ນັກສິລະປະການ ກອນລຳຊາວເຜົ່າ ເຊີດັງເຕີເດີຣາ

(VOVWORLD) -ເມື່ອເວົ້າເຖິງ ກອນລຳເຂດໄຕຫງວຽນ, ຜູ້ຄົນທັງຫຼາຍກໍ່ຄິດເລີຍເຖິງ ກອນລຳຄານຂອງຊາວເຜົ່າ ເອເດ, ກອນລຳອອດເນີຣົງ ຂອງຊາວເຜົ່າ ເມີນົງ, ຫຼື ກອນລຳເຮີມອນຂອງຊາວເຜົ່າ ບານາ. ແຕ່ຊາວເຜົ່າເຊີດັງ ກຸ່ມເຕີເດີຣາ ກໍ່ມີກອນລຳເຊັ່ນກັນ. ກອນລຳຂອງຊາວເຜົ່າ ເຊີດັງກຸ່ມເຕີເດີຣາ ໄດ້ຖືກຄົ້ນພົບຄັ້ງທຳອິດເມື່ອປີ 2001, ອັນໄດ້ກາຍເປັນໜຶ່ງໃນບັນດາຂໍ້ມູນ ທີ່ສຳຄັນເພື່ອໃຫ້ສະຖາບັນວິທະຍາສາດສັງຄົມຫວຽດນາມ ຮຽບຮຽງບັນນາທິການ ແລະ ພິມຈຳໜ່າຍປຶ້ມ “ສາງກອນລຳເຂດໄຕງວຽນ”.     ນັກສິລະປະການ ອາອາ ກ່ຽວກັບກອນລຳຂອງຊາວເຜົ່າ ເຊີດັງ ກຸ່ມເຕີເດີຣາ ແມ່ນຜູ້ເກັບຮັກສາ ແລະ ສະໜອງເນື້ອໃນທັງໝົດ ຂອງກອນລຳ ເຊີດັງ ໃນປຶ້ມອ່ານທີ່ມີຄ່າຫາຍາກ “ສາງກອນລຳເຂດໄຕຫງວຽນ”
ນັກສິລະປະການ ກອນລຳຊາວເຜົ່າ ເຊີດັງເຕີເດີຣາ - ảnh 1ຊຸດປຶ້ມ “ສາງກອນລຳເຂດໄຕງວຽນ" 

ເຈົ້າເຫຼົ່າ ອາອາຢູ່ ບ້ານ ກອນກູ 1 ຕາແສງ ງອັກ ວາງ ເມືອງ ດັກຮ່າ ແຂວງ ກອນຕຸມ, ປີນີ້ລາວໄດ້ມີອາຢູ່ກວ່າ 80 ປີແລ້ວ. ທ່ານໄດ້ຂັບຮ້ອງແຕ່ລະຄຳປະໂຫຍກຂອງກອນລຳ ດຳດວງ. ຊາວບ້ານພາກັນນັ່ງອ້ອມທ່ານ, ຕັ້ງໃຈຟັງທ່ານເລົ່າສູ່ຟັງ. ອ້າຍ ອາເກິຍ ໃຫ້ຮູ້ວ່າ ຄາວເຍົາໄວຂອງອ້າຍ ໄດ້ເຊື່ອມຊຶມບັນດາເລື່ອງລາວທີ່ເລົ່າເຖິງ ດຳດວງ. ອ້າຍ ອາເກິຍ ໃຫ້ຮູ້ວ່າ:  

     “ຄາວທີ່ຂ້າພະເຈົ້າມີອາຍຸ 12 ປີ ເມື່ອໄດ້ຮັບຟັງທ່ານ ອາອາ ເລົ່າສູ່ຟັງ, ພວກຂ້າພະເຈົ້າໃນຄາວນັ້ນມີຄວາມຫຼົງໄຫຼທີ່ສຸດ. ອາດຈະເວົ້າໄດ້ວ່າ ໄວໜຸ່ມໃນຄາວນັ້ນ, ທຸກໆການດຳເນີນຊີວິດວັດທະນະທຳພື້ນເມືອງ ແມ່ນພຽງແຕ່ໄດ້ຟັງກອນລຳ ແມ່ນຮູ້ສຶກດູດດື່ມທີ່ສຸດ”.

    ກອນລຳໄດ້ຊຶມເລິກເຂົ້າໃນຈິດໃຈ ຂອງນັກສິລະປະການ ອາອາ ແຕ່ຄາວຍັງນ້ອຍ. ຄາວທ່ານມີອາຍຸ 8 ປີ, ທ່ານ ໄດ້ຮັບການຖ່າຍທອດ ບອກສອນຈາກລຸງຄີງ ໂດຍແນະນຳກ່ຽວກັບ ວິທີການຂັບຮ້ອງເລົ່າເລື່ອງກ່ຽວກັບ ທ້າວ ດຳດວງ, ຄືດຳດວງໄດ້ປ່ຽນຕົວເປັນເສືອ, ດຳດວງປອມຕົວເປັນຜູ້ເຖົ້າ, ດຳດວງຖືກຈັບຕົວເປັນຂ້ອຍຂ້າຫຼືດຳດວງກອບກູ້ເອົາຊີວິດຂອງນາງບາມ້າ. ທ່ານອາອາ ໃຫ້ຮູ້ວ່າ: 

    “ເຮົາມັກຂັບຮ້ອງເລົ່າເລື່ອງກ່ຽວກັບ ທ້າວ ດຳດວງ ນັບແຕ່ຄາວຍັງນ້ອຍ. ທຳອິດເຮົາໄດ້ຮັບຟັງ ຜູ້ເຖົ້າຜູ້ແກ່ໃນບ້ານເລົ່າສູ່ຟັງ ແລ້ວກໍ່ຂຶ້ນໃຈ, ຫຼັງຈາກນັ້ນ ເຮົາກໍ່ຝຶກແອບເລົ່າດ້ວຍຕົນເອງ, ເວລາເຂົ້າໄປປ່າ, ໄປຕັດກົກໄມ້ໄຜ່ ຫຼື ເຮັດຫຍັງແດ່ເຮົາກໍ່ຂັບຮ້ອງເລົ່າເລື່ອງໂດຍຕົນເອງ. ຈົນຮອດຂະນະທີ່ເດັກໃນໜູ່ບ້ານ ເມື່ອໄປທຳງານ, ໄດ້ຮັບຟັງເຮົາຂັບຮ້ອງ, ພວກເຂົາກໍ່ບອກເຮົາເຂົ້າໄປເຮືອນຣົງ (ສາລາບ້ານ) ເພື່ອຂັບຮ້ອງໃຫ້ພວກເຂົາຟັງ. ຫຼັງຈາກນັ້ນ ກໍ່ມີພວກພໍ່ຕູ້ແມ່ຕູ້ ກໍ່ໄດ້ມາຮັບຟັງ ແລະ ຊາວບ້ານທັງໝົດກໍ່ໄດ້ພາກັນມາ ຟັງເຮົາຂັບຮ້ອງ. ເຮົາດີໃຈທີ່ສຸດແມ່ນ ເມື່ອໄດ້ຂັບຮ້ອງເລົ່າເລື່ອງ ກ່ຽວກັບທ້າວ ດຳດວງ, ໃຜໆກໍ່ນັ່ງຟັງບໍ່ຍອມກັບບ້ານ”

     ຊາວເຜົ່າ ເຊີດັງ ຖືວ່າຄວາມເກັ່ງກ້າໃນການສະແດງຂັບກອນລຳ ກໍ່ແມ່ນກຳເນີດມາຈາກພອນສະຫວັນ ຂອງເຮົາເອງ, ນັກສິລະປະການ ອາອາ ບໍ່ພຽງແຕ່ເລົ່າເລື່ອງດ້ວຍສຳນຽງ ທີ່ເປັນໜ້າຈັບໃຈຂອງຕົນເທົ່ານັ້ນ, ຫາກຍັງສະແດງເນື້ອໃນຂອງກອນລຳ ຜ່ານທ່າທາງກິລິຍາໃບໜ້າສີຕາ ເພື່ອສະແດງໃຫ້ເຫັນຄຸນລັກສະນະ ຂອງຕົວລະຄອນອີກດ້ວຍ. ທ່ານ ອາອາ ໃຫ້ຮູ້ວ່າ: 

     “ເມື່ອເຮົາໄດ້ຟັງເຂົາເຈົ້າເວົ້າ ກ່ຽວກັບບຸກຄົນທີ່ບໍ່ດີ, ຕາມປົກກະຕິແລ້ວ ເຮົາກໍ່ເກີດຄວາມຄຽວແຄ້ນ, ສ່ວນເມື່ອເຂົາເຈົ້າເລົ່າເຖິງຄົນດີ, ເປັນຕົ້ນແມ່ນຜູ້ເປັນຄົນດີ ແຕ່ຖືກໃສ່ຮ້າຍປ້າຍສີ  ຫຼື ຖືກຕູ່ຫານັ້ນ, ເຮົາເຫັນວ່າມີຄວາມອີຕົນສົງສານ. ຊ້ຳບໍ່ໜຳເມືຶ່ອຮັບຟັງເຂົາເຈົ້າຂັບຮ້ອງນັ້ນ ຂ້າພະເຈົ້າບໍ່ສາມາດອົດກັ້ນນ້ຳຕາໄດ້. ເມື່ອຮັບຟັງການຂັບກອນລຳ ເຮົາຮູ້ສຶກຕື້ນຕັນໃຈ, ບາງຄັ້ງບາງຄາວກໍ່ດີໃຈທີ່ສຸດ.”

     ບັນດານັກຄົ້ນຄວ້າພັດຖືວ່າ ຜູ້ຂັບຮ້ອງ ແລະ ເລົ່າເລື່ອງກອນລຳເຖິງລະດັບຄື ທ່ານ ອາອາ ແມ່ນຕ້ອງມີຄວາມເກັ່ງກ້າ ສາມາດພິເສດຈຶ່ງສາມາດສະແດງ ບົດກອນລຳທີ່ຕ້ອງໃຊ້ເວລານານ 8 ຊົ່ວໂມງ. ທ່ານ ຮອງສາດສະດາຈານ ຫວໍກວາງຈ້ອງ ຜູ້ອຳນວຍການ ຫໍພິພິທະວິທະຍາຊົນເຜົ່າ ຫວຽດນາມ ໃຫ້ຮູ້ວ່າ: 

    “ຂ້າພະເຈົ້າຖືວ່າ ປັດໄຈພອນສະຫວັນແມ່ນບໍ່ອາດປະຕິເສດໄດ້. ນັກສິລະປະການທຸກໆຄົນ ມີຄວາມເກັ່ງກ້າສາມາດນັ້ນ ສ່ວນ ຫຼາຍເລີ່ມມາຈາກຄອບຄົວ ທີ່ມີຄວາມສາມາດນັ້ນ. ນັກສິລະປະການ ອາອາ ກໍ່ແມ່ນຕົວແບບໜຶ່ງ. ສ່ວນຫຼາຍແມ່ນຕ້ອງເຕີບໃຫ່ຍໃນຄອບຄົວທີ່ສືບທອດທາງດ້ານສິລະປະ, ຖືກປູ່ຍ່າພໍ່ແມ່ ແນະນຳບອກສອນ ແລະ ໄດ້ຮັບຟັງກອນລຳມາແຕ່ຄາວຍັງນ້ອຍ ແລະ ໄດ້ຊຶມເລິກເຂົ້າໃນຈິດໃຈ ຂອງກະໂຕເຮົາເອງ. ມັນກໍ່ຄ່ອຍໆຊຶມເລິກ ແລະ ສາມາດຈື່ຈຳໄດ້ຫຼາຍທີ່ສຸດ”

    ເລື່ອງລາວ 4 ເລື່ອງ ກ່ຽວກັບທ້າວ ດຳດວງ ໂດຍນັກສິລະປະການ ອາອາ ພ້ອມກັບບັນດາ ນັກສິລະປະການ ຢູ່ເມືອງ ດັກໂຕ, ດັກຮ່າ ຂອງແຂວງ ກອນຕຸມ ຂັບຮ້ອງເລົ່າເລື່ອງນັ້ນໄດ້ກາຍເປັນ 4 ບົດປະພັນທີ່ເປັນເອກະລັກ ທີ່ໃສ່ຊື່ອັນດຽວກັນໃນຊຸດປຶ້ມ “ສາງກອນລຳ” ເຊິ່ງປະກອບດ້ວຍ 75 ກອນລຳ  ຂອງບັນດາເຜົ່າເຊັ່ນ ບານາ, ຈຳ, ເອເດ, ເມີນົງ, ຣາກລາຍ, ເຊີດັງ. ປຶ້ມເຫຼັ້ມນີ້ ປະກອບດ້ວຍ 60.400 ໜ້າ ໂດຍສະຖາບັນຄົ້ນຄວ້າ ວັດທະນະທຳ ຫວຽດນາມ, ສຳນັກພິມວິທະຍາສາດ ພິມຈຳໜ່າຍໃນຕະຫຼອດໄລຍະ 2004-2007. 

ຕອບກັບ

ຂ່າວ/ບົດ​ອື່ນ