ປີ 2011-ປີແຫ່ງຂີດໝາຍດ້ວຍ ຜົນສຳເລັດທາງດ້ານວັດທະນະທຳ
ອ່າວຮ້າລອງ
ຕໍ່ຈາກຜົນສຳເລັດຂອງປີ 2010, ໃນປີ 2011 ຫວຽດນາມສຶບຕໍ່ຢັ້ງຢືນຄຸນຄ່າດ້ານວັດທະນະທຳຕໍ່ໂລກດ້ວຍເລື່ອງມໍລະດົກວັດທະນະທຳ 2 ຢ່າງຂອງຫວຽດນາມໄດ້ຮັບການຮັບຮູ້ຈາກອົງການ UNESCO ນັ້ນແມ່ນມໍລະດົກວັດທະນະທຳໂລກ ແລະ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກທີ່ຄວນໄດ້ຮັບການຮັກສາໄວ້ ຢ່າງຮີບດ່ວນ. ປີ 2011 ແມ່ນປີແຫ່ງຂີດໝາຍດ້ວຍຜົນສຳເລັດຫຼາຍຢ່າງຂອງຫວຽດນາມໃນບັນດາງານມະໂຫລານສິລະປະລະດັບສາກົນ. ເດືອນມິຖຸນາປີ 2011, ທີ່ສະໄໝປະຊຸມຄັ້ງທີ່ 35 ຂອງຄະນະກຳມະການມໍລະດົກໂລກຊຶ່ງຖືກຈັດຂຶ້ນຢູ່ ປາຣີ ປະເທດຝະລັ່ງ, ກຳແພງສະໄໝລາດຊະວົງໂຮ່ ໄດ້ຮັບການຮັບຮູ້ແມ່ນ ມໍລະດົກວັດທະນະທຳໂລກ. ກຳແພງສະໄໝລາດຊະວົງໂຮ່ ຊຶ່ງແມ່ນກິດຈະກຳສະຖາປັດຕະຍະກຳດ້ວຍຫີນຢູ່ແຂວງ ແທງຮ້ວາ ໄດ້ຊ້ອນແຝງບັນດາສິ່ງທີ່ລຶກລັບມະຫັດສະຈັນ, ມີຄວາມດູດດື່ມກ່ຽວກັບປະຫວັດສາດ ແລະ ສິລະປະທາງດ້ານສະຖາປັດຕະຍະກຳ. ລະບົບກຳແພງດ້ວຍຫີນ ທີ່ໃຫຍ່ໂຕມະໂຫຖານນີ້ ແມ່ນການເຕົ້າໂຮມສິ່ງຍອດຍິ່ງກ່ຽວກັບສະຕິປັນຍາເຫື່ອແຮງ ແລະ ຫົວຄິດປະດິດສ້າງເປັນເອກະລັກ, ຄວາມຄ່ອງແຄ້ວທີ່ມະຫັດສະຈັນດ້ວຍສອງຝາມືຂອງມະນຸດ, ທັງເປັນສະແດງໃຫ້ເຫັນຄວາມປານີດ, ລະອຽດອອນຂອງຊາວຫວຽດນາມ. ການຮັບຮູ້ຂອງໂລກສຳລັບກິດຈະກຳເຮັດດ້ວຍຫີນແຫ່ງໜຶ່ງດຽວໄດ້ນຳຄວາມເອກອ້າງທະນົງໃຈມາສູ່ຊາວແຂວງ ແທງຮ້ວາ ເວົ້າສະເພາະ ແລະ ຊາວຫວຽດນາມເວົ້າລວມ, ແຕ່ກໍ່ວາງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ເຂົາເຈົ້າໃນພາຍພາກໜ້າ. ທ່ານ ດວານວັນຟູ້ ຮອງຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ແທງຮ້ວາໃຫ້ຮູ້ວ່າ “ການທີ່ກຳແພງສະໄໝລາດຊະວົງໂຮ່ໄດ້ຮັບການຮັບຮູ້ ແມ່ນມໍລະດົກວັດທະນະ ທຳໂລກນັ້ນ, ທັງແມ່ນເງື່ອນໄຂພື້ນຖານເພື່ອໃຫ້ແຂວງແທງຮ້ວາບຸກບືນຂະຫຍາຍ ຕົວ, ແຕ່ກໍ່ຍັງມີສິ່ງທ້າທາຍໃຫຍ່ສຳລັບພື້ນຖານເສດຖະກິດວັດທະນະທຳ ແລະ ສັງຄົມຂອງແຂວງ. ສຳລັບກຳແພງສະໄໝລາດຊະວົງໂຮ່ ກໍ່ແມ່ນເຄື່ອງໝາຍວັດທະນະທຳໂລກ, ດັ່ງນັ້ນມັນແມ່ນປະຖົມປັດໃຈທີ່ສຳຄັນເພື່ອໃຫ້ພວກຂ້າພະເຈົ້າສ້າງຜະລິດຕະພັນທ່ອງທ່ຽວຂອງແຂວງ ດ້ວຍຄວາມໝາຍເທົ່າທຽມກັບ ລະດັບສາກົນ”
ຄວາມມ່ວນຊື່ນຂອງຊາວ ຫວຽດນາມ ຄືໄດ້ທະວີຄູນຫຼາຍຂຶ້ນໃນເມື່ອທ້າຍປີນີ້, ອ່າວຮ້າລອງຂອງຫວຽດນາມ ໄດ້ຖືກຈັດເຂົ້າບັນຊີລາຍຊື່ສິ່ງທຳມະຊາດມະຫັດ ສະຈັນໃໝ່ 7 ແຫ່ງຂອງໂລກໂດຍອົງການ New7Wonders ປະກາດ. ເລື່ອງ ອ່າວຮ້າລອງຊຶ່ງແມ່ນທິວທັດທຳມະຊາດ ໄດ້ຮັບການຮັບຮູ້ 2 ຄັ້ງ ຈາກອົງການ UNESCO ແມ່ນມໍລະດົກທຳມະຊາດໂລກນີ້, ສືບຕໍ່ຖືກຈັດເຂົ້າບັນຊີລາຍຊື່ສິ່ງທຳມະຊາດມະຫັດສະຈັນໃໝ່ 7 ແຫ່ງຂອງໂລກນັ້ນ, ອີກເທື່ອໜຶ່ງໄດ້ເປັນການຢັ້ງຢືນຄຸນຄ່າແບບຍື່ນຍົງ, ແລະ ຊື່ສຽງໂດງດັງໃນທົ່ວໂລກຂອງອ່າວຮ້າລອງຊຶ່ງເປັນການໝາຍໝັ້ນຈະນຳຂະແໜງທ່ອງທ່ຽວຫວຽດນາມສືບຕໍ່ຂະຫຍາຍຕົວໃນປີ 2012. ທ່ານ ຈິ້ງດັ່ງແທງ ຮອງຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ ໃຫ້ຮູ້ວ່າ : “ວຽກງານທີ່ພວກຂ້າພະເຈົ້າຈະເຮັດຕໍ່ໄປແມ່ນ ຮັກສາເຄື່ອງໝາຍທິວທັດທຳມະຊາດໃຫ້ໝັ້ນຄົງ ແລະ ເຮັດແນວໃດເພື່ອເສີມຂະຫຍາຍປະສິດທິຜົນຂອງມັນໃຫ້ດີຍິ່ງຂຶ້ນອີກ. ທາງດ້ານຄຸນຄ່າ, ຕ້ອງເພີ່ມຄຸນຄ່າຂອງມັນໃຫ້ຫຼາຍກ່ວາອີກ, ແລະຍົກສູງຄຸນນະພາບຂອງຜະລິດຕະພັນເພື່ອດຶງດູດແຂກທ່ອງທ່ຽວມາທ່ອງທ່ຽວ ຮ້າລອງ ນັບມື້ນັບຫຼາຍຂຶ້ນ. ແຕ່ກ່ອນອື່ນໝົດຕ້ອງສ້າງຖັນແຖວຜູ້ເຮັດວຽກງານບໍລິການ ທ່ອງທ່ຽວທີ່ມີລະດັບວິຊາສະເພາະສູງ. ການເຄື່ອນໄຫວຂອງວົງຄະນະຍາດຊຸມຊົນໃນບໍລິເວນ ອ່າວຮ້າລອງ ກໍໍ່ຕ້ອງຈັດສັນໃຫ້ດີກ່ວາເພື່ອສ້າງພາບພົດທີ່ດີໃຫ້ແຂກທ່ອງທ່ຽວ ”
ບັນດາຄຳຊົມເຊີຍຂອງເພື່ອນມິດສາກົນທີ່ມີຕໍ່ເຫດການ ສິລະປະຂັບຊວານ ຂອງແຂວງ ຟູ້ເທາະ ໄດ້ຮັບການຮັບຮູ້ຢ່າງເປັນທາງການຈາກອົງການ UNESCO ວ່າແມ່ນ ມໍລະດົກວັດທະນະທຳບໍມີຮູບຮ່າງຄວນໄດ້ຮັບການຮັກສາໄວ້ຢ່າງຮີບດ່ວນຂອງມ່ວນມະນຸດ, ໄດ້ເປັນການປິດທ້າຍປີໜຶ່ງດ້ວຍຜົນສຳເລັດຂອງພື້ນຖານວັດທະນະທຳຫວຽດນາມ. ນີ້ແມ່ນຄວາມເປັນກຽດທີ່ມີຄວາມໝາຍພິເສດ ຍ້ອນວ່າພ້ອມກັບຄວາມເອກອ້າງທະນົງໃຈນັ້ນ, ກໍ່ຍັງແມ່ນໜ້າທີ່ຮັບຜິດຊອບຢ່າງໜັກໜ່ວງຂອງຊາວ ຫວຽດນາມທຸກໆຄົນ ແມ່ນເຮັດແນວໃດຕ້ອງອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງອັນລ້ຳຄ່ານີ້. ຄະນະກຳມະການປະຊາຊົນແຂວງ ຟູ້ເທາະ ພວມມີບັນດາການເຄື່ອນໄຫວເພື່ອແນໃສ່ປົກປັກຮັກສາ ແລະ ອະນຸລັກຢ່າງຮີບດ່ວນ ຄືດັ່ງການໂຄສະນາເຜີຍແຜ່ແນະນຳຄຸນຄ່າຂອງ ສິລະປະຂັບຊວານ ໃຫ້ແກ່ທັງຊາວຫວຽດນາມ ແລະ ເພື່ອນມິດສາກົນ, ດຳເນີນການຖ່າຍທອດປະເພດ ສິລະປະຂັບຊວານໃຫ້ແກ່ລຸ່ນໄວໜຸ່ມ. ຫວັງວ່າໃນປີໃໝ່ 2012 ບັນດາວິທີການແກ້ໄຂຢ່າງຄົບຊຸດຄືດັ່ງກ່າວຈະເສີມຂະຫຍາຍຄຸນປະໂຫຍດໂດຍໄວ. ທ່ານນາງດອກເຕີ ເລທິມິງ ຫຼິ ອະດີດຮອງຫົວໜ້າກົມມໍລະດົກວັດທະນະທຳ ຢືນຢັນວ່າ : “ ໃນຕົວຈິງ, ມໍລະດົກເປັນຕົວແທນ ແລະ ມໍລະດົກຕ້ອງຮັກສາຢ່າງຮີບດ່ວນ ແມ່ນມີຄວາມໝາຍຄ້າຍຄືກັນ, ແຕ່ສຳລັບບັນຊີລາຍຊື່ມໍລະດົກຕ້ອງຮັກສາຢ່າງຮີບດ່ວນນັ້ນ ພັດມີຄວາມສຳຄັນກ່ວາ, ຍ້ອນວ່ານັ້ນເປັນໜ້າທີ່ ແລະ ການທ້າທາຍທີ່ມີຕໍ່ມໍລະດົກ, ດັ່ງນັ້ນຕ້ອງມີຄວາມຮັບຜິດຊອບຕໍ່ການລົງທຶນໃຫ້ແກ່ການປົກປັກຮັກສາມໍລະດົກ ໃຫ້ຫຼາຍຂຶ້ນ. ແຕ່ສະເພາະປີນີ້ ມີຂ່າວດີຂ່າວມ່ວນກ່ວາ ຂະນະທີ່ໃນທັງວິວັດການຮັບຮູ້ມໍລະດົກໂລກ 7 ແຫ່ງ ກໍຄືມໍລະດົກວັດທະນະທຳບໍ່ມີຮູບຮ່າງ 6 ຢ່າງໄດ້ຮັບການຮັບຮູ້ນັ້ນ, ນີ້ເປັນຄັ້ງທຳອິດທີ່ຫວຽດນາມໄດ້ຮັບການຕີລາຄາສູງກ່ຽວກັບວຽກງານສ້າງສຳເນົາ”
ປີ 2011, ເປັນຄັ້ງທຳອິດ ວົງດົນຕີປະສານສຽງແຫ່ງຊາດຫວຽດນາມໄດ້ເດີນທາງໄປສະແດງຢູ່ອາເມລິກາ. ເຫດການນີ້ ບໍ່ພຽງແຕ່ເພື່ອໃຫ້ຜູ້ຊົມສາກົນຮັບຮູ້ຕໍ່ການເຕີບໃຫຍ່ຂອງພື້ນຖານດົນຕີຫວຽດນາມເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນແນະນຳຄວາມເປັນເອກະລັກສະເພາະຂອງວັດທະນະທຳຫວຽດ ນາມຜ່ານບົດດົນຕີພື້ນເມືອງອີກດ້ວຍ. ທ່ານ ໂງຮ່ວາງກວນ ຮອງຫົວໜ້າກົມ ສິລະປະການສະແດງໃຫ້ຮູ້ວ່າ
“ ນີ້ເປັນຂີດໝາຍທີ່ໜ້າເອກອ້າງທະນົງໃຈຂອງຫວຽດນາມຊຶ່ງໄດ້ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ໄດ້ມີບາດກ້າວເດີນຢ່າງໜັກແໜ້ນດ້ວຍວັດທະນະທຳ ເອີລົບ ແລະ ຊົນເຜົ່າ. ນີ້ແມ່ນໂອກາດ ເພື່ອໃຫ້ຫວຽດນາມແນະນຳວັດທະນະທຳຊົນເຜົ່າ, ຄວາມເກັ່ງກ້າສາມາດຂອງນັກສິລະປິນຫວຽດນາມຕໍ່ເພື່ອນມິດສາກົນ. ພ້ອມກັນນັ້ນ ກໍ່ເປັນການຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມອີກດ້ວຍ ”
ອາດເວົ້າໄດ້ວ່າ ໄປຮອດໃສ ຫວຽດນາມກໍ່ສາມາດສ້າງຄວາມປະທັບໃຈກ່ຽວກັບວັດທະນະທຳ, ສີລະປະທີ່ເປັນເອກະລັກສະເພາະ. ຖ້າຫາກວ່າ ມີກາລະໂອກາດຕື່ມອີກເພື່ອເປີດກ້ວາງການພົວພັນແລກປ່ຽນກ່ວາອີກ, ເຊື່ອແນວ່າວັດທະນະ ທຳ ຫວຽດນາມຈະປະຕິບັດບົດບາດເປັນຂົວເຊື່ອມຕໍ່ໄດ້ດີ, ນຳພາບພົດຂອງຫວຽດນາມ ກ້າວໄປໄກກ່ວາ.
ລານແອງ