ພິທີສັງຂານຂອງຊົນເຜົ່າ ຜູ້ໄທໃນແຂວງເງະອານ

(VOVWORLD) -ສັງຂານແມ່ນງານບຸນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ຈິດວິນຍານໃນຊີວິດປະຈຳວັນຂອງຊາວເຜົ່າ ຜູ້ໄທຢູ່ແຂວງເງະອານ. ຊາວເຜົ່າຜູ້ໄທຈັດຕັ້ງງານບຸນນີ້ ແມ່ນເພື່ອພາວະນາໃຫ້ມີສຸຂະພາບເຂັ້ງແຂງມີຄວາມຢູ່ເຢັນເປັນສຸກ ທັງເປັນການສົມມະນາຄຸນຕໍ່ບບັນດາຜູ້ປະກອບອາຊີບເປັນໝໍພອນໃນວົງຄະນາຍາດ ແລະສົມມະນາຄຸນເທວະດາຟ້າແຖນບັນພະບຸລຸດ.
ພິທີສັງຂານຂອງຊົນເຜົ່າ ຜູ້ໄທໃນແຂວງເງະອານ - ảnh 1ໝໍພອນ(ນຸ່ງເສື້ອສີແດງ)ພວມທຳພິທີໄຫວ້ບູຊາບັນພະບຸລຸດ

    ພິທີສັງຂານໄດ້ເລີ່ມມາຈາກພິທີໄຫວ້ບູຊາບັນພະບຸລຸດຂອງໝໍພອນເຊິ່ງແມ່ນຜູ້ທີ່ມີຄວາມສາມາດຕິດຕໍ່ພົວພັນກັບເທວະດາຟ້າແຖນແມ່ນຂົວເຊື່ອມຕໍ່ລະຫວ່າງມະນຸດກັບເທວະດາຟ້າແຖນ. ສຳລັບຜູ້ຕິດພະຍາດຖືກໝໍພອນປິ່ນປົວໃຫ້ຫາຍດີສ່ວນຫຼາຍກໍ່ສະໝັກໃຈຂໍເປັນລູກລ້ຽງຂອງໝໍພອນ. ກ່ອນທີ່ດຳເນີນພິທີສັງຂານ, ໝໍພອນຕ້ອງເລືອກເອົາມື້ງາມຍາມດີເພື່ອດຳເນີນ. ໝໍພອນລື່ວັນຊວັນຢູ່ຕາແສງເຈົາຮວ່າງເມືອງກຸ່ຍເຈົາແຂວງເງະອານ ໃຫ້ຮູ້ວ່າ:

 “ໝໍພອນກໍ່ຊ່ວຍປິ່ນປົວໃຫ້ບັນດາຜູ້ເຈັບເປັນຕິດພະຍາດເມື່ອສຸຂະພາບກັບຄືນສູ່ປົກກະຕິເຂົາເຈົ້າກໍ່ທຳພິທີສັງຂານ. ຕາມຄວາມສຳນຶກແລ້ວໝໍພອນແມ່ນຜູ້ຂຶ້ນສະຫວັນເພື່ອຂໍໃຫ້ປະຊາຊົນໃນໜູ່ບ້ານລູກຫຼານ, ຍາດພີ່ນ້ອງ, ຜູ້ຖົ້າຜູ້ແກ່, ຊາວໜຸ່ມຈົ່ງມີສຸຂະພາບແຂງແຮງເພື່ອອອກແຮງງານ. ພ້ອມກັນນັ້ນກໍ່ພາວະນາໃຫ້ສັດລ້ຽງໃນປ່າກໍ່ແຂງແຮງລະດູການຜະລິດໄດ້ຮັບຜົນດີ. ໝໍພອນມີຄຸນງາມຄວາມດີໃນການຮັກສາສຸຂະພາບໃຫ້ແກໍຊາວບ້ານ”.

ງານບຸນສັງຂານຖືກດຳເນີນເປັນເວລາ 1 ວັນແລະ 1 ຄືນຢູ່ຫ້ອງຮັບແຂກຂອງຄອບຄົວໝໍພອນແລະບໍລິເວນຢູ່ອ້ອມແອ້ມເຮືອນຂອງລາວ. ນອກຈາກມີເຄື່ອງຂອງຖວາຍບູຊາແລ້ວເຂົາເຈົ້າຍັງນຳໃຊ້ເຄື່ອງດົນຕີ, ຄ້ອງກອງສະແດງສິລະປະວັນນະຄະດີ. ພິເສດຊາວເຜົ່າຜູ້ໄທເຄີຍຕັ້ງຕົ້ນໄມ້ໄຜ່ ເພື່ອໄຫວ້ບູຊາ, ເມື່ອໝໍພອນທຳພິທີໄຫວ້ບູຊາເປັນທີ່ຮຽບຮ້ອຍແລ້ວ, ລູກລ້ຽງແລະຊາວບ້ານພ້ອມກັນຟ້ອນລຳທຳເພງຢູ່ອ້ອມແອ້ມຕົ້ນໄມ້ໄຜ່ນີ້ພ້ອມກັນດື່ມເຫຼົ້າໄຫແລະອວຍພອນໃຫ້ກັນມີສຸຂະພາບເຂັ້ມແຂງທຸກສິ່ງທຸກຢ່າງກໍ່ດຳເນີນໄປດ້ວຍດີ. ທ່ານຫງວຽນແອັງຕ໊ວນຫົວໜ້າສູນວັດທະນະທຳສື່ສານເມືອງກຸ່ຍເຈົາແຂວງເງະອານໃຫ້ຮູ້ວ່າ:

 “ງານບຸນສັງຂານນັບມື້ນັບຂະຫຍາຍເປັນຂະບວນການງານບຸນກໍ່ມີຫຼາຍຂັ້ນຕອນປະຕິບັດແລະມີການກະກຽມຢ່າງລອບຄອບຖີ່ຖ້ວນ. ພາເຂົ້າເພື່ອຖວາຍບູຊາໃນພິທີລວມມີ ຫົວໝູ, ເຂົ້າໜຽວ, ປາ, ໝາກແລະໃບພູ, ດອກໄມ້, ເຫຼົ້າ... ທັງໝົດເຫຼົ່ານັ້ນກໍ່ແມ່ນເຄື່ອງຖວາຍບູຊາເຊິ່ງໝໍພອນສະເໜີໃຫ້ກະກຽມ”.

ບໍ່ຮູ້ວ່າພິທີສັງຂານໄດ້ມີມາແຕ່ຍາມໃດ ພຽງແຕ່ຮູ້ວ່າ ພິທີສັງຂານເຄີຍຖືກບັນດາໝໍພອນໃນແຕ່ລະໝູ່ບ້ານຈັດຕັ້ງໃນແຕ່ລະປີ. ພິທີໄຫວ້ບູລາກໍ່ມີຫຼາຍຮູບການແຕກຕ່າງກັນ, ແຕ່ລະພິທີກໍ່ມີບົດໄຫວ້ບູຊາຕ່າງຫາກນັ້ນແມ່ນບັນດາບົດກອນລຳ,  ບົດກາບກອນ, ນະວະນິຍາຍ, ເລື່ອງນິທານດ້ວຍຄຳຮ້ອຍກອງເລົ່າເຖິງການສ້າງບ້ານແປງເມືອງ, ບັນດານັກວິລະຊົນແຫ່ງຊາດຊົນເຜົ່າຜູ້ໄທການຊ່ວຍກູ້ປິ່ນປົວມະນຸດ... ປະລິນຍາເອກວີວັນອານຫົວໜ້າພະແນກອາຊີຕາເວັນອອກສຽງໃຕ້ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມໃຫ້ຮູ້ວ່າ:

“ໂດຍທົ່ວໄປແລ້ວ ແຕ່ 3 ຫາ 5 ປີເຂົາເຈົ້າກໍ່ເຄີຍຈັດຕັ້ງພິທີສັງຂານດ້ວຍຂອບຂະໜາດໃຫຍ່ ຊ້ຳບໍ່ໜຳໝໍພອນຫຼືເຈົ້າພາບຈັດພິທີຕ້ອງຂ້າໝູໂຕໜຶ່ງ. ສຳລັບບັນດາຜູ້ຕິດພະຍາດໄດ້ຮັບການປິ່ນປົວຫາຍດີ,ເຂົ້າເຈົ້າປະກອບສ່ວນໄກ່ ຫຼືປະກອບສ່ວນເງິນເພື່ອຊື້ໝູ. ແຕ່ລະປີຮອດເດືອນມີນາ ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າກະກຽມຈັດຕັ້ງພິທີສັງຂານ”.

   ພິທີສັງຂານຕິດພັນກັບການສ້າງຕັ້ງແລະຂະຫຍາຍຕົວຂອງຊາວເຜົ່າ ຜູ້ໄທອັນໄດ້ສ້າງສີສັນວັດທະນະທຳສະເພາະທີ່ບໍ່ອາດຫຼົງກັບບໍ່ວ່າຊົນເຜົ່າໃດໆ. ພິທີສັງຂານຍັງອະນຸລັກຮັກສາບັນດາພິທີກຳການລະຫຼິ້ນພື້ນເມືອງ.ພິທີສັງຂານຂອງຊາວເຜົ່າຜູ້ໄທໄດ້ຖືກກະຊວງວັດທະນະທຳກິລາແລະທ່ອງທ່ຽວ ຈັດເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເມື່ອວັນທີ 11 ກັນຍາປີ 2017

ຕອບກັບ

ຂ່າວ/ບົດ​ອື່ນ