ບັນດາຄວາມມານະພະຍາຍາມອະນຸລັກຮັກສາ ວັດທະນະທຳບັນດາເຜົ່າສ່ວນໜ້ອຍ

ໃນ​ສະ​ພາ​ວະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ເປີດ​ກ້​ວາງ​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທ​ຳ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຊາດນັ້ນ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ. ສິ່ງນີ້​ໃນ​ດ້ານ​ໜຶ່ງ​ໄດ້​ປະ​ກອບ​ສ່ວນ ອະ​ນຸ​ລັກ​ຮັກ​ສາສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ອີກ​ດ້ານ​ໜຶ່ງກໍ​ໄດ້​ກາຍ​ເປັນ​ປັດ​ໄ​ຈ​ເປັນ​ເອ​ກະ​ລັກ, ມີ​ກຳ​ລັງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. 

ບັນດາຄວາມມານະພະຍາຍາມອະນຸລັກຮັກສາ ວັດທະນະທຳບັນດາເຜົ່າສ່ວນໜ້ອຍ - ảnh 1
ງານ​ບຸນ ເກົາ​ຕາວ ຂອງ​ຊາວ​ເຜົ່າ​ເມື່ອງ

     ແຕ່​ລະ​ປີ, ເມື່ອ​ລະ​ດູບ​ານ​ໃໝ່​ວຽນ​ມາ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ຕາ​ແສງ ເດືອງ​ເຖື້ອງ, ເມືອງ ອຽນ​ມິງ, ແຂວງ ຮ່າ​ຢາງ ໄດ້​ພ້ອມ​ກັນ​ເປີດ​ງານ​ບຸນ ເກົາ​ຕາວ ເພື່ອ​ຕອບ​ບຸນ​ແທນ​ຄຸນ​ຕໍ່ເທວະ​ດາ​ຟ້າ​ແຖນ, ດິນ​ຟ້າ​ອາ​ກາດ​ໄດ້​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ລະ​ດູ​ການ​ໄດ້​ຮັບ​ຜົນ​ດີ. ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ, ພິ​ທີ​ກຳ​ພື້ນ​ເມືອງ​ຂອງ ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ແນະ​ນຳ​ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ທ້າວ ຢາງ​ມີ​ຝື ຊາວ​ເຜົ່າ​ມົ້ງ ຢູ່​ຕາ​ແສງ ເດືອງ​ເຖື້ອງ, ເມືອງ ອຽນ​ມິງ ແຂວງ ຮ່າ​ຢາງ ເວົ້າ​ວ່າ : 

    “ ມື້ນີ້ ພວກ​ຂ້າ​ພະ​ເຈົ້າ​ເປີດ​ ງານ​ບຸນ ເກົາ​ຕາວ ຢູ່ນີ້​ດ້ວຍ​ຄວາມ​ຫວັງ​ຢາກ​ໃຫ້​ງານ​ບຸນ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ກໍ​ແມ່ນ​ເພື່ອ​ແນະ​ນຳ​ໃຫ້​ພໍ່​ແມ່​ພີ​ນ້ອງ​ໃນ​ທົ່ວ​ປະ​ເທດ​ຮູ້​ເຖິງ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ ຊາວ​ເຜົ່າ​ມົ້ງ ”

   ໂດຍ​ປະ​ຕິ​ບັດ​ແຜນ​ຮ່າງ ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຫວຽດ​ນາມ​ເຖິງ​ປີ 2020 ຂອງ​ລັດ​ຖະ​ບານ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ຟື້ນ​ຟູກວ່າ 50 ງານ​ບຸນ​ຂອງ ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​. ໃນ​ນັ້ນ ມີ​ບັນ​ດາ​ງານ​ບຸນ​ທີ່​ພົ້ນ​ເດັ່ນ​ຂອງ ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​​ຄື : ງານ​ບຸນ ເກົາ​ຕາວ ຂອງ​ຊາວ​ເຜົ່າ​ເມື່ອງ, ງານ​ບຸນ ລົງ​ຕົງ ຂອງ ຊາວ​ເຜົ່າ​ໄຕ, ງານ​ບຸນ ເຊັນ​ບ້ານ, ເຊັນ​ເມືອງ ຂອງ ຊາວ​ເຜົ່າ​ຜູ້​ໄທ, ງານ​ບຸນ ອອກ​ອອມ​ບ໋ອກ ຂອງ ຊາວ​ເຜົ່າ​ຂະ​ແມ, ງານ​ບຸນ​ຄ​້ອງ​ຂອງ ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ….

    ໃນ​ແງ່​ມຸມ​ອື່ນ, ຂະ​ແໜງວັດ​ທະ​ນະ​ທຳ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ກໍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​ມີ​ຂອບ​ຂະ​ໜາດ​ຄື​ ວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕາ​ເວັນ​ອອກ​ສຽ່ງ​ເໜືອ, ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ພາກ​ກາງ ແລະ ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້, ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ມົ້ງ, ເຜົ່າ​ຈຳ, ຂະ​ແມ, ເມືອງ, ຈີນ; ງານ​ສະ​ແດງ​ຊຸດ​ອາ​ພອນ​ພື້ນ​ເມ​ືອງ ​ບັນ​ດາ​ເຜົ​່າ​ຫວຽດ​ນາມ… ບັນ​ດາ​ການ​ເຄື່ອນ​ໄຫວ​ງານ​ບຸນນີ້ ໄດ້​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ແລກ​ປ່ຽນ, ຊອກ​ຮູ້ ແລະ ຍົກ​ສູງ​ສະ​ຕິ​ຈິດ​ໃຈອະ​ນຸ​ລັກ​ຮັກ​ສາສາງວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ.

     ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ ແລະ ຂະ​ແໜງວັດ​ທະ​ນະ​ທຳ​ບັນ​ດາ​ແຂວງ, ນະ​ຄອນ​ທົ່ວ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ຍັງ​ໝູນ​ໃຊ້​ຮູບ​ແບບ​ປະ​ສານ​ສົມ​ທົບ​ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ, ອັນ​ໄດ້​ສ້າງແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ພື້ນ​ເມ​ືອງ​ໃນ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​. ທ່ານ​ເຈີນ​ຮິ້ວ​ເຊີນ ​ຫົວ​ໜ້າ ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ລາວ​ກາຍ​ໃຫ້​ຮູ້​ວ່າ : 

   “ ຍ້ອນ​ໄດ້​ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ ​ບັນ​ດາ​ເຜົ່າ​, ດັ່ງ​ນັ້ນ ບັນ​ດາ​ອາ​ຊີບ​ຫັດ​ຖະ​ກຳຜະ​ລິດ​ຜະ​ລິດ​ຕະ​ພັນ​ແຜ່ນ​ແພ​ພື້ນ​ເ​ມືອງ​ໄດ້​ຮັບ​ການ​ຟື້ນ​ຟູ. ຢູ່​ທີ່ນີ້, ເຄື່ອງ​ໝາຍ​ການ​ຄ້າຂອງ ຜະ​ລິດ​ຕະ​ພັນ​ແຜ່ນ​ແພ​ພື້ນ​ເ​ມືອງ​ຂອງ​ຊາວ​ເຜົ່າ​ມົ້ງ, ຊາວ​ເຜົ່າ​ຢ້າວ​ໄດ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ພ້ອມ​ກັນ​ນັ້ນ, ວຽກ​ງານ ອະ​ນຸ​ລັກ​ຮັກ​ສາ​ປື້ມ​ບູ​ຮານ​ຂອງ ຊາວ​ເຜົ່າ​​ຢ້າວ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ວົງ​ຄະ​ນະ​ຍາດ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ ”

   ສິ່ງ​ທີ່​ໜ້າ​ສົນ​ໃຈ, ນັ້ນ​ແມ່ນ​ວົງ​ຄະ​ນະ​ຍາດ​ກໍ​ແມ່ນ​ຜູ້​ເປັນເຈົ້າເພື່ອ ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ ​ບັນ​ດາ​ເຜົ່າ. ທ່ານ ຮ່​ວາງ​ດຶກ​ເຫົ້າ ຫົວ​ໜ້າ​ກົມໆ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຖື​ວ່າ : 

    “  ເມື​ອ່​ຊີ​ວິດ​ສັງ​ຄົມ​ພັດ​ທະ​ນານັ້ນ, ຄວາມ​ນິ​ຍົມ​ຊົມ​ໃຊ້​ຄວາມ​ງາມ ກໍ​ຖືກ​ປ່ຽນ​ແປງ​ໄປ ແລະ ການ​ຊົ​ມໃຊ້​ສິ່ງທີ່ດີ​ງາມ​ໃນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຂອງ​ສັງ​ຄົມ​ກໍ​ຖືກ​ປ່ຽນ​ແປງ​ໄປ​ນຳ. ບັນ​ຫາ​ແມ່ນ​ຢູ່​ບ່ອນ​ວ່າ ພວກ​ເຮົາ​ຕ້ອງ​ມີ​ວິ​ທີ​ສັງ​ເກດ​ຕີ​ລາ​ຄາ ແລະ ວິ​ທີ​ການ​ແກ້​ໄຂ​ໃຫ້​ສອດ​ຄ່ອງ, ກົມ​ກ່ຽວ. ວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ແມ່ນ​ຜູ້​ປະ​ດິ​ດ​ສ້າງ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຕົນ, ພວກ​ເຮົາ​ຕ້ອງ​ເຮັດ​ຄື​ແນວ​ໃດ​ເພື່ອ​ໃຫ້​ວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ​ກາຍ​ເປັນ​ຜູ້​ເປັນ​ເຈົ້າ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ເປັນ​ຢ່າງ​ດີທີ່​ສຸດ”.

    ດ້ວຍ​ທິດ​ນຳ​ເປີດ​ປະ​ຕູ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໂດຍ​ຕ້ອງ​ຮັກ​ສາ​ສີ​ສັນ​ຂອງ​ຕົນ, ຂະ​ແໜງວັດ​ທະ​ນະ​ທຳ​ພວມ​ສຸມ​ໃສ່ຫຼາຍ​ວິ​ທີ​ການ​ແກ້​ໄຂ​ຄົບ​ຊຸດ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​. ນີ້​ແມ່ນ​ບັນ​ດາ​ການ​ເຄື້່ອນ​ໄຫວ​ທີ່​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ປະ​ກອບ​ສ່ວນ​ ອະ​ນຸ​ລັກ​ຮັກ​ສາພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​​ນາມທີ່​ກ້າວ​ໜ້າ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ .

ຕອບກັບ

ຂ່າວ/ບົດ​ອື່ນ