ບາດກ້າວຫັນປ່ຽນຂອງພື້ນຖານກາບກອນພ້ອມກັບ ບາດລ້ຽວປະຫວັດສາດ ເດືອນສິງຫາປີ 1945

  

ບາດກ້າວຫັນປ່ຽນຂອງພື້ນຖານກາບກອນພ້ອມກັບ ບາດລ້ຽວປະຫວັດສາດ ເດືອນສິງຫາປີ 1945 - ảnh 1
ນັກກະວີ To Huu (ພາບ: internet)


  ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ໄດ້​ຢຸດຕິ​ສະພາບ​ຕົກ​ເປັນ​ຂ້າ​ທາດຂອງ​ລັດທິ​ລາ​ເມືອງ​ຂຶ້ນ​ເປັນ​ເວລາ​ເກືອບ 80 ປີ, ອັນ​ໄດ້​ໄຂ​ສັງກາດ​ໃໝ່​ຊຶ່ງ​ແມ່ນ​ສັງກາດ​ເອກະລາດ, ອິດສະຫຼະພາບ​ໃຫ້​ແກ່​ປະ​ເທດ​ຊາດ. ​ແລະ ນີ້​ກໍ​ແມ່ນ​ຈຸດ​ເວລາ​ຟື້ນ​ຟູ​ບັນດາ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ ​ແລ​ະ ​ໄດ້​​ເປີດ​ໄລຍະ​ໃໝ່​ຂອງ​ພື້ນຖານ​ວັນນະຄະດີ​ສິລະ​ປະ. ບາດ​ລ້ຽວທີ່​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ໃນ​ຈຸດ​ເວລາ​ເດືອນ​ສິງຫາ​ປີ 1945 ​ແມ່ນ​ນັກ​ປະພັນ​ວັນນະຄະດີ, ນັກ​ກາບກອນ​ທຸກໆ​ຄົນ​ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ການ​ປະຕິວັດ, ກ້າວ​ເດີນ​ຕາມ​ການ​ປະຕິວັດ. ​ແລະ ນັບ​ຕັ້ງ​ແຕ່​ຈຸດ​ເວລາ​ນີ້, ພື້ນຖານ​ກາບກອນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ມີ​ການ​ຜັນ​ປ່ຽນ​ຢ່າງ​ແຂງ​ແຮງ​ທາງ​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ.

      ການ​ປະຕິວັດ​ໄດ້​ສ້າງບາດ​ລ້ຽວ​ໃຫ້​ພື້ນຖານ​ກາບກອນ, ສ້າງ​ການ​ຫັນປ່ຽນ​ໃນ​ຊີວິດ​ການ​ປະພັນ​ຂອງ​ນັກ​ກາບກອນ​ແຕ່ລະຄົນ. ນັກ​ຄົ້ນ​ຄ້ວາ Dang Thai Mai ​ໄດ້​ເຄີຍ​ເວົ້າ​ວ່າ “ ມີ​ກະ​ແສ​ລົມ​ໃໝ່​ໄດ້​ພັດ​ເຂົ້າ​ສູ່ພື້ນຖານ​ກາບກອນຫວຽດນາມ. ​ແບບຢ່າງ​ຍອມ​ເສຍ​ສະຫຼະຊີວິດ​ຂອງ​ນັກຮົບ, ​ເຈດ​ຈຳນົງ​ເຊີດ​ຊູ​ຕົນ​ເອງ​ຂອງ​ທັງ​ຊາດ​ໄດ້​ລົງ​ເລິກ​ໃນ​​ແຕລະ​ວັກ, ຕອນ​ຂອງບົດກາບກອນ​ໃໝ່ ” . ບັນດາ ນັກ​ກາບກອນ​ເກືອບ​ທັງ​ໝົດ​ຈາກ​ບັນດາ​ທ່າ​ອຽງ​ສິລະ​ປະ​ທີ່​ແຕກ​ຕ່າງ​ກັນ​ລ້ວນ​ແຕ່​ລົງ​ເລິກ​​ໃນພື້ນຖານ​ກາບກອນດ້ວຍ​ແຫຼ່ງອາລົມ​ໃໝ່. ທ່ານນາງ​ຮອງ​ສາດສະດາຈານ , ດຣ Luu Khanh Tho ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັນນະຄະດີ​ຖື​ວ່າ : 

         “  ການ​ປະຕິວັດ​ເດືອນ​ສິງຫາ​ໄດ້ໄຂ​ສັງກາດ​ໃໝ່ໃຫ້​ແກ່​ປະ​ເທດ​ຊາດຫວຽດ ນາມ, ພ້ອມ​ທັງສ້າງບາດກ້າວ​ຂະ​ຫຍາ​ຍຕົວ​ສະ​ເພາະ​ໃນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນນະຄະດີ​ຫວຽດນາມ. ​ໃນ​ຊີວິດ​ວັນນະຄະດີ​ເວົ້າ​ລວມ, ບັນດາ​ປະ​ເພດ​ກາບກອນ, ບົດ​ປະພັນ​ວັນນະຄະດີ, ພິ​ເສດ​ໃນ​ການ​ຕິດຕາມ, ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຄື​ອ່ນ​ໄຫວ​ຂອງ ພື້ນຖານ​ກາບກອນຫວຽດນາມ. ອາດ​ຈະ​ເວົ້າ​ວ່າ : ຈຸດ​ທີ່​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ຢູ່​ບອ່ນວ່າ ນັກ​ກະວີ, ນັກ​ປະພັນວັນນະຄະດີເກືອບ​ທັງ​ໝົດ​ຈາກ​ບັນດາ​ທ່າ​ອຽງ​ສິລະ​ປະ​ທີ່​ແຕກ​ຕ່າງ​ກັນ, ມີ​ການ​ປະພັນ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ກໍ​ລ້ວນ​ແຕ່​ເດີນ​ຕາມ​ການ​ປະຕິວັດ . ນັ້ນ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ໃນພື້ນຖານ​ ​ວັນນະຄະດີຫວຽດນາມ ”

    ກາ​ນຫັນປ່ຽນ​ນີ້​ໄດ້​ຮັບ​ການສະ​ແດງ​ຢ່າງ​ລະອຽດ ​ແລະ ມີ​ຊີວິດ​ຊີວາ ​ໃນ​ບັນດາ​ບົດ​ປະພັນ​ຂອງບັນດາ ນັກ​ກາບກອນໃນໄລຍະນີ້. ນັກກະວີ Le Thanh Nghi ປະທານ​ສະພາ​ທິດ​ສະ​ດີ​ວິຈານ , ສະມາຄົມ​ນັກ​ປະພັນ​ຫວຽດນາມ​ໃຫ້​ຮູ້​ວ່າ : 

    “ ​ໃນ​​ໄລຍະ​ນີ້, ບັນດາ​ຜູ້ທີ່​ເຮັດ​ວຽກ​ງານ​ ​ວັນນະຄະດີສິລະ​ປະ​ກ່ອນ​ການ​ປະຕິວັດ ກໍ​ຄື​ ​ເຂົ້າ​ຮ່ວມການ​ຕໍ່​ຕ້ານນີ້​ ໄດ້ຮ່ວມ​ເດີນທາງ​ພ້ອມ​ກັບ​ການ​ຕໍ່ຕ້ານ​ເພື່ອ​ຍາດ​ເອົາ​ເອກະລາດ, ອິດສະຫຼະພາບ​ມາ​ໃຫ້​ປະ​ເທດ​ຊາດ. ພື້ນຖານ​ກາບກອນ​​ມີ​ຄວາມ​ແຕກ​ຕ່າງກັບ​ໄລຍະ​ກ່ອນ​ນີ້ 30-40 ປີ ​ແມ່ນ​ເຂົ້າ​ສູ່​ຊີວິດ​ສ່ວນ​ຕົວ, ຄວາມ​ຮັກ, ​ໄລຍະ​ນີ້, ພື້ນຖານ​ກາບກອນມີ​ໜ້າ​ທີ່​ລະດົມ​ກຳລັງ​ໃຈ​ທົ່ວ​ປວງ​ຊົນ, ທົ່ວ​ກ​ອງ​ທັບພ້ອມ​ກັນ​ລຸກ​ຂຶ້ນ​ທຳ​ການ​ປະຕິວັດ​ຕໍ່ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ”

           To Huu ​ແມ່ນ​ນັກກະວີ​ຄົນ​ທຳ​ອິດ​ໄດ້​ເວົ້າ​ເຖິງ​ຄວາມ​ມ່ວນຊື່ນ​ຢ່າງສຸດ​ຊຶ້ງຂອງ​ປະຊາຊົນ​ເມື່ອ​ໄດ້​ຮັບ​ການ​ປົດ​ປ່ອຍ, ນັບ​ຕັ້ງ​ແຕ່​ຊຸດ​ບົດ​ກາບກອນ​“ ຕື​​ໄອ໋ ” ​ໄດ້​ຮັບ​ການ​ປະພັນ​ເມື່ອປີ 1938. ສຳລັບ ນັກ​ກະວີ To Huu ​ແລ້ວ, ​ເສັນທາ​ງປະຕິວັດ ​ແມ່ນ​ຕິດ​ພັນ​ກັບ​ເສັ້ນທາງ​ກາບກອນ. ທ່ານນາງ​ຮອງ​ສາດສະດາຈານ , ດຣ Luu Khanh Tho ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັນນະຄະດີ​ຖື​ວ່າ :

   “ To Huu ​ແມ່ນ​ນັກ​ກະວີ​ເຄື່ອນ​ໄຫວ​ຢ່າງ​ທັນ​ການ, ​ເມື່ອ​ການປະຕິວັດເດືອນ ສິງຫາລະເບີດຂຶ້ນ, ໃນທັນທີ່, ທ່ານໄດ້ມີບົດກາບກອນ “ເຫວເດືອນສິງຫາ”. ໃນບົດກາບກອນນີ້, ທ່ານນຳໃຊ້ຮູບພາບ ທີ່ລຶ້ງເຄີຍທີ່ສຸດ ແມ່ນດວງຕາເວັນ ແລະ ໝາກຫົວໃຈ ແລະ ກ່ອນໜ້ານັ້ນ ໃນຊຸດບົດກາບກອນ “ ຕືໄອ໋” ທ່ານກໍໄດ້ນຳໃຊ້ ຮູບພາບດວງຕາເວັນ ແລະ ໝາກຫົວໃຈເພື່ອເວົ້າເຖິງຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈຂອງປະຊາຊົນປະເທດທີ່ຍາດເອົາເອກະລາດ, ອິດສະ ຫຼະພາບມາໄດ້ ”

   ​ໃນ​ໄລຍະ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ບັນດາ​ນັກ​ກະວີ​ທີ່​ເພີນ​ຈິດເກືອບ ທັງ​ໝົດລ້ວນ​ແຕ່​ມີ​ບາດກ້າວ​ຫັນປ່ຽນ​ໃນ​ການ​​ແຕ່ງ​ກາບກອນ ນັບ​ທັງ​ດ້ານ​ເນື້ອ​ໃນ​ກໍ​ຄື​ຮູບ​ການສະ​ແດງ. ທ່ານນາງ​ຮອງ​ສາດສະດາຈານ , ດຣ Luu Khanh Tho ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັນນະຄະດີ​ຖື​ວ່າ : 

   “ ອາດຈະເວົ້າເຖິງນັກກະວີ 2 ຄົນ ຊຶ່ງໄດ້ຮັບຖືວ່າລຸ່ນນັກກະວີຊັ້ນນຳຂອງ ພື້ນຖານກາບກອນ ຫວຽດນາມ, ນັ້ນແມ່ນນັກກະວີ To Huu ​ແລະ Xuan Dieu. ສິ່ງທີ່ໜ້າຖະໜຸຖະໜອມ, ນັ້ນແມ່ນ ບັນດາຮູບພາບ, ຄວາມໃນໃຈ, ຄຳປະໂຫຍກ ໃນກາບກອນຂອງ Xuan Dieu ​ແມ່ນ​ຍັງ​ບໍ່​ທັນ​ມີ​ໃນ​ກາບກອນ​ກ່ອນ​ການ​ປະຕິວັດ ຂອງທ່ານ​​ . ມາ​ຮອດ​ຈຸດ​ເວລາ​ນີ້, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປະຕິວັດ ​ແລະ ປະ​ເທດ​ຊາດ ​ແມ່ນ​ໃໝ່​ອຽມ ”

     ຜ່ານ To Huu ​ແລະ Xuan Dieu, ​ແມ່ນ​ສາມາດ​​ເຫັນ​ແຈ້ງ​ກ່ຽວ​ກັບ​ການ​ຫຍັບ​ມໍ່​ເຂົ້າກັນ​ໃນ​ຮູບ​ພາບ ​ແລະ ຄວາມ​ໃນ​ໃຈ​ຂອງ​ນັກ​ກະວີ 2 ຄົນ​ທີ່ມີ​ທ່າ​ອຽງ​ສິລະ​ປະ​ທີ່​ແຕກ​ຕ່າງ​ກັນໃນ​ຈຸດ​ເວລາ ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945. ການ​ປະຕິວັດ​ຍັງ​ແມ່ນ​ແຫຼ່ງຫົວ​ເລື່ອງ​ໃໝ່ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ດູດ​ດື່ມ​ຂອງ​ພື້ນຖານກາບກອນ ທັງ​ແມ່ນ​ແຫຼ່ງກະ​ຕຸ້ນ​ການ​ປະດິດ​ຄິ​ດແຕ່ງ​ຂອງ​ບັນດາ​ນັກ​ກະວີ.

    ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ໄດ້​ສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່​ໃນ​ຊີວິດ​ວັດທະນະທຳ ​ແລະ ຈິດ​ໃຈ, ​ໃນ​ຊີວິດ​ວັນນະຄະດີ​ສິລະ​ປະ, ​ໃນ ພື້ນຖານກາບ ກອນ. ​ແລະ ກໍ​ນັບ​ແຕ່​ນັ້ນ​​ເປັນ​ຕົ້ນ​ມາ, ພື້ນຖານ ວັດທະນະທຳ, ພື້ນຖານ​ວັນນະຄະ​ດີ​ສິລະ​ປະ​ໃໝ່, ​ໃນ​ນັ້ນ​ມີ​ກາບກອນ ​ໄດ້​ຫັນ​ໄປ​ສູ່​ໄລຍະ​ໃໝ່, ສືບ​ຕໍ່​ດັງ​ກ້ອງ​ກັງວານ​ບົດ​ກະວີ​ອະມະຕະ​ແຫ່ງ​ສົງຄາມ​ປະຊາຊົນ​ໃນ​ຍຸກ​ສະ​ໄໝ​ໂຮ່ຈິ​ມິນ.

ຕອບກັບ

ຂ່າວ/ບົດ​ອື່ນ