ບົດລະຄອນ “ວັນອາໄລຫາ”, ເລື່ອງລາວໄລຍະຫຼັງສົງຄາມ
(ພາບ: vanhoadoisong.com)
|
“ ໃນບົດລະຄອນ, ມີບັນດາລາຍລະອຽດທີ່ຂ້າພະເຈົ້ານຳເອົາມາຈາກຊີວິດຂອງຂ້າພະເຈົ້າ. ແຕ່ກໍມີລາຍລະອຽດທີ່ຂ້າພະເຈົ້າໄດ້ຮັບຟັງຈາກພວກທະຫານ ອາເມລິກາເລົ່າກ່ຽວກັບຄວາມເຈັບປວດ, ຫຼອກຫຼອນໃນຈິດວິນຍານເຂົາເຈົ້າໃນໄລຍະເຂົ້າຮ່ວມສົງຄາມຢູ່ຫວຽດນາມ. ຂ້າພະເຈົ້າໄດ້ນຳເອົາສິ່ງທັງໝົດເຫຼົ່ານັ້ນເຂົ້າໃນເນື້ອໃນບົດລະຄອນ “ ວັນອາໄລຫາ”. ທ່ານ Brian Delate ທະຫານຜ່ານເສິກອາເມລິກາ, ທັງເປັນນັກສະແດງ, ນັກແຕ່ງ[ບົດລະຄອນ “ວັນອາໄລຫາ” ໄດ້ເປີດເຜີຍໃຫ້ຮູ້ຕໍ່ໜ້າຜູ້ຊົມຫວຽດນາມເຊັ່ນນັ້ນ.
ບົດລະຄອນໄດ້ຊ່ວຍໃຫ້ຜູ້ຊົມຫວຽດນາມເຫັນໄດ້ເຖິງຄວາມໃນໃຈຂອງ Brest Westmoreland ທະຫານຜ່ານເສິກອາເມລິກາທີ່ເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ ພວມປະເຊີນໜ້າກັບພະຍາດປັນປວນດ້ານຈິດຕະພາຍຫຼັງການກະທົບ (PTSD), ຊຶ່ງແມ່ນໂລກປະສາດທີ່ ທະຫານຜ່ານເສິກອາເມລິກາຫຼາຍຄົນຖືກຕິດໃນໄລຍະຫຼັງສົງຄາມ. ຕົວລະຄອນໃນ ບົດລະຄອນດັ່ງກ່າວແມ່ນສ່ວນໜຶ່ງໃນຊີວິດຂອງທ່ານ Brian Dalate ນັກແຕ່ງບົດລະຄອນ , ທະຫານຜ່ານເສິກອາເມລິກາ. ທ່ານເຄີຍເປັນນາຍສິບ ທະຫານອາເມລິກທີ່ຕັ້ງທັບຢູ່ແຂວງ ກວາງງ້າຍ ພາກກາງຫວຽດນາມ ໄລຍະ 1969-1970 . ທ່ານ Brian Dalate ກ່າວວ່າ
“ ພາຍຫຼັງທີ່ຂ້າພະເຈົ້າຈາກຫວຽດນາມກັບຄືນອາເມລິການັ້ນ, ຊີວິດຂອງຂ້າພະເຈົ້າແມ່ນເຈັບປວດທີ່ສຸດ ເປັນຕົ້ນແມ່ນຂ້າພະເຈົ້າໄດ້ເປັນພະຍາດປັນປວນດ້ານຈິດຕະ,ຮູ້ສຶກຢ້ານກົວ, ນອນຝັນແຕ່ຄວາມຮ້າຍ, ຊ້ຳບໍໜຳໄດ້ມີການທຳໃຊ້ຄວາມຮຸນແຮງ, ຂ້າພະເຈົ້າບໍ່ສາມາດຮູ້ສຶກຕົວວ່າ ຕົນເອງພວມຢູ່ໃສ ແລະ ເຮັດຫຍັງອີກ. ເລື່ອງນີ້ໄດ້ແກ່ຍາວເປັນເວລາດົນນານ. ແຕ່ວັນເວລາກໍລວງເລີຍໄປ, ອາການພະຍາດກໍຜ່ອນຄາຍລົງ, ແລ້ວກໍຮອດວັນທີ 11/9 ເຫດກໍ່ການຮ້າຍໄດ້ເກີດຂຶ້ນ, ຂ້າພະເຈົ້າໄດ້ເຫັນປະຈັກຕາເຮືອບິນຕຳໃສ່ຕຶກແຝດສູນການຄ້າ ແລະ ສິ່ງນີ້ໄດ້ເຮັດໃຫ້ຄວາມຢ້ານກົວຂອງສົງຄາມທັງໝົດເກີດຂຶ້ນຄືນໃໝ່ ແລະ ດັ່ງນັ້ນ ຂ້າພະເຈົ້າໄດ້ເລືອກເອົາເສັ້ນທາງເຄື່ອນໄຫວສິລະປະ ”
ເລື່ອງລາວໄດ້ປະກົດຂຶ້ນໃນຕອນກາງຄືນກ່ອນວັນອາໄລຫາຢູ່ເຮືອນຫ້ອງນ້ອຍທີ່່ນະຄອນນິວຢອກ. ດ້ວຍຊວງເວລາອັນສັ້ນໆ, Brian Dalate ໄດ້ສວມບົດທະຫານຜ່ານເສິກ Brest Westmoreland ໃນຫ້ອງຊຶ່ງພວມຢູ່ໃນຈັ່ງຫວະກຽມພ້ອມ ຂ້າຕົວຕາຍ. ຄວາມຊົງຈຳຟົດເດືອດ ແຕ່ຫຼອງຫຼອນ ແລະ ຂົ່ມຂູ່, ຂັບໄລ່ຕົວລະຄອນໃນສະພາບປັນປວນ, ແຕ່ບໍ່ໜ່ຽວໄກປືນ, ຫາກໄດ້ເຮັດໃຫ້ Brest Westmoreland ປ່ຽນຕົວມາເປັນເພື່ອນຮ່ວມກົມກອງ, ບັນດາຜູ້ຄົນລື້ງແກວນທີ່ລາວໄດ້ພົບຢູ່ຫວຽດນາມໃນໄລຍະສົງຄາມ. ແລ້ວກໍໃນຄວາມຊົງຈຳກ່ຽວກັບບັນດາການກະທຳສະຫຍົດສະຫຍອງຄື ຮູບພາບເຄື່ອນທັບກວາດລ້າງທາງບົກ, ເທິ່ງເຮືອບິນເອລິກອບເຕີ, ຮູບພາບຈູດເຜົນທຳລາຍ, ຕາມລ່າ, ເຂັ່ນຂ້າພັດປະກົດຂຶ້ນຄືນໃໝ່. ນັກສິລະປີນປະຊາຊົນ ເລແຄງ ໃຫ້ຮູ້ວ່າ
“ ນັກແຕ່ງບົດລະຄອນ, ຕົວລະຄອນເອກ Brian Dalate , ລາວຕ້ອງໄດ້ຜ່ານ ຊີວິດຕົວຈິງ ແລະ ລາວໄດ້ວາດພາບຄືນບົນເວທີ່ວະແດງ. ແລະສິ່ງທີ່ຂັດຂວາງ ຂ້າພະເຈົ້າໃນຄັ້ງທຳອິດ ແລະ ສົ່ງຜົນກະທົບເຖິງຂ້າພະເຈົ້າຢ່າງແຮງ, ນັ້ນແມ່ນບັນຫາຈິດວິນຍານ. ພວກຂ້າພະເຈົ້າໄດ້ພະຍາຍາມເຕື້ອງເຖິງບັນຫາຈິດວິນຍານເພື່ອແນະນຳໃຫ້ຜູ້ຊົມ ແລະ ຊ່ວຍໃຫ້ຜູ້ຊົມເຂົ້າໃຈກ່ຽວກັບສິ່ງທີ່ພວກຂ້າພະເຈົ້າພວມເຮັດ ”
ປະສົມປະສານກັບບັນດາຄວາມຊົງຈຳທີ່ເປັນໜ້າຢ້ານນັ້ນ, ມີບາງຈຸດເວລາທີ່ສົດຊື່ນກ່ວາ, ນັ້ນແມ່ນຄວາມຊົງຈຳຢຸດຕິລົງໃນຈົດໝາຍບາງສະບັບຂອງຍາດພີນ້ອງ, ການຢ້ຽມຢາມຖາມຂ່າວ, ແບ່ງປັນຢ່າງຈິງໃຈ ແລະ ຄີດຮອດເຖິງຄອບຄົວ. ທ່ານນາງຮອງສາດສະດາຈານ ດຣ ຫງວຽນທິມິນທ້າຍ ໃຫ້ຂໍ້ສັງເກດວ່າ
“ ປະເທດໜຶ່ງໄດ້ຮັບໄຊຊະນະ ແລະ ອີກປະເທດໜຶ່ງຖືກປະລາໄຊນັ້ນ, ແນ່ນອນ 2 ຝ່າຍຕ່າງກໍຖືກສູນເສຍ ແລະ ເຈັບປວດ. ເປັນອັນວ່າ ຝ່າຍໜຶ່ງຕ້ອງຖືກກະທົບທາງດ້ານສະຕິຈິດໃຈແບບນີ້, ສ່ວນອີກຝ່າຍໜຶ່ງຢູ່ຫວຽດນາມກໍຕ້ອງຖືກກະທົບທາງດ້ານສະຕິຈິດໃຈແບບອື່ນ. ຢູ່ຫວຽດນາມ ຜູ້ຖືກຮັບຄວາມເຈັບປວດ, ລຳບາກກ່ວາໝູ່ ນັ້ນແມ່ນຜູ້ເປັນແມ່, ເປັນເມຍ ”
ນັກກະວີ, ທ່ານໝໍ Edward Tick ຜູ້ກໍ່ຕັ້ງຮ່ວມ ແລະ ເປັນຜູ້ນຳອົງການ SHI ຂອງອາເມລິກາໃຫ້ຮູ້ວ່າ ພະຍາດປັນປວນດ້ານຈິດຕະພາຍຫຼັງການກະທົບ (PTSD) ແມ່ນມັກເກີດຂຶ້ນໃນໝູ່ທະຫານຜ່ານເສິກອາເມລິກາ, ມັນທຳລາຍສຸຂະພາບຮ່າງກາຍ, ຈິດໃຈຂອງເຂົາເຈົ້າ ແລະ ມີວິທີໜຶ່ງດຽວທີ່ສາມາດປິ່ນປົວໄດ້, ນັ້ນແມ່ນການຮຳບາດແຜສົງຄາມລະຫວ່າງ 2 ປະເທດ. ນັກກະວີ, ທ່ານໝໍ Edward Tick ກ່າວວ່າ :
“ ຂ້າພະເຈົ້າຖືວ່າ ສິລະປະ ແມ່ນຂົວເຊື່ອມຕໍ່, ບົນຂົວແຫ່ງນັ້ນ, ຜູ້ຄົນທັງຫຼາຍ ມາພົບກັນ, ແລກປ່ຽນ ເພື່ອເຂົາໃຈ ແລະ ຮັກແພງຊ່ວຍເຫຼືອກັນ. ທາງດ້ານສິລະປະ, ພວກເຮົາສາມາດສະແດງຈົນສຸດຄວາມໃນໃຈຂອງຕົນ ແລະ ເຮັດໃຫ້ທຸກຄົນເຂົ້າໃຈສິ່ງນັ້ນຢ່າງເລິກເຊິ່ງ. ຂ້າພະຈົ້າຄິດວ່າ ການສະແດງບັນດາບົດລະຄອນຢູ່ຫວຽດນາມແມ່ນບໍ່ພຽງແຕ່ຮັບຜົນສຳເລັດ, ໄຊຊະນະເທົ່ານັ້ນ, ຫາກຍັງເປັນສິ່ງທີ່ເໜືອກ່ວາຄວາມຍອດຍິ່ງອີກດ້ວຍ”
ພາຍຫຼັງລາຍການສະແດງ, Brian Dalate ແບ່ງປັນວ່າ : ຂ້າພະເຈົ້າແຕ່ງບົດລະຄອນ “ ວັນອາໄລຫາ” ເພື່ອຊ່ວຍໃຫ້ບັນດາຜູ້ຄົນທີ່ຍັງບໍ່ເຄີຍຜ່ານສົງຄາມ ສາມາດເຂົ້າໃຈໄດ້ເຖິງທຸກສິ່ງທີ່ລູກຫຼານເຮົາຕ້ອງຜ່ານຜ່າ ພ້ອມກັບຄວາມເຈົບປວດ, ຄວາມຫຼອກຫຼອນທີ່ເຂົາເຈົ້າຕ້ອງແບກຫາບພາຍຫຼັງສົງຄາມ. ບົດລະຄອນ ບົດລະຄອນ “ ວັນອາໄລຫາ” ຂອງ Brian Dalate ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສົງຄາມໂດຍກົງ ຄິດຫງຳ, ຫວນຄືນອະດີດຕະການ ແລະ ສະພາບຕົວຈິງຂອງຕົນ .