ບັນດາຜູ້ຮັກສາວັດທະນະທຳພື້ນເມືອງບັນດາຊົນເຜົ່າສ່ວນຫນ້ອຍ

   (vovworld)-  “ຖ້າ​ບໍ່​ມີ​ຜູ້​​ເສາະ​ຫາ, ຮຽບຮຽງວັດທະນະທຳພື້ນ​ເມືອງ, ລຸ້ນຫຼັງ​ຈະ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ລຸ້ນພໍ່​ລຸ້ນອ້າຍ​ຂອງ​ຕົນ“ ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້​ຂອງຫຼາຍ​ຄົນ​ທີ່​ມີຕໍ່​ບັນດາ​ສະມາຊິກ​ສະມາຄົມ​ວັນ​ນະ​ຄະດີ​ສິລະ​ປະ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ. ຢູ່​ນອກ​ກອງ​ປະຊຸມ​ໃຫ່ຍສະມາຄົມ​ວັນນະຄະດີ ບັນດາເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ ທີ່ຈັດ​ຂຶ້ນຫວ່າງ​ແລ້ວ​ນີ້​ຢູ່​ຮ່າ​ໂນ້ຍ, ເຂົາ​ເຈົ້າ​ໄດ້​ເລົ່າ​ສູ່​ຟັງ​ກ່ຽວ​ກັບ “ຄວາມ​ເມົາ​ມົວ​ກັບວຽກ​ງານຮັກສາຄຸນຄ່າ​ສິລະ​ປະວັດ​ທະນະ​ທຳ​ຂອງ​ຊາດ​ຕົນ“.

ບັນດາຜູ້ຮັກສາວັດທະນະທຳພື້ນເມືອງບັນດາຊົນເຜົ່າສ່ວນຫນ້ອຍ - ảnh 1

(ພາບ​: vietjetair.biz.vn)

   ຢູ່​ແຂວງ​ຮ່າ​ຢາງ, ​ເມື່ອ​ເຕື້ອງ​ເຖິງ​ການ​ເຄື່ອນ​ໄຫວ​​ເສາະຫາ, ຮຽບຮຽງ​ ​ແລະ ຄົ້ນຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ຫຼາຍ​ຄົນ​ກໍ່​ຄິດ​ເຖິງນັກຄົ້ນຄ້ວາ​ຮ່ວາງ​ທິ​ເກີບ, ມາຍ​ງອກ​ເຮືອງ, ບ່ານ​ທິບາ, ຮົ່ງດິງກຸຍ… ພ້ອມ​ກັບຫຼາຍ​ກິດຈະກຳ​ທີ່ໄດ້​ຮັບ​ການ​​ເສາະ​ຫາ, ຮຽບຮຽງ ​ແລະ ປະກາດ, ກໍ່​ຄື​ໄດ້​ຮັບ​ລາງວັນ​ວັນນະຄະດີ​ຂອງ​ສະມາຄົມ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ, ສະມາຄົມ​ສິລະ​ປະ​ວັນນະຄະດີ​ບັນດາ​​ເຜົ່າ​ສ່ວນ​ໜ້ອຍ. ສະ​ເພາະ​ນັກຄົ້ນຄ້ວາ ​ບ່ານ​ທິບາ ກໍ່ມີ “​ເລື່ອງ​ນິທານ​ຊົນ​ເຜົ່າ​ຢ້າວ“ ​ແລະ “​ກອນເລື່ອງ​​ຊົນ​ເຜົ່າ​ຢ້າວ“ ​ໄດ້​ຮັບ​ລາງວັນ​ຂອງສະມາຄົມ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ. ນັກຄົ້ນຄ້ວາ​ບ່ານ​ທິບາ ​ໄດ້​​ເສາະ​ຫາ, ຮຽບຮຽງ​ດ້ວຍວິທີ​ອັດ​ສຽງ​ບັນດາ​ບົດ​ປະພັນ​ວັນນະຄະດີ, ບົດ​ກະວີ​ດ້ວຍ​ພາສາ​ຫວຽດ ​ແລ້ວ​ແປ​ເປັນ​ພາສາ​ຢ້າວ. ຍ້ອນ​ເຜົ່າ​ຢ້າວ​ບໍ່​ມີ​ຕົວ​ໜັງສື​ສະ​ເພາະ, ສະນັ້ນ, ການ​​ເສາະ​ຫາ, ຮຽບຮຽງ, ຈົດ​ກ່າຍ​ຂອງ​ແຕ່ລະຄົນ​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ​ໃນ​ກ່ວາ 20 ປີຜ່ານມາ, ນັກຄົ້ນຄ້ວາ​ບ່ານ​ທິບາ ​ໄດ້​ໄປ​ສູ່​ແຕ່​ລະ​ບ້ານ​​ເພື່ອ​ພົບ​ປະ, ​ໂອ້​ລົມ​ກັບ​ຜູ້​ເຖົ້າ​ແກ່​​​ແນ​ໃສ່ອັດ​ສຽງ​ອ່ານ​ກາບກອນ, ວັນນະຄະດີຂອງ​ເຂົາ​ເຈົ້າ:

   “​​​​​​​​ເມື່ອຮຽບຮຽງ, ​ເຂົາ​ເຈົ້າຂຽນກໍ່​ແຕກ​ຕ່າງ​ກັນ. ຊາວ​ເຜົ່າ​ໄຕ່​ມີ​ຕົວ​ໜັງສື​ແລ້ວ ​ແຕ່ຊາວເຜົ່າມົ້ງ, ຢ້າວແລະ ຊົນເຜົ່າອື່ນບໍ່ທັນມີຕົວໜັງສືສະເພາະ, ສະນັ້ນຜູ້​ຮຽບຮຽງ​ຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ປະຈຸບັນ, ການເຜີຍແຜ່ບັນດາບົດປະພັນວັນນະຄະດີສິລະປະດ້ວຍພາສາເຜົ່າຕົນເຖິງປະຊາຊົນ​​ຍັງຈຳກັດຢູ່“.

​    ສ່ວນອ້າຍ ​ແທກ​ດ່າ​ນີ, ຢູ່ສະມາຄົມ​ສິລະ​ປະ​ວັນນະຄະດີ​ບັນດາ​ເຜົ່າ​ສ່ວນ​ໜ້ອຍສາຂາ​ແຂວງ​ບາກ​ລຽວ, ບໍ່ພຽງ​ແຕ່​ໄດ້​ເຮັດ​ວຽກ​ເປັນ​ນັກ​ຂ່າວ​ເທົ່າ​ນັ້ນ, ອ້າຍ​ຍັງ​​ແຕ່ງ​ກາບກອນ​ເປັນ​ສອງພາສາ​ຫວຽດ-ຂະ​ແມ ອີກ​. ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຢັ້ງຢືນ​ຄຸນຄ່າ​ກາບກອນ​ຂອງຊົນ​ເຜົ່າ​ຕົນ. ​ເມື່ອ​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ໄດ້​ແຕ່ງ​ກາບກອນ, ຂຽນ​ເລື່ອງສັ້ນດ້ວຍ​ພາສາ​ຂະ​ແມ ​ແຕ່​ບໍ່​ສາມາດ​ແປ​ເປັນ​ພາສາ​ຫວຽດ​ໄດ້. ​ແທກ​ດ່າ​ນີ​ໄດ້​ແປ​ບົດ​ກະວີ​ຂອງ​ຕົນ​, ຂອງໝູ່​ເພື່ອນ​ເປັນ​ພາສາ​ຫວຽດ ​ເພື່ອ​ໃຫ້​ຜູ້​ອ່ານຫຼາຍ​ຄົນ​ສາມາດ​ຮູ້ຈັກ​ເຖິງວັດທະນະທຳ​ຂະ​ແມ​ ກ່ວາ​ອີກ:

​​ຊາວເຜົ່າຂະແມນິຍົມວັນນະຄະດີ, ​ເຂົາ​ເຈົ້າ​ໄດ້ແຕ່ງ​​, ອ່ານແລະແບ່ງປັນດ້ວຍຕົນເອງ, ບໍ່ຮູ້ວ່າການເຄື່ອນໄຫວຂອງສະມາຄົມ ຫຼືສາຂາສະມາຄົມສິລະປະວັນນະຄະດີບັນດາເຜົ່າສ່ວນໜ້ອຍແມ່ນຄືແນວ​​ໃດ. ​ແຕ່ຢູ່ວັດວາອາຮາມ​ແຫ່ງ​ໃດຂອງຊາວເຜົ່າຂະແມກໍ່ມີຜູ້ສາມາດ​​ແຕ່ງວັນນະຄະດີສິລະປະ, ກາບກອນ​ໄດ້ຢ່າງໜ້ອຍສຸດແມ່ນ 5-10 ຄົນ. ຂ້າພະເຈົ້າຢາກເຕົ້າໂຮມບັນດານັກສິລະປິນໃນແຂວງບາກລຽວເພື່ອຍູ້​​ແຮງຂະບວນການປະດິດແຕ່ງ“.

​  ໂດຍ​ແມ່ນ​ສະມາຊິກ​ຜູ້​ໜຶ່ງ​ຂອງ​ສະມາຄົມ​ສິລະ​ປະ​ວັນນະຄະດີ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ທ່ານ​ຊຸ່ງນາ​ດີ, ຢູ່​ບ້ານ​ລົງ​ຄົງ, ຕາ​ແສງ​ເມືອງ​ນ້ອງ, ​ເມືອງ​ເກ​ຍຟອງ, ​ແຂວງ​ເງະ​ອານ ​ໄດ້​ສະຫງວນ​ເວລາ​, ກຳລັງ​ເຫື່ອ​ແຮງຫຼາຍ​​ເຂົ້າ​ໃນ​ການຮຽບຮຽງ, ພິມ​ຈຳໜ່າຍ​ປຶ້ມ​ສຸພາສິດ​ຊົນ​ເຜົ່າ​ຜູ້​ໄທ​ດ້ວຍ​ສອງ​ພາສາ​ໄທ ​ແລະ ຫວຽດ. ທ່ານ​ມີ​ຄວາມ​ເປັນ​ຫ່ວງກັງວົນ​ຍ້ອນ​​ເຫັນວ່າ, ບັນດາ​ຄຸນຄ່າ​​ວັດທະນະທຳ​ພວມ​ຄ່ອຍໆ​ຖືກ​ສູນ​ເສຍ​ໄປ, ຖ້າ​ບໍ່​​ຮັກສາ​​ດ່ວນ​ລຸ້ນຫຼັງ​ຈະ​ບໍ່​ມີ​ອີກ:

  “ຂ້າພະເຈົ້າທັງປະດິດແຕ່ງທັງເປັນຜູ້ແປພາສາ. ​ໃນການແປ່ພາສາ, ພຽງແຕ່ແປ່ຄວາມໝາຍເທົ່ານັ້ນ, ຫາກບໍ່ສາມາດແປ່ຕາມ​ຄຳ​ສັບໄດ້. ຍ້ອນ​ເຫດນັ້ນການຕີລາຄາບົດປະພັນຈະ​ບໍ່​ຊັດ​ເຈນ“.

  ການ​ຮຽງ​ຮຽງ ​ແລະ ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ບັນດາ​ສະມາຊິກສະມາຄົມ​ສິລະ​ປະ​ວັນນະຄະດີ​ບັນດາ​​ເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ. ຄຽງ​ຂ້າງຖັນ​ແຖວ​ຜູ້​ປະດິດ​ແຕ່ງ​ສິລະ​ປະ​ວັນນະຄະດີ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ນັ້ນ, ຍັງ​ມີ​ການ​ປະກອບກຳລັງ​ເຫື່ອ​ແຮງຂອງ​ບັນດາ​ນັກຄົ້ນຄ້ວາ​ວັດທະນະທຳ​ໃນ​ບ້ານ​​ເຂົ້າ​ໃນ​ການ​ຮັກສາ ​ແລະ ​ໂຄສະນາ​​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​​ເຖິງ​ປະ​ຊາຄົມ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ​ໃນ​ທົ່ວ​ປະ​ເທດອີກ​ດ້ວຍ, ​ເຂົາ​ເຈົ້າ​ໄດ້ປະກອບສ່ວນ​ບໍ່​ແມ່ນ​ໜ້ອຍ​ເຂົ້າ​ໃນ​ການອະນຸລັກ​ຮັກສາ ​ແລະ ​​ເສີມ​ຂະຫຍາຍຄຸນຄ່າວັດທະນະທຳ​​ພື້ນ​ເມືອງ​ຂອງ​ບັນດາເຜົ່າ​ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ