ແທ໋ງຢ້ອງ ແມ່ນໜຶ່ງໃນອໍລະຫັນ 4 ອົງທີ່ອະມະຕະໃນການເຫຼື້ອມໃສພື້ນເມືອງ ຫວຽດນາມ. ປະຈຸບັນ, ຊາວຫວຽດນາມໄດ້ບູຊາແທ໋ງຢ້ອງ ແລະ ຈັດງານບຸນ ອາໄລຫາຢູ່ຫຼາຍແຫ່ງໃນທົ່ວປະເທດ. ແຕ່ງານບຸນຢ້ອງຢູ່ຕາແສງ ຟູ່ດົງ ເມືອງຢາເລີມ, ຮ່າໂນ້ຍ ແມ່ນງານບຸນໃຫຍ່ຢູ່ເຂດທົງພຽງແມ່ນ້ຳແດງ.
ພິທີແຫ່ວໍໃນບຸນຢ້ອງ
(ພາບ:baohanoi)
|
ບຸນຢ້ອງ, ຊຶ່ງແມ່ນງານບຸນປະເພນີ ຖືກຈັດຂຶ້ນໃນກາງເດືອນ 4 ແຕ່ລະປີ ໂດຍໄລ່ຕາມຈັນທະປະຕິທິນ. ງານບຸນແມ່ນໂອກາດເພື່ອໃຫ້ຊາວຫວຽດນາມອາໄລຫາ ແລະ ສັນລະເສີນວິລະກຳທີ່ລືຊາຜາກົດຂອງນັກວິລະຊົນໄດ້ດັບສູນພວກສັດຕູ ເອີນ ທາງທິດເໜືອເຂົ້າມາຮຸກຮານ, ອັນໄດ້ເປີດໜ້າປະຫວັດສາດຄຳແຫ່ງການຕ້ານສັດຕູພາຍນອກເຂົ້າມາຮຸກຮານໃນສະໄໝລາດຊະວົງຮຸ່ງ. ນັກປະຫວັດ ສາດ ເລວັນລານ ໃຫ້ຮູ້ວ່າ :
“ແທ໋ງຢ້ອງ ຊຶ່ງແມ່ນັກວິລະຊົນຂອງໝູ່ບ້ານຢ້ອງ ໝາຍເຖິງໝູ່ບ້ານຟູ່ດົງ. ຄາວຍັງນ້ອຍ, ແທ໋ງຢ້ອງ ບໍ່ຫົວ, ບໍ່ເວົ້າຈັກຄວາມ, ແຕ່ເມື່ອໄດ້ຍິນຂ່າວມີສັດຕູພາຍນອກເຂົ້າມາຮຸກຮານ, ບັງເອີນ, ແທ໋ງຢ້ອງໃຫຍ່ຂຶ້ນໄວ, ກາຍເປັນນັກວິລະຊົນ. ຍ້ອນໄດ້ຮັບການລ້ຽງດູ, ຊ່ວຍເຫຼືອຈາກປະຊາຊົນ, ແທ໋ງຢ້ອງໄດ້ກາຍເປັນຜູ້ທີ່ມີຄຸນງາມຄວາມດີ ແລະ ມີການປະກອບສ່ວນເຫື່ອແຮງຂອງຕົນ. ດ້ວຍຄວາມເກັ່ງກ້າສາມາດຂອງຕົນ, ແທ໋ງຢ້ອງໄດ້ກາຍເປັນຜູ້ກູ້ຊາດຕ້ານສັດຕູພາຍນອກເຂົ້າມາຮຸກຮານ, ກາຍເປັນນັກວິລະຊົນແຫ່ງຊາດ, ເປັນສັນຍາລັກໃຫ້ແກ່ນ້ຳໃຈອົງອາດກ້າແກ່ນ, ບໍ່ຍອມຈຳນົນເພື່ອຕີສັດຕູ ”
ບຸນຢ້ອງຢູ່ຟູ່ດົງມີ 5 ບ້ານເຂົ້າຮ່ວມ ເພາະວ່າລ້ວນແຕ່ຕິດພັນກັບເທບນິຍາຍ ແທ໋ງຢ້ອງ. ບ້ານຟູ່ຢຶກ ແມ່ນແຫ່ງທີ່ ແທ໋ງຢ້ອງ ກຳເນີດຂຶ້ນ, ບ້ານຟູ່ດົງ ແມ່ນແຫ່ງທີ່ ແທ໋ງຢ້ອງເຕົ້າໂຮມກຳລັງທະຫານເພື່ອຕີສັດຕູ, ບ້ານດົງວຽນ ຊຶ່ງແມ່ນບ້ານເກີດຂອງແມ່ ແທ໋ງຢ້ອງ. 2 ບ້ານນີ້ແມ່ນຕັ້ງຢູ່ຝັ່ງທາງທິດໃຕ້ຂອງແມ່ນ້ຳດ້ວງ ແລະ ບ້ານໂຫ້ຍຊ້າ ຂຶ້ນກັບຕາແສງຟຸກເຫຼີ້ຍ ເມືອງລອງບຽນ ແມ່ນແຫ່ງທີ່ມີພວກເດັກລ້ຽງຄວາຍເດີນທາງຕາມ ແທ໋ງຢ້ອງ ໄປຕີສັດຕູ. ຕາມການເລົ່າຂານກັນມາວ່າ ວັນທີ 9/4 ໂດຍໄລ່ຕາມຈັນທະປະຕິທິນ ແມ່ນວັນ ແທ໋ງຢ້ອງ ໄດ້ຕີເອົາໄຊຊະນະພວກສັດຕູເອີນ, ດັ່ງນັ້ນນີ້ແມ່ນວັນສຳຄັນໃນງານບຸນ. ເພື່ອອາໄລຫານັກວິລະຊົນ, ຊາວບ້ານຟູ່ດົງ ໄດ້ຈັດພິທີແຫ່ວໍຈາກວິຫານເມົ້າຫາວິຫານເທື້ອງ ແລະ ຈັດບຸນວາດພາບເຖິງການໂຈມຕີສັດຕູເອີນ .
ຄວາມດູດດື່ມຂອງບຸນຢ້ອງ ກ່ອນອື່ນໝົດແມ່ນຕ້ອງເວົ້າເຖິງຄວາມໝາຍສຶກສາອົບຮົມນ້ຳໃຈຮັກຊາດ, ມູນເຊື້ອຟຶກແອບມວຍ, ເຈດຈຳນົງທີ່ອົງອາດກ້າແກ່ນ ແລະ ຄວາມຫວັງມີເອກະລາດ, ອິດສະຫຼະພາບແຫ່ງຊາດ. ບຸນຢ້ອງແມ່ນ ບຸນວາດພາບເຖິງການຮົບ, ທັງສະແດງໃຫ້ເຫັນນ້ຳໃຈຕ້ານສັດຕູພາຍນອກເຂົ້າມາຮຸກຮານຂອງຊາວຫວຽດເດີມ, ທັງສະແດງໃຫ້ເຫັນຄວາມຫວັງຂອງປະຊາຊົນໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ. ເມື່ອມາຮ່ວມງານບຸນ, ແຂກຄົນທັງຫຼາຍ ຈະເຫັນໄດ້ເຖິງທິດສະດີປັດຊະຍາທີ່ເລິກເຊິ່ງກ່ຽວກັບຄວາມເປັນມະນຸດ, ຄວາມເອກອ້າງທະນົງໃຈແຫ່ງຊາດ ແລະມູນເຊື້ອຮັກບ້ານເມືອງ, ປະເທດຊາດໂດຍສືບທອດຈາກຄົນລຸ່ນກ່ອນໆ. ລຸງ ໂງວັນຫຍີບ ຊາວບ້ານຟູ່ດົງ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າຮູ້ສຶກມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈກ່ຽວກັບເລື່ອງລາວເລົ່າຂານສືບກັນມາ ຈາກຄົນລຸ່ນນີ້ສູ່ຄົນລຸ່ນອື່ນ. ເຮົາເຂົ້າຮ່ວມງານບຸນ ເພື່ອພາວະນາໃຫ້ຄອບຄົວມີຄວາມໂຊກດີ, ປະເທດຊາດມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ ”
ສ່ວນນ້ອງ ເລກວາງດຶກ ຮຽນຫ້ອງ ມ3 , ແຕ່ຄາວຍັງນ້ອຍ ໄດ້ຟັງປູຍ່າພໍ່ແມ່ ເລົ່າເລື່ອງແທ໋ງຢ້ອງ. ເມື່ອບຸນຢ້ອງຖືກຈັດຂຶ້ນແຕ່ລະເທື່ອ, ດຶກຖືກພໍ່ແມ່ພາໄປຮ່ວມງານບຸນ ເພື່ອເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດ . ນ້ອງ ເລກວາງດຶກ ເວົ້າວ່າ :
“ ນ້ອງມັກທີ່ສຸດ ແມ່ນໄດ້ຮັບຊົມການສະແດງການຮົບໃນງານບຸນ. ໄດ້ຊົມການຕີມວຍ. ງານບຸນນີ້ໄດ້ມີມາແຕ່ດົນນານແລ້ວ, ນ້ອງໄດ້ຟັງປູຍ່າເລົ່າເລື່ອງລາວປະຫວັດສາດແທ໋ງຢ້ອງແລ້ວ ”
ລຸງ ຫງວຽນຫງອກຮຸຍ ຜູ້ອາຍຸສູງໃນບ້ານຟູ່ດົງໃຫ້ຮູ້ວ່າ ກ່ອນທີ່ດຳເນີນງານບຸນ, ປະຊາຊົນຂອງ 5 ບ້ານຕ້ອງໂຮມປະຊຸມເພື່ອເລືອກເອົາບັນດາຜູ້ສວມບົດຕົວລະຄອນໃນການສະແດງການຮົບ. ລຸງ ຫງວຽນຫງອກຮຸຍ ເວົ້າວ່າ :
“ ຕ້ອງເລືອກເອົາຄົນໃນເກັ່ນອາຍຸແຕ່ 18 ຫາ 50 ປີລົງມາ, ມີສຸຂະພາບແຂງແຮງ, ເປັນຄົນເຈົ້າສູ້. ສຳລັບຕົວລະຄອນຝ່າຍສັດຕູແມ່ນ ເລືອກເອົາຄົນໃນເກັ່ນອາຍຸແຕ່ 10 ຫາ 13 ປີ ເພື່ອຮັບປະກັນຄວາມເຄັ່ງຂຶມຂອງງານບຸນ ”
ບຸນຢ້ອງ ແມ່ນສານທີ່ລຸ່ນປູຍ່າຕາຍາຍຝາກຝັງໃຫ້ຄົນລຸ່ນຫຼັງ, ຕ້ອງສຸມກຳລັງແຮງຈຶ່ງສາມາດຕີເອົາໄຊຊະນະຕໍ່ພວກສັດຕູພາຍນອກເຂົ້າມາຮຸກຮານ, ພ້ອມກັນນັ້ນ, ບຸນຢ້ອງ ຍັງສະແດງໃຫ້ເຫັນຄວາມຫວັງມີສັນຕິພາບຂອງຊາດຫວຽດນາມອີກດ້ວຍ.