(VOVWORLD) -ດ້ວຍຄວາມຮັກ ແລະ ຄວາມເມົາມົວກັບວັດທະນະທຳຊົນເຜົ່າ, ຊາວໜຸ່ມ ເຍົາວະຊົນຊາວເຜົ່າເອເດຢູ່ແຂວງດັກລັກໄດ້ຊອກຮູ້ເອງກ່ຽວກັບຮີດຄອງປະເພນີຂອງຊົນເຜົ່າຕົນ, ຮຽນວິທີຕີຄ້ອງດ້ວຍຕົນເອງ, ຕ່ຳແຜ່ນແພ, ຂັບລຳທຳເພງພື້ນເມືອງ. ຍ້ອນມີເຂົາເຈົ້າ, ບັນດາຈຸດວັດທະນະທຳອັນດີງາມຂອງຊົນເຜົ່າເອເດ ຍັງຄົງໄດ້ຮັບການຮັກສາ ແລະ ສືບທອດສູ່ຄົນລຸ່ນຫຼັງ
ລາຍການສະແດງຕີຄ້ອງຢູ່ເຂດໄຕງວຽນ |
ຢູ່ບ້ານ ອີອາ ບົງ, ຕາແສງ ກື ເອບູ, ນະຄອນ ບວນມາຖວດ ໃນວັນນີ້ ບໍ່ມີຫຼາຍຄົນທີ່ຮູ້ຈັກຂັບ ແອອີ-ແຣວ ໝາຍເຖິງຂັບກ້ຽວ ຫຼືສະແດງເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າ. ແຕ່ໃນວັນບຸນວັດທະນະທຳກິລາ ບັນດາເຜົ່າສ່ວນໜ້ອຍນະຄອນ ບວນມາຖວດທີ່ຖືກຈັດຂຶ້ນເມື່ອບໍ່ດົນມານີ້, ມີຫຼາຍຄົນປະຫຼາດໃຈ ແລະ ຊົມຊອບເມື່ອມີຊາວໜຸ່ມເຜົ່າເອເດກຸ່ມໜຶ່ງຢູ່ບ້ານ ອີອາ ບົງ ເຂົ້າຮ່ວມງານປະກວດສິລະປະວັນນະຄະດີພື້ນເມືອງ, ສະແດງບັນດາລາຍການຂັບ ແອອີ-ແຣວ, ເປົ່າແຄນ ດິງນຳ, ດິງປວດຢ່າງຄ່ອງແຄ້ວ ຊຶ່ງບໍ່ແຕກຕ່າງຫຍັງກັບນັກສິລະປີນເສບເຄື່ອງດົນຕີອາຊີບ.
ອີເດີຣິມ ເອບານ ສະມາຊິກຄົນໜຶ່ງໃນກຸ່ມຊາວໜຸ່ມເຂົ້າຮ່ວມງານປະກວດ ໃຫ້ຮູ້ວ່າ : ເພາະບໍ່ຢາກໃຫ້ວັດທະນະທຳທີ່ເປັນມູນເຊື້ອໂດຍປູ່ຍ່າຕາຍາຍຖືກສູນຫາຍໄປນັ້ນ, ອ້າຍໄດ້ພ້ອມກັບຊາວໜຸ່ມໃນບ້ານຕັດສິນໃຈຮຽນບັນດາບົດເພງນີ້ຈາກພໍ່ແມ່ ແລະ ບັນດາຜູ້ມີອາຍຸສູງໃນບ້ານ. ເຂົ້າຮ່ວມວັນບຸນ ແມ່ນວິທີເພື່ອໃຫ້ອ້າຍ ແລະ ເພື່ອນໜຸ່ມຫຼາຍຄົນສົ່ງສານກ່ຽວກັບການດຳລົງຊີວິດ, ໄດ້ຮ່ຳຮຽນ ແລະ ແລກປ່ຽນເພື່ອເຂົ້າໃຈກ່ຽວກັບວັດທະນະທຳຂອງຊົນເຜົ່າຕົນກວ່າເກົ່າ. ອີເດີຣິມ ເອບານ ເວົາວ່າ :
“ ນ້ອງຮູ້ສຶກຊົມຊອບທີ່ສຸດ ແລະ ດີໃຈເມື່ອໄດ້ເຂົ້າຮ່ວມງານປະກວດ. ຢູ່ທີ່ນີ້, ບັນດາເພື່ອນໜຸ່ມໄດ້ພົບປະແລກປ່ຽນ ແລະ ຮຽນຮູ້ກ່ຽວກັບສີສັນວັດທະນະທຳຊົນເຜົ່າ ກໍຄືເພື່ອການອະນຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າເອເດ ”
ຈາກການຢາກຊອກຮູ້, ແລ້ວຫັນມາຊົມຊອບ, ອີວັນ ເອບານ ຢູ່ບ້ານ ມດຸກ ບ້ານ ອີອາຕາມ, ນະຄອນ ບວນມາຖວດ ພັດຮຽນວິທີຕີຄ້ອງ. ອີວັນ ເອບານ ສາມາດຕີຄ້ອງໄມ້ໄຜ່ ແລະ ຄ້ອງທອງແດງໄດ້. ເຖິງວ່າ ອາຍຸຍັງໜຸ່ມກໍຕາມ, ແຕ່ບັນດາສະມາຊິກໃນກອງຄ້ອງໜຸ່ມຂອງບ້ານ ມດຸກ ສາມາດສະແດງບົດດົນຕີຍາກໄດ້ ແລະ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມລາຍການສະແດງໃນໂອກາດງານບຸນໂດຍທ້ອງຖິ່ນຈັດຂຶ້ນ. ອີວັນ ເອບານ ເວົ້າວ່າ :
“ ຮຽນຕີຄ້ອງ ມ່ວນຫຼາຍ, ນ້ອງມີຄວາມເອກອ້າງທະນົງໃຈເມື່ອເຮົາສາມາດຮັກສາໄດ້ຈຸດວັດທະນະທຳຂອງເຜົ່າເອເດນັບແຕ່ກ່ອນເປັນຕົ້ນມາ. ນ້ອງປາດຖະໜາວ່າ ໃນອະນາຄົດ, ກອງຄ້ອງຈະຂ ະຫຍາຍຕົວ, ຈະຮັກສາສີສັນວັດທະນະທຳຂອງຊາວເຜົ່າເອເດ ແລະ ປ້ອງກັນບໍ່ໃຫ້ ວັດທະນະທຳຂອງຊາວເຜົ່າເອເດ ຖືກສູນຫາຍໄປ ”
ຖ້າຫາກຜູ້ໃດເມື່ອມີໂອກາດລົງຢ້ຽມຢາມນະຄອນ ບວນມາຖວດ, ກໍຢາລືມແວຢາມນັກສິລະປະການ ອາມາ ເຮີລວານ ຢູ່ບ້ານ ອາໂກ ດຮົງ ເພື່ອຈະໄດ້ຮັບຊົມການຜະລິດເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າເອເດ. ຖ້າຫາກມີມີຄວາມຂ້ອງໃຈຫຍັງກ່ຽວກັບວັດທະນະທຳນັ້ນ ກໍຈະໄດ້ຮັບຄຳຕອບຈາກ ເຮີຮວາ ນີເອ ຊຶ່ງແມ່ນລູກສາວຫຼ້າຂອງເພິ່ນຢ່າງສຸດໃຈ. ເຮີຮວາ ນີເອ ໃຫ້ຮູ້ວ່າ :
“ ນ້ອງຮູ້ສຶກດີໃຈ ແລະ ພໍໃຈກັບວຽກງານນີ້. ໂດຍແມ່ນໄວໜຸ່ມຄົນໜຶ່ງ, ຍາມໃດ ນ້ອງກໍຢາກຮັກສາມູນເຊື້ອວັດທະນະທຳຂອງເຜົ່າຕົນ ແລະ ຍາມໃດກໍຢາກຮັກສາສີສັນວັດທະນະທຳຂອງຊາວເຜົ່າເອເດດ້ວຍວິທີຖ່າຍທອດ ແລະ ຮັກສາໄວ້ ແລະ ນຳພື້ນຖານວັດທະນະທຳຂອງຕົນເພື່ອໂຄສະນາໃຫ້ທຸກໆຄົນຮູ້ເຖິງຊີວິດປະຈຳວັນຂອງຊາວເຜົ່າເອເດ ”
ສຳລັບທ້າວ ອີເດີຮົງ ບີອາ ຢູ່ບ້ານ ແທ່ງເຍິດ, ນະຄອນ ບວນມາຖວດ, ບັນດາລວດລາຍທີ່ລະອຽດອ່ອນໃນແຜ່ນແພພື້ນເມືອງໂດຍພວກແມ່ປ້າສ້າງຂຶ້ນໃນກີ່ຕ່ຳຫູກນັ້ນ ໄດ້ດຶງດູດໃຈລາວນັບແຕ່ຄາວຍັງນ້ອຍ. ປະຈຸບັນ, ເຖິງວ່າ ຂ້ອງຄ່າກັບວຽກໄຮ່ການນາຫຼືວຽກງານອື່ນໆກໍຕາມ, ແຕ່ເມື່ອມີເວລາວ່າງ, ລາວກໍສະຫຼະເວລາເພື່ອນັ່ງເຂົ້າກີ່ຕ່ຳຫູກ ຊອກຮູ້ວິທີຕ່ຳແຜ່ນແພດ້ວຍລວດລາຍໃໝ່. ອີເດີຮົງ ບີອາ ເວົ້າວ່າ :
“ ອັນນີ້ ແມ່ນບໍ່ມີໃຜສອນເຮົາ ເພາະເຮົາແມ່ນເພດຊາຍ, ແຕ່ດ້ວຍຄວາມເມົາມົວຂອງຕົນ, ນ້ອງໄດ້ຕິດຕາມຊົມພວກແມ່ປ້າຕ່ຳຫູກ, ແລ້ວກໍເຮັດຕາມ. ມາບັດນີ້, ນ້ອງສາມາດຕ່ຳໄດ້ລວດລາຍຫຼາຍຢ່າງ. ນ້ອງກໍໄດ້ໄປເຂດຫ່າງໄກສອກຫຼີກ ແລະ ໄດ້ເຫັນແຜ່ນແພ ມີລວດລາຍອັນເປັນເອກະລັກຫຼາຍຢ່າງ, ນ້ອງໄດ້ນຳມາຄົ້ນຄ້ວາ ແລະ ຫາວິທີຕ່ຳດ້ວຍຕົນເອງ. ທັງນີ້ກໍເພື່ອອະນຸລັກຮັກສາສີສັນວັດທະນະທຳຂອງເຜົ່າຕົນ”
ຊົມຊອບ ແລະ ຫວັງຢາກຮັກສາຄວາມງາມດ້ານວັດທະນະທຳຂອງຊົນເຜົ່າ, ຊາວໜຸ່ມເຜົ່າເອເດ ຢູ່ແຂວງ ດັກລັກ ໄດ້ຊອກຮູ້ວິທີຕ່ຳແຜ່ນແພ, ວິທີເສບເຄື່ອງດົນຕີ, ຂຳລັບທຳເພງດ້ວຍຕົນເອງ ພ້ອມທັງຊອກຮູ້ບັນດາຮີດຮອງປະເພນີ ອັນດີງາມໃນຊີວິດປະຈຳວັນ, ເພື່ອໃຫ້ຄວາມງາມເຫຼົ່ານັ້ນ ໄດ້ສືບທອດສູ່ຄົນລຸ່ນຫຼັງ.