ໃນຈຳນວນບັນດາປະເພດສິລະປະວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ເຂດທາງຕາເວັນອອກສ່ຽງເໜືອຂອງປະເທດຊາດນັ້ນ, ອາດຈະເວົ້າໄດ້ວ່າ ສິລະປະຂັບແທນພິນຕິ້ງຂອງຊາວເຜົ່າໄຕ, ນຸ່ງ ຍາມໃດກໍມີທີ່ຕັ້ງພິເສດ, ໄດ້ຮັບຄວາມນິຍົມຈາກພໍ່ແມ່ປະຊາຊົນ ແລະ ເຂົ້າສູ່ຊີວິດປະຈຳວັນ. ໂດຍແມ່ນໜຶ່ງໃນບັນດາອູ່ໃຫ້ກຳເນີນປະເພດສິລະປະນີ້. ບັກກ້ານ ແມ່ນທ້ອງຖິ່ນໄດ້ ແລະ ພວມເຮັດວຽງການອະນຸລັກສິລະປະຂັບແທນເປັນຢ່າງດີ, ບໍ່ພຽງແຕ່ສາມາດຮັກສາບັນດາທຳນອງເພງບູຮານເທົ່ານັ້ນ, ຫາກຍັງສາມາດເຕົ້າໂຮມກຸ່ມບັນດານັກສິລະປະກອນລຸ່ນໜຸ່ມເພື່ອຮັກສາ ແລະ ພັດທະນາ ສິລະປະຂັບແທນໃຫ້ແທດເໝາະກັບປະຈຸບັນອີກດ້ວຍ.
ຂັບແທນແມ່ນປະເພດສິລະປະດົນຕີໂດຍນຳໃຊ້ພິນຕິ້ງ |
ຂັບແທນແມ່ນປະເພດສິລະປະດົນຕີໂດຍນຳໃຊ້ພິນຕິ້ງ, ທັງແມ່ນວັດທະນະທຳບໍ່ມີຮູບຮ່າງ, ມີລັກສະນະວັດທະນະທຳມະນຸດສູງ. ຂັບແທນມີລັກສະນະຂອງວັດທະນະທຳພື້ນເມືອງ ແລະ ຕິດພັນກັບສີສັນຊາດ. ສຽງຂັບແທນປະສົມກັບສຽງພິນຕິ້ງຄືດັ່ງການວາດພາບເຖິງບັນດາໄລຍະທາງຂອງມະນຸດຈາກສະໄໝປະຖົມບູຮານຂຶ້ນແດນສະຫວັນເພື່ອພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກ, ເມື່ອມີຄວາມອ້ອນຊ້ອຍ, ອອນຊອນ, ເມື່ອວັ່ງເວ, ເວດທະນາ. ຂັບແທນເຄີຍນຳໃຊ້ໃນພິທີປະດັບຍົດສັກຕຳແໜ່ງ, ການປິ່ນປົວພະຍາດ, ພາວະນາໃຫ້ລະດູການໄດ້ຮັບຜົນດີ. ຂັບແທນກໍໄດ້ຫຼຸດພົ້ນອອກຈາກການເຫຼື້ອມໃສຈິດວິນຍານ, ກາຍເປັນການດຳເນີນຊີວິດວັດທະນະທຳ, ສິລະປະ, ເຂົາເຈົ້າຂັບຮ້ອງເພື່ອສ້າງຄວາມມ່ວນຊື່ນໃນງານບຸນ, ການພົບປະສັງສັນຕ່າງໆ…
ຊາວບັກກ້ານຂັບແທນຄືດັ່ງສຽງລົມກັນສະແດງຄວາມຮັກຂອງຄູ່ບາວສາວ, ມັນແຕກຕ່າງກັບ ສິລະປະຂັບແທນຂອງຊາວລ້າງເຊີນ, ກາວບັງ, ຕວຽນກວາງທີ່ຄຶກຄື້ນມ່ວນຊື່ນ. ຊາວທ້ອງຖິ່ນໃຫ້ຮູ້ວ່າ ຢາກເຫັນໄດ້ວິນຍານຂອງສຽງຂັບແທນຢູ່ແຫ່ງນີ້, ຈົ່ງແວຢາມໜອງ ບາເບ ຄັ້ງໜຶ່ງ ພວກເພື່ອນຈະເຫັນທິວທັດທີ່ສວຍສົດງົດງາມໃນທ່າມກາງສີຂຽວຂອງເຂດພູຜາປ່າໄມ້ທີ່ສະຫຼັບຊັບຊ້ອນ, ພວມອ້າຍບາວ, ນາງສາວເຜົ່າໄຕນຸງຊຸດອາພອນປະຈຳເຜົ່າ ພວມນັ່ງດີດພິນຕິ້ງ ແລະ ພ້ອມກັນຂັບຮ້ອງເພງທີ່ດັ່ງກ້ອງກັງວານໄປທົ່ວເຂດ. ທ່ານ ມາວັນວິ້ງ, ນັກ ສິລະປະການລະດັບ 2, ທັງແມ່ນຜູ້ຜະລິດພິນຕິ້ງທີ່ມີຊື່ສຽງເປີດເຜີຍວ່າ :
“ ຂ້າພະເຈົ້າເຫັນວ່າສິລະປະຂັບແທນຂອງຊາວເຜົ່າໄຕແມ່ນຈຳເປັນຕ້ອງໄດ້ຮັບການເກັບຮັກສາ, ດັ່ງນັ້ນ, ປີນີ້, ຂ້າພະເຈົ້າມີອາຍຸ 66 ປີແລ້ວ, ກໍມີຄວາມຫວັງຢາກຖ່າຍທອດໃຫ້ຄົນລຸ່ນຫຼັງ. ເພາະສະນັ້ນ, ຂ້າພະເຈົ້າຈຶ່ງສ້າງຕັ້ງສະໂມສອນ ເພື່ອເຕົ້າໂຮມບັນດານັກຮ້ອງເພື່ອຂັບຮ້ອງໃຫ້ເຂົາເຈົ້າຟັງ. ພວກຂ້າພະເຈົ້າຕ້ອງສືບຕໍ່ເຊີດຊູ ສິລະປະຂັບແທນນີ້ ”
ເບິ່ງຄືວ່າ ສິລະປະຂັບແທນແມ່ນຂາດບໍ່ໄດ້ໃນຊີວິດວັດທະນະທຳຈິດໃຈຂອງຊາວເຜົ່າໄຕ. ຊາວບັກກ້້ານຍາມໃດກໍມີສະຕິອະນຸລັກຮັກສາວັດທະນະທຳບູຮານຂອງຕົນ ແລະ ນຳສິລະປະຂັບແທນເຂົ້າສູ່ຊີວິດປະຈຳວັນ. ຢູ່ເມືອງ ເຈິເມີ້ຍ, ບາເບ, ເຈິດົນ ມີສະໂມສອນຂັບແທນເຖິງ 5-6 ແຫ່ງເຄື່ອນໄຫວເປັນປະຈຳ, ບໍ່ພຽງແຕ່ບັນດານັກສິລະປະການພ້ອມກັນເຄື່ອນໄຫວເທົ່ານັ້ນ, ຫາກພວກເຂົາຍັງຖ່າຍທອດໃຫ້ໄວໜຸ່ມອີກດ້ວຍ. ສູນວັດທະນະທຳແຂວງ ໄດ້ເປີດຊຸດຮຽນຂັບແທນໃຫ້ຜູ້ມີຜ່ອນສະຫວັນໃນຍາມພັກແລ້ງແຕ່ລະປີ. ໂຮງຮຽນປະຖົມຢູ່ຕາແສງຈູເຮືອງ ໄດ້ນຳຂັບແທນເຂົ້າໃນຫຼັກສູດການສອນ. ນ້ອງ ລາທິແອງ, ປີນີ້ອາຍຸ 22 ປີ ຢູ່ຕາແສງດົງວຽນ, ເມືອງເຈິດົນ ຮຽນຂັບແທນຢູ່ໂຮງຮຽນວິທະຍາໄລວັດທະນະທຳສິລະປະ ຫວຽດບັກ ເວົ້າວ່າ :
“ ເຮົາມີຄວາມຊົມຊອບ ສິລະປະຂັບແທນ ແລະ ໄປຮຽນຂັບແທນ ຍ້ອນມີການແນະນຳຂອງບັນດາພໍ່ຕູ້ແມ່ຕູ້ໃນບ້ານ. ພວກລຸງປ້າອາວອາ ນັກສິລະປະການໄດ້ເຮັດໃຫ້ເຮົາມີຄວາມປະທັບໃຈຫຼາຍ, ດັ່ງນັ້ນເຮົາຊົມຊອບສິລະປະຂັບທຳທຳເພງພື້ນເມືອງທີ່ສຸດ. ສຳລັບໄວໜຸ່ມພວກຂ້າພະເຈົ້າຢາກອະນຸລັກຮັກສາບັນດາທຳນອງເພງພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງທ້ອງຖິ່ນຕົນ ”
ໃນວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 9 ໂດຍແຂວງບັກກ້້ານເປັນເຈົ້າພາບຈັດຂຶ້ນເປັນຄັ້ງທຳອິດນັ້ນ, ສິລະປະຂັບແທນ ພິນຕິ້ງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງແຂວງບັກກ້ານ ໄດ້ມີໂອກາດສະແດງຕໍ່ມວນຊົນ. ທ່ານລາບາວຢີ, ຫົວໜ້າພະແນກສິລະປະມະຫາຊົນ, ສູນວັດທະນະທຳແຂວງບັກກ້ານ ໃຫ້ຮູ້ວ່າ :
“ ເພື່ອກະກຽມໃຫ້ແກ່ການຈັດຕັ້ງລາຍການສະແດງ ຂັບແທນ, ພວກຂ້າພະເຈົ້າໄດ້ສຳຫຼວດ, ເລືອກເຟັ້ນບັນດານັກສະແດງເພື່ອພະຍາຍາມມີບັນດາລາຍການມ່ວນທີ່ສຸດ, ແນະນຳສິລະປະຂັບແທນໃຫ້ປະຊາຊົນບັນດາແຂວງເຂດທາງທິດຕາເວັນອອກສ່ຽງເໜືອ ແລະ ທົ່ວປະເທດ ”
ໂດຍເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ສວຍງາມ, ໃຫຍ່ໂຕມະໂຫຖານຂອງເຂດພູຜາປ່າໄມ້ທີ່ສະຫຼັບຊັບຊ້ອນ ແມ່ນພວກບາວສາວຊາວເຜົ້າພວມດີດພິນຕິ້ງ ແລະ ຂັບຮ້ອງທຳນອງເພງແທນ. ແທນໝາຍຄວາມວ່າ ຟ້າ, ຊາວເຜົ່າໄຕມີຄວາມສຳນຶກວ່າ ເພງແທນແມ່ນເພງແຫ່ງດິນແດນສະຫວັນ, ເປັນຂົວເຊື່ອມຕໍ່ດ້ານຈິດວິນຍານເພື່ອສະແດງຄວາມຫວັງ, ການພາວະນາຂອງມະນຸດທີ່ມີຕໍ່ເທວະດາຟ້າແຖນ.