(vovworld)- ນັກປະພັນໂຕຮ່ວາຍ (1920-2014) ແມ່ນໜຶ່ງໃນບັນດານັກປະພັນໃຫ່ຍຂອງຫວຽດນາມ ໃນສັດຕະວັນທີ 20. ນັກປະພັນໂຕຮ່ວາຍ ພ້ອມກັບຫງວຽນກົງຮວານ, ຫວຸ້ຈ້ອງຟຸ້ງ, ໂງເຕີໂຕ້, ຊວນຢ້ຽວ, ຮຸຍເກີ້ນ…. ແມ່ນບັນດານັກປະພັນທີ່ມີຊື່ສຽງຂອງວັນນະຄະດີທັນສະໄໝ ໄດ້ຮັບຜົນງານສູງສຸດໃນຂົງເຂດວັນນະຄະດີໄລຍະ 1930-1945.
ບົດປະພັນ “ຈີ່ນາຍຊັດເຊພະເນຈອນ“
(ພາບ: appvn.com)
ນັກປະພັນໂຕຮ່ວາຍ, ຜູ້ຂຽນບົດປະພັນ “ຈີ່ນາຍຊັດເຊພະເນຈອນ“ ທີ່ເຮັດໃຫ້ຜູ້ອ່ານຫຼາຍລຸ້ນຄົນມີຄວາມເມົາມົວທີ່ສຸດ ໄດ້ສຳພັດກັບວັນນະຄະດີນັບແຕ່ຄາວຍັງໜຸ່ມ. ພາລະກິດວັນນະຄະດີຂອງໂຕຮ່ວາຍ ແມ່ນເລີ່ມຕົ້ນດ້ວຍບັນດາບົດຂຽນທີ່ລົງພິມໃນໜັງສືພິມ ວັນນະຄະດີຮ່າໂນ້ຍໃໝ່ ແລະ ນາວະນິຍາຍວັນເສົາໃນທ້າຍຊຸມປີ 30 ຂອງສັດຕະວັດທີ 20. ປີ 1943, ໂຕຮ່ວາຍ ເຂົ້າເປັນສະມາຊິກໜ່ວຍວັດທະນະທຳກູ້ຊາດທຳອິດຢູ່ຮ່າໂນ້ຍ ແລະ ນີ້ກໍ່ແມ່ນເວລາທີ່ທ່ານພິມຈຳໜ່າຍບົດປະພັນທີ່ມີຊື່ສຽງ “ຈີ່ນາຍຊັດເຊພະເນຈອນ“. ໃນໄລຍະຕໍ່ຕ້ານຕ້ານພວກລ່າເມືອງຂື້ນຝະລັ່ງ, ນັກປະພັນໂຕຮ່ວາຍ ເຮັດວຽກຢູ່ໜັງສືພິມກູ້ຊາດ, ເປັນຫົວໜ້າບັນນາທິການໜັງສືພິມກູ້ຊາດຫວຽດບັກ ແລະ ວາລະສານກູ້ຊາດ. ປີ 1957, ທ່ານໄດ້ຮັບການຄັດເລືອກເປັນເລຂາທິການສະມາຄົມນັກປະພັນຫວຽດນາມ. ແຕ່ປີ 1958-1980, ທ່ານສືບຕໍ່ເຮັດວຽກໃນຄະນະບໍລິຫານ, ເປັນຮອງເລຂາທິການສະມາຄົມນັກປະພັນຫວຽດນາມ. ແຕ່ປີ 1966-1996, ທ່ານເປັນປະທານສະມາຄົມສິລະປະວັນນະຄະດີຮ່າໂນ້ຍ. ນັກປະພັນຮ່ວາງກວກຫາຍ ໃຫ້ຮູ້ວ່າ:
“ໃນການໄປທັດສະນະສຶກສາຢູ່ເຂດໄຕບັກ, ຍາມໃດ, ນັກປະພັນໂຕຮ່ວາຍ ກໍ່ຮັບ, ສັງເກດການກະທຳ, ຮ່ວມດຳລົງຊີວິດພ້ອມກັບປະຊາຊົນ ແລະ ຈົດເອົາທຸກສິ່ງທຸກຢ່າງທີ່ໄດ້ເຫັນໄວ້. ບາງເທື່ອທ່ານໄດ້ພັນລະນາສຽງນົກຮ້ອງໃນປ່າ, ສຽງນົກຮ້ອງໃນເຂດທົ່ງພຽງ ແລະ ສຽງນົກຮ້ອງໃນຕຸ້ມ…ແລ້ວອ່ານໃຫ້ພວກຂ້າພະເຈົ້າຟັງ. ນັກປະພັນໂຕຮ່ວາຍ ໄດ້ເຮັດວຽກຢ່າງລະອຽດລະອໍທີ່ສຸດ“.
(ພາບ: nxbkimdong.com.vn)
ພ້ອມກັບບັນດາບົດປະພັນທີ່ຂຽນກ່ຽວກັບເຂດໄຕບັກ, ຫວຽດບັກ, ຜູ້ອ່ານຄິດເຖິງໂຕຮ່ວາຍ ຜ່ານບົດຂຽນຕ່າງໆກ່ຽວກັບຮ່າໂນ້ຍ, ບົດບັນທຶກຫວນຫຼັງ... ແລະ ບັນດາບົດປະພັນສະຫງວນໃຫ້ເດັກນ້ອຍ. ໜຶ່ງໃນບັນດາບົດປະພັນທີ່ມີຊື່ສຽງຂອງໂຕຮ່ວາຍ ແມ່ນບົດປະພັນ “ຈີ່ນາຍຊັດເຊພະເນຈອນ“ ຊື່ງໄດ້ຕິດພັນກັບເຍົາວະຊົນຫວຽດນາມ ຫຼາຍລຸ້ນຄົນ. ປ້າເລທິເຮືອງ, ຜູ້ນິຍົມບົດປະພັນຂອງໂຕຮ່ວາຍ ໃຫ້ຮູ້ວ່າ:
“ບົດປະພັນ “ຈີ່ນາຍຊັດເຊພະເນຈອນ“ ໄດ້ສ້າງຄວາມປະໃຈທີ່ສຸດໃຫ້ແກ່ຂ້າພະເຈົ້ານັບແຕ່ຄາວຍັງນ້ອຍ. ໃນເວລານັ້ນ, ບໍ່ໄດ້ເບິ່ງໂທລະທັດຫຼາຍແຕ່ຜ່ານບົດປະພັນຂອງໂຕຮ່ວາຍ ພວກຂ້າພະເຈົ້າສາມາດເຫັນໄດ້ປະເທດຫວຽດນາມ ມີຄວາມ ສວຍງາມຄືແນວໃດ, ກ້ວາງຂວາງປານໃດ ແລະ ມີຄວາມສະໜິດສະໜົມຄືແນວໃດ“.
ບໍ່ພຽງແຕ່ສ້າງຄວາມດຶງດູດຜູ້ອ່ານຢູ່ພາຍໃນປະເທດເທົ່ານັ້ນ, ບົດປະພັນ “ຈີ່ນາຍຊັດເຊພະເນຈອນ“ ຍັງຖືກແປເປັນຫຼາຍພາສາ ແລະ ໄດ້ຮັບຄວາມນິຍົມຈາກເພື່ອນມິດສາກົນ (ທັງຜູ້ໃຫ່ຍ ແລະ ເດັກນ້ອຍ) ເປັນຈຳນວນຫຼວງຫຼາຍອີກດ້ວຍ. ປີ 2006, ສູນປຶ້ມສະຖິຕິຫວຽດນາມ ໄດ້ມອບໃບຢັ້ງຢືນ “ນັກປະພັນໂຕຮ່ວາຍ ດ້ວຍບົດປະພັນ “ຈີ່ນາຍຊັດເຊພະເນຈອນ“ ໄດ້ຮັບການແປເປັນຫຼາຍພາສາກ່ວາໝູ່“ ໃຫ້ແກ່ນັກປະພັນໂຕຮ່ວາຍ. ໄລ່ມາຮອດປະຈຸບັນ, “ຈີ່ນາຍຊັດເຊພະເນຈອນ“ ໄດ້ແປເປັນຫຼາຍພາສາຄື: ຝະລັ່ງ, ລັດເຊຍ, ເຢຍລະມັນ, ຈີນ, ຍີ່ປຸ່ນ, ໂປໂລຍ, ກູບາ, ລາວ, ກຳປູເຈຍ….
ຟິມຮູບເງົາ“ຜົວເມຍອາຝູ“
(ພາບ: ngoisao.vn)
ບົດປະພັນທີ່ມີຊື່ສຽງອີກບົດໜຶ່ງຂອງນັກປະພັນໂຕຮ່ວາຍ ນັ້ນແມ່ນ “ຜົວເມຍອາຝູ“ ຊື່ງແມ່ນເລື່ອງສັ້ນດີເດັ່ນຂອງນັກປະພັນໂຕຮ່ວາຍ ທີ່ຂຽນກ່ຽວກັບຫົວເລື່ອງເຂດພູດອຍໄຕບັກ (ໝາຍເຖິງເຂດຕາເວັນຕົກສ່ຽງເໜືອ) ຖືກພິມໃນປຶ້ມ “ເລື່ອງລາວໄຕບັກ“ ເມື່ອປີ 1953. ບົດປະພັນສະແດງໃຫ້ເຫັນຊີວິດທຸກຍາກລຳບາກຊອງຊາວເຜົ່າເຂດພູດອຍໄຕບັກພາຍໃຕ້ແອກປົກຄອງຂອງລະບອບສັກດີນາ ແລະ ລ່າເມືອງຂຶ້ນ, ເຊິ່ງໄດ້ຮັບລາງວັນທີ 1 ສຳລັບປະເພດເລື່ອງສັ້ນ ແລະ ບົດບັນທຶກຂອງສະມາຄົມສິລະປະວັນນະຄະດີຫວຽດນາມ ໄລຍະ 1954-1955. ສາດສະດາຈານວັນນະຄະດີ ຟອງເລ ຕີລາຄາວ່າ:
“ເມື່ອເວົ້າເຖິງເລື່ອງສັ້ນ “ຜົວເມຍອາຝູ“ ແມ່ນຕ້ອງເວົ້າເຖິງຄຸນຄ່າໃນເບື້ອງຕົ້ນຂອງມັນໃນວັນນະຄະດີໄລຍະຕໍ່ຕ້ານ ແລະ ນອນໃນປຶ້ມ “ເລື່ອງລາວໄຕບັກ“. ໃນຊຸມປີແຫ່ງການຕໍ່ຕ້ານ, ນັກປະພັນໂຕຮ່ວາຍ ໄດ້ຂຽນບົດປະພັນທຳອິດຂອງວັນນະຄະດີໄລຍະຕໍ່ຕ້ານ ແລະ ສ້າງເປັນຮູບແບບຊັ້ນຄົນໜຶ່ງ. “ເລື່ອງລາວໄຕບັກ“ ແມ່ນ 1 ໃນບັນດາບົດປະພັນດີເດັ່ນໃນພື້ນຖານວັນນະຄະດີໄລຍະ 1945-1954“.
ພ້ອມກັບ “ຈີ່ນາຍຊັດເຊພະເນຈອນ“, ບົດປະພັນ “ຜົວເມຍອາຝູ“ ຂອງນັກປະພັນໂຕຮ່ວາຍ ກໍ່ແມ່ນບົດປະພັນທີ່ໄດ້ນຳເຂົ້າຫຼັກສູດສິດສອນໃນປຶ້ມຕຳລາສາມັນ ແລະ ໄດ້ຮັບການຖ່າຍທຳເປັນຮູບເງົາ.
ໄລ່ມາຮອດປະຈຸບັນ, ພາຍຫຼັງເວລາກ່ວາ 60 ປີ, ນັກປະພັນໂຕຮ່ວາຍ ມີບົດປະພັນກ່ວາ 200 ບົດດ້ວຍຫຼາຍປະເພດຄື: ເລື່ອງສັ້ນ, ເລື່ອງຍາວ, ນະວະນິຍາຍ, ບົດບັນທຶກຫວນຫຼັງ, ບົດລະຄອນຮູບເງົາ… ນັກປະພັນໂຕຮ່ວາຍ ໄດ້ຮັບລາງວັນໂຮ່ຈິມິນກ່ຽວກັບວັນນະຄະດີ-ສິລະປະປີ 1996 ຈາກລັດ. ທ່ານຍັງໄດ້ຮັບລາງວັນໃຫ່ຍ-ລາງວັນບຸ່ຍຊວນຟາຍ-ເພື່ອຄວາມຮັກຕໍ່ຮ່າໂນ້ຍເມື່ອປີ 2010./.