(VOVWORLD) -ບາກລຽວ ເຊິ່ງແມ່ນອູ່ໃຫ້ກຳເນີດ ສິລະປະຂັບເດີນກາຕາຍຕື. ຂັບເດີນກາຕາຍຕືແມ່ນປະເພດສິລະປະ ທີ່ເປັນເອກະລັກຂອງພາກໃຕ້, ເຖິງວ່າຫາກໍ່ໄດ້ກຳເນີດຂຶ້ນກ່ອນນີ້ກວ່າ 100 ປີກໍ່ຕາມ ແຕ່ກໍ່ຍັງສາມາດມີກຳລັງແຜ່ກະຈາຍຢ່າງໃຫ່ຍຫຼວງ. ຢູ່ທົ່ວ 21 ແຂວງພາກໃຕ້, ຂັບເດີນກາຕາຍຕືໄດ້ຮັບການຟື້ນຟູ ໂດຍຜ່ານການແລກປ່ຽນວັດທະນະທຳລະຫວ່າງບັນດາເຜົ່າ, ສະແດງໃຫ້ເຫັນຄວາມປອງດອງ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນລະຫວ່າງບັນດາເຜົ່າ. ຍ້ອນເຫດນີ້ເອງ, ໃນປີ 2013 ສິລະປະຂັບເດີນກາຕາຍຕືພາກໃຕ້ຫວຽດນາມ ໄດ້ຮັບການຮັບຮອງຈາກ Unesco ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ສະເພາະຊາວບາກລຽວ ກໍ່ໄດ້ມີການປະກອບສ່ວນຢ່າງໃຫ່ຍຫຼວງໃນຕະຫຼອດໄລຍະປະຫວັດສາດ ແຫ່ງການເປັນສ້າງຕັ້ງ ແລະ ພັດທະນາສິລະປະຂັບເດີນກາຕາຍຕື
ສິລະປະເດີນກາຕາຍຕືຢູ່ບາກລຽວ |
ຜູ້ຄົນທັງຫຼາຍເຄີຍໄດ້ເອີ້ນ ບາກລຽວວ່າແມ່ນອູ່ໃຫ້ກຳເນີດ ສິລະປະເດີນກາຕາຍຕື ເພາະວ່າຢູ່ແຫ່ງນີ້ ໄດ້ໃຫ້ກຳເນີດນັກສິລະປະການ, ນັກສິລະປິນທີ່ມີຊື່ສຽງຫຼາຍຄົນ. ຢູ່ແຫ່ງນີ້ກໍ່ໃຫ້ກຳເນີດບົດ ດົນຕີເດີນກາຕາຍຕື, ບົດເພງອະມະຕະ ໃຫ້ແກ່ສິລະປະຂັບເດີນກາຕາຍຕື. ຕາມບັນດາເອກະສານປະຫວັດສາດແລ້ວ ຕົ້ນສະຕະວັດທີ XX ຢູ່ພາກໃຕ້ໄດ້ປະກົດມີຫຼາຍຈຸ ຫຼາຍໜ່ວຍດົນຕີເຄື່ອນໄຫວດ້ວຍຮູບການຂັບເດີນກາຕາຍຕື ແລະ ໄດ້ຂະຫຍາຍຕົວຢູ່ທຸກໆແຂວງຂອງພາກໃຕ້. ຢູ່ແຂວງ ບາກລຽວ ມີຄູສອນດົນຕີ ເລຕາຍຂີ (1870-1948) ແລະ ເຄີຍເອີ້ນວ່າ ຍາກຂີ. ຍາກຂີໄດ້ຮັບຖືກວ່າແມ່ນຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເພດສິລະປະຂັບເດີນກາຕາຍຕື ໃນການດັດແປງກວດແກ້ບົດດົນຕີເດີນກາຕາຍຕື 20 ບົດ ໄດ້ຮັບຄວາມນິຍົມນັບຖືຈາກວົງການນັກສິລະປິນ. ໃນຊຸມທົດສະວັດ 30 ຂອງສະຕະວັດກ່ອນ, ການເຄື່ອນໄຫວຂັບເດີນກາຕາຍຕື ຢູ່ແຂວງ ບາກລຽວ ໄດ້ພັດທະນາທັງທາງດ້ານຈຳນວນ ແລະ ຄຸນນະພາບ ແລະ ໄດ້ມີຊື່ສຽງໂດ່ງດັງທົ່ວພາກໃຕ້. ບັນດານັກສະລະປະການ ເດີນກາຕາຍຕື ບາກລຽວ ໄດ້ປະກົດມີນັບມື້ນັບຫຼາຍຂຶ້ນ, ຫຼາຍຄົນໄດ້ການເປັນນັກສິລະປີນອາຊີບ, ໃນນັ້ນ ສ່ວນຫຼາຍກໍ່ລ້ວນແຕ່ໄດ້ຮັບການຖ່າຍທອດ ບອກສອນຈາກຄູສອນດົນຕີ ຍາກຂີ. ໜຶ່ງໃນບັນດາລູກສິດເກັ່ງຂອງ ຍາກຂີ ແມ່ນ ກາວວັນເລົ່າ. ໂດຍສືບທອດພະລະກິດຂອງອ້າຍຄູ ຍາກຂີ, ກາວວັນເລົ່າ ພ້ອມກັບບັນດາເພື່ອນຮ່ວມອາຊີບຂອງຕົນ ໄດ້ສ້າງຕັ້ງຄະນະດົນຕີຂັບເດີນກາຕາຍຕື ບາກລຽວ. ຄະນະດົນຕີນີ້ ມີໄລຍະໜຶ່ງໄດ້ປຸກລຸກຂະບວນການ ສິລະປະຂັບເດີນກາຕາຍຕື ບໍ່ພຽງແຕ່ຢູ່ພາຍໃນແຂວງ ບາກລຽວ ເທົ່ານັ້ນ, ຫາກຍັງຢູ່ທົ່ວທຸກແຂວງພາກໃຕ້ຫວຽດນາມ ອີກດ້ວຍ. ນັກສິລະປະການ ໂດ້ ງອັກ ເອິນ ຢູ່ນະຄອນບາກລຽວ ໃຫ້ຮູ້ວ່າ:
“ປັດຈຸບັນ ສຳລັບຂ້າພະເຈົ້າເອງ ກ່ຽວກັບການແຕ່ງບົດຂັບຮ້ອງ ບາງປະເພດຂອງເດີນກາຕາຍຕືນັ້ນ, ຂ້າພະເຈົ້າກໍ່ໄດ້ແຕ່ງ 20 ບົດແລ້ວ. ຫົວເລື່ອງທີ່ຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນເວົ້າເຖິງບ້ານເກີດເມືອງນອນ, ປະເທດຊາດ ແລະ ປະຊາຊົນ, ພິເສດແມ່ນບັນດາຂະບວນການຂອງທ້ອງຖິ່ນເຊັ່ນ ຂະບວນການກໍ່ສ້າງຊົນນະບົດໃໝ່, ສ້າງຄອບຄົວໃຫ້ມີຄວາມສຸກ… ເວົ້າລວມແລ້ວແມ່ນບັນດາຫົວເລື່ອງ ກ່ຽວກັບວັດທະນະທຳສັງຄົມ”.
ຕາມການສະຖີຕິຂອງພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບາກລຽວ ແລ້ວ, ປັດຈຸບັນມີສະໂມສອນ, ກອງ, ໜ່ວຍສິລະປະຂັບເດີນກາຕາຍຕື ເກືອບ 70 ແຫ່ງ ແລະ ມີນັກສິລະປະການ, ນັກສິລະປິນກວ່າ 500 ຄົນເຂົ້າຮ່ວມ. ຕົວເລກນີ້ ໄດ້ສະແດງໃຫ້ເຫັນພະລັງຊີວິດອັນແຮງກ້າ ແລະ ການ ສືບທອດຂະບວນການສິລະປະຂັບເດີນກາຕາຍຕື ທີ່ແຂງແຮງຂອງປະຊາຊົນຢູ່ແຫ່ງນີ້. ນັກສິລະປະການ ໂດ ງອັກ ເອິນ ຢູ່ນະຄອນບາກລຽວ ເປີດເຜີຍວ່າ:
“ຂ້າພະເຈົ້າເອງແມ່ນປະຊາຊົນຢູ່ພາກໃຕ້ ແລະ ຂະບວນການສິລະປະຂັບເດີນກາຕາຍຕື ໄດ້ພັດທະນາຢ່າງແຂງແຮງ ໃນຕົ້ນສະຕະວັດທີ XX. ໃນຄອບຄົວຂ້າພະເຈົ້າເອງກໍ່ມີພໍ່ ແລະ ອ້າຍຂ້າພະເຈົ້າທີ່ມີຄວາມຊົມຊອບສິລະປະປະເພດນີ້ທີ່ສຸດ. ຈາກນັ້ນຂ້າພະກໍ່ໄດ້ຮຽນຮູ້ຈາກພໍ່ ຈາກອ້າຍ ຈາກໜູ່ເພື່ອນເພື່ອເດີນຕາມອາຊີບຂັບເດີນກາຕາຍຕື. ກວ່າ 30 ປີທີ່ຂ້າພະເຈົ້າຜູກພັນກັບຂົງເຂດນີ້, ບໍ່ສະເພາະແຕ່ຂ້າພະເຈົ້າເທົ່ານັ້ນ, ຫາກທຸກໆຄົນກໍ່ມີຄວາມນິຍົມຊົມຊອບສິລະປະຂັບເດີນກາຕາຍຕື, ເຂົາເຈົ້າກໍ່ລ້ວນແຕ່ມີຄວາມເອກອ້າງທະນົງໃຈ ຂະນະທີ່ປະເພດສິລະປະນີ້ ໄດ້ຮັບການຮັບຮອງແມ່ນ ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດ”
ໂດຍໄດ້ຮັບຖືວ່າ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ ຢູ່ເຂດຊົນນະບົດ ນັບແຕ່ກ່ອນມາຮອດປັດຈຸບັນ, ໃນງານບຸນ, ງານລ້ຽງໃດໆ ກໍ່ມີການສະລະປະຂັບເດີນກາຕາຍຕື. ໂດຍຕິດພັນກັບຂະບວນການທົ່ວປວງຊົນສາມັກຄີ ສ້າງຊີວິດວັດທະນະທຳ, ແຕ່ລະຄຸ້ມ, ແຕ່ລະບ້ານກໍ່ໄດ້ຮັບການຮັບຮອງ ແມ່ນບັນລຸມາດຕະຖານວັດທະນະທຳ, ບັນດາສະໂມສອນສິລະປະຂັບເດີນກາຕາຍຕືນີ້ ກໍ່ຄ່ອຍໆໄດ້ຮັບການຄັດເລືອກກາຍເປັນ ບັນດາສະໂມສອນຂັ້ນຕາແສງ, ຂັ້ນເມືອງ. ບັນດາສະໂມສອນຂັບເດີນກາຕາຍຕື ກໍ່ແມ່ນແກ່ນສານເພື່ອພັດທະນາຂະບວນການ ຈາກຂັ້ນຮາກຖານ. ນັກສິລະປະການຂັບເດີນກາຕາຍຕື ຕື່ຢຸຍຕ່ວນ ຢູ່ຕາແສງ 8 ນະຄອນ ບາກລຽວ ເປີດເຜີຍວ່າ:
“ປັດຈຸບັນຢູ່ທ້ອງຖິ່ນ ໄດ້ສ້າງຕັ້ງສະໂມສອນຂັບເດີນກາຕາຍຕື ຈາກຂັ້ນບ້ານ, ຂັ້ນຕາແສງ, ຂັ້ນເມືອງ ຕະຫຼອດຮອດຂັ້ນແຂວງ ຢູ່ບອນໃດກໍ່ມີສະໂມສອນຂັບເດີນກາຕາຍຕື ແລະ ມີການເຄື່ອນໄຫວຢ່າງເປັນປະຈຳ. ຂະບວນການຂັບເດີນກາຕາຍຕືໃນແຂວງ ບາກລຽວ ກໍ່ໄດ້ຂະຫຍາຍຕົວ. ບັນດາສະມາຊິກ ນັບມື້ນັບເຂົ້າຮ່ວມຫຼາຍຂຶ້ນ, ຂະບວນການນັບມື້ນັບແຜ່ລາມ ຢ່າງກວ້າງຂວາງ ”
ສິລະປະຂັບເດີນກາຕາຍຕື ດ້ວຍການພັດທະນາຢ່າງບໍ່ຢຸດຢັ້ງ ນັບແຕ່ເຄິ່ງຕົ້ນສະຕະວັດທີ XX ມາຮອດປັດຈຸບັນ ໄດ້ມີບັນດາຈຸດພິເສດສະເພາະທີ່ພົ້ນເດັ່ນ, ອັນໄດ້ສ້າງຂີດໝາຍທີ່ດີໃນສິລະປະຂັບເດີນກາຕາຍຕືເວົ້າລວມ. ນີ້ກໍ່ແມ່ນບັນດາຄວາມກ້າວໜ້າຂອງຊາວບາກລຽວ ໃນການເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງຂອງແຂວງຕົນ. ບັນດາຈຸດພິເສດສະເພາະນີ້ ກໍ່ລ່ວນແຕ່ແມ່ນໝາກຜົນ ຂອງການອອກແຮງງານທາງດ້ານພູມປັນຍາ ຂອງບັນດານັກສິລະປິນລຸ້ນກ່ອນໆໃນແຂວງ ບາກລຽວ, ທັງແມ່ນຄວາມເອກອ້າງທະນົງໃຈຂອງຊາວ ບາກລຽວ ໃນວັນນີ້ ແລະ ໃນອະນາຄົດ.