝາກໄມ້ 5 ຊະນິດ, ກະກຽມເຄື່ອງຂອງບູຊາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ກໍ່ຄືຊື້ອາຫານເພື່ອຈັດພາເຂົ້າໃຫ້ທຸກຄົນໃນຄອບຄົວ“.
ໃນຊຸມມື້ໃກ້ຈະຮອດບຸນເຕັດ, ຜູ້ຊາຍໃນຄອບຄົວ, ເຄີຍຮັບໜ້າທີ່ປະດັບປະດາແທ່ນບູຊາບັນພະບຸລຸດ, ສ່ວນແມ່ຍິງໃນຄອບຄົວພັດຕິດຄາກັບວຽກງານກະກຽມພາເຂົ້າບູຊາບັນພະບຸລຸດໃນວັນສົ່ງທ້າຍປີເກົ່າ, ເພື່ອສະແດງຄວາມຮູ້ບຸນຄູນຂອງລູກຫຼານທີ່ມີຕໍ່ບັນພະບຸລຸດ. ດຣ ດິງເຟືອງຢູຍ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ຖືວ່າ:
“ຄວາມໝາຍໃຫຍ່ສຸດຂອງປະເພນີບູຊາສົ່ງທ້າຍປີເກົ່ານັ້ນແມ່ນລາຍງານຕໍ່ບັນພະບຸລຸດກ່ຽວກັບຜົນງານໃນໜຶ່ງປີຜ່ານມາ. ຫຼັງຈາກນັ້ນລູກຫຼານພ້ອນກັນຮັບປະທານອາຫານໂດຍບັນພະບຸລຸດມອບໃຫ້. ປະເພນີບູຊາບັນພະບຸລຸດແມ່ນການເຫຼື້ອມໃສເຊິ່ງຊາວຫວຽດນາມ ໄດ້ຮັກສາໄວ້ເພື່ອສຶກສາໃຫ້ລູກຫຼານຕ້ອງຮູ້ບຸນຄູນຂອງບັນພະບຸລຸດ“.
ບູູຊາບັນພະບຸລຸດໃນວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່
ຄາບເຂົ້າໃນຕອນບ່າຍວັນສຸດທ້າຍຂອງປີກໍ່ແມ່ນຄາບເຂົ້າແຫ່ງຄວາມເຕົ້າໂຮມທຸກຄົນໃນຄອບຄົວ. ໃນກິ່ນຫອມຂອງທູບທຽນ, ພ້ອມກັບອາກາດໜາວເຢັນຍາມລະດູບານໃໝ່. ອ້ອມພາເຂົ້າທີ່ເປັນມູນເຊື້ອ, ລູກຫຼານໃນຄອບຄົວຈະແບ່ງປັນກັບພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ບັນດາວຽກງານທີ່ຕົນເຮັດໄດ້ໃນປີຜ່ານມາ. ສ່ວນພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ກໍ່ຕັກເຕືອນລູກຫຼານບັນດາວຽກງານຕ້ອງເຮັດໃນປີໃໝ່. ສິ່ງໃດທີ່ບໍ່ດີບໍ່ມ່ວນໃນປີເກົ່າຕ້ອງລົບລ້າງໄປເພື່ອກ້າວເຂົ້າສູ່ປີໃໝ່ລ້ວນແຕ່ໄດ້ຮັບທຸກສິ່ງທຸກຢ່າງທີ່ດີ.