(VOVWORLD) -ຂັບດຸ້ມຍັງຖືກເອີ້ນວ່າແມ່ນຂັບເວົ້າ, ແມ່ນປະເພດຂັບລຳທຳເພງພຶື້ນເມືອງ ດ້ວຍບັນດາທຳນອງຂັບກ້ຽວທີ່ເຄີຍສະແດງໃນໂອກາດວັນບຸນ, ຍາມຕົ້ນລະດູຮ້ອນ ແລະ ຕົ້ນລະດູບານໃໝ່. ນີ້ແມ່ນປະເພດສິລະປະໄດ້ມີມາໃນຂະບວນວິວັດແຫ່ງການອອກແຮງງານ, ທຳການຜະລິດ, ຕິດພັນກັບບັນດາງານບຸນ ແລະ ມີຈຸດວັດທະນະທຳທີ່ເປັນເອກະລັກ ຂອງປະຊາຊົນເຂດປາກທະເລ, ໃນນັ້ນຕົ້ນກຳເນີດຂອງສິລະປະຂັບດຸ້ມແມ່ນເມືອງ ຖຸຍງວຽນ, ນະຄອນຫາຍຟ່ອງ. ສິລະປະຂັບດຸ້ມຫາກໍ່ຖືກນຳເຂົ້າໃນບັນຊີລາຍຊື່ ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດຢ່າງເປັນທາງການ
ລາຍການສະແດງສິລະປະຂັບດຸ້ມ |
ຕາມບັນດາເອກະສານປະຫວັດສາດແລ້ວ ຂັບດຸ້ມມີຕົ້ນກຳເນີດມາຈາກຂັບຫວີ ຢູ່ເຂດທົ່ງພຽງແມ່ນ້ຳແດງ, ໄດ້ປະກົດມີໃນສະຕະວັດທີ XIII, ສະໄໝລາດຊະວົງເຈິ່ນ ມາເຖິງສະໄໝລາດຊະວົງໝາກ ສະຕະວັດທີ XVI. ຢູ່ເຂດທົ່ງພຽງພາກເໜືອ, ນະຄອນຫາຍຟ່ອງແມ່ນອູ່ຂອງສິລະປະຂັບດຸ້ມ, ໃນນັ້ນພົ້ນເດັ່ນແມ່ນຢູ່ເມືອງ ຖຸຍງວຽນ. ພ້ອມກັນນັ້ນບັນດາທ້ອງຖິ່ນອື່ນໆກໍ່ມີສິລະປະຂັບດຸ້ມເຊັ່ນ ໂດເຊີນ, ອານຫາຍ, ກຽນຖຸຍ… ຕາມບັນດານັກຄົ້ນຄວ້າແລ້ວ ຂັບດຸ້ມແມ່ນກ່ຽວຂ້ອງຢ່າງສະໜິດແໜ້ນ ເຖິງຮີດຄອງປະເພນີມາແຕ່ດົນນານຂອງຊາວຕົງຟຸກ, ເມືອງ ຖຸຍງວຽນ ນັ້ນແມ່ນປະເພນີປົກໜ້າ, ເພື່ອຮັກສາຄວາມງາມ, ເປັນຕົ້ນແມ່ນຫຼີກເວັ້ນຈາກຜົນສະທ້ອນຈາກແສງແດດ ກໍ່ຄືລົມພັດມາຈາກທະເລ, ແຕ່ປາງກ່ອນ ເອື້ອຍນ້ອງແມ່ຍິງເມືອງ ຖຸຍງວຽນ ກໍ່ເຄີຍນຳໃຊ້ຜ້າສີດຳເພື່ອຄຸມຫົວ ແລະ ປົກໜ້າ, ນັບແຕ່ນັ້ນມາ ກໍ່ໄດ້ກາຍເປັນປະເພນີທາງດ້ານວັດທະນະທຳ. ຜ້າປົກໜ້າພຽງແຕ່ຖືກແກ້ອອກເທື່ອດຽວເທົ່ານັ້ນພາຍໃນປີ, ນັ້ນແມ່ນໂອກາດວັນບຸນຂອງໜູ່ບ້ານຍາມຕົ້ນລະດູບານໃໝ່, ຂະນະທີ່ພວກບາວສາວພົບປະກັນ, ຂັບກ້ຽວຢ່າງຟົດຟື້ນມ່ວນຊື່ນ. (ເທບ)
ເມື່ອກ່ອນນີ້ ຂັບດຸ້ມມີສອງຮູບການສະແດງນັ້ນແມ່ນ ຂັບເພດດຽວ ແລະ ຂັບໜູ່. ຂັບເພດດຽວ ໂດຍແມ່ນເພດໜຶ່ງຄືເພດຊາຍ ແລະ ເພດຍິງຂັບກ້ຽວກັນ, ແຕ່ລະກຸ່ມເຄີຍປະກອບດ້ວຍ ສາມ, ສີ່ຄົນເທົ່ານັ້ນ ແລະ ຖືກຈັດຂຶ້ນໃນທຸກບ່ອນທຸກເວລາ, ໃນຂະນະທີ່ຂັບໜູ່ກໍ່ເຄີຍທຳສະແດງຢູ່ຕາມງານບຸນ, ວັດວາອາຮາມໂດຍສອງເພດຍິງ ແລະ ເພດຊາຍເຂົ້າຮ່ວມ. ໃນທຸກວັນນີ້, ໃນຊີວິດຍຸກປັດຈຸບັນ, ຂັບດຸ້ມຖືກຮັດແຄບລົງ ແລະ ມີການປ່ຽນແປງຫຼາຍຢ່າງ, ແຕ່ຮູບການຂັບດຸ້ມຍັງຄົງຮັກສາບັນດາສີສັນທີ່ເປັນມູນເຊື້ອ. ທ່ານ ຟຸ່ງວັນແມັ້ງ ຜູ້ອຳນວຍການສູນວັດທະນະທຳ-ຖະແຫຼງຂ່າວເມືອງ ຖຸຍງວຽນ ໃຫ້ຮູ້ວ່າ:
“ຂັບດຸ້ມຖືກສະແດງດ້ວຍຫຼາຍຮູບການເຊັ່ນ ຂັບທັກທາຍສະບາຍດີ, ຂັບອວຍພອນ, ຂັບສອບຖາມ, ຂັບກ້ຽວ. ເມື່ອພວກບາວສາວກໍ່ມັກກັນແລ້ວ ກໍ່ທຳການຂັບຮ້ອງເອົາສິນສອດ. ນີ້ແມ່ນຂັ້ນຕອນທີ່ເປັນໜ້າປະທັບໃຈ. ສະເພາະຂັບຮ້ອງເມື່ອອອກແຮງງານທຳການຜະລິດ, ບັນດານັກສິລະປະການແມ່ນບັນດາຜູ້ມັກອອກແຮງງານ, ຮັກທຳມະຊາດ, ຈຶ່ງສາມາດປະພັນບັນດາຄຳປະໂຫຍກເພື່ອຂັບຮ້ອງໄດ້ເຊັ່ນນັ້ນ. ຫຼັງຈາກນັ້ນແມ່ນຂັບທວາຍຄຳເວົ້າ, ຜູ້ຂັບອາດຈະທ້າກັນເຮັດ, ຄົ້ນຫາຄວາມເກັ່ງກ້າທາງດ້ານວັນນະຄະດີຂອງກັນ. ມີຫຼາຍເນື້ອໃນເພື່ອທ້າຕໍ່ກັນ, ເມື່ອຝ່າຍໜຶ່ງທ້າ, ຝ່າຍອື່ນກໍ່ຕ້ອງໃຫ້ຄຳຕອບ ອະທິບາຍ. ຜ່ານບັນດາຄຳປະໂຫຍກຂັບຮ້ອງກໍ່ສະແດງໃຫ້ເຫັນວ່າ ບັນດານັກສິລະປະການເມື່ອກ່ອນນີ້ມີຄວາມສະຫຼາດສະຫຼຽວ ແລະ ມີປະຕິກິລິຍາໄວ”
ກໍ່ເຊັ່ນດຽວກັນກັບບັນດາຮູບການສິລະປະວັດທະນະທຳພື້ນເມືອງອື່ນໆ, ຂັບດຸ້ມກໍ່ໄດ້ຜ່ານບັນດາໄລຍະປະຫວັດສາດ. ນັບແຕ່ທ້າຍສະຕະວັດທີ XX, ຍ້ອນການດຳລົງຊີວິດທີ່ຟົດຟື້ນ ແລະ ຟ້າວຟັ່ງດ້ວຍພາຫະນະອຸປະກອນຫຼາຍຢ່າງທີ່ທັນສະໄໝ ໄດ້ພາໃຫ້ໄວໜຸ່ມເຫີນຫ່າງຈາກວັດທະນະທຳພື້ນເມືອງ, ຂັບດຸ້ມກໍ່ໄດ້ຄ່ອຍໆກາຍເປັນປະເພດສິລະປະ ທີ່ບໍ່ໄດ້ຮັບຄວາມນິຍົມຈາກໄວໝຸ່ມໃນຍຸກທັນສະໄໝ. ແຕ່ເຖິງຢ່າງໃດກໍ່ຕາມໃນຊຸມປີມໍ່ໆມານີ້, ອຳນາດການປົກຄອງເມືອງ ຖຸຍງວຽນ ກໍ່ໄດ້ສຸມໃສ່ຟື້ນຟູປະເພດສິລະປະວັດທະນະທຳນີ້. ເພື່ອອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ, ເມືອງ ຖຸຍງວຽນ ໄດ້ຟື້ນຟູ 4 ງານບຸນຂັບດຸ້ມຍາມລະດູບານໃໝ່ ດ້ວຍ 7 ພິທີກຳທີ່ມິີການເຄື່ອນໄຫວວັດທະນະທຳຂັບດຸ້ມ. ພິເສດຢູ່ຖຸຍງວຽນ ແລະ ບາງທ້ອງຖິ່ນອື່ນໆກໍ່ໄດ້ສ້າງຕັ້ງສະໂມສອນເພື່ອຖ່າຍທອດສິລະປະຂັບດຸ້ມໃຫ້ແກ້ໄວໜຸ່ມ. ນ້ອງ ດິງທິອຽນ ຫ້ອງ ມ3 ໂຮງຮຽນມັດທະຍົມຕອນຕົ້ນ ເລິບເຫຼ ເມືອງ ຖຸຍງວຽນ ໄດ້ເຂົ້າຮ່ວມສະໂມສອນເປັນເວລາກວ່າ 4 ປີແລ້ວ ໃຫ້ຮູ້ວ່າ:
“ນ້ອງເຂົ້າຮ່ວມສະໂມສອນຂັບດຸ້ມ ແມ່ນຍ້ອນພໍ່ແມ່ໄດ້ລະດົມກຳລັງໃຈ ແລະ ຂັບດຸ້ມກໍ່ແມ່ນຄວາມງາມ ທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ ແລະ ເປັນການເຊີດຊູຄວາມງາມຂອງປະເທດຊາດ. ທຳອິດເມື່ອຝຶກແອບຂັບຮ້ອງ, ນ້ອງກໍ່ລະອາຍ, ຂັບກໍ່ບໍ່ມ່ວນ ແຕ່ພວກຜູ້ເຖົ້າຜູ້ແກ່ໄດ້ບອກສອນ, ຖ່າຍທອດຢ່າງລະອຽດ. ນ້ອງເຫັນວ່າຂັບດຸ້ມມ່ວນຫຼາຍ.”
ຕາມທ່ານ ຫງວຽນດຶກຢາງ ປະທານສະມາຄົມວັນນະຄະດີສິລະປະພື້ນເມືອງນະຄອນຫາຍຟອງແລ້ວ ດ້ວຍຄວາມມານະພະຍາຍາມຟື້ນຟູມໍລະດົກ, ຄວາມງາມວັນທະນະທຳທີ່ມີມາແຕ່ດົນນານນັ້ນ ຂັບດຸ້ມພວມໄດ້ຮັບການຟື້ນຟູຢູ່ຫຼາຍທ້ອງຖິ່ນໃນເຂດທົ່ງພຽງພາກເໜືອ. ແຕ່ລະປີເມື່ອລະດູບານໃໝ່ວຽນມາ, ບັນດາບົດເພງຂັບດຸ້ມທີ່ລື້ງເຄີຍໄດ້ກັງວາງຂຶ້ນ ເພື່ອຢັ້ງຢືນຊີວິດອັນແຮງກ້າ ແລະ ໝັ້ນໜຽວຂອງສິລະປະຂັບດຸ້ມ ເຊິ່ງເປັນມໍລະດົກວັດທະນະທຳທີ່ເປັນເອກະລັກຂອງ ຖຸຍງວຽນ, ນະຄອນຫາຍຟ່ອງ.