ພິທີສູ່ຂໍ ແລະ ງານດອງຂອງຊາວເຜົ່າໄທດຳ

    ດ້ຽນບຽນ​ ຊຶ່ງ​ແມ່ນ​ແຂວງ​ຕັ້ງ​ຢູ່​ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ ນາມ,​ແມ່ນ​ແຫ່ງ​ມີ​ຫຼາຍ​ຊົນ​ເຜົ່າ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ. ​ໃນ​ນັ້ນ, ​ເຜົ່າ​ໄທ​ມີ​ຈຳນວນ​ປະຊາກອນ​ຫຼາຍ​ກ່ວາ​ໝູ່, ກວມ​ເອົາ 38,4%ຈຳນວນ​ປະ​ຊາກ​ອນທັງ​ແຂວງ. ປະຈຸ​ບັນ ຊົນເຜົ່າ​ໄທດຳລົງຊີວິດ​ຢູ່​ເກືອບ​ທຸກ​ແຫ່ງ​ໃນ​ແຂວງ, ​ແຕ່​ຕົ້ນ​ຕໍ່​ແມ່ນ​ດຳລົງ​ຊີວິດ​ຢູ່​ເມືອງ ດ້ຽນບຽນ ​ແລະ ​ເມືອງ ຕວນຢ້າວ. ຜ່ານ​ໄລຍະ​ພັດທະນາ​ເປັນ​ເວລາ​ນັບ​ຮ້ອຍ​ປີ, ຊາວ​ເຜົ່າ​ໄທ​ຍັງ​ຄົງ​ສາມາດ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ​ສະ​ເພາະ​ຂອງ​ຕົນ, ​ໃນ​ນັ້ນ​ມີ​ພິທີ​ສູ່ຂໍ ​ແລະ ງານ​ດອງ. ​

             ພິທີສູ່ຂໍ ແລະ ງານດອງຂອງຊາວເຜົ່າໄທດຳ - ảnh 1

   ມາ​ຮອດ​ປະຈຸ​ບັນ, ບັນດາ​ຮີດຄອງ​ປະ​ເພນີ​ທຸກ​ຢ່າງ​ຂອງ ຊາວ​​ເຜົ່າ​ໄທ​ດຳຄື ຈາກ​ການ​ກິນ, ການ​ຢູ່, ການ​ໄປມາ ຫຼື​ພິທີກຳ​ຕ່າງໆ ກໍ່​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​​​ເກືອບເໝືອນ​ເດີມ. ພິ​ເສດ ​ແມ່ນ​ສຳລັບພິທີ​ສູ່ຂໍ ​ແລະ ງານ​ດອງນັ້ນ, ຊາວ​​ເຜົ່າ​ໄທ​ດຳມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ເຖິງ​ວ່າ​ວິທີ​ການຈັດ​ຕັ້ງ, ປະດັບ​ປະດາ​ໃນ​ງານ​ດອງ ສ່ວນ​ໃດ​ສ່ວນໜຶ່ງ​ກໍ່​ໄດ້​ເຮັດ​ຕາມ​ແນວ​ໂນ້ມທັນ​ສະ​​ໄໝກໍ່ຕາມ, ​ແຕ່​ທາງ​ດ້ານພິທີ​ນັ້ນ, ກໍ່​ຍັງ​ຄົງ​ເຮັດ​ຕາມ​ແບບ​ທີ່ ຊາວ​​ເຜົ່າ​ໄທ​ດຳ​ເຄີຍ​ໄດ້​ເຮັດ​ນັບ​ແຕ່​ພັນ​ປີ​ມາ​ນີ້. ຕາມ​ຮີດຄອງປະ​ເພນີຂອງ ຊາວ​​ເຜົ່າ​ໄທ​ດຳ​ແລ້ວ, ກ່ອນ​ທີ່​ດຳ​ເນີນ​ງານ​ດອງ, ຝ່າ​ຍ​ເຈົ້າ​ບາ​ວຕ້ອງ​ໄປ​ເຮືອນ​ເຈົ້າ​ສາວ ທຳ​ພິທີ​ສູ່ຂໍ. ທ່ານ​ດອກ​ເຕີ ມາຍ​ແທງ​ເຊີນ ສັງ​ກັດ​ສະ​ຖາ​ບັນພັດທະນາ​ແບບ​ຍືນ​ຍົງ​ເຂດ​ພາກ​ກາງ ທີ່​ຂຶ້ນ​ກັບ ສະ​ຖາ​ບັນ​ວິທະຍາສາດ ສັງຄົມຫວຽດນາມ ​ໃຫ້​ຮູ້​ວ່າ​ເມື່ອ​ກ່ອນ​ນີ້, ພາຍຫຼັງ​ງານ​ດອງ​, ​ຜູ້​ຊາຍ​ຢູ່ນຳ​ເຮືອນ​ເມຍ​ເປັນ​ເວລາ​ຍາວ​ນານ, ​ແຕ່​ມາ​ຮອດ​ປະຈຸ​ບັນ ​ແມ່ນ​ພຽງ​ໃນ​ສອງ​ສາມ​ເດືອ​ນ​ເທົ່າ​ນັ້ນ. ທ່ານ​ເວົ້າ​ວ່າ :   “ ຜູ້​ຊາຍ ຊາວ​​ເຜົ່າ​ໄທ​ດຳ, ​ເມື່ອ​ຫາ​ກໍ່​ກຳ​ເນີ​ດ ​ແລະ ​ໃຫຍ່​ຂຶ້ນ ລ້ວນ​ແຕ່​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ພໍ່​ແມ່ ​ແລະ ​ເກືອບ​ຄື​ວ່າ ລູກ​ຊາຍ​ທຸກ​ຄົນ​ລ້ວນ​ແຕ່​ຖືກ​​ ພໍ່​ແມ່ເອົາ​ໃຈ. ​ເມື່ອ​ກ່ອນ​ນີ້, ຮອດ​ເວລາ​ແຕ່ງງານ, ຜູ້​ຊາຍ​ຕ້ອງໄປ​ຢູ່​ນຳເຮື​ອນເມຍ​​ເປັນ​ໄລຍະ​ແຕ່ 6 ຫາ 12 ປີ. ​ໃນ​​ໄລຍະ​ເວລາ​ນັ້ນ, ​ເຂົາ​ຕ້ອງ​ຮຽນ​ທຸກ​ຢ່າງ​ໃນ​ຊີວິດ​ປະຈຳ​ວັນ ກໍ່​ຄື​ໃນ​ຊີວິດ​ພາຍ​ພາກ​ໜ້າ ​ໂດຍ​ພໍ່​ເຖົ້າ​ຂອງ​ເຂົາເປັນຜູ້​ສິດສອນ​ໃຫ້ ”

     ພາຍຫຼັງ​​ໄລຍະ​ເວລາ​ຢູ່​ນຳ​ຄອບຄົວທາງ​​ເມຍສິ້ນ​ສຸດ, ຈຶ່ງ​ຈະ​​ຈັດງານ​ດອງໄດ້. ສຳລັບ​ ງານ​ດອງ​ຂອງຊາວ​​ເຜົ່າ​ໄທ​ດຳ ​ແມ່ນ​ຖື​ກຈັດ​ຂຶ້ນ​ຢ່າງ​ສົມ​ກຽດ. ຝ່າຍ​​ເຈົ້າ​ບາ​ວ ຕ້ອງ​ນຳ​ເອົາ​ວັດຖຸ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ຝ່າຍ​ເຈົ້າ​ສາວ ​ເພື່ອ​ດຳ​ເນີນ​ງານ​ດອງ​ຕາມ​ປະ​ເພນີ​ຂອງ​ເຜົ່າ​ຕົນ. ມີ​ພິທີ​ຕ່າງໆ​ຖືກ​ຈັດ​ຂຶ້ນ​ຢູ່​ຫ້ອງ​ນອນ​ຂອງ​ຄູ່​ສົມລົດ​ໃໝ່. ​ທຳ​ອິດ ພິທີປູ​ຜ້າ, ວາງ​ໝອນ​ເທິງ​ຕຽງ​ນອນ. ​ເພື​່ອ​ໃຫ້ພິທີນີ້​ດຳ​ເນີນ​ໄປ​ດ້ວຍ​ດີນັ້ນ, ກໍ່ຕ້ອງ ເລືອກເອົາ 4 ຄົນ, ລວມມີແມ່ຍິງ 2 ຄົນຂອງຝ່າຍເຈົ້າສາວ ແລະ ແມ່ຍິງອີກ 2 ຄົນຂອງຝ່າຍເຈົ້າບາວຊຶ່ງລ້ວນແຕ່ແມ່ນຜູ້ມີສຸຂະພາບເຂັ້ມແຂງ, ຄອບຄົວມີຄວາມ ຜາສຸກ​ເພື່ອ​ເປັນ​ຜູ້ປູ​ຜ້າອ້ອມ, ວາງ​ໝອນ, ຜ້າ​ຫົ່ມ​ເທິງຕຽງນອນ. ຕາມ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ໝູ່​ບ້ານ​ແລ້ວ, ນີ້​ແມ່ນ​ພິທີ​ເພື່ອ​ພາວະນາ​ໃຫ້​ຄູ່​ສົມລົດ​ໃໝ່ມີແດ່ຄວາມສຸກ,​ເມື່ອ​ເກີດ​ລູກ​ກໍ່ມີທັງ ລູກຊາຍ ແລະ ຍິງ. ຕໍ່ມາແມ່ນພິທີຕັ້ງຜົມເກົ້າຊຶ່ງ​ແມ່ນ​ພິທີ​ສະຫງວນ​ສະ​ເພາະ​ແຕ່​ຊົນເຜົ່າ​ໄທ​ດຳ​ເທົ່າ​ນັ້ນ. ຜູ້​ສາວ​ຊາວ​ເຜົ່າ​ໄທ​ດຳ​​ເມື່ອສ້າງ​ຄອບຄົວ​ແລ້ວ, ກໍ່​ລ້ວນ​ແຕ່​ຕັ້ງ​ຜົມ​ເກົ້າ​ເພື່ອ​ເປັນ​ການຈຳ​ແນ​ກລະຫວ່າງ​ຜູ້​ຍັງ​ເປັນ​ສາວ ​ແລະ ຜູ້​ມີ​ຜົວ​ແລ້ວ.   ສິ່ງ​ທີ່​ພິ​ເສດ ​ແມ່ນ​ຢູ່​ໃນ​ໄລຍະ​ໃດໆ, ​ແມ່ຍິງ ຊາວ​ເຜົ່າ​ໄທ​ດຳ ກໍ່​ລ້ວນ​ແຕ່​ມີ​ການ​ກະກຽມ​ເຄື່ອງ​ຂອງ​ເພື່ອ​ນຳ​ໄປ​ເຮືອນ​ຜົວກ່ອນ​ທີ່​ຈະຈັດງານ​ດອງ​ເປັນ​ເວລາ​ປີ​ໜຶ່ງ. ຍ້ອນ​ວ່າ​ຕາມ​ປະ​ເພນີ​ຂອງ ຊາວ​ເຜົ່າ​ໄທ​ດຳ​ແລ້ວ, ​ເມື່ອ​ເຈົ້າ​ສາວ​ໄປ​ຢູ່​ເຮືອນ​ຜົວ, ກໍ່​ຕ້ອງ​ນຳ​ເອົາ​ຜ້າ​ຫົ່ມ, ຜ້າ​ປູ​ຕຽງ, ໝອນ, ມຸ້ງ, ເຄື່ອງນຸ່ງຫົ່ມໄປນຳ. ທ່ານດອກເຕີ ມາຍແທງເຊີນ ໃຫ້ຮູ້ວ່າ :  “ ​ເມື່ອ​ກະກຽມ​ໄປ​ຢູ່​ເຮືອນ​ຜົວ, ​ເຂົາ​ເຈົ້າ​ສະຫງວນ​ເວລາ​ສ່ວນ​ຫຼາຍ​​ເພື່ອເຮັດຜ້າ​ຫົ່ມ, ​ເຄື່ອງນຸ່ງ​ເປັນ​ຈຳນວນ​ຫຼາຍ, ​ເພາະວ່າ​ພາຍຫຼັງໄປ​ຢູ່​ເຮືອນ​ຜົວ​ແລ້ວ, ຜູ້​ເປັນ​ເມຍ​ຕ້ອງ​ເຮັດ​ວຽກ​ງານ​ອື່ນໆ​ອີກ​ຫຼາຍ​ຢ່າງຄື ​ເກີດ​ລູກ, ອອກ​ແຮງ​ງານ, ດັ່ງ​ນັ້ນ​ເວລາ​ທີ່​ສະຫງວນ​ໃຫ້​ແກ່​ວຽກ​ງານ​ຕຳ່​ຫູກ​ທໍ່​ໄໝກໍ່​ຖືກ​ຈຳກັດ​ຢູ່ ”

  ​ເມື່ອ​ອະທິ​ບາຍ​ກ່ຽວ​ກັບ​ສິ່ງ​ນີ້, ທ່ານດອກເຕີ ມາຍແທງເຊີນ ຖື​ວ່າ : “ ​ແມ່ຍິງ ຊາວ​ເຜົ່າ​ໄທ​ດຳນັບ​ຕັ້ງ​ແຕ່​ຄາວ​ຍັງນ້ອຍ, ກໍ່​ຕ້ອງ​ເຮັດ​ວຽກ​ງານ​ຫຼາຍ​ຢ່າງ ​ເຊັ່ນ ​ແຕ່ງກິນ, ​ເບິ່ງ​ແຍງ​ນ້ອງ​ນ້ອຍ ແລະ ອື່ນໆ. ໜຶ່ງ​ໃນ​ບັນດາ​ວຽກ​ງານ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ແມ່ນ​ການ​ຕ່ຳຫູກ​ທໍ່​ໄໝ, ​ຕັດຫຍິບ​ເຄື່ອງນຸ່ງ​ຫົ່ມ. ພວກ​ເຂົາ​ໄດ້​ຮັບ​ການ ຖ່າຍທອດ​ສິດສອນ​ຈາກ​ແມ່​ກ່ຽວ​ກັບ​ວິທີ​ປູກ​ຝ້າຍ, ຕ່ຳຫູກ​ທໍ່​ໄໝ, ຫຍິບ​ຜ້າ​ຫົ່ມ, ​ເຄື່ອງນຸ່ງ​ໃຫ້​ແກ່​ຄອບຄົວ​ທາງ​ຜົວ ​ແລະ ຕົນ​ເອງ. ສຳລັບ​ຊຸດ​​ເຄື່ອ​ງນຸ່ງ​ປະຈຳ​ເຜົ່າ​ນັ້ນ, ກໍ່​ເປັນ​​ເຄື່ອງ​ວັດ​ແທກ​ເພື່ອຕີ​ລາຄາ​ກ່ຽວ​ກັບ​ຄວາມ​ຄ່ອງ​ແຄ້ວ, ຄວາມ​ດຸ​ໝັ້ນ​ຂະຫຍັນ​ພຽນ​ຂອງ​ແມ່​ຍິງ ຊາວ​ເຜົ່າ​ໄທ​ດຳ”

   ​ໂດຍ​ໄດ້​ຜ່ານ​ໄລຍະ​ຕ່າງໆ, ​ແຕ່​ປະ​ເພນີ​ນີ້​ຂອງ ຊາວ​ເຜົ່າ​ໄທ​ດຳ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ໄດ້. ນາງ ລໍ່​ທິວຽນ ມີ​ລູກ​ສາວ​ຈະ​ແຕ່ງງານ​ໃນ​ປີໜ້າ ​ແລະ ນັບ​ແຕ່​​ເວລານີ້ ນາງ ພ້ອມ​ກັບ​ລູກ​ສາວ​ພວມ​ສະຫງວນ​ເວລາ​ເພື່ອ​ເຮັດ​ຜ້າ​ຫົ່ມ໊ ​ເຄື່ອງນຸ່ງ​ຖື.....ນາງ​ໃຫ້​ຮູ້​ວ່າ “ ​ເລື່ອງ​ນີ້ມັນ​ຂຶ້ນ​ກັບ​ຕົນ​ເອງ, ​ເຮົາ​ຢາກ​ເຮັດ​ຫຼາຍ​ເທົ່າ​ໃດ​ກໍ່​ເຮັດ, ບໍ່​ບັງຄັບ. ຄອບຄົວ​ໃດ​ຮັ່ງມີ ກໍ່​ເຮັດ​ແຕ່ 10 ຫາ 20 ຜືນ, ສ່ວນ​ຄອບຄົວ​ໃດ​ທຸກ​ຍາກ ກໍ່​ເຮັດ​ພຽງ 10ຜືນ​ເທົ່າ​ນັ້ນ. ຕ້ອງ​ນຳ​ເອົາ​ເ​ຄື່ອງຂອງ​​ໄປ​ຢູ່​ເຮືອນຜົວ​ໝົດ, ນັບ​ທັງ ຜ້າ​ຫົ່ມ, ຜ້າ​ປູ​ຕຽງ​ນອນ, ໝໍ້, ງົວ​ຄວາຍ ​ແລະ ອື່ນ​ໆ ”

    ​ໃນ​ຈຸດ​ເວລາ​ທີ່​ອາກາດ​ໜາວ​ເຢັນ, ດອກ​ຄາຍ​ພວມ​ບານ​ສະພັ້ງ, ຕົ້ນ​ໄມ້​ໃບ​ຫຍ້າ​ພາກັນ​ແຕກ​ດອກ​ອອກ​ໜໍ່, ກໍ່​ແມ່ນ​ຊ່ວງ​ເວລາ​ທີ່​ພວກ​ບາ​ວສາວຊາວ​ເຜົ່າ​ໄທ​ດຳພວມ​ກະກຽມ​ຈັດ​ງານ​ດອງ ຊຶ່ງ​​ແມ່ນ​ຍາມ​ຂອງ​ບັນດາ​ຄູ່​ສົມລົດ​ໃໝ່.

ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ