ປະເພນີໂຟ່ນທຶກໃນວັດທະນະທຳຫວຽດນາມ



ໃນ​ສາງວັດ​ທະ​ນະ​ທຳ​ພື້ນ​ເມືອງຫວຽດ​ນາມ, ປະ​ເພ​ນີ​ໂຟ່ນ​ທຶກແມ່ນ​ມີ​ຄວາມ​ໝາຍ​ທີ່​ສັກ​ກະ​ຫຼະ​ບູ​ຊາ, ໂຟ່ນ​ໝາຍ​ຄວາມ​ວ່າ ຫຼວງຫຼາຍ, ສ່ວນ​ທຶກໝາຍ​ຄວາມ​ວ່າ ຄວາມ​ຈະ​ເລີນງອກ​ງາມ, ການ​ແຜ່​ຂະ​ຫຍາຍ. ຄວາມ​ສຳ​ນຶກ​ກ່​ຽວ​ກັບ ປະ​ເພ​ນີ​ໂຟ່ນ​ທຶກ ແມ່ນ​ມີ​ຄວາມ​ຜູກ​ມັດ​ຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ຜະ​ລິດ​ກະ​ສີ​ກຳ ດ້ວຍ​ຄວາມ​ຫວັງ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນ​ວຍ​ຄວາມ​ສະ​ດວກ, ມີ​ຄວ​າມ​ອີ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ​ຕັ້ງ​ແຕ່​ໃດໆ​ມາ​ຂອງ​ຊາວ​ຫວຽດ​ນາມ.

 

ປະເພນີໂຟ່ນທຶກໃນວັດທະນະທຳຫວຽດນາມ  - ảnh 1
ການ​ແຂ່ງ​ຂັນ​ຕີ​ມວຍ​ປ້ຳ

     ປະ​ເພ​ນີ​ໂຟ່ນ​ທຶກແມ່ນ​ມີ​ລັກ​ສະ​ນະ​ກວມ​ລວມ​ກ້​ວາງ​ໃຫຍ່​ໃນ​ສາງວັດ​ທະ​ນະ​ທຳ​ພື້ນ​ເມືອງຫວຽດ​ນາມ. ດ້ວຍ​ພື້ນ​ຖານ​ກະ​ສີ​ກຳ​ປູກ​ເຂົ້າ​ນາ​ທາມ, ບັນ​ດາ​ສັນ​ຍາ​ລັກ: ບວກ​-ລົບ, ດິນ-ຟ້າ, ພູ​ຜາ​ປ່າ​ໄມ້-ແມ່​ນ້ຳ​ລຳ​ເຊ ກໍ​ແມ່ນ​ບັນ​ດາ​ປັດ​ໄຈ​ຕົ້ນ​ຕໍ​ສ້າງ​ໃຫ້​ມີ ຄວາມ​ຈະ​ເລີນງອກ​ງາມ, , ເກີດດອກ​ອອກ​ໜໍ່​ ອອກ​ແມ່​ແຜ່​ລູກ ຂອງ​ສັດ​ສາ​ວາ​ສິ່ງ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ປະ​ສານ​ເຂົ້າ​ກັນ​ໃນ​ທ່າມ​ກາງ​ທຳ​ມະ​ຊາດ​ເພື່ອ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ. ໃນ​ທຸກໆ​ຍຸກ​ສະ​ໄໝ, ມະ​ນຸດ​ຍັງ​ຄົງ​ມີ​ຄວາມ​ຫວັງ​ໄດ້​ຊອກ​ຮູ້, ເຂົ້າໃຈ​ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັ​ບ​ໂລກ​ອ້ອມ​ຂ້າງ. ພຶດ​ຕິ​ກຳ​ນີ້ ໄດ້​ສ້າງ​ໃຫ້​ມີ​ບັນ​ດາ​ປະ​ເພ​ນີ, ການ​ເຫຼື້ອມ​ໃສ​ທີ່​ມີຫຼາຍ​ຮູບຫຼາຍ​ສີ ແລະ ອຸ​ດົມ​ສົມ​ບູນ, ໃນ​ນັ້ນ​ມີ ປະ​ເພ​ນີ​ໂຟ່ນ​ທຶກ, ຊຶ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ມະ​ນຸດ​ດ້ວຍ​ຄວາມ​ຫວັງຢາກ​ມີ​ຄວາມ​ຈະ​ເລີນງອກ​ງາມ, ຂະ​ຫຍາຍ​ເຊື້ອ​ພັນ, ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ. ເພາະ​ສະ​ນັ້ນ, ປະ​ເພ​ນີ​ໂຟ່ນ​ທຶກປະ​ກອບ​ດ້ວຍຫຼາຍ​ພິ​ທີ​ກຳ​ບູ​ຊາ​ພື້ນ​ເມືອງ ແລະ ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ ດັ້ງ​ດິງ​ຖ້ວນ, ຮອງ​ປະ​ທານ​ສະ​ມາ​ຄົມ​ສິນລະ​ປະວັນ​ນະ​ຄະ​ດີ​ພື້ນ​ເມືອງ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

   “ຊາວ​ກະ​ສີ​ກອນ​ຍາມ​ໃດ​ກໍ​ຫວັງ​ມີ​ການ​ຂະ​ຫຍາຍ​ເຊື້ອ​ພັນ​ເພື່ອ​ມີ​ມະ​ນຸດຫຼວງຫຼາຍ, ຮັບໃຊ້​ການ​ອອກ​ແຮງ​ງານ​, ທຳ​ການ​ຜະ​ລິດ​ກະ​ສີ​ກຳ, ຊຶ່ງ​ແມ່ນ​ວຽກ​ງານ​ຕ້ອງ​ການ​ແຮງ​ງານ​ຂອງ​ມະ​ນຸດ​ຢ່າງຫຼວງຫຼາຍ. ຄວາມ​ໝາຍ​ທີ່​ເລິກ​ເຊິ່ງກວ່ານັ້ນ, ແມ່ນການຝາກ​ຝັງ​ກ່ຽວ​ກັບ​ດ້ານ​ຈິດ​ວິນ​ຍານ​ແກ່​ການ​ຂະ​ຫຍາຍ​ເຊື້ອ​ພັນ, ອອກ​ແມ່​ແຜ່​ລູກ, ເກີດດອກ​ອອກ​ໜໍ່​ຂອງ​ສັດ​ສາ​ວາ​ສິ່ງ ”

    ດ້ວຍ​ຄວາມ​ສຳ​ນຶກ​ໂດຍ​ຖື​ວ່າ ສັດ​ສາ​ວາ​ສິ່ງ​ທຸກ​ຊະ​ນິດ ລ້ວນ​ແຕ່​ມີ​ວິນ​ຍານ, ດັ່ງ​ນັ້ນ​, ປະ​ຊາ​ຊົນ​ໃນ​ປາງ​ກ່ອນ​ໄດ້​ທ​ຳພິ​ທີ​ບູ​ຊາ​ບັນ​ດາເຈົ້າ​ຖິ່ນ​ເຈົ້າ​ຖານ, ເທວະ​ດາ​ຟ​້າ​ແຖນ…ພິ​ເສດແມ່ນ​ສິ່ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ກະ​ສີ​ກຳ ຄື: ດິນ​, ຟ້າ, ພູ​ຜາ​ປ່າ​ໄມ້, ແມ່​ນ້ຳ​ລຳ​ເຊ   . ນັກ​ຄົ້ນ​ຄ້​ວາ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ເຢືອງ​ດິງ​ມິນ​ເຊີນ ຖື​ວ່າປະ​ເພ​ນີ​ໂຟ່ນ​ທຶກແຕ່​ສະ​ໄໝ​ບູ​ຮານ ໄດ້​ມີ​ສາຍ​ກ່ຽວ​ພັນ​ຢ່າງ​ແໜ້ນ​ແຟ້ນດ້ວຍ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ປະ​ເພ​ນີ​ທຳ​ການ​ຜະ​ລິດ​ກະ​ສີ​ກຳ. ສິ່ງນີ້​ໄດ້​ສ້າງ​ເປັນ​ສາຍ​ພົວ​ພັນ​ຢ່າງ​ເປັນ​ເອກະ​ພາບໃນ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ຊີ​ວະ​ທັ​ດ​ແຕ່​ສະ​ໄໝ​ບູ​ຮານ ເມື່ອ​ມະ​ນຸດ​ມີ​ຄວາມ​ຫວັງ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ເຈົ້າ​ຖິ່ນ​ເຈົ້າ​ຖານ, ເທວະ​ດາ​ຟ​້າ​ແຖນ… ນັກ​ຄົ້ນ​ຄ້​ວາ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ເຢືອງ​ດິງ​ມິນ​ເຊີນ ເວົ້າ​ວ່າ :

 “ປະ​ເພ​ນີ​, ການ​ເຫຼື້ອມ​ໃສໃນ​ສະ​ໄໝ​ບູ​ຮານ ແມ່ນ​ໄລ​ຍະ​ເລີ່ມ​ຕົ້ນ​ແຫ່ງ​ພູມ​ປັນ​ຍາ. ຕາມປະ​ເພ​ນີ​, ການ​ເຫຼື້ອມ​ໃສໃນ​ສະ​ໄໝ​ບູ​ຮານແລ້ວ, ປາງ​ກ່ອນ, ເມື່ອ​ຄົນ​ເຮົາເຈັບ​ເປັນ, ຕິດ​ພະ​ຍາດ​ໂລ​ຄາ, ລ້ວນ​ແຕ່​ຍ້ອນ​ຜີກໍ່​ຂຶ້ນ. ດັ່ງ​ນັ້ນ​ເພື່ອ​ປິ່ນ​ປົວ​ພະ​ຍາດ, ຄົນ​ເຮົາ​ຕ້ອງ​ທຳ​ພິ​ທີ​ບູ​ຊາ​ຜີ ແລະ ແຖນຫຼື​ໃຊ້​ວິ​ທີ​ປາບ​ຜີ​ດ້ວຍ​ຂອງສັກ​ສິດ. ຂອງ​ສັກ​ສິດນີ້​ໂດຍ​ພະ​ບິ​ດາ: ພະ​ແມ່​ໃຊ້​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ຮ້າຍ, ປິ່ນ​ປົວ​ພະ​ຍາດ​ເພື່ອ​ ຊ່ວຍໃຫ້​​ມະ​ນຸດ​ເຮົາ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ”

    ຢູ່​ຫວຽດ​ນາມ, ປະ​ເພ​ນີ​ໂຟ່ນ​ທຶກແມ່ນ​ພັດ​ທະ​ນາ​ຢ່າງ​ອຸ​ດົມ​ສົມ​ບູນ. ນີ້​ແມ່​ນປະ​ເພ​ນີ​, ການ​ເຫຼື້ອມ​ໃສ​ທີ່​ມີ​ລັກ​ສະ​ນະ​ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ສັກ​ສິດ, ຊຶ່ງ​ຖືກ​ສະ​ແດງ​ອອກ​ຜ່ານ​ງານ​ບຸນ​ຕ່າງໆ​ໃນ​ຍາມ​ລະ​ດູ​ບານ​ໃໝ່​ຊຶ່ງແມ່ນ​ຍາມ​ອອກ​ແມ່​ແຜ່​ລູກ, ເກີດດອກ​ອອກ​ໜໍ່​ຂອງ​ສັດ​ສາ​ວາ​ສິ່ງນາໆ​ຊະ​ນິດ. ມີ​ບາງ​ພິ​ທີ​ກຳ​ໃນ ປະ​ເພ​ນີ​ໂຟ່ນ​ທຶກ ຍັງ​ຖື​ກ​ຫັນ​ມາ​ເປັນ​ການລະຫຼິ້​ນ​ພື້ນ​ເມືອງ​ຕ່າງໆໃນ​ຍາມ​ລະ​ດູ​ບານ​ໃໝ່​ເຊັ່ນ ການ​ແຂ່ງ​ຂັນ​ຕີມ​ວຍ​ປ້ຳ. ສຳ​ລັບ​ເວ​ທີ​ແຂ່ງຂັນ​ນັ້ນ, ຢູ່​ບ່ອນ​ໃດ​ກໍ​ມີ​ຮູບ​ວົງ​ມົນ ແລະ ເຄີຍ​ຕັ້ງ​ຢູ່​ເດີນ​ໜ້າ​ສາ​ລາ​ຂອງ​ໝູ່​ບ້ານ​ທີມ​ີ​ຮູບ​ສີ່​ລ່ຽມ, ຕາມ​ຄວາມ​ສຳ​ນຶກ​ຂອງ​ຊາດ​ຫວຽດ​ນາມ​ແລ້ວ, ຮູບ​ວົງ​ມົນ​ເປັນ​ສັນ​ຍາ​ລັກ​ຂອງ​ຟ້າ, ຮູບ​ສີ່​ລ່ຽມ​ເປັນ​ສັນ​ຍາ​ລັກ​ຂອງດິນ, ມັນ​ມີ​ຄວາມ​ໝາຍ​ບ​ົ່ງ​ບອກ​ເຖິງ​ການ​ປະ​ສານ​ສົມທົບຢ່າງ​ກົມ​ກ່ຽວ, ເຕັ​ມສ່ວນ ແລະ ນຳ​ມາ​ເຊິ່ງ​ສິ່ງ​ທີ່​ດີ​ງາມ. ເພາະ​ສະ​ນັ້ນ, ຊາວ​ຫວຽດ​ນາມບໍ່​ຖື​ການ​ແຂ່ງ​ຂັນ​ຕີ​ມວຍ​ປ້ຳ​ແມ່ນ​ການຫຼິ້ນ​ກິ​ລາ​ເທົ່າ​ນັ້ນ, ຫາກ​ຜ່ານ​ການ​ຕີ​ມວຍ​ປ້ຳ, ເຂົາ​ເຈົ້າ​ຫວັງ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ.

    ​ປະ​ເພ​ນີ​ໂຟ່ນ​ທຶກ​ຍັງ​ຖືກ​ສະ​ແດງ​ອອກ​ໃນ​ດ້ານ​ຈິດ​ຕະ​ກຳ​ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ຜ່ານ​ຮູບ​ດົງ​ໂຮ່​ໃນ​ແຂວງບັກ​ນິງ. ມີ​ພາບຫຼາຍ​ແຜ່ນ​ມີ​ລັກ​ສະ​ນະປະ​ເພ​ນີ​ໂຟ່ນ​ທຶກ, ສະ​ແດງ​ຄວາມ​ຄາດ​ຫວັງ​ມີ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ​ຄື : ຝູງ​ໄກ່, ຝູງ​ໝູ, ຝູງ​ປາ…

      ອາດ​ຈະ​ເວົ້າ​ໄດ້​ວ່າ ໃນ​ບໍ່​ວ່າ​ຮູບ​ການ​ໃດໆ, ປະ​ເພ​ນີ​ໂຟ່ນ​ທຶກ ກໍ​ເຂັ້ມຂົ້ນ​ໄປ​ດ້ວຍ​ຈຸດວັດ​ທະ​ນະ​ທຳ​ໃນ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ. ຜ່ານນີ້, ພວກ​ເຮົາ​ສາ​ມາດ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ວັດ​ທະ​ນະ​ທ​ຳ​ພື້ນ​ເມືອງຫວຽດ​ນາມ​ທີ່​ເຕັມ​ໄປ​ດ້ວຍ​ປັດ​ຊະ​ຍາ​ວັດ​ທະ​ນະ​ທຳ​ມະ​ນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ