ພິທີອາໄລຫາທະຫານຮ່ວາງຊາ ຢູ່ເກາະ ຫຼີເຊີນ
(ພາບ:TTXVN)
|
ໃນຊຸມມື້ນີ້, ຊາວຫວຽດນາມທຸກໆຄົນລ້ວນແຕ່ມຸ່ງໄປສູ່ເມືອງເກາະ ຫຼີເຊີນ ແຂວງກວາງງ້າຍ, ແຫ່ງທີ່ຮັບຖືວ່າ ເປັນອູ່ຂອງບັນດາຜູ້ໄປບຸກເບີກຜືນແຜ່ນດິນ, ປັກຫຼັກໝາຍອະທິປະໄຕເຂດນ່ານທະເລຂອງປະເທດຊາດ. ເມືອງເກາະ ຫຼີເຊີນ ພວມຟົດຟື້ນໄປດ້ວຍບັນຍາກາດຫ້າງຫາກະກຽມໃຫ້ແກ່ພິທີອາໄລຫາທະຫານຮ່ວາງຊາ. ນີ້ແມ່ນພິທີອາໄລຫາຖືກບັນດາວົງຕະກູນຢູ່ ເມືອງເກາະ ຫຼີເຊີນຈັດຂຶ້ນໃນແຕ່ລະປີ ຊຶ່ງເຂັ້ມຂົ້ນໄປດ້ວຍວັດທະທຳທະເລທີ່ເປັນເອກະລັກສະເພາະ ແລະ ໄດ້ມີມາແຕ່ຫຼາຍຮ້ອຍປີມານີ້.
ໂດຍຂີ່ເຮືອຄວາມໄວສູງຈາກທ່າກຳປັ່ນຊາກີເປັນເວລາ 1 ຊົ່ວໂມງ, ເກາະ ຫຼີເຊີນທີ່ຂຽວງາມໄດ້ຄ່ອຍປະກົດຕົວໃນສາຍຕາຂອງທຸກໆຄົນ ປຽບເໝືອນແກ້ວມະນີຢູ່ກາງທະເລ. ໃນຊວງເວລານີ້, ຢູ່ທ່າເຮືອຂອງເກາະ ຫຼີເຊີນ ຍາມໃດກໍມີຄົນຢ່າງໜາແໜ້ນ. ຄາດຄະເນວ່າ ມີປະມານກ່ວາ 1000 ຄົນ ໄປເມືອງເກາະ ຫຼີເຊີນໃນໂອກາດນີ້, ຊຶ່ງແມ່ນຈຳນວນຫຼາຍທົບ 8 ເທົ່າເມື່ອທຽບໃສ່ມື້ທຳມະດາ. ໃຜໆກໍດີໃຈເພາະໄດ້ມີໂອກາດເຊື່ອມຕົວເຂົ້າໃນງານບຸນທີ່ເປັນເອກະລັດສະເພາະຂອງຊາວ ເມືອງເກາະ ຫຼີເຊີນ.
ພິທີອາໄລຫາທະຫານຮ່ວາງຊາ ບໍ່ພຽງແຕ່ມີມາແຕ່ດົນນານໃນບັນດາວົງຕະກູນຢູ່ເມືອງເກາະ ຫຼີເຊີນເທົ່ານັ້ນ, ຫາກຍັງແມ່ນພິທີກຳພື້ນເມືອງ,ວັດທະນະ ທຳການເຫຼື້ອມໄສທີ່ເປັນເອກະລັກສະເພາະ ຊຶ່ງຖືກຈັດຂຶ້ນໃນແຕ່ລະປີຢູ່ບັນດາທ້ອງຖິ່ນແຄມທະເລຢູ່ແຂວງກວາງງ້າຍ. ຢູ່ແຫ່ງໃດທີ່ມີຄົນເຂົ້າເປັນ ທະຫານໄປຮ່ວາງຊາເມື່ອກ່ອນນີ້, ຢູ່ແຫ່ງນັ້ນກໍດຳເນີນພິທີນີ້ໃນແຕ່ລະປີ. ພິທີອາໄລຫາທະຫານຮ່ວາງຊາທີ່ມີມານັບຮ້ອຍປີໂດຍ ບັນດາວົງຕະກູນຢູ່ ເມືອງເກາະ ຫຼີເຊີນຈັດຂຶ້ນເພ່ືອແນໃສ່ສະແດງຄວາມຮູ້ບູນຄຸນບັນດາທະຫານທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາອະທິປະໄຕ, ເຂດນານທະເລຂອງປະເທດຊາດທີ່ໝູ່ເກາະຮ່ວາງຊາ. ທ່ານ ຫງວຽນວັນຟຸກ ຫົວໜ້າວົງຕະກູນຫງວຽນຢູ່ ເມືອງເກາະ ຫຼີເຊີນ ໃຫ້ຮູ້ວ່າ :
“ຢູ່ນີ້, ຈັດພິທີອາໄລຫາທະຫານຮ່ວາງຊາເພື່ອຈາລຶກຄຸນງາມຄວາມດີຂອງ ບັນດາທະຫານທີ່ໄດ້ອອກໄປປະຕິບັດໜ້າທີ່ຢູ່ ໝູ່ເກາະຮ່ວາງຊາເມື່ອກ່ອນນີ້. ຮອດວັນທີ 15/3 ແຕ່ລະວົງຕະກູນ, ແຕ່ລະຄອບຄົວກໍລ້ວນແຕ່ທຳພິທີຕ່າງຫາກ, ສ່ວນຢູ່ສາລາ ແມ່ນຈັດຕັ້ງລວມ. ການຈັດພິທີນີ້ ແມ່ນຂອງທັງເມືອງຫຼີເຊີນ, ດັ່ງນັ້ນໃນຂັ້ນຕອນຈັດພິທີ ແມ່ນຕ້ອງມີຮູບເຮືອໂມ, ຮູບຄົນເປັນທະຫານເຮັດດ້ວຍເຈ້ຍ ແລະ ໄມ້ໄຜ່, ມີໝູ, ມີໄກ່ ແລະ ໝໍຜີອີກດ້ວຍ ”
ພິທີອາໄລຫາທະຫານຮ່ວາງຊາໄດ້ມີມາແຕ່ກ່ອນນີ້ນັບຮ້ອຍປີ, ເມື່ອກຳລັງທະຫານຢູ່ເກາະ ຫຼີເຊີນ ໄດ້ເດີນທະເລດ້ວຍເຮືອໂມນ້ອຍໆຮອດ ໝູ່ເກາະຮ່ວາງຊາ. ໃນຊຸມມື້ດຳເນີນພິທີ, ຊາວເມືອງເກາະ ຫຼີເຊີນ ເຄີຍປ່ອຍເຮືອໂມທີ່ເຮັດຕາມຮູບຈຳລອງເຮືອໂມຂອງຊາວເມືອງເກາະກ່ອນນີ້ນັບຮ້ອຍປີ. ຢູ່ໃນເຮືອ, ກໍມີຮູບຄົນເປັນທະຫານເຮັດດ້ວຍເຈັ້ຍ ພ້ອມດ້ວຍເຄື່ອງຂອງປະຈຳຕົວ. ຕາມຄວາມສຳນຶກຂອງຊາວເມືອງເກາະ ຫຼີເຊີນແລ້ວ, ຮູບຄົນເປັນທະຫານເຮັດດ້ວຍເຈັ້ຍຈະຖືກໝໍຜີຝັງຢັນໃນເຮືອຂອງທະຫານອອກໄປຮ່ວາງຊາ ເພື່ອໃຫ້ເຂົາເຈົ້າໝັ້ນໃຈໃນການເດີນເຮືອຍ້ອນໄດ້ມີຮູບຄົນເສຍຊີວິດແທນ. ທັງນີ້ກໍແມ່ນລະດົມກຳລັງໃຈ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ກອງກຳລັງທະຫານຮ່ວາງຊາ. ລຸງເລຢຸ ຊາວຕາແສງ ວິ້ງອານ ໃຫ້ຮູ້ວ່າ :
“ ໃນຊຸມມື້ນີ້, ປະຊາຊົນໃນເມືອງເກາະ ຫຼີເຊີນ ຍາມໃດກໍເຄົາລົບບູຊາ, ອາໄລຫາບັນດານັກຮົບລຸ່ນກອ່ນທີ່ໄດ້ອອກໄປປົກປັກຮັກສາອະທິປະໄຕ, ເຂດນ່ານທະເລຂອງປະເທດຊາດທີ່ໝູ່ເກາະຮ່ວາງຊາ ເພື່ອໃຫ້ລຸ່ນລູກລຸ່ນຫຼານສືບທອດ, ປະຕິບັດຕາມເພື່ອ ເພື່ອປົກປັກຮັກສາປະເທດຊາດ”
ກ່ອນນີ້ 300 ປີ, ກອງກຳລັງທະຫານຮ່ວາງຊາ ຊຶ່ງແມ່ນຊາວປະມົງໃນເກາະ ຫຼີເຊີນ ໄດ້ປະຕິບັດຕາມພະລາຊະດຳລັດຂອງລາດຊະວົງຫງວຽນ ອອກໄປຮ່ວາງຊາເພື່ອເຮັດໜ້າທີ່ວັດແທກລະດັບນ້ຳທະເລ ແລະ ປັກຫຼັກໝາຍເພື່ອປົກປັກຮັກສາອະທິປະໄຕ, ເຂດນ່ານທະເລຂອງປະເທດຊາດ. ກອງກຳລັງທະຫານ ຮ່ວາງຊາເມື່ອກ່ອນນີ້ ພ້ອມດ້ວຍຮອງຮອຍສະຖານນັບຮ້ອຍແຫ່ງທີ່ພວມໄດ້ຮັບການຮັກສາຢູ່ເກາະ ຫຼີເຊີນນັ້ນ ໄດ້ເປັນພິສູດໃຫ້ເຫັນກ່ຽວກັບສະຕິ ປົກປັກຮັກສາອະທິປະໄຕ, ເຂດທະເລໝູ່ເກາະຂອງປະເທດຊາດກ່ອນນີ້ນັບຮ້ອຍປີ. ປະຈຸບັນຢູ່ ເມືອງເກາະ ຫຼີເຊີນ ຍັງຄົງເກັບຮັກສາບັນດາເອກະສານ, ວັດຖຸພັນປະຫວັດສາດນັບຮ້ອຍຢ່າງກ່ຽວກັບອະທິປະໄຕ ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ . ທ້າວ ຮ່ວາງນາມ ນັກທ່ອງທ່ຽວຊາວຮ່າໂນ້ຍ ເວົ້າວ່າ :
“ ອາດເວົ້າວ່າ ກ່ອນທີ່ຈະເດີນທາງ, ຂ້າພະເຈົ້າບໍ່ຄິດວ່າຢູ່ແຫ່ງນີ້ ຍັງຮັກສາເອກະສານ, ວັດຖຸພັນປະຫວັດສາດທີ່ລ້ຳຄ່າເຊັ່ນນັ້ນ. ມັນເປັນພະຍາຍຫຼັກຖານປະຫວັດສາດ. ຂ້າພະເຈົ້າມີຄວາມພາກພູມໃຈເພາະຢູ່ແຫ່ງນີ້ ໄດ້ຮັກສາ ມູນເຊື້ອຮັກຊາດຂອງປະຊາຊົນຫວຽດນາມທີ່ມີຕໍ່ໝູ່ເກາະຮ່ວາງຊາ ”
ສ່ວນລຸງ ເລວັນຮ່ວາ ຊາວຕາແສງ ອານວິ້ງ ໃຫ້ຮູ້ດ້ວຍຄວາມເອກອ້າງທະນົງໃຈວ່າ : ເປັນຊາວເມືອງເກາະ ຫຼີເຊີນ ໃຜໆກໍເຊື່ອມຊຶມມູນເຊື້ອອັນດີງາມນີ້ . ລຸງເວົ້າວ່າ :
“ ປະຊາຊົນໃນເມືອງເກາະ ຫຼີເຊີນ ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍທັງໝົດ ມີສາຍພົວພັນຢ່າງໜິດແໜ້ນນັບແຕ່ກ່ອນເປັນຕົ້ນມາ. ລຸ່ນພໍ່ລຸ່ນອ້າຍໃນເມືອງເກາະ ຫຼີເຊີນ ໄດ້ອອກໄປໝູ່ເກາະຮ່ວາງຊາເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ.ໃນຈິດໃຈຂອງຊາວ ຫຼີເຊີນ ແຕ່ລະຄົນລ້ວນແຕ່ເຊື່ອມຊຶມມູນເຊື້ອຕ້ອງປົກປັກຮັກສາອະທິປະໄຕຂອງປະເທດຊາດຢ່າງເດັດຂາດ ”
ສຳລັບຊາວເມືອງເກາະ ຫຼີເຊີນ ແລ້ວ, ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ ແມ່ນບ້ານເກີດເມືອງນອນແຫ່ງທີ່ 2 , ແມ່ນເຂດເພື່ອປະກອບອາຊີບການປະມົງຕົ້ນຕໍໂດຍລຸ່ນພໍ່ລຸ່ນອ້າຍຂອງເຂົາເຈົ້າໄດ້ບຸກເບີກ. ແຕ່ລະມື້, ບັນດາຝູງເຮືອຂອງຊາວປະມົງ ຫຼີເຊີນຍັງຄົງເດີນທະເລ ມຸ່ງໜ້າສູ່ເຂດທະເລທີ່ຂຶ້ນກັບໝູ່ເກາະ ຮ່ວາງຊາ, ເຈືອງຊາ ເພື່ອຈັບຫາສິນທະເລ ແລະ ຍັງມີອີກໜ້າທີ່ໜຶ່ງອັນສູງສົ່ງ, ນັ້ນແມ່ນສືບທອດມູນເຊື້ອຂອງລຸ່ນພໍ່ລຸ່ນອ້າຍ ຕັດສິນໃຈປົກປັກຮັກສາອະທິປະໄຕ, ເຂດນ່ານທະເລຂອງປະເທດຊາດ .