(vovworld)- ນະຄອນຫລວງ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາອູ່ຂອງສິລະປະຂັບກາຈູ ແລະ ກໍແມ່ນທ້ອງຖິ່ນມີສະໂມສອນຂັບກາຈູທີ່ມີຊື່ສຽງຫລາຍແຫ່ງຄື: ສະໂມສອນຂັບກາຈູ ທາຍຮ່າ, ສະໂມສອນຂັບກາຈູ ຮ່າໂນ້ຍ, ສະໂມສອນຂັບກາຈູ ທັງລອງ… ນະຄອນຫລວງຮ່າໂນ້ຍ ກໍແມ່ນສະຖານທີ່ໃຫ້ກຳເນີດນັກສິລະປະກອນ, ນັກຮ້ອງ, ນັກເສບດົນຕີທີ່ເກັ່ງກ້າ. ນັບແຕ່ເມື່ອສິລະປະຂັບກາຈູໄດ້ຮັບການຮັບຮອງຈາກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດຄວນໄດ້ຮັບການຮັກສາຢ່າງຮີບດ່ວນ ມາຮອດປະຈຸບັນ ຈຳນວນສະໂມສອນຂັບກາຈູຂອງນະຄອນຫລວງ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງຂຶ້ນນັບມື້ນັບຫລາຍກວ່າ. ບົດຂຽນຂອງນັກຂ່າວ ຮົ່ງບັກ.
ສະໂມສອນຂັບກາຈູຮ່າໂນ້ຍ
photo:baonhandan
|
ເມື່ອທຽບໃສ່ ສະໂມສອນຂັບກາຈູ 9 ແຫ່ງໃນປີ 2009, ປະຈຸບັນ ນະຄອນຫລວງຮ່າໂນ້ຍ ມີ ສະໂມສອນຂັບກາຈູ, ກຸ່ມຂັບກາຈູ 14 ແຫ່ງ ພວມເຄື່ອນໄຫວ. ມີນັກສິລະປະກອນ 50 ຄົນ ສາມາດສອນວິທີຂັບກາຈູ ແລະ 220 ຄົນເຂົ້າຮ່ວມລາຍການສະແດງຂັບກາຈູ ແລະ ດຳເນີນຊີວິດຢູ່ບັນດາສະໂມສອນ. ປະຈຸບັນ ບັນດາສະໂມສອນດັ່ງກ່າວຮັກສາການເຄື່ອນໄຫວສ່ວນຫລາຍອີງໃສ່ແຫລ່ງເງິນປະກອບ ເອງ ແລະ ຄວາມສຸດຈິດສຸດໃຈຂອງບັນດານັກສິລະປະກອນ, ຜູ້ນິຍົມສິລະປະຂັບກາຈູ. ທ່ານນາງ ໂດ໋ທິຫາວ, ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ ມີ ສະໂມສອນຂັບກາຈູຫລາຍແຫ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ບັນດາສະໂມສອນເຫລົ່ານັ້ນເຄື່ອນໄຫວຢ່າງມີປະສິດທິຜົນ. ແຕ່ສິ່ງທີ່ເປັນຫນ້າສົນໃຈ ນັ້ນແມ່ນບັນດາສະໂມສອນທີ່ໄດ້ຮັບການສ້າງຕັ້ງຂຶ້ນໃຫມ່ນັ້ນໂດຍແມ່ນບັນດານັກສິລະປະກອນມີຄວາມສຸດຈິດສຸດໃຈກັບອາຊີບ ສ້າງຕັ້ງຂຶ້ນ. ສະໂມສອນດັ່ງກ່າວມີລັກສະນະສ້າງຂຶ້ນເອງ ສະນັ້ນ ບໍ່ມີການກຳນົດທິດ ແລະ ດ້ານວິຊາສະເພາະ, ດ້ານສິລະປະ ບໍ່ໄດ້ດີເທົ່າທີ່ຄວນ.”
ສະໂມສອນຂັບກາຈູຢູ່ ຮ່າໂນ້ຍ ສ່ວນຫລາຍເມື່ອໄດ້ຮັບການສ້າງຕັ້ງຂຶ້ນລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກ່ຽວກັບສະຖານທີ່ດຳເນີນຊີວິດ, ບໍລິເວນສະແດງເປັນປະຈຳ. ເຖິງຢ່າງໃດກໍຕາມ, ຜູ້ນິຍົມ, ເມົາມົວກັບສິລະປະຂັບກາຈູກໍ່ບໍ່ໄດ້ປະລະສິລະປະທີ່ເປັນເອກະລັກສະເພາະນີ້. ເອື້ອຍ ຫວູທິທູ່ຍລີງ, ສະມາຊິກສະໂມສອນຂັບກາຈູ ຟູທີ້ ໃຫ້ຮູ້ວ່າ: ສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນໂດຍເລີ່ມມາຈາກຄວາມຮັກທີ່ມີຕໍ່ ກາຈູ ຂອງສະມາຊິກສະໂມສອນ 3 ຄົນ. ປະຈຸບັນ ໃນການຝຶກແອບແຕ່ລະຄັ້ງ, ບັນດາສະມາຊິກຂອງສະໂມສອນ ບໍ່ຕ້ອງນຳໃຊ້ເຮືອນສ່ວນຕົວຂອງສະມາຊິກຜູ້ຫນຶ່ງໃນສະໂມສອນເພື່ອສະແດງອີກແລ້ວ.
ນັກສິລະປິນຂັບກາຈູ ແບກເວີນ
photo: baonhandan
|
ເພື່ອຟື້ນຟູ ແລະ ອະນຸລັັກຮັກສາສິລະປະຂັບກາຈູ, ໃນໄລຍະຜ່ານມາ ບໍ່ພຽງແຕ່ຜູ້ນິຍົມສິລະປະຂັບກາຈູ ເທົ່ານັ້ນ ຫາກຂະແຫນງວັດທະນະທຳກໍຄືບັນດາສະໂມສອນຂັບກາຈູຢູ່ນະຄອນຫລວງ ຮ່າໂນ້ຍ ໄດ້ມີຄວາມເອົາໃຈໃສ່ເຖິງການສືບທອດ, ສຶກສາໃຫ້ຄົນລຸ້ນຫນຸ່ມ. ປອ ຫງວຽນທິມີງລີ, ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ສະເຫນີວ່າ:
“ບັນຫາຮີບດ່ວນທຳອິດ ນັ້ນແມ່ນ ຕ້ອງຖ່າຍທອດການຂັບກາຈູ ຈາກລຸ້ນຄົນຫລັກແຫລ່ງປະຈຸບັນໃຫ້ຄົນລຸ້ນໃຫມ່, ມີຄວາມຂະຫຍັນຂັນເຄື່ອນ ແລະ ສຸດຈິດສຸດໃຈກວ່າ ໃນການອະນຸລັກຮັກສາ. ທີສອງ ຕ້ອງເຮັດໃຫ້ປະຊາຄົມທີ່ມີສ່ວນກ່ຽວຂ້ອງເຖິງການຂັບກາຈູ ມີຄວາມຮັບຮູ້ໄດ້ວ່າ ຂັບກາຈູ ແມ່ນມໍລະດົກທີ່ມີຄຸນຄ່າ ແລະ ຕາງຫນ້າໃຫ້ປະຊາຄົມນັ້ນ ແລະ ເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບ ການຂັບກາຈູ, ບຳລຸງສ້າງໃຫ້ເຂົາເຈົ້າກາຍເປັນສາທາລະນະຊົນຂອງຂັບກາຈູ.”
ໂດຍແມ່ນປະເພດສິລະປະ ທັງແມ່ນເພງພື້ນເມືອງ ທັງແມ່ນ classic, ເລື່ອງອະນຸລັກຮັກສາຂັບກາຈູ ພວມຢືນຕໍ່ຫນ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພິເສດ ແມ່ນສິລະປະກອນລຸ້ນສືບທອດອາຊີບສ່ວນຫລາຍແມ່ນຜູ້ມີອາຍຸສູງແລ້ວ, ລຸ້ນຄົນສືບທອດບໍ່ມີຫລາຍ, ໃນຂະນະນັ້ນ ຜູ້ນິຍົມ ແລະ ຢາກຮຽນສິລະປະປະເພດນີ້ແມ່ນຫນ້ອຍ. ສະນັ້ນ ໄປຄຽງຄູ່ກັບການສອນອາຊີບ, ບຳລຸງສ້າງໃຫ້ລຸ້ນຄົນທີ່ມີຄວາມກະຕຶລືລົ້ນ, ສະຫນິດຕິດພັນກັບການຂັບກາຈູ ເລື່ອງຊອກຫາຜູ້ຊົມໃຫ້ແກ່ການຂັບກາຈູກໍແມ່ນສິ່ງທີ່ຈຳເປັນ. ປະຈຸບັນ ເມືອງ ດົງແອງ ໄດ້ນຳສິລະປະຂັບກາຈູ ເຂົ້າບັນດາຊົ່ວໂມງຮຽນນອກລະບົບຂອງນັກຮຽນຢູ່ ຕາແສງ ລຽນຮ່າ ຊື່ງແມ່ນບ່ອນມີ ກາຈູ ໂຫລເຄ ພ້ອມກັບຕາແສງອ້ອມຂ້າງຈຳນວນຫນຶ່ງ. ຍ້ອນວ່າ ເມື່ອມີ ຜູ້ຊົມ ສິລະປະຂັບກາຈູ ຈຶ່ງມີສະພາບແວດລ້ອມເພື່ອຄົງຕົວແບບຍືນຍົງ. ທ່ານນາງ ຟຸ່ງທິຮົ່ງ, ຫົວຫນ້າສະໂມສອນຂັບກາຈູ ຂອງສູນພັດທະນາສິລະປະດົນຕີ ຫວຽດນາມ ໃຫ້ຮູ້ວ່າ:
“ນຳການຂັບກາຈູເຂົ້າໃນບັນດາເນື້ອໃນວຽກງານນອກລະບົບຢູ່ ໂຮງຮຽນ ເພື່ອໃຫ້ລຸ້ນຫນຸ່ມໄດ້ສຳຜັດກັບ ການຂັບກາຈູໄວກວ່າ. ນີ້ແມ່ນສິ່ງຫນຶ່ງດຽວຊື່ງ ຂ້າພະເຈົ້າປາດຖະຫນາ ແລະ ທຸກຂັ້ນ, ຂະແຫນງການທີ່ມີຫນ້າທີ່ຮັບຜິດຊອບ ຄວນນຳການຂັບກາຈູເຂົ້າເຄື່ອນໄຫວເປັນປະຈຳ, ລຽນຕິດ ເພື່ອໃຫ້ວິຊາ ສິລະປະນີ້ບໍ່ຖືກສູນຫາຍໄປ.”
ຄຽງຄູ່ກັບການອະນຸລັກຮັກສາກວ່າ 30 ວິທີສະແດງ, ວາດຟ້ອນບູຮານ, ບັນດາສະໂມສອນ ຂັບກາຈູ ຢູ່ ຮ່າໂນ້ຍ ໄດ້ປະດິດແຕ່ງຕື່ມອີກ 18 ທຳນອງເພງໃຫມ່, ຕອບສະຫນອງຄວາມຕ້ອງການຂອງຜູ້ຟັງ. ໃນງານມະໂຫລານຄວາມເກັ່ງກ້າສາມາດຂັບກາຈູຫນຸ່ມ ຮ່າໂນ້ຍ ປີ 2016 ທີ່ຫາກໍຈັດຂຶ້ນໃນໄລຍະຜ່ານມາ ມີເພື່ອນຫນຸ່ມ 36 ຄົນ ໃນເກນອາຍຸ 6 -30 ປີ ໄດ້ເຂົ້າຮ່ວມ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ມີເພື່ອນຫນຸ່ມຫລາຍຄົນຢູ່ນະຄອນຫລວງ ຮ່າໂນ້ຍ ມີຄວາມຮັບຮູ້ໄດ້ຄຸນຄ່າຂອງມໍລະດົກຂັບກາຈູ ກໍຄືຄວາມຮັບຜິດຊອບອະນຸລັກຮັກສາສິລະປະປະເພດນີ້.