ບັນດານັກກາວີຊາວເຜົ່າຈຳ

(VOVWORLD) -       ບົນພື້ນຖານທີ່ມີມາແຕ່ດົນນານ ແລະ ມີສີສັນສະເພາະ, ສືບທອດສາງວັນນະຄະດີ ກຣາດຊິກ ຢ່າງມະຫາສານຂອງເຜົ່າຕົນ, ນັກກາວີຊາວເຜົ່າຈຳບາງຄົນໄດ້ນຳມາໃຫ້ພື້ນຖານກາບກອນ ຂອງບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ກ່ຽວກັບບົດກາບກອນທີ່ໃໝ່ອ່ຽມຂອງບັນດານັກກາວີເຊັ່ນ ອິນດຣາຊາຣາ, ຈ່າວີຢາ, ຢາເລົາອານຶກ, ດົ່ງຈວງຕື໋, ອີຊາອູເມີ… ພິເສດບັນດາບົດກາວີ ໂດຍຖືກແຕ່ງເປັນສອງພາສາເຜົ່າຈຳ-ຫວຽດ ຂອງເຂົາເຈົ້າໄດ້ປະກອບສ່ວນເຮັດໃຫ້ສາງພາສາ, ວັນນະຄະດີຊົນເຜົ່າ ແລະ ພື້ນຖານກາບກອນຫວຽດນາມເພີ່ມຄວາມອຸດົມຮັ່ງມີຫຼາຍຂຶ້ນ.
ບັນດານັກກາວີຊາວເຜົ່າຈຳ  - ảnh 1ນັກກາວີ  ອິນຣາຊາຣາ

ອິນຣາຊາຣາ ເກີດປີ 1957 ຢູ່ບ້ານ ກະແລັງ - ໝີຫງຽບ, ເທດສະບານເມືອງ ເຟືອກເຢິນ, ເມືອງ ນິງເຟືອກ, ແຂວງ ນິງທ້ວນ. ທ່ານໄດ້ແຕ່ງກາບກອນນັບແຕ່ຄາວອາຍຸ 15 ປີ ຮອດຄາວອາຍຸ 40 ປີ ທ່ານຈຶ່ງນຳເອົາບົດກາບກອນລົງພິມໃນໜັງສືພິມບົດທຳອິດທີ່ມີຊື່ວ່າ ທາດແດດ. ຫຼັງຈາກນັ້ນທ່ານກໍ່ໃຫ້ພິມຈຳໜ່າຍບັນດາບົດກາບກອນຂອງຕົນຫຼາຍບົດ ນັບທັງເລື່ອງນະວະນິຍາຍອີກດ້ວຍ. ດ້ວຍບົດກາບກອນທີ່ເປັນເອກະລັກ, ມີລັກສະນະປັດຊະຍາ  ແລະ ເປັນໜ້າຈັບໃຈ, ບັນດາບົດກາບກອນຂອງທ່ານໄດ້ດຶງດູດຄວາມສົນໃຈເປັນພິເສດ ຈາກຫາງສຽງມະຫາຊົນ, ບັນດານັກວິຈານ ແລະ ວົງການນັກຄົ້ນຄວ້າ. ເນື້ອໃນຂອງບົດກາບກອນຂອງນັກກາວີ ອິນຣາຊາຣາ ໄດ້ສ່ອງແສງເຖິງບັນດາບັນຫາທີ່ສຳຄັນຂອງສິລະປະ. ທ່ານໄດ້ມີຊີວິດຕົວຈິງກັບຊີວິດວັນນະຄະດີຍຸກທັນສະໄໝ. ບັນດາບົດປະພັນ ຂອງທ່ານໄດ້ປະກອບສ່ວນ ບໍ່ໜ້ອຍ ເຂົ້າໃນກິດຈະການປ່ຽນແປງໃໝ່ວັນນະຄະດີ, ປ່ຽນແປງໃໝ່ວິທີຈິນຕະນາການ ແລະ ວິທີຂຽນ. ທ່ານໄດ້ເປັນຜູ້ແຕ່ງບົດກາບກອນຫຼາຍກວ່າ 20 ຊຸດ, ພ້ອມກັບບັນດາກິດຈະການຄົ້ນຄວ້າກ່ຽວກັບວັດທະນະທຳເຜົ່າຈຳ. ທ່ານໄດ້ຮັບຫຼາຍລາງວັນທັງຢູ່ພາຍໃນ ແລະ ຕ່າງປະເທດ. ນັກກາວີ ອິນຣາຊາຣາ ເວົ້າວ່າ:

        “ທີ່ຈິງແລ້ວວຽກງານຕົ້ນຕໍຂອງຂ້າພະເຈົ້າແມ່ນຄົ້ນຄວ້າ, ເກັບກຳ, ແປພາສາກ່ຽວກັບວັນນະຄະດີ ແລະ ພາສາເຜົ່າຈຳ. ຂ້າພະເຈົ້າແຕ່ງກາບກອນເປັນສອງພາສາຄື ພາສາຫວຽດ ແລະ ພາສາເຜົ່າຈຳ. ຂ້າພະເຈົ້າຍັງຮຽນໄດ້ຫຼາຍສິ່ງຫຼາຍຢ່າງ ຈາກພຶ້ນຖານກາບກອນເຜົ່າຈຳ. ປັດຈຸບັນຂ້າພະເຈົ້າຍັງແມ່ນຜູ້ຮຽບຮຽງບົດກາບກອນຄົບຊຸດ ຕາກາເລົາ ໂດຍສະມາຄົມວັນນະຄະດີສິລະປະບັນດາຊົນເຜົ່າສ່ວນໜ້ອຍຫວຽດນາມພິມຈຳໜ່າຍ, ຮວບຮວມບັນດາບົດປະພັນກາບກອນ ຂອງບັນດານັກກາວີເຜົ່າຈຳຍຸກປັດຈຸບັນ”.

       ສ່ວນນັກກາວີ ຢາເລົາອາເນັກ ເກີດປີ 1975  ພັດໄດ້ຮັບຖືກວ່າແມ່ນ ນັກກາວີເຜົ່າຈຳທີ່ຍັງໜຸ່ມທີ່ສຸດ, ແຕ່ກໍ່ມີບົດກາບກອນຫຼາຍບົດດ້ວຍວິທີການສະແດງແບບທັນສະໄໝ ເຊິ່ງໄດ້ສ່ອງແສງເຖິງແນວຄິດຈິດໃຈ ຂອງລຸ້ນຄົນເຜົ່າຈຳເກີດຫຼັງປີ 1975. ບັນດາຄຳປະໂຫຍກໃນບົດກາວີຂອງລາວແມ່ນລຽບງ່າຍ ແຕ່ສະແດງໃຫ້ເຫັນລັກສະນະເຂັ້ມແຂງ, ຄຳປະໂຫຍກກະທັດລັດ ແຕ່ເຕັມໄປດ້ວຍລັກສະນະບອກເຕືອນ,  ທັງເຈັບປວດ ທັງໂກດແຄ້ນກ່ຽວກັບຄົນລຸ້ນໃໝ່ທີ່ໝັ້ນໝາຍ ຫຼາຍສິ່ງຫຼາຍຢ່າງໃນອະນາຄົດ.   ແລະ ກໍແມ່ນຜູ້ເມົາມົວກັບການແຕ່ງກາບກອນ, ທ່ານ ອີຊາອູເມີ ປີນີ້ອາຍຸ 50 ກວ່າປີແລ້ວ, ປັດຈຸບັນທ່ານພວມດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ, ທ່ານແມ່ນຊາວເຜົ່າຈຳ ເຊື່ອຖືສາສະໜາອິດສະລາມ. ທ່ານໄດ້ແຕ່ງກາບກອນນັບແຕ່ປີ 2004 ແຕ່ມາເຖິງປີ 2016 ຈຶ່ງນຳບົດກາວີທຳອິດທີ່ມີຊື່ວ່າ “ຢ້ຽມຢາມເຂດໝູ່ເກາະທະເລແຫ່ງບ້ານເກີດເມືອງນອນ” ດ້ວຍຕົວໜັງສືເຜົ່າຈຳ ແລະ ຫວຽດ ໄປເຂົ້າຮ່ວມວັນບຸນການກອນ ຫວຽດນາມ ແລະ ໄດ້ຮັບລາງວັນຊົມເຊີຍ. ໃນຂະບວນວິວັດແຫ່ງການປະດິດຄິດແຕ່ງກາບກອນ, ທ່ານໄດ້ນຳບັນດາວິທີນຶກຄິດ, ວິຖີຊີວິດທີ່ຕິດພັນກັບສາສະໜາເຂົ້າໃນກາບກອນຂອງຕົນ, ອັນໄດ້ເຮັດໃຫ້ກາບກອນເພີ່ມຄວາມໃໝ່ອ່ຽມ. ເມື່ອປະພັນບົດກາບບກອນ “ຢ້ຽມຢາມເຂດໝູ່ເກາະທະເລແຫ່ງບບ້ານເກີດເມືອງນອນ” ເມື່ອປີ 2014, ເນື່ອງໃນໂອກາດໄປຢ້ຽມຢາມເມືອງເກາະ ເຈື່ອງຊາ, ຮວ່າງຊາ, ທ່ານໄດ້ແບ່ງປັນຄວາມໃນໃຈ ເມື່ອອ່ານຄືນບົດກາບກອນນີ້ໃນແຕ່ລະເທື່ອວ່າ:

      “ເມື່ອໄປຮອດເກາະ ຊິງໂຕນ, ຂ້າພະເຈົ້າໄດ້ເຫັນປະຈັກຕາຮູບພາບບັນດານັກຮົບ ມີຄວາມລຳບາກໃນຕະຫຼອດວັນ ແລະ ຄືນເພື່ອເວນຍາມປົກປັກຮັກສາ ເຂດໝູ່ເກາະທະເລທີ່ສັກກາລະບູຊາຂອງປະເທດຊາດ ເພື່ອໃຫ້ພວກເຮົາມີຊີວິດທີ່ສະຫງົບສຸກຢູ່ເຂດດິນຕໍ່ແຜ່ນ. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ເມື່ອກັບຄືນຂ້າພະເຈົ້າຈະແຕ່ງບົດກາບກອນນີ້”.

      ເມື່ອເວົ້າເຖິງການປະກອບສ່ວນຂອງທ່ານ ອີຊາອູເມີ ເຂົ້າໃນພື້ນຖານກາບກອນຂອງເຜົ່າຈຳທີ່ນະຄອນ ໂຮ່ຈີມິນ, ທ່ານປະລິນຍາເອກ ຝູວັນຫັນ,  ຮອງປະທານສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍຢູ່ນະຄອນໂຮ່ຈີມິນ ໃຫ້ຮູ່ວ່າ:

      “ອ້າຍ ອີຊາອູເມີ ແມ່ນສະມາຊິກໃນສະມາຄົມ, ລາວໄດ້ແຕ່ງກາວີຫຼາຍບົດ ເຊິ່ງໄດ້ພັນລະນາກ່ຽວກັບບ້ານເກີດເມືອງນອນທີ່ປ່ຽນແປງໃໝ່, ຊີວິດຂອງຊາວເຜົ່າຈຳ… ອັນໄດ້ປະກອບສ່ວນອະນຸລັກຮັກສາພາສາເຜົ່າຈຳໃຫ້ຄົງຕົວ. ວິທີຂຽນວິທີແຕ່ງກາບກອນຂອງລາວໃນບົດກາວີ “ຢ້ຽມຢາມເຂດໝູ່ເກາະທະເລແຫ່ງບ້ານເກີດເມືອງນອນ” ແມ່ນໃກ້ຊິດຕິດແທດທີ່ສຸດ, ສາມາດເຂົ້າສູ່ຈິດໃຈຂອງຄົນຢ່າງງ່າຍດາຍ ພ້ອມທັງພັນລະນາໄດ້ເຖິງອາລົມຈິດ ຄວາມຮັກແພງຂອງຊາວເຜົ່າຈຳ, ປະຊາຊົນຢູ່ດິນຕໍ່ແຜ່ນເມື່ອໄປຢ້ຽມຢາມເມືອງເກາະ ເຈື່ອງຊາ ທີ່ຮັກແພງ”.

      ບັນດາການປະກອບສ່ວນຂອງບັນດານັກກາວີຊາວເຜົ່າຈຳຄື ອິນຣາຊາຣາ, ຈາວີຢາ, ຢາເລົາອາເນັກ, ອີຊາອູເມີ… ໄດ້ສ້າງໂສມໜ້າພື້ນຖານວັນນະຄະດີກາບກອນຂອງເຜົ່າຈຳໃນຍຸກທັນສະໄໝ ມີຄວາມເປັນເອກະລັກພໍສົມຄວນ, ພ້ອມທັງປະກອບສ່ວນສ້າງຈຸດພິເສດສະເພາະ, ໃໝ່ອ່ຽມໃຫ້ແກ່ພື້ນຖານກາບກອນ ຂອງບັນດາເຜົ່າສ່ວນໜ້ອຍ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ