ປຶ້ມກັບໄວໜຸ່ມນະຄອນຫຼວງ


(vovworld)- ​​ໃນ​ໜຶ່ງສັບປະດາ​ຜ່ານ​ມາ, ​ມື້​ໃດງານ​ບຸນ​ປຶ້ມ​​ກໍ​ຕ້ອນຮັບຄົນ​ມາປຶ້ມໃໝ່, ປື້​ມມວ່ນ​​ເປັນ​ຈຳນວນຫຼວງ​ຫຼາຍ, ​ໂດຍ​ສະ​ເພາ​ແມ່ນ​ໄວ​ໜຸ່ມ​​. ງານ​ບຸນ​ປຶ້ມ​ປີ 2014 ຖືກ​ຈັດ​ຂຶ້ນ​ເປັນຄັ້ງທຳ​ອິດ​ຢູ່​ຮ່າ​ໂນ້ຍ ​ໄດ້ປະສົບ​ຜົນສຳ​ເລັດ​, ບໍ່​ແມ່ນ​ຍ້ອນ​ຈຳນວນ​ຜູ້​ອ່ານ​ເຂົ້າມາ​ງານ​ບຸນເປັນ​ຈຳນວນ​ຫຼວງຫຼາຍເທົ່າ​ນັ້ນ, ຫາກສາມາດ​ປຸກລຸກ​ຄວາມ​ນິຍົມ​ອ່ານ​ປຶ້ມ​ຂອງ​ໄວ​ໜຸ່ມ​ນະ​ຄອນ​ຫຼວງອີກ​ດ້ວຍ. ສຳລັບ​ເຂົາ​ເຈົ້າ​ແລ້ວ, ປຶ້ມ​ແມ່ນ​ເພື່ອນ​ຜູ້​ສະ​ຫນິດ​ສະໜົມ, ນຳ​ມາ​ເຊິ່ງພູມ​ປັນຍາ​ໃຫ້​ແກ່​ຕົນ​ເອງ.  

 ປຶ້ມກັບໄວໜຸ່ມນະຄອນຫຼວງ  - ảnh 1

ຜູ້​ເຂົ້າຮ່ວມ​ງານ​ບຸນ​ປຶ້ມ  

(ພາບ: VnExpress)

  ງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2014 ດ້ວຍ​ຫົວ​ເລື່ອງ “ຮ່າ​ໂນ້ຍ-ນະຄອນ​ແຫ່ງ​ສັນຕິພາບ“ ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 26/9-2/10 ຢູ່​ເຂດ​ມໍລະດົກ​ຮ່ວາງ​ແທ່ງ​ທັງ​ລອງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 45 ​ໂຮງພິມ​ຈຳໜ່າຍ​, ດ້ວຍ​ຮ້ານ​ວາງສະ​ແດງ​ປຶ້ມ​ກ່ວາ 100 ຮ້ານ ​ແລະ ມີ​ປຶ້ມປະມານ 10.000 ຫົວຄື: ປຶ້ມ​ເຍົາວະ​ຊົນ, ປຶ້ມ​ເສດຖະກິດ, ປຶ້ມ​ວິທະຍາສາດ…​ຊື່​ງ​ໄດ້​ດຶງ​ດູດ​ຜູ້​ອ່ານ​​​ມາ​ຢ້ຽມ​ຊົມ ​ແລະ ຊື້ປຶ້ມ​ນັບ​ໝື່ນໆ​ຄົນ. ​ໃນ​ນັ້ນຜູ້​ອ່ານ​ຫຼາຍ​ກ່ວາ​ໝູ່​ແມ່ນ​ນັກຮຽນ, ນັກ​ສຶກສາ​ບັນດາ​ໂຮງຮຽນ​ສາມັນ, ມະຫາວິທະຍາ​ໄລ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ດ່າວ​ແທງ​ຕຸ່ງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ຊົນລະປະທານ​ຖື​ວ່າ:

   “​​​​​​​ນ້ອງເຄີຍອ່ານປຶ້ມໃນເວລາຫວ່າງ, ນ້ອງພະຍາຍາມອ່ານປຶ້ມ​ 30 ນາທີໃນມື້ໜຶ່ງ. ນ້ອງມັກອ່ານປຶ້ມເວົ້າເຖິງຜົນສຳເລັດໃນຊີວິດ ຫຼືປຶ້ມກ່ຽວກັບຄວາມຮັກ. ວັນບຸນປຶ້ມນີ້ມີປະໂຫຍດທີ່ສຸດ, ຄວນຈັດຂຶ້ນປະຈຳປີ

 ປຶ້ມກັບໄວໜຸ່ມນະຄອນຫຼວງ  - ảnh 2

 (ພາບ: vov.vn )

​   ສ່ວນ​ເພື່ອນ​ເລ​ແທງ​ເຮືອງ, ນັກ​ສຶກສາ​ມະຫາວິທະຍາ​ໄລການ​ຄ້າ​ຕ່າງປະ​ເທດ​ພັດ​ຖຶວ່າ: ​ໄວ​ໜຸ່ມ​ປະຈຸ​ບັນ​ບໍ່​ມັກ​ອ່ານ​ປຶ້ມ, ​ແຕ່​​ເຮືອງ​ເອງ​ຍັງ​ສ້າງ​ຄວາມ​ເລິ້ງ​ເຄີຍ​ກັບການ​ອ່ານ​ປຶ້ມ​ຢູ່:

 “​​ນ້ອງ​​ນິຍົມອ່ານປຶ້ມທີ່ສຸດ, ນ້ອງເຄີຍອ່ານປື້ເສດຖະກິດ, ດຳເນີນທຸລະກິດ, ທັກສະ​ໃນການດຳລົງຊີວິດແລະ ຈິດຕະສາດ. ນ້ອງບໍ່ມັກອ່ານປຶ້ມຜ່ານເຄືອຂ່າຍອິນເຕີແນັດ. ນ້ອງຊຶ້ປຶ້ມ​​ໄດ້ຫຼາຍພໍສົມຄວນ. ປື້​ມທີ່ນ້ອງສົນໃຈ​ແມ່ນ​ເນື້ອ​ໃນຕ້ອງ​ມີ​ປະ​ໂຫຍ​ດ​ໃດ​ໜຶ່ງໃຫ້ແກ່ຕົນເອງ“.

   ປຶ້ມ​ໄດ້​ນຳ​ມາ​ເຊິ່ງຄວາມ​ຮູ້​ໃຫ້​ແກ່​ມະນຸດ, ປຶ້ມ​ຫົວ​ໜຶ່ງ​ແມ່ນ​ໂລກ​ໜຶ່ງ, ດ້ວຍ​ປະລິມານ​ຄວາມ​ຮູ້​ຕ່າງ​ກັນ. ​ເອື້ອຍ​ເຟືອງຍີ, ທະນາຍຄວາມ​ຜູ້​ໜຶ່ງ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:

   “ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ອ່ານ​ປຶ້ມ​​ຫຼາຍເທົາ​​ໃດ​ກໍ່​ບໍ່ພຽງພໍ, ມັນ​ແມ່ນ​ຄວາມ​ຕ້ອງການ​ໃນ​ທຸກ​ຂົງ​ເຂດ. ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ, ຂ້າພະ​ເຈົ້າຕ້ອງ​ອ່ານ​ປຶ້ມວິຊາ​ສະ​ເພາະ​ຫຼາຍ, ສິ່ງດັ່ງກ່າວໄດ້​ນຳ​ມາ​ເຊິ່ງຄວາມ​ຮູ້​ໃຫ້​ແກ່​ຕົນ​ເອງ. ໃນ​ເວລາ​ຫວ່າງ, ຂ້າພະ​ເຈົ້າມັກ​ອ່ານ​ປຶ້ມ​ຂອງ​ຍິ່ປຸ່ນ, ​​​ເມື່ອ​ຍັງ​ນ້ອຍ, ຂ້າພະ​ເຈົ້າມັກ​ອ່ານ​ປຶ້ມ​ຂອງ​ລັດ​ເຊຍ ​ແລະ ຝະລັ່ງ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ປະຈຸ​ບັນ, ມີ​ຫຼາຍ​ຄົນຍັງ​ຄົງຮັກສາ​ຄວາມ​ລຶ້ງ​ເຄີຍ​ອ່ານປຶ້ມ​ຢູ່“.

   ສະ​ເພາະທັດສະນະ​ທີ່​ວ່າ ປຶ້ມ​ຫົວ​ໜຶ່ງ​ປຽບ​ເໝືອນ​ອາຈານຜູ້​ໜຶ່ງ​ຍັງ​ມີ​ຄວາມ​ໝາຍ​ຢູ່, ຜູ້​ອ່ານ​ປຶ້ມ​ຫຼາຍ​ຄື​ດັ່ງໄດ້​ຣັບການຮ່ຳຮຽນຈາກ​ອາຈານ​ຫຼາຍ​ຄົນ. ​ປະຈຸ​ບັນ, ຈຳນວນ​ປຶ້ມ​ໄດ້​ພິມ​ຈຳໜ່າຍ​​ແມ່ນ​ຫຼາຍ​ພໍ​ສົມ​ຄວນ, ດັ່ງ​ນັ້ນ​ຈະ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງຜູ້​ອ່ານ​ແຕ່ລະ​ຄົນ​ ​. ​ເພື່ອນ​ດ່າວ​ແທງ​ຕຸ່ງ ນັກ​ສຶກສາ​ມະຫາວິທະຍາ​ໄລ​ຊົນລະປະທານ​ຖື​ວ່າ: ການ​ເລືອກ​ເຟັ້ນປຶ້ມ​ຕ້ອງ​ເລີ່​ມມາຈາກ​ຄວາມ​ຕ້ອງການ​ຂອງ​ແຕ່ລະຄົນ:

  “ຄວາມສົນໃຈທຳອິດແມ່ນເນື້ອໃນຂອງປຶ້ມມ່ວນຫຼືບໍ່, ປຶ້ມຫົວນັ້ນສາມາດດຶງດູດຜູ້ອ່ານຫຼາຍຄົນ​​ໄດ້ຫຼາຍຫຼືບໍ່ແລະ ຕໍ່ຈາກນັ້ນແມ່ນໂຮງພິມຈຳໜ່າຍ. ນ້ອງມັກໂຮງພິມຈຳໜ່າຍໄວໜຸ່ມ. ​ກ່ອນນີ້​ນ້ອງບໍ່ເຄີຍອ່ານປຶ້ມ, ແຕ່ມາບັດນີ້ນ້ອງ​ມັກອ່ານປຶ້ມກ່ວາ, “.

  ສິ່ງ​ທີ່​ໜ້າ​ປະ​ທັບໃຈ​ທີ່​ສຸດ​ແມ່ນງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2014 ​ໄດ້​ປຸກລຸກຄວາມ​ນິຍົມ​ປຶ້ມ​ໃຫ້​ແກ່​ນັກ​ສຶກສາ ​ແລະ ​ພວກ​ນ້ອງ​ນັກຮຽນ​ສາມັນຢ່າງ​ແຮງ. ພວກ​ນ້ອງ​ນັກຮຽນ​ຮຽນສາມາດ​ຮຽນ​ໄດ້​ຫຼາຍຢ່າງທີ່​ມີ​ປະ​ໂຫຍ​ດ​ຈາກ​ປຶ້ມ ​ແລະ ພວກ​ນ້ອງ​ໄດ້ອ່ານ​ປຶ້ມດ້ວຍ​ຄວາມ​ສະໝັກ​ໃຈ. ນ້ອງ​ຫວຽນ​ດັງ​ຄວາ ນັກຮຽນ​ມໍ 1 ​ໃຫ້​ຮູ້​ວ່າ:

  “ນ້ອງມັກອ່ານປຶ້ມກ່ຽວກັບຂະແໜງການບິນທີ່ສຸດ, ນ້ອງອ່ານປຶ້ມໃນເວລາວ່າງຄື: ວັນເສົາ, ວັນອາທິດແລ ວັນພັກ“.

  ​ອ່ານ​ປຶ້ມ, ນິນົມ​ຍົມ​ປຶ້ມ​ບໍ່​ພຽງ​ແຕ່​​ເຮັດ​ໃຫ້​ຄຸນຄ່າ​ຂອງຕົນ​ເອງໄດ້​ຍົກ​ສູງຂຶ້ນເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ວັດທະນະທຳ​ພູມ​ປັນຍາ​ຂອງ​ຊາດນັບ​ມື້​ນັບອຸດົມ​ສົບ​ບູນອີກ​ດ້ວຍ. ງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ 2014 ​ໄດ້​ປະກອບສ່ວນ​ປຸກລຸກ​ຄວາມ​ນິຍົມ​ປຶ້ມ​​ໃຫ້​ແກ່ໄວ​ໜຸ່ມ​ນະຄອນຫຼວງ./.

ຕອບກັບ

ຂ່າວ/ບົດ​ອື່ນ