“ ງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງທີ 6 ປີ 2015 ”ຫາກໍຖືກຈັດຂຶ້ນຢູ່ນະຄອນ ກາວແລ້ງ ແຂວງ ດົງທາບ. ຜ່ານງານມະໂຫລານຄັ້ງນີ້, ໄດ້ສະແດງໃຫ້ເຫັນສິລະປະການສະແດງແບບພື້ນເມືອງຢູ່ວົງຄະນະຍາດ ໄດ້ຮັບຄວາມເອົາໃຈໃສ່ອະນຸລັກດີກ່ວາເກົ່າ ແລະ ຄົນລຸ່ນໜຸ່ມມີຄວາມນິຍົມຫຼາຍຂຶ້ນ.
ລາຍການສະແດງທີ່ງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງທີ່ 6
|
ຈຸດທີ່ພົ້ນເດັ່ນໃນ ງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງນີ້ ແມ່ນເກັນອາຍຸສະເລ່ຍຂອງບັນດານັກສິລະປີນ, ນັກສະແດງສະໝັກຫຼິ້ນທີ່ເຂົ້າຮ່ວມ ແມ່ນໜຸ່ມພໍສົມຄວນ, ຊຶ່ງເປັນການຢັ້ງຢືນວ່າ ບັນດາທຳນອງເພງ, ວາດຟ້ອນພື້ນເມືອງ, ດົນຕີໄດ້ຮັບການເກັບຮັກສາ ແລະ ຖ່າຍທອດໃຫ້ລຸ່ນໜຸ່ມເພື່ອທຳການສະແດງຢ່າງກ້ວາງຂວາງ. ທີ່ງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້, ບັນດານັກສິລະປີນ, ນັກສະແດງຂອງແຂວງ ເບັນແຈ, ລອງອານ, ເກີນເທີ, ຈາວິງ…ສ່ວນຫຼວງຫຼາຍແມ່ນຄົນໜຸ່ມ, ມີຫຼາຍຄົນຮຽນຈົບມະຫາວິທະຍາໄລ, ວິທະຍາໄລ ແລະ ສາມາດທຳການສະແດງຟ້ອນລຳທຳເພງພື້ນເມືອງຢ່າງຊຳນິຊຳນານ.
12 ຄະນະສິລະປະກອນທີ່ເຂົ້າຮ່ວມງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງທີ 6 ປີ 2015 ກໍລ້ວນແຕ່ກະກຽມແຕ່ 2 ຫາ 4 ລາຍການ. ນັ້ນແມ່ນບັນດາບົດເພງ, ດົນຕີ, ວາດຟ້ອນພື້ນເມືອງຊຶ່ງໄດ້ກຳເນີດຂຶ້ນ ແລະ ຄົງຕົວໃນຊີວິດປະຈຳວັນຂອງປະຊຳຊົນຢູ່ແຕ່ລະທ້ອງຖິ່ນ. ຄະນະສິລະປະກອນເຈົ້າພາບໄດ້ເລືອກເອົາທຳນອງເພງດົງທາບທີ່ອ່ອນຫວານເປັນເອກະລັກສະເພາະໃນຊີວິດປະຈຳວັນຂອງຊາວຜູ້ອອກແຮງງານຢູ່ເຂດດອກບົວ, ແມ່ນ້ຳລຳເຊ ດົງທາບເມື່ອຍ. ຄະນະສິລະປະກອນແຂວງ ຈາວິງ ແມ່ນເລືອກເອົາປະເພດສິລະປະພື້ນເມືອງ ຂະແມ ທີ່ມີຊື່ສຽງຂອງທ້ອງຖິ່ນ….
ທີ່ງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງນີ້, ຄະນະສິລະປະກອນແຂວງ ໄຕນິງ ໄດ້ດຶງດູດຄວາມສົນໃຈເປັນພິເສດ ເພາະມີການເຂົ້າຮ່ວມເປັນຄັ້ງທຳອິດຂອງເຜົ່າຕາມູນ. ລາຍການສະແດງຂອງຊົນເຜົ່າຕາມູນຄັ້ງນີ້ ແມ່ນການຂັບກອ່ມລູກ ດ້ວຍການສະແດງແບບລຽບງ່າຍທີ່ສຸດ. ທ່ານ ດາວຢີເຟືອກ ຜູ້ອຳນວຍການສູນວັດທະນະທຳແຂວງ ໄຕນິງ ໃຫ້ຮູ້ວ່າ :
“ ເຂົາເຈົ້າມີລາຍການໃດ ກໍສະແດງລາຍການນັ້ນເລີຍ ໂດຍບໍ່ຕ້ອງການເຄື່ອງດົນຕີ, ກອງຫຍັງໝົດ. ຂ້າພະເຈົ້າພາກພູມໃຈຫຼາຍ ເມື່ອໄດ້ມີລາຍການເຂົ້າຮ່ວມງານມະໂຫລານ, ທັງນີ້ກໍເພື່ອແນະນຳໃຫ້ຜູ້ຄົນທັງຫຼາຍຮັບຊາບກ່ຽວກັບຊາວເຜົ່າຕາມູນຢູ່ແຂວງ ໄຕນິງ ຊຶ່ງພວມສືບຕໍ່ເຮັດລະບຽບການເພື່ອໃຫ້ລັດຮັບຮອງເປັນເຜົ່າທີ່ 55”
ພາຍຫຼັງດຳເນີນງານມະໂຫລານສຽງເພງພື້ນເມືອງ 5 ຄັ້ງ, ບັນດາປະເພດສິລະປະການສະແດງແບບພື້ນເມືອງຂອງພາກໃຕ້ໄດ້ຄ່ອຍໆມີຊື່ສຽງ ແລະ ໄດ້ຮັບການສົ່ງເສີມອະນຸລັກຮັກສາ ແລະ ຖ່າຍທອດໃຫ້ໄວໜຸ່ມໃນບ້ານ. ມີຫຼາຍລາຍການທີ່ ງານມະໂຫລານຄັ້ງນີ້ ໂດຍແມ່ນບັນດານັກສິລະປີນລຸ່ນຕ່າງໆໃນຄອບຄົວດຽວຫຼືເຂດຊຸມຊົນໜຶ່ງທຳການສະແດງ. ນາງ ແຢງທິດຽວ ໃຫ້ຮູ້ວ່າ :
“ ນີ້ແມ່ນສິລະປະຟ້ອນພື້ນເມືອງ, ຖ້າມີເຫດການຢູ່ວັດຢູ່ວາ ຫຼືຄອບຄົວໃດໆຈັດງານລ້ຽງນັ້ນ, ທຸກຄົນໃນຄອບຄົວຕ່າງກໍເຂົ້າຮ່ວມເລີຍ. ບໍ່ໜ້າອາຍຫຍັງເລີຍ, ເພາະເຄີຍໄດ້ຟ້ອນມາແລ້ວ. ເມື່ອເຫັນວ່າ ມີເພື່ອນຫຼາຍຄົນມາຈາກເຜົ່າຕ່າງໆໄດ້ຮ່ວມແຮງຮ່ວມໃຈໃນມື້ມ່ວນຊື່ນ, ຂ້າພະເຈົ້າດີໃຈຫຼາຍ ”
ສ່ວນທ່ານ ເລີມຮ່ວາງວຽນ, ຜູ້ອຳນວຍການສູນວັດທະນະທຳແຂວງ ຊອກຈັງ ໃຫ້ຮູ້ວ່າ ໃນຊຸມປີທີ່ຜ່ານມາ, ພ້ອມກັບໂຄງການກໍ່ສ້າງຊົນນະບົດໃໝ່ ແລະ ແຜນນະໂຍບາຍອະນຸລັກຮັກສາສິລະປະພື້ນເມືອງຂອງທ້ອງຖິ່ນ, ຊີວິດດ້ານສິລະປະວັນນະຄະດີຢູ່ທ້ອງຖິ່ນຕ່າງໆໃນແຂວງຊອກຈັງ ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ທ່ານ ເລີມຮ່ວາງວຽນ, ຜູ້ອຳນວຍການສູນວັດທະນະທຳແຂວງ ຊອກຈັງ ກ່າວວ່າ :
“ ຜ່ານງານມະໂຫລານ 6 ຄັ້ງ, ຊອກຈັງ ໄດ້ມີທ່າດີ, ນັ້ນແມ່ນພວກຂ້າພະເຈົ້າລ້ວນແຕ່ຈັດຕັ້ງງານສະແດງສິລະປະມະຫາຊົນລະຫວ່າງ 3 ເຜົ່າ. ຜ່ານງານສະແດງນີ້, ພວກຂ້າພະເຈົ້າໄດ້ພົບເຫັນບັນດານັກສິລະປີນ, ບັນດາລາຍການດົນຕີ, ຟ້ອນລຳທຳເພງທີ່ເປັນເອກະລັກສະເພາະຂອງແຂວງຕົນ ເພື່ອນຳໄປສະແດງທີ່ ງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງນີ້. ຈາກນັ້ນ, ກໍເປັນການສ້າງສະຕິຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າໃນບໍລິເວນແຂວງຕົນ ”
ບັນດາທ້ອງຖິ່ນທີ່ເຂົ້າຮ່ວມງານມະໂຫລານສຽງເພງພື້ນເມືອງຫວຽດນາມເຂດພາກໃຕ້ຄັ້ງທີ 6 ໄດ້ຕັ້ງໜ້າຊອກຫາ, ຄົ້ນພົບ, ບຳລຸງປັດໄຈໃໝ່, ຖ່າຍທອດໃຫ້ລຸ່ນໜຸ່ມ ແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາທຳນອງເພງ, ດົນຕີ, ວາດຟ້ອນພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດແຄ້ວນ. ການເຄື່ອນໄຫວຂອງບັນດາຂະບວນການຂັບລຳທຳເພງພື້ນເມືອງພວມທະວີຄູນຫຼາຍຂຶ້ນໃນຊີວິດຢູ່ຕາມເຂດຊຸມຊົນ. ຈາກນັ້ນ, ສາງສິລະປະພື້ນເມືອງຂອງບັນດາເຜົ່າອ້າຍນ້ອງໃນທຸກແຖບຖິ່ນທົ່ວປະເທດພວມຄ່ອຍໆໄດ້ຮັບການຟື້ນຟູ ແລະ ຕໍ່ພະລັງຊີວິດເພື່ອກາຍເປັນຊັບສົມບັດດ້ານວັດທະນະທຳ, ຈຸດທີ່ເປັນເອກະລັກສະເພາະ ແລະ ຄວາມດູດດື່ມພິເສດຂອງແຕ່ລະທ້ອງຖິ່ນ.