ບັນດາຜູ້ອະນຸລັກຮັກສາບັນດາເຄື່ອງດົນຕີຂອງຊົນເຜົ່າສ່ວນໜ້ອຍ

(VOVWORLD) - ປັດຈຸບັນ, ບັນດາເຄື່ອງດົນຕີຂອງຊົນເຜົ່າສ່ວນໜ້ອຍຢູ່ ຫວຽດນາມ ນັບມື້ນັບຖືກເສື່ອມຫາຍໄປ, ໃນຂະນະທີ່ບັນດາຜູ້ຮູ້ຜະລິດ ແລະ ນຳໃຊ້ເຄື່ອງດົນຕີເຫຼົ່ານີ້ນັບມື້ນັບໜ້ອຍລົງ, ໃນນັ້ນສ່ວນຫຼາຍເຂົາເຈົ້າລ້ວນແຕ່ມີອາຍຸສູງ.

ແຕ່ດ້ວຍຄວາມເມົາມົວ, ຢາກຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້, ມີນັກສິລະປະການຫຼາຍຄົນໄດ້ພະຍາຍາມສອນດົນຕີພື້ນເມືອງ ແລະ ວິທີຜະລິດເຄື່ອງດົນຕີຊົນເຜົ່າໃຫ້ແກ່ລຸ້ນໜຸ່ມຢູ່.

 ບັນດາຜູ້ອະນຸລັກຮັກສາບັນດາເຄື່ອງດົນຕີຂອງຊົນເຜົ່າສ່ວນໜ້ອຍ - ảnh 1ນັກສິລະປະການ ເລືອງຊວນງຽບ, ຢູ່ບ້ານກັງ, ຕາແສງມົນເຊີນ, ເມືອງກອນກວງ, ແຂວງ ເງ້ອານ 

ນັກສິລະປະການ Ama H’Loan ຢູ່ບ້ານ Ako, ຕາແສງ ເຕິນເລີ້ຍ, ນະຄອນ ບວນມາທວດ, ແຂວງ ດັກລັກ, ສາມາດເຮັດ ແລະ ນຳໃຊ້ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າ ເອເດ ໄດ້ຫຼາຍປະເພດ. ແຕ່ເມື່ອເຫັນວ່າມີຫຼາຍງານບຸນ, ຮີດຄອງປະເພນີຂອງຊົນເຜົ່າຕົນພວມຖືກຫຼົງລືມໄປ, ມີເຄື່ອງດົນຕີຫຼາຍປະເພດຄື: ຄ້ອງ, ແຄນ, ຂຸ່ຍ, ປີ… ປັດຈຸບັນ, ມີແຕ່ຢູ່ໃນຄວາມຊົງຈຳຂອງຊາວເຜົ່າ ເອເດເທົ່ານັ້ນ, ທ່ານຈຶ່ງທຳການຟື້ນຟູບັນດາເຄື່ອງດົນຕີພື້ນເມືອງທີ່ຕົນສາມາດເຮັດໄດ້ນັບແຕ່ຄາວຍັງໜຸ່ມ, ນອກນັ້ນ, ທ່ານຍັງໄປທົ່ວທຸກແຫ່ງ, ພົບປະກັບຜູ້ມີອາຍຸສູງທີ່ຮູ້ຈັກເຖິງເຄື່ອງດົນຕີປະເພດຕ່າງໆເພື່ອຊອກຮູ້, ຈົດກ່າຍລະອຽດ ແລະ ເຮັດເຄື່ອງດົນຕີປະເພດໃໝ່. ຈາກໄມ້ໄຜ່, ໄມ້ເຮ້ຍ, ເຂົາຄວາຍ, ໝາກນຳເຕົ້າແຫ້ງ, ຂີ້ເຜີ້ງ, ພ້ອມກັບສີມືແຮງງານທີ່ຄ່ອງແຄ້ວ, ຄວາມເມົາມົວ, ດຸໝັ່ນຂະຫຍັນພຽນຂອງທ່ານ, ບັນດາເຄື່ອງດົນຕີຂອງຊາວເຜົ່າ ເອເດຄື: ດິງນຳ, ດິງປວດ, ຕັກຕາ… ໄດ້ຮັບການຟື້ນຟູ ແລະ ຖືກນຳໃຊ້ໃນວັນບຸນຕ່າງໆຂອງໝູ່ບ້ານ ແລະ ໃນບັນດາລາຍການສິລະປະໃຫຍ່ຂອງທົ່ວປະເທດ. ນັກສິລະປະການ Ama H’Loan ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄດ້ໄປຫຼາຍແຫ່ງແລ້ວ ແລະ ເຫັນວ່າ, ຢູ່ບ່ອນເຫຼົ່ານັ້ນບັນດາເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຄື: ຂຸ່ຍດິງປວດ, ດິງນຳ… ເກືອບຄືວ່າບໍ່ມີອີກ, ໝາຍຄວາມວ່າມັນຖືກເສື່ອມຫາຍໄປແລ້ວ. ສະນັ້ນຮອດປິ 1999, ເມື່ອຂ້າພະເຈົ້າພັກກິນເບ້ຍບຳນານໄດ້ສອງ, ສາມເດືອນ, ຂ້າພະເຈົ້າກໍ່ຊອກຫາວິທີຟື້ນຟູຄືນໃໝ່, ເມື່ອຮັບຟັງສຽງເປົ່າປີ່ ແລະ ດົນຕີແຕ່ລະປະເພດທີ່ຂ້າພະເຈົ້າເຮັດເອງນັ້ນ, ພໍ່ແມ່ປະຊາຊົນກໍ່ນິຍົມຫຼາຍ, ເປັນຕົ້ນບັນດາຜູ້ເຖົ້າທີ່ມີອາຍຸ 80,90 ປີ, ເພາະວ່າສຽງດົນຕີໄດ້ເຮັດໃຫ້ເຂົາເຈົ້າຮູ້ສືກຄືວ່າໄດ້ກັບຄືນໄລຍະທີ່ຍັງໜຸ່ມແໜ້ນຂອງຕົນ“         

ໂດຍມີຄວາມເມົາມົວກັບວັດທະນະທຳຊົນເຜົ່າຄືນັກສິລະປະການ Ama H’Loan ນັ້ນ, ນັກສິລະປະການ ເລືອງຊວນງຽບ, ຢູ່ບ້ານກັງ, ຕາແສງມົນເຊີນ, ເມືອງກອນກວງ, ແຂວງ ເງ້ອານ, ໄດ້ສ້າງຕັ້ງສະໂມສອນສິລະປະເພງພື້ນເມືອງຊົນເຜົ່າຜູ່ໄທ, ເຊິ່ງມີສະມາຊິກເຂົ້າຮ່ວມ 40 ຄົນ. ທ່ານ ເລືອງຊວນງຽບ, ໄດ້ສະຫງວນເວລາຫຼາຍສົມຄວນໃຫ້ແກ່ການຊອກຫາ, ສະສົມ, ຜະລິດ ແລະ ຮັກສາເຄື່ອງດົນຕີປະເພດຕ່າງໆໄວ້ຄື: ແຄນແບ່, ປີ໋, ສຼໍ່, ພິນຕິ໋ງ… ຜ່ານການເຄື່ອນໄຫວຂອງສະໂມສອນ, ທ່ານໄດ້ຖ່າຍທອດຄວາມເມົາມົວກັບເຄື່ອງດົນຕີຊົນເຜົ່າໃຫ້ແກ່ລຸ້ນໜຸ່ມ.

  ປັດຈຸບັນ, ລຸ້ນໜຸ່ມນິຍົມດົນຕີທີ່ທັນສະໄໝປະເພດຕ່າງໆ ແລະ ເຂົາເຈົ້າໄດ້ຫຼົງລືມບັນດາສິ່ງທີ່ຂຶ້ນກັບຊົນເຜົ່າຂອງຕົນ. ດັ່ງນັ້ນ, ການສ້າງຕັ້ງສະໂມສອນແມ່ນເພື່ອເຕົ້າໂຮມ, ເຝິກແອບ, ຖ່າຍທອດ, ສິດສອນໃຫ້ລຸ້ນໜຸ່ມ. ປັດຈຸບັນ, ສາມາດເຫັນຄຸນປະໂຫຍດໃນເບື້ອງຕົ້ນ, ນັ້ນແມ່ນ, ເຄື່ອງດົນຕີເຫຼົ່ານັ້ນໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ, ລຸ້ນໜຸ່ມຫຼາຍຄົນກໍ່ໄດ້ແອບ ແລະ ຮູ້ຈັກເຖິງເຄື່ອງດົນຕີພື້ນເມືອງບາງປະເພດ. ມີເດັກນ້ອຍ 20 ຄົນເຂົ້າຮ່ວມສະໂມສອນ, ໃນນັ້ນມີທັງຫຼານຂອງຂ້າພະເຈົ້າ.

ສະໂມສອນສິລະປະເພງພື້ນເມືອງຊົນເຜົ່າຜູ່ໄທ ໝູ່ບ້ານ ກັງ ຂອງທ່ານ ເລືອງຊວນງຽບ ພ້ອມກັບສະໂມສອນຂອງຕາແສງ ໂມນເຊີນ ໄດ້ເຂົ້າຮ່ວມການພົບປະແລກປ່ຽນບັນດາລາຍການວັດທະນະທຳ ສິລະປະທັງຢູ່ພາຍໃນ ແລະ ຕ່າງປະເທດເປັນປະຈຳ, ປະກອບສ່ວນນຳບັນດາທຳນອງເພງພື້ນເມືອງ, ຈັ່ງຫວະດົນຕີຂອງຊົນເຜົ່າຜູ່ໄທເຖິງປະຊາຊົນໃນທົ່ວປະເທດ.

 ບັນດາຜູ້ອະນຸລັກຮັກສາບັນດາເຄື່ອງດົນຕີຂອງຊົນເຜົ່າສ່ວນໜ້ອຍ - ảnh 2  ນັກສິລະປະການ Ama H’Loan

ເຖິງວ່າໄດ້ມີຄວາມມານະພະຍາຍາມເພື່ອຟື້ນຟູ, ຮັກສາຄຸນຄ່າວັດທະນະທຳຊົນເຜົ່າເພື່ອບໍ່ໃຫ້ເສື່ອມຫາຍໄປແລ້ວກໍ່ຕາມ, ແຕ່ນັກສິລະປະການ Ama H’Loan ແລະ ເລືອງຊວນງຽບ ຍັງຄົງຄິດຫງຳຕ້ອງເຮັດແນວໃດເພື່ອໃຫ້ວຽກງານອະນຸລັກຮັກສາ, ຖ່າຍທອດ ແລະ ເສີມຂະຫຍາຍຄຸນຄ່າເຄື່ອງດົນຕີພື້ນເມືອງບໍ່ຖືກຢຸດສະຫງັກ. ພິເສດແມ່ນຊອກໄດ້ລຸ້ນໜຸ່ມທີ່ມີຄວາມສຸດຈິດສຸດໃຈຢ່າງພຽງພໍເພື່ອສືບທອດບັນດານັກສິລະປະການລຸ້ນກ່ອນ. ນັກສິລະປະການ Ama H’Loan, ແບ່ງປັນວ່າ.

“ປັດຈຸບັນ, ບັນດາຜູ້ທີ່ມີຄວາມຮູ້ຈັກເຖິງເຄື່ອງດົນຕີພື້ນເມືອງຍັງເຫຼືອພຽງສອງ, ສາມຄົນເທົ່ານັ້ນ. ສະນັ້ນ, ເພື່ອຊອກໄດ້ຜູ້ມີສາມາດເຮັດ ແລະ ນຳໃຊ້ບັນດາເຄື່ອງດົນຕີພື້ນເມືອງຢ່າງຊຳນານນັ້ນບໍ່ແມ່ນເລື່ອງງ່າຍດາຍ. ຂ້າພະເຈົ້ນກໍ່ໄດ້ສະເໜີຕໍ່ບັນດາຂະແໜງການທີ່ກ່ຽວຂ້ອງ, ແລະ ລັດຄົ້ນຄ້ວາກ່ຽວກັບບັນຫານີ້ແລ້ວ.“

ເລື່ອງປຸກລະດົມ, ສົ່ງເສີມບັນດານັກສິລະປະການພື້ນເມືອງ, ພິເສດແມ່ນບັນດານັກສິລະປະການຊົນເຜົ່າສ່ວນໜ້ອຍອະນຸລັກຮັກສາບັນດາເຄື່ອງດົນຕີພື້ນເມືອງ, ຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນໄວ້ນັ້ນແມ່ນວຽກງານທີ່ຈຳເປັນ. ພ້ອມກັບຄວາມເມົາມົວ, ຄວາມສຸດຈິດສຸດໃຈຂອງບັນດານັກສິປະການຄື Ama H’Loan ແລະ ເລືອງຊວນງຽບນັ້ນ, ຂະແໜງວັດທະນະທຳກໍ່ໄດ້ມີບັນດານະໂຍບາຍລະອຽດ, ແລະ ມີປະສິດທິຜົນ ເພື່ອໃຫ້ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດນັບມື້ນັບແຜ່ຂະຫຍາຍອອກ.

ຕອບກັບ

ຂ່າວ/ບົດ​ອື່ນ