ບຸນປີໃໝ່ ບຸນແຫ່ງການເຕົ້າໂຮມທຸກຄົນໃນຄອບຄົວ

(vovworld)​​ - ບຸນ​ປີໃໝ່​ໃນ​ທັດ​ສະ​ນະ​ຂອງ​ຊາວ​ຫວຽດ​ນາມ​ ມີ​ຄວາມ​ໝາຍ​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ, ທັງ​ແມ່ນ​​ຈຸດ​ເວ​ລາ ເພື່ອ​ໃຫ້​ທຸກ​ຄົນ​ໃນ​ຄອບ​ຄົວ​ໄດ້ພັກ​ຜ່ອນ, ເຕົ້າ​ໂຮມ​ນຳກັນ, ພາ​ວະ​ນາ​ໃຫ້​ມີ​ຄວາມສົມ​ບູນ​ພູນ​ສຸກ​ຕະຫຼອດ​ປີ. ສ່ວນຜູ້ຢູ່​ໄກ​ຈາກ​ຄອບ​ຄົວ​ກໍ່ຢາກ​ກັບ​ເມືອ​ຕ້ອນ​ຮັບ​ບູນ​ປີ​ໃໝ່​ພ້ອມ​ກັບ​ຄອບ​ຄົວ. ເພາະ​ວ່າ, ​ສຳລັບ​ເຂົາ​ເຈົ້າ​ແລ້ວ, ບັນ​ຍາ​ການ​ບຸນ​ປີ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ ເຖິງວ່າ​ຈະ​ທຳ​ມະ​ດາ​ສາ​ມັນ​ກໍ່​ຕາມ, ແຕ່​ພັດ​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ. ໃນ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຂອງ​ລະ​ດູ​ບານ​ໃໝ່, ເຊີນ​ທ່ານ​ເຂົ້າ​ຮ່ວມ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ແມ່​ຕູ້ ບູ່ຍ​ທິ​ກາກ ຢູ່​ຕາ​ແສງ​ເຊີນ​ວີ, ເມືອງ​ເລິມ​ທາວ, ແຂວງ​ຟູ໋​ທໍ້, ຜ່ານ​ບົດ​ສາ​ລະ​ຄະ​ດີ “ບຸນ​ປີ​ໃໝ່ ບຸນ​ແຫ່ງ​ການ​ເຕົ້າ​ໂຮມ​ທຸກ​ຄົນ​ໃນ​ຄອບ​ຄົວ”.

ບຸນປີໃໝ່ ບຸນແຫ່ງການເຕົ້າໂຮມທຸກຄົນໃນຄອບຄົວ - ảnh 1

ພາບປະກອບ

        “ແມ່​ເອີຍ, ຕະຫຼອດຊີ​ວິດນີ້ຈະ​ບໍ່​ມີ​ໃຜສາ​ມາດ​ປຽບ​ທຽບ​ກັບ​ແມ່ໄດ້, ອວຍ​ພອນ​ແມ່ໃຫ້​ມີ​ຄວາມ​ມ່ວນ​ຊື່ນ/ ອວຍ​ພອນ​ປີ​ໃໝ່/ ອວຍ​ພອນທັງ​ຄອບ​ຄົວ​ພາກ​ພູມ​ໃຈ/ ອວຍ​ພອນ​ໃຫ້​ພວກຫຼານ​ທີ່ໄປ​ເຮັດ​ວຽກ​ຢູ່ໄກ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ/ ອວຍ​ພອນ​ປີ​ໃໝ່”

        ໃນ 10 ກວ່າ​ປີ​ມານີ້, ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່​ ປີໃດຄອບ​ຄົວ​ແມ່​ຕູ້ ບູ່ຍ​ທິກາກ ກໍ່​ເຕົ້າ​ໂຮມ​ລູກ​ເຕົ້າ​ຢ​ຢ່າງ​ຄົບ​ໜ້າ​ພໍ້​ຕາ. ໃບ​ໜ້າ​ຜູ້​ໃດ​ກໍ່​ສົດ​ໃສ ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ​ເມື່ອ​ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ພ້ອມ​ກັບ​ທຸກ​ຄົນ​ໃນ​ຄອບ​ຄົວ. ປີນີ້​ແມ່​ຕູ້ ບູ່ຍ​ທິ​ກາກ ມີ​ອາ​ຍຸ 84 ປີ​ແລ້ວ,  ແມ່​ຕູ້ດີ​ໃຈຫຼາຍ​ເມື່ອ​​ເຫັນ​ລູກຫຼານ​ເຕົ້າ​ໂຮມ​ກັນ​ໃນ​ຄວາມອົບ​ອູ່ນ ແລະ ​ເບີກ​ບານ​ມ່ວນ​ຊື່ນ.

 

“ຜູ້​ໃດ​ກໍ່​​ມັກບຸນ​ປີ​ໃໝ່​, ​ເພື່ອ​ໃຫ້ລູກຫຼານ​ເຖິງວ່າ​ຈະ​ຢູ່​ໃກ້ຫຼື​ໄກ​ກໍ່​ມາ​ເຕົ້າ​ໂຮມ​ກັນ​, ຢາກ​ໃຫ້ພວກ​ລູກຫຼານ​ກັບ​ມາ​ຢ່າງ​ຄົບ​ໜ້າ​ພໍ້​ຕາ. ​ອີງ​ໃສ່​ເງື່ອນ​ໄຂ​ຕົວ​ຈິງ​ເພື່ອຈັດ​​ບຸນປີ​ໃໝ່. ນັ້ນ​ແມ່ນ​ສິ່ງ​ດີ​ທີ່​ສຸດ​ເມື່ອ​ເຕົ້າ​ໂຮມ​ທຸກ​ຄົນ​ໃນ​ຄອບ​ຄົວນຳ​ກັນ.”

ໂດຍ​ແມ່ນ​ລູກ​ຊາຍ​ກົກ​ຂອງ​ແມ່​ຕູ້ ກາກ, ທ່ານ​ຫງວຽນ​ວັນ​ທື ​ຫວັງ​ວ່າ ​ພາຍຫຼັງ​ໜຶ່ງ​ປີ​ທີ່​ເຮັດ​ວຽກ​ຢ່າງທຸກ​ຍາກ, ອິດ​ເມື່ອ​ຍ​ນັ້ນ, ອ້າຍ​ນ້ອງ, ລູກຫຼານຈະ​ກັບ​ມາ​ເຕົ້າ​ໂຮມ​​ກັນຢູ່​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ. ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຍິ່ງມີ​ຄວາມ​ໝາຍ ແລະ ມ່ວນ​ຊື່ນກວ່າ ເມື່ອ​ອ້າຍ​ນ້ອງ​​ເຕົ້າ​ໂຮມ​ກັນ, ​ພ້ອມ​ກັນ​ກິນ​ເຂົ້າ, ດື່ມ​ເຫຼົ້າ, ອວຍ​ພອນ​​ແມ່ໃຫ້​ມີ​ອາ​ຍຸ​ໝັ້ນ​ຂວັນ​ຍື່ນ, ແລະ ​ພ້ອມ​ກັນແບ່ງ​ປັນ​​ວຽກ​ເຮັດ​ງານ​ທຳ​ໃນ​ປີ​ຜ່ານ​ມາ.

“ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ແມ່ນ​ບຸນ​ແຫ່ງ​ການ​ເຕົ້າ​ໂຮມ, ຜູ້​ໃດ​ກໍ່​ຮູ້​ສຶກເບິກ​ບານ​ມ່ວນ​ຊື່ນ, ແບ່ງ​ປັນ​ຄວາມ​ສຸກ, ຄວາມ​ທຸກ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ໃນ​ປີ​ທີ່​ຜ່ານ​ມາ, ອ້າຍ​ນ້ອງ​ໃນ​ຄອບ​ຄົວ​ເອົາ​ໃຈ​ໃສ່​ເຖິງວຽກ​​ເຮັດ​ງານ​ທຳ ແລະ ເສດ​ຖະ​ກິດ​ຂອງ​ກັນ, ໄດ້​ຕ້ອນ​ຮັບບຸນ​ປີ​ໃໝ່​ພ້ອມ​ກັບ​ພໍ່​ແມ່ ແລະ ​​ອວຍ​ພອນ​ໃຫ້ພໍ່​ແມ່​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ເພື່ອ​ເປັນ​ບ່ອນ​ອີງ, ບ່ອນ​ເຕົ້າ​ໂຮມ​ໃຫ້​ລູກຫຼານ​ໃນ​ແຕ່​ລະ​ປີ. ນີ້​ແມ່ນ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ ​ຂອງ​ຫວຽດ​ນາມທີ່​ມີ​ມາ​ແຕ່​ດົນ​ນານ​”.

ບຸນປີໃໝ່ ບຸນແຫ່ງການເຕົ້າໂຮມທຸກຄົນໃນຄອບຄົວ - ảnh 2

ພາບປະກອບ

ຄອບ​ຄົວ​ແມ່​ຕູ້ ກາກ ມີ​ລູກ 5 ຄົນ, ໃນ​ນັ້ນມີ 4 ຄົນ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ. ດັ່ງ​ນັ້ນ, ເມື່ອ​ບຸນ​ປີ​ໃໝ່​ວຽນ​ມາ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກັບ​ເມືອ​ບ້ານ. ທ່ານ ຫງວຽນ​ວັນ​ຟອງ, ລູກ​ຊາຍ​ຂອງ​ແມ່​ຕູ້ ກາກ ເວົ້າ​ວ່າ, ເມື່ອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ພ້ອມ​ກັບ​ຍາດ​ຕິ​ພີ່​ນ້ອງ, ໄດ້​ກິນ​ເຂົ້າ​ພ້ອມ​ກັບ​ຄອບ​ຄົວ ແລະ ໄດ້​ໄປ​ຢ້ຽມ​ຢາມ​ພີ່​ນ້ອງ​ໃນ​ບ້ານ​ຈຶ່ງ​ເຫັນ​ໄດ້​ຄວາມ​ໝາຍ​ຂອງ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຢ່າງ​ແທ້​ຈິງ.

“ບັນ​ຍາ​ກາຕ້ອນ​ຮັບບຸນ​ປີ​ໃໝ່​ຢູ່​ເຂດ​ບ້ານ​ນາ​ແມ່ນ​ມີ​ຄວາມ​ອົບ​ອູ່ນ​ທີ່​ສຸດ. ເຖິງວ່າ​ຈະ​ຢູ່​ຮ່າ​ໂນ້ຍ​ ມາ​ເປັນ​ເວ​ລາ 20 ກວ່າ​ປີ​ແລ້ວ​ກໍ່​ຕາມ, ແຕ່​ບຸນ​ເຕັດປີ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ກັບ​ເມືອ​ບ້ານ. ອ້າຍ​ນ້ອງ​ໄປ​ເຮັດ​ວຽກ​ໄກ​ຈາກ​ບ້ານ, ຮອດ​ບຸນ​ປີ​ໃໝ່​​ຈຶ່ງໄດ້​ພົບ​ກັນ ເພື່ອ​ແບ່ງ​ປັນ, ໂອ້​ລົມ​ນຳ​ກັນ​, ມ່ວນຫຼາຍ. ປີ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ໃຫ້​ລູກ​ກັບ​ເມືອ​ບ້ານ, ພວກຫຼານ​ມ່ວນທີ່​ສຸດ ເພາະ​ວ່າ​ຢູ່​ທີ່ນີ້ກວ້າງ​ຂວາງ, ອາ​ກາດ​ປອດ​ໂປ່ງ ແລະ ໄດ້​ພົບ​ປະ​ກັບ​ຍາດ​ຕິ​ພີ່​ນ້ອງ”.

ນັບ​ແຕ່​ກາຍ​ເປັນ​ໃພ້​ຂອງ​ຕາ​ແສງເຊີນ​ວີ, ປີ​ໃດ​ປ້າ ເລ​ທິ​ຮ​ວາ, ເມຍ​ຂອງ​ທ່ານ ທື ກໍ່​ຊື້​ເຄື່ອງ​ຂອງ​ຈາກ​ຮ່າ​ໂນ້ຍ​ມາ​ມອບ​ໃຫ້​ແມ່ຍ່າ ເພື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ. ປ້າ ຮ​ວາ ເວົ້າ​ວ່າ, ເຖິງວ່າ​ຢູ່​ບ້ານ​ນາ ແຕ່​ອັນ​ໃດ​ແມ່​ຍ່າ​ກໍ່​ມີ, ສ່ວນ​ເຄື່ອງ​ຂອງ​ທີ່​ພວກ​ຂ້າ​ພະ​ເຈົ້າຊື້​ມາ​ນັ້ນ​ແມ່ນນ້ຳໃຈ​ຂອງ​ລູກ​ເຕົ້າ​ທີ່​ມີ​ຕໍ່​ບັນ​ພະ​ບຸ​ລຸດ, ຕໍ່ພໍ່​ແມ່​ຂອງ​ຕົນ.

ພວກ​ລູກຫຼານ, ບ່າວ​ໃພ້, ຍິງ​ຊາຍ, ເຕົ້າ​ໂຮມ, ໂອ້​ລົມ​ກັນ ເພື່ອ​ລໍ​ຖ້າຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນ​ຮັບ​ປີ​ໃໝ່. ນີ້​ແມ່ນ​ຈຸດ​ເວ​ລາ​ສັກ​ກະລະບູ​ຊາ​ທີ່​ສຸດ. ຂ້າ​ພະ​ເຈົ້າ​​ຫວັງ​ວ່າ​ຍາມໃດແມ່​ລູກ, ເອື້ອຍ​ນ້ອງ, ລູກ​ເຕົ້າ​ກໍ່​ມີ​ຄວາມ​ສາ​ມັກ​ຄີ​ນຳ​ກັນ, ແລະ ລຸ້ນ​ລູກ​ລຸ້ນຫຼານໃນ​ພາຍ​ພາກ​ໜ້າກໍ່​ຈະ​ຮັກ​ສາໄດ້​ມູນ​ເຊື້ອ​ດັ່ງ​ກ່າວ”.

ຜູ້​ຢູ່​ໄກ​ຢາກ​ກັບ​ເມືອ​ບ້ານ, ສ່ວນ​ຜູ້​ຍັງ​ຢູ່​ບ້ານ​ພັດ​ລໍ​ຖ້າ​ຜູ້​ຢູ່​ໄກ​, ນັ້ນ​ແມ່ນ​ຈິດ​ໃຈ​ຂອງ​ທຸກ​ຄົນໃນ​ຄອບ​ຄົວ​ເມື່ອ​ບຸນ​ປີ​ໃໝ່​ວຽນ​ມາ. ປ້າ ຫງວຽນ​ທິ​ກົງ ລູ​ກ​ສາວ​ຂອງ​ແມ່​ຕູ້ ກາກ ​ພັດຢາກ​ໃຫ້ບຸນ​ປີ​ໃໝ່​ວຽນ​ມາເພື່ອ​​ມີ​ໂອ​ກາດໄດ້​ພົບ​ປະ​ກັບ​ພວກ​ນ້ອງ​ຂອງ​ຕົນ ແລະ ສິ່ງ​ສຳ​ຄັນ​ກວ່າ​​ແມ່ນ ເພື່ອ​​ໃຫ້ອ້າຍ​, ເອື້ອຍ, ນ້ອງ 5 ຄົນ ນຳ​ເອົາ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ມາ​ໃຫ້​ແມ່.

“ຂ້າ​ພະ​ເຈົ້າ​ກໍ່​ເຊັ່ນ​ດຽວ​ກັບ​ທຸກໆ​ຄົນ, ລ້ວນ​ແຕ່​ຢາກ​ເຕົ້າ​ໂຮມ​ກັນ​ໃນ​ເຮືອນ​ຂອງ​ແມ່, ເຊິ່ງ​ແມ່ນ​ແຫ່ງ​ກຳ​ເນີດ​ຂອງ​ຕົນ. ນີ້ແມ່ນ​ສິງ​ທີ່​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ. ຢູ່​ບ້ານ​ເກີດ​ເມືອງນອນ​ຍັງ​ມີ​ແມ່​ຢູ່, ດັ່ງ​ນັ້ນ, ອ້າຍ, ເອື້ອຍ, ນ້ອງ​ເມືອ​ບ້ານ​ກັບ​ແມ່ ແມ່ນ​ສິ່ງ​ທີ່ບໍ່​ມີ​ຫ​ຍັງ​ມ່ວນກວ່ານັ້ນອີກ”.

ບຸນປີໃໝ່ ບຸນແຫ່ງການເຕົ້າໂຮມທຸກຄົນໃນຄອບຄົວ - ảnh 3

ພາບປະກອບ

ນັ່ງ​ພ້ອມ​ກັບ​ພວກ​ລູກ​ທີ່​ຮັກ​ແພງ​ຂອງ​ຕົນ, ເຫັນ​ພວກ​ລູກ​ຫຼານໂອ້​ລົມ, ເລົ່າ​ເລື່ອງ​​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ​ການ​ຮ່ຳ​ຮຽນນຳ​ກັນ. ແມ່​ຕູ້ ກາກ ດີ​ໃຈຫຼາຍ. ​​ຕະຫຼອດ​ປີຕ້ອງເຮັດ​ວຽກຢ່າ​ງອິດ​ເມື່ອຍ, ຮອດ​ບຸນ​ປີ​ໃໝ່​, ພວກ​ລູກ​ຈຶ່ງ​ກັບ​​ມາ​ເຕົ້າ​ໂຮມ​ກັນ​ໃນ​ຊາຍ​ຄາ​ແຫ່ງ​ກຳ​ເນີດ​ຂອງ​ຕົນ, ​ເພື່ອກິນ​ອາ​ຫານ​ເຍື່ອງ​ຕ່າງໆ ໂດຍ​ແມ່​ເປັນ​ຜູ້ແຕ່ງ​ເອງ. ໃນ​ພາ​ເຂົ້າ​, ແມ່​ຕູ້ ກາກ ໄດ້​ຕັກ​ເຕືອນ​ພວກ​ລູກ​ຂອງ​ຕົນ​ຄື​ດັ່ງ​ເວ​​ລາ​​ເຂົາ​ເຈົ້າຍັງ​ແມ່ນ​ເດັກ​ນ້ອຍ.

“ປະ​ຈຸ​ບັນ, ພວກ​ລູກ​ໄດ້​ເຕີບ​ໃຫ​ຍ່​ແລ້ວ, ສາ​ມາດ​ກຸ້ມຕົນ​ເອງ​ໄດ້​ແລ້ວ, ແມ່​ພຽງ​ແຕ່​ຫວັງ​ວ່າ​ ພວກ​ລູກ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ເຮັດ​ວຽກ​ດ້ວຍ​ຄວາມ​ເປັນ​ທຳ, ບໍ່​ໄດ້​ສໍ້​ລາດ​ບັງຫຼວງ​ຊັບ​ສົມ​ບັດ​ຂອງ​ລັດ, ຂອງ​ເອ​ກະ​ຊົນ”.

ໃນ​ຈຸດ​ເວ​ລາ​ສັກ​ກະ​ລະ​ບູ​ຊາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່, ທັງ​ຄອບ​ຄົວ​ເຕົ້າ​ໂຮມ​ນຳ​ກັນ​ດ້ວຍ​ຄວາມ​ອົບ​ອູ່ນ​ໃນ​ຍາມ​ລະ​ດູ​ບານ​ໃໝ່, ​ຕ່າງ​ກໍ່​ຮູ້​ສຶກວ່າ​ມີ​ຄວາມ​ສົມ​ບຸນ​ພູນ​ສຸກ ແລະ ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ