ງານບຸນປຶ້ມເກົ່າທີ່ຖືກຈັດຂຶ້ນຢູ່ຮ່າໂນ້ຍ ແມ່ນແຫ່ງເຊື່ອມຕໍ່ລະຫວ່າງບັນດາຜູ້ອ່ານມັກອ່ານປຶ້ມເກົ່າ ແລະ ບັນດາຜູ້ເກັບຮັກສາປຶ້ມເກົ່າໃນທົ່ວປະເທດ. ໂດຍຖືກຈັດຂຶ້ນເປັນຄັ້ງທຳອິດໃນປີ 2014. ປີນີ້, ງານບຸນປຶ້ມເກົ່າຄັ້ງທີ 3 ຫາກໍຈັດຂຶ້ນໃນເວລາ 2 ວັນ ອັນໄດ້ດຶງດູດຜູ້ອ່ານ ແລະ ວົງການຜູ້ຄ້າຂາຍປຶ້ມມາຮ່ວມເປັນຈຳນວນຫຼວງຫຼາຍ.
ຕະຫຼາດສິ່ງພິມ ແລະ ປຶ້ມອ່ານໃນວັນນີ້ ແມ່ນຂະຫຍາຍຕົວຢ່າງແຂງແຮງທີ່ສຸດ, ອັນໄດ້ຕອບສະໜອງຄວາມຕ້ອງການ ແລະ ຄວາມນິຍົມຂອງຜູ້ອ່ານ. ພ້ອມກັບຕະຫຼາດປຶ້ມໃໝ່ນັ້ນ, ປຶ້ມເກົ່າກໍມີຄວາມດູດດື່ມສະເພາະຂອງມັນ ແລະ ຍາມໃດກໍມີຈຳນວນຜູ້ອ່ານເປັນປົກກະຕິ. ຕາມທ່ານ ເລວັນເຫີບ ເຈົ້າຂອງຮ້ານ “ປຶ້ມເກົ່ານະຄອນຮ່າໂນ້ຍ” ແລ້ວ, ຜູ້ມາຮ່ວມ ງານບຸນປຶ້ມເກົ່າແມ່ນມີຄົບທຸກເພດທຸກໄວ, ຈາກນັກສຶກສາຕະຫຼອດຮອດນັກຄົ້ນຄ້ວາ. ທ່ານ ເລວັນເຫີບ ເຈົ້າຂອງຮ້ານ “ປຶ້ມເກົ່ານະຄອນຮ່າໂນ້ຍ” ໃຫ້ຮູ້ວ່າ :
“ ເມື່ອທຽບໃສ່ປຶ້ມໃໝ່ນັ້ນ, ບັນດາງານບຸນປຶ້ມເກົ່າກໍມີຄົນມາຫຼາຍກວ່າ, ມີຮ້ານປຶ້ມຫຼາຍຮ້ານ. ໄວໜຸ່ມມາຊື້ກໍຫຼາຍ. ຂ້າພະເຈົ້າເຫັນວ່າ ຢູ່ນີ້ຂາຍປຶ້ມດີຫຼາຍ. ຂ້າພະເຈົ້າເຫັນວ່າ ໄວໜຸ່ມກໍເອົາໃຈໃສ່ເຖິງປະເພດປຶ້ມເກົ່າໂດຍຄົນລຸ່ນກ່ອນແປ. ສຳລັບປຶ້ມອ່ານໂດຍຄົນລຸ່ນປະຈຸບັນແປນັ້ນ ຍ້ອນເຂົາເຈົ້າຍັງໜຸ່ມ, ປະສົບການຈາກຊີວິດວັດທະນະທຳບໍ່ອາດທໍກັບຄົນລຸ່ນກ່ອນ, ດັ່ງນັ້ນ ຍັງມີບາງຕອນແປຜິດ ”
ເມື່ອເບິ່ງທາງນອກກໍເຫັນວ່າ ມີປຶ້ມເກົ່າຫຼາຍຫົວບໍ່ເປັນຕາເບິ່ງຕາຊົມ, ສ່ວນຫຼາຍປຶ້ມເກົ່າເຫຼົ່ານັ້ນຖືກພິມຈຳໜ່າຍແຕ່ຊຸມທົດສະວັດ 40 – 90 ຂອງສະຕະວັດທີ 20. ເຈ້ຍກໍບໍ່ຂາວ, ໜັງສືກໍອ່ານຍາກ, ມີຫຼາຍຫົວຂາດໜ້າບົກ. ແຕ່ບໍ່ຍ້ອນແນວນັ້ນ, ປຶ້ມເກົ່າຈະຖືກສູນເສຍຄວາມດູດດື່ມສຳລັບຜູ້ອ່ານເມື່ອມາຊົມ ງານບຸນປຶ້ມເກົ່າ . ອ້າຍຮ່າມິງຈ້ຽນ ເຈົ້າຂອງຮ້ານ “ປຶ້ມເກົ່າຈ້ຽນ” ໃຫ້ຮູ້ວ່າ :
“ ມີປຶ້ມຫຼາຍຫົວຖືກຈັດພິມຄືນໃໝ່ຄື ເລື່ອງທີ່ໂດດເດັ່ນ ຕ້ອງຕັດອອກສ່ວນໜຶ່ງເພື່ອໃຫ້ພໍດີກັບແຕ່ລະໜ້າໃນປຶ້ມ, ເຂົາເຈົ້າກຳນົດ ປຶ້ມແຕ່ລະຫົວແມ່ນບໍ່ເກີນ 500 ໜ້າ, ດັ່ງນັ້ນເມື່ອຕັດອອກນັ້ນ ປຶ້ມອ່ານກໍບໍ່ໄດ້ຄືເກົ່າອີກ. ເພາະສະນັ້ນ ຜູ້ອ່ານມັກຊອກຫາປຶ້ມເກົ່າຄືນ. ປຶ້ມອ່ານທີ່ຮຽບຮຽງໃນສະໄໝນັ້ນ, ເຂົາເຈົ້າເຮັດລະອຽດລະອໍທີ່ສຸດ, ນັບທັງການກວດແກ້ ”
ປຶ້ມອ່ານຕ່າງໆໃນໄລຍະນັ້ນ ຖືກຈັດພິມ, ພິມຈຳໜ່າຍໂດຍລະອຽດທີ່ສຸດ, ສຳລັບການແປກໍມ່ວນທີ່ສຸດ. ດັ່ງນັ້ນ ເມື່ອອ່ານປຶ້ມ, ຜູ້ອ່ານສາມາດຮູ້ສຶກໄດ້ເຖິງຄວາມລະມັດລະວັງໃນການຈັດພິມ ແລະ ພິມຈຳໜ່າຍໃນທັງໄລຍະເກື້ນກູນ. ສິ່ງນີ້ໄດ້ເຮັດໃຫ້ຜູ້ອ່ານມີຄວາມໝັ້ນໃຈກວ່າ ຂະນະທີ່ມີປຶ້ມໃໝ່ຫຼາຍເກີນໄປຖືກຕິດຄວາມຜິດດ້ານຕົວອັກສອນ ແລະ ການຕັດອອກຕາມລຳພັງໃຈຂອງພວກບັນນາທິການ ກໍຄືສຳນັກພິມ. ທ້າວ ຫງວຽນດາດຕຸງ ນັກສຶກສາ ສັງກັດມະຫາວິທະຍາໄລວິຈິດສິນ ຫວຽດນາມ ຊຶ່ງແມ່ນຜູ້ມັກອ່ານປຶ້ມເກົ່າ ໃຫ້ຮູ້ວ່າ :
“ ນ້ອງເຄີຍຊອກປຶ້ມທີ່ຮັບໃຊ້ການຮຽນຂອງນ້ອງ, ດັ່ງນັ້ນເຄີຍຊອກຫາປຶ້ມຂອງບັນດານັກຈິດຕະກອນ. ຫຼືບັນດາປຶ້ມກ່ຽວກັບວັນນະຄະດີຂອງລັດເຊຍ, ຝະລັ່ງ. ປຶ້ມປະເພດນີ້ ຊອກຍາກຫຼາຍ. ສິ່ງທີ່ນ້ອງມັກທີ່ສຸດ, ນັ້ນແມ່ນປຶ້ມເຫຼົ່ານີ້ ບໍ່ຖືກຈັດພິມຄືນ ແລະ ບໍ່ມີທາງເຄືອຂ່າຍອິນເຕີເນັດ. ປຶ້ມເຫຼົ່ານີ້ຖືກພິມຈຳໜ່າຍຈາກບັນດາສຳນັກພິມທີ່ມີຊື່ສຽງ”
ເລື່ອງຊື້ຂາຍປຶ້ມເກົ່າໄດ້ມີມາແຕ່ດົນນານຢູ່ຮ່າໂນ້ຍ, ແຕ່ກ່ອນນີ້ ພຽງແຕ່ແມ່ນການເຄື່ອນໄຫວທົ່ວໄປ. ສຳລັບງານບຸນປຶ້ມເກົ່າແລ້ວ, ເລື່ອງຊື້ຂາຍປຶ້ມໄດ້ກາຍເປັນການເຄື່ອນໄຫວຊີວິດວັດທະນະທຳໃຫ້ແກ້ຜູ້ນິຍົມອ່ານປຶ້ມ ແລະ ຮູ້ຄັດເລືອກສິ່ງທີ່ຍອດຍິ່ງຈາກປຶ້ມອ່ານ. ຈາກນັ້ນ ໄດ້ກາຍເປັນກຳລັງຊຸກຍູ້ບັນດາເພື່ອນໜຸ່ມອ່ານປຶ້ມຫຼາຍກວ່າອີກ. ນາງ ຟານເວີນແອງ ພວມເຮັດວຽກຢູ່ສະຖາບັນຄົ້ນຄ້ວາສະຖາປັດຕະຍະກຳຮ່າໂນ້ຍ ຮ່າໂນ້ຍໃຫ້ຮູ້ວ່າ :
“ ຂ້າພະເຈົ້າຍັງຊອກອ່ານປຶ້ມກ່ຽວກັບວັດທະນະທຳ, ສັງຄົມ. ບັນດາຮ້ານຂາຍປຶ້ມກໍອຸດົມສົມບູນ. ແຕ່ລະຮ້ານ ກໍມີທ່າແຮງສະເພາະຂອງຕົນ. ຮ້ານຂາຍປຶ້ມເກົ່ານະຄອນຮ່າໂນ້ຍມີປຶ້ມຫຼາຍຫົວເພື່ອເລືອກເຟັ້ນ, ສ່ວນຮ້ານປຶ້ມເກົ່າຂາຍຢູ່ຕາມແຄມທາງ ແມ່ນມີຫຼາຍປະເພດທີ່ອຸດົມສົມບູນ. ບັນດາຜູ້ນິຍົມອ່ານປຶ້ມ ແມ່ນມັກເລືອກເອົາປະເພດປຶ້ມເກົ່າທີ່ມີຄຸນຄ່າ. ບັນດາຜູ້ຊອກຊື້ປຶ້ມເກົ່າ ບໍ່ພຽງແຕ່ຕ້ອງການທາງດ້ານເນື້ອໃນເທົ່ານັ້ນ, ຫາກຍັງຕ້ອງການປຶ້ມທີ່ມີຄຸນຄ່າຊຶ່ງກ່ຽວຂ້ອງເຖິງຄວາມຄວາມຊົງຈຳ, ຫຼືປຶ້ມຕ່າງໆທີ່ບໍ່ຖືກຈັດພິມຄືນ ແລະ ມີລັກສະນະປະຫວັດສາດ ”
ປຶ້ມອ່ານແມ່ນເຄື່ອງມືເພື່ອປະກອບຄວາມຮູ້, ພູມປັນຍາ ແລະ ສ່ອງແສງກ່ຽວກັບການເຄື່ອນໄຫວໃນຊີວິດປະຈຳວັນ. ປຶ້ມເກົ່າກໍເປັນຂີດໝາຍແຫ່ງໄລຍະທີ່ໄດ້ຜ່ານພົ້ນໄປ, ອາດຈະໄດ້ຮັບຖືວ່າ ແມ່ນບັນດາແຜນທີ່ຊ່ວຍພວກເຮົາກ້າວເຂົ້າສູ່ຊີວິດການເຄື່ອນໄຫວດ້ວຍສະຕິປັນຍາ, ຄວາມຮູ້ທີ່ດີ. ງານບຸນປຶ້ມເກົ່າໄດ້ ແລະ ພວມປະກອບສ່ວນສົ່ງເສີມການພັດທະນາວັດທະນະທຳການອ່ານ ແລະ ເປັນແຫຼ່ງສະໜອງປຶ້ມອັນລ້ຳຄ່າໃຫ້ແກ່ບັນດາຜູ້ນິຍົມອ່ານປຶ້ມ.