ພະລັງຊີວິດຂອງເດີນກາຕາຍຕືໃນຊີວິດສັງຄົມ

ງານ Festival ​ເດີນ​ກາ​ຕາຍ​ຕື​ແຫ່​ງຊາດຄັ້ງ​ທີໜຶ່ງ - 2014 ພວມ​ຖືກ​ຈັດ​ຂຶ້ນ​ຢູ່​ ນະຄອນ ບາກ​ລຽວ  - ແຂວງບາກ​ລຽວ . ​ເຫດການ​ນີ້​ໄດ້​ຢັ້ງຢືນ​ລະດັບ​ຂອງ​ປະ​ເພດ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ ຊຶ່ງໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

ພະລັງຊີວິດຂອງເດີນກາຕາຍຕືໃນຊີວິດສັງຄົມ - ảnh 1
ສິລະ​ປະເດີນ​ກາ​ຕາຍ​ຕືພາກໃຕ້

   ​ເຖິງ​ແມ່ນ​ວ່າ ​ມີ​ຕົ້ນ​ກຳ​​ເນີ​ດຈາກ​ດົນຕີ​ໃນ​ພະລາດ​ຊະ​ວັງ ​ເຫ້ວ ​ແລະ ບັນດາ​ມໍລະດົກ​ດ້ານ​ດົນຕີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ພາກ​ເໜືອ ຍ້ອນ​ຂະ​ບວນຄົນ​ນຳ​ໜ້າ​​ໄປ​ບຸກ​ເບີກ​ພື້ນ​ທີ່ຢູ່​ພາກ​ໃຕ້, ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ເດີນ​ກາ​ຕາຍ​ຕື​​ໄດ້​ກາຍ​ເປັນ​ຜະລິດ​ຕະພັນ​ດ້ານ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ເຂດ​ດິນ​ນີ້. ທ່ານ​ຮອງ​ສາດສະດາຈານ, ດອກ​ເຕີ ຫງວຽນ​ທິມີ້​ລຽມ ຊຶ່ງ​ແມ່ນ​ຜູ້​ເຂົ້າ​ຮ່ວມ​ສ້າງສຳ​ເນົາ​​ເອກະສານ​ເດີນ​ກາ​ຕາຍ​ຕື​ ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ອົງການ UNESCO ຮັບຮອງ​​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເຂອງ​ມວນ​ມະນຸດ ​ໃຫ້​ຮູ້​ວ່າ : ​ເມື່ອ​ເສບ​ດົນຕີ, ​ເມື​ອ່ຂັບ​ຮ້ອງກ່ຽວ​ກັບ​ບັນດາ​ບົດ​ເພງ​ເກົ່າ, ຊາວ​ພາກ​ໃຕ້​ຍາມ​ໃດ​ກໍ​ມີ​ຫົວຄິດ​ປະດິດ​ສ້າງ, ​ເຂົາ​ເຈົ້າ​ຢາກ​ຝາກຝັງ​ຄວາມ​ຮັກ ​ແລະ ວິນ​ຍານ​ເຂົ້າ​ສູ່​ສຽງ​ຂັບ​ຮ້ອງ​ເພື່ອ​ສ້າງ​ໃຫ້​ມີບົດ​ເພງ​ທີ່​ມ​ີ​ສີສັນ​ໃໝ່​ເປັນ​ໜ໊າຈັບ​ໃຈ. ທ່ານ​ຮອງ​ສາດສະດາຈານ, ດອກ​ເຕີ ຫງວຽນ​ທິມີ້​ລຽມ ​ເປີ​ດ​ເຜີຍ​ວ່າ : 

   “ ຊາວ​ພາກ​ໃຕ້​ມີ​ພອນ​ສະຫວັນ​ພິ​ເສດ​ໃນ​ການ​ດັດ​ແປງ​ສຽງເພງ, ຈາກ​ບົດ​ເພງ​ສັ້ນ​ມາ​ແຕ່​ດັ້ງ​ເດີມ ຄ່ອຍໆ​ຂະຫຍາຍ​ເປັນ​ບົດ​ເພງ​ຍາວ. ຍົກ​ຕົວຢ່າງ​ຄື​ບົດ​ເພງ​ເກົ່າ ຢະ​ໂກ​ຮ່ວາຍ​ລາງ ກ່ອນ​ນີ້ 100 ປີ, ຄົນ​ສະ​ໄໝ​ກ່ອນ​ຂັບ​ຮ້ອງ​ບໍ່​ຄື​ກັບ​ຄົນ​ລຸ່ນປະຈຸ​ບັນ, ​ເຂົາ​ເຈົ້າ​ຂັບ​ຮ້ອງ​ແບບ​ງ່າຍດາຍ​ກວ່າ​ປະຈຸ​ບັນ. ​ເຮົາ​ມີວິ​ມີ​ຜັນ​ສຽງ​ເມື່ອ​ຂັບ​ຮ້ອງ​ແບບ​ຊາວ​ພາກ​ໃຕ້. ​ແລະ ກໍ​ຍ້ອນ​ການ​ຂະຫຍາຍ​ນີ້​ເອງ, ມັນ​ໄດ້​ເຮັດ​ໃຫ້​ບົດ​ເພງ​ມີ​ສີສັນ​ຈັ່ງ​ຫວະ​ທຳນອງ​ພາກ​ໃຕ້ ”

      ປະຈຸ​ບັນ, ​ເຖິງ​ວ່າ​ຢູ່​ໃສ ​ແລະ ​ໃນ​ຍາມ​ໃດ​ກໍ​ຕາມ, ຊາວ​ພາກ​ໃຕ້​ຕ່າງ​ກໍ​ມີ​ຄວາມ​ເອກອ້າງທະນົງໃຈ ກ່ຽວກັບຊັບສົມບັດທາງດ້ານຈິດໃຈ - ເດີນ​ກາ​ຕາຍ​ຕື. ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ ສຽງ​ດົນຕີ, ສຽງ​ຂັບ​ຮ້ອງ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ນັ້ນ ​ໄດ້​ຊຶມ​ເລິກ​ເຂົ້າ​ໃນ​ຈິດ​ໃຈ​ຂອງ​ພວກ​ເຂົາ. ສຳລັບ​ຊາວ​ພາກ​ໃຕ້​ແລ້ວ, ເດີນ​ກາ​ຕາຍ​ຕື​ແມ່ນ​ປະ​ເພດ​ສິລະ​ປະ​ພຽງ​ອັນ​ດຽວ, ທັງ​ມີ​ລັກສະນະ​ເປັນ​ເອກະລັກ​ຂອງ​ດົນຕີ​ປະ​ເພດ​ປະສານ​ສຽງ, ທັງ​ສາມາດ​ແຜ່​ຂະຫຍາຍ​ໃນ​ຂອບ​ເຂດ​ຢ່່າງກ້ວາງ​ຂວາງ ​ແລະ ​ໃນ​ການ​ດຳລົງ​ຊີວິດ​ຍຸກ​ປະຈຸ​ບັນ, ມັນ​ຍັງ​ແມ່ນ​ປະ​ເພດ​ສິລະ​ປະ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ມວນ​ຊົນ .    

    “ ຂ້າພະ​ເຈົ້າ​ຊົມ​ຊອບ​ສິລະ​ປະເດີນ​ກາ​ຕາຍ​ຕື ນີ້​ທີ່​ສຸດ ​ເພາະ​ມັນ​ໄດ້​ຊຶມ​ເລິກ​ເຂົ້າ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ​ແລ້ວ.

     ສິລະ​ປະເດີນ​ກາ​ຕາຍ​ຕື​ແມ່ນ​ມີ​ມາ​ແຕ່​ດຶກ​ດຳ​ບັນ, ກ່ຽວ​ກັບ​ດົນຕີ​ໃນ​ພະລາດ​ຊະ​ວັງ​ກໍ​ໄດ້​ມີ​ມາ​ແຕ່​ດົນ​ນານ ​ແລະ ເດີນ​ກາ​ຕາຍ​ຕື ກໍ​ໄດ້​ມີ​ມາ​ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົນ​ມາ. ​ໄດ້​ມີ​​ຄວາມ​ເມົາ​ມົວ​ແລ້ວ, ​ແມ່ນ​ຈະ​ປະ​ມັນ​ບໍ່​ໄດ້.

    ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຜູກ​ພັນ​ກັບ ສິລະ​ປະເດີນ​ກາ​ຕາຍ​ຕື ຜ່ານ 3 ລຸ່ນຄົນ​ແລ້ວ, ທຸກ​ຄົນ​ໃນ​ຄອບຄົວ ຕ່າງ​ກໍຮູ້​ເສບ​ດົນຕີ ​ແລະ ຂັບ​​ເປັນ. ​ແນ່ນອນ​ວ່າ ຂ້າພະ​ເຈົ້າ​ມີ​ພອນ​ສະຫວັນ​ທາງ​ດ້ານ ສິລະ​ປະເດີນ​ກາ​ຕາຍ​ຕື ”

   ນັບ​ແຕ່​ຊຸມ​ປີ 1960 ​ເປັນ​ຕົ້ນ​ມາ, ​ໂລກ​ໄດ້​ຮູ້ຈັກ​ກ່ຽວ​ກັບ ສິລະ​ປະເດີນ​ກາ​ຕາຍ​ຕື​ພາກ​ໃຕ້​ຜ່ານ​ຄວາມ​ມານະ​ພະຍາຍາມ​ແນະນຳ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ​ທີ່​ສຸມ​ຈິດ​ສຸມ​ໃຈ ຄື ສາດສະດາຈານ ​ເຈີ​ນວັນ​ເຄ, ນັກ​ດົນຕີ ຫງວຽນ​ຫິວ​ບາ ​ແລະ ອາຈານ​ສອນ​ດົນຕີ ວິ້ງ​ບາ​ວ... ຫຼາຍ​ປີ​ມາ​ນີ້, ​ແຂກ​ສາລະ​ທິດ​ເມື່ອ​ມາ​ຢ້ຽມຢາມ​ເຂດ​ຕາ​ເວັນ​ຕົກ ຍັງ​ຄົງ​ຖື​ວ່າ ສຽງ​ດົນຕີ, ສຽງ​ຂັບ​ຮ້ອງ​ຢູ່​ແຫ່ງ​ນີ້ ​ແມ່ນ​ສິນ​ພິ​ເສດ​ທີ່​ຂາດ​ບໍ່​ໄດ້​ຢູ່​ແຫ່ງ​ນີ້. ພິ​ເສດ​ແມ່ນ​ໄວ​ໜຸ່ມ ​ແລະ ບາງ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ຊາວ​ຕ່າງປະ​ເທດ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ກັບ​ລັກສະນະ​ວົງ​ຄະນະ​ຍາດ ​ແລະ ກຳ​ລັງ​ແຮງ​ແຜ່​ລາມ​ຂອງ ສິລະ​ປະເດີນ​ກາ​ຕາຍ​ຕື​ເມື່ອສຳ​ພັດ​ເລິກ​ກັບ​ມັນ. ນັກ​ປະພັນ​ວັນນະຄະດີ ​ເລ​ດິງບິກ ອາຈານ​ສອນ​ວິຊາ​ວັດທະນະທຳ​ສັງກັດ​ມະຫາວິທະຍາ​ໄລ ​ເກີນ​ເທີ, ຊຶ່ງ​ແມ່ນ​ຜູ້​ແນະນຳ​ບັນດາ​ເຄື່ອງ​ດົນຕີ ​ແລະ ດົນຕີ​ພື້ນ​ເມືອງ​ຂອງ​ຊາດ​ຫວຽດນາມ ​ໃຫ້​ແກ່​ນັກ​ສຶກສາ​ຕ່າງປະ​ເທດ​ເປັນ​ເວລາ​ຫຼາຍ​ປີ​ໃຫ້​ຮູ້​ວ່າ ​: 

    “ ກ່ອນ​ນີ້ ​ໄດ້​ມີ​ບັນດາ​ກິດຈະກຳ​ຄົ້ນ​ຄ້ວາລະ​ອຽດທີ່​ສຸດ​ກ່ຽວ​ກັບ ສິລະ​ປະເດີນ​ກາ​ຕາຍ​ຕື​ພາກ​ໃຕ້​ຂອງບັນດາ​ນັກຮຽນ​ຮູ້​, ອາຈານ​ສອນ​ດົນຕີ​ຫວຽດນາມ, ​ແຕ່​ນັກ​ຄົ້ນ​ຄ້ວາ​ປ້ອງ​ກັນ​​ວິທະຍານິພົນປະລິນຍາ​ເອກ​ກ່ຽວ​ກັບ ສິລະ​ປະເດີນ​ກາ​ຕາຍ​ຕື ​ພັດແມ່ນຊາວ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ. ນັ້ນ​ແມ່ນ​ທ່ານ​ດອກ​ເຕີ Alexander M.Cannon, ອາຈານ​ສອນ​ພະ​ແນ​ກປະຫວັດສາດ​ດົນຕີ ​ແລະ ຊົນ​ເຜົ່າ​ວິທະຍາ​ຂອງ​ສະ​ຖາ​ບັນພກ​ຕາ​ເວັນ​ຕົກ Michigan. ສິ່ງ​ນີ້ ຈຶ່ງ​ແມ່ນ​ສິ່ງ​ທີ່​ປະ​ເສີດ ”

    ສິລະ​ປະເດີນ​ກາ​ຕາຍ​ຕືບໍ່ພຽງ​ແຕ່​ແມ່ນ​ຊັບ​ສົມ​ບັດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ 21 ​ແຂວງ, ນະຄອນ​ພາກ​ໃຕ້​, ພິ​ເສດ​ແມ່ນ​ເຂດ​ທົງ​ພຽງ​ແມ່​ນ້ຳຂອງເທົ່າ​ນັ້ນ, ຫາກ​ກຳ​ລັງ​ແຜ່​ຂະຫຍາຍ ​ແລະ ຄວາມ​ສາມາດ​ບົມຊ້ອນ​ຂະຫຍາຍຕົວ​ຂອງ ສິລະ​ປະເດີນ​ກາ​ຕາຍ​ຕື ຍັງ​ແຮງ​ກ້າ​ໃນ​ການ​ດຳລງົຊີວິດ​ຍຸກ​ປະຈຸ​ບັນ​ອີກ​ດ້ວຍ, ພິ​ເສດ​ແມ່ນ​ພາຍຫຼັງ​ທີ່​ມັນ​ໄດ້​ກາຍ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ຜູ້​ມີ​ຄວາມ​ສົນ​ໃຈ ​ແລະ ນິຍົມ​ຊົມ​ຊອບສິລະ​ປະເດີນ​ກາ​ຕາຍ​ຕືພວມ​ພາກັນ​ມາ​ເຕົ້າ​ໂຮມຢູ່​ນະຄອນບາກ​ລຽວ ແຂວງບາກ​ລຽວ ​ເພື່ອ​ຊອກ​ຮູ້​ຄວາມ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ຄຸນຄ່າ​ວັດທະນະທຳ, ຖອດ​ຖອນ​ບົດຮຽນ​ນຳ​ເພື່ອນ​ທີ່​ຮັກ, ພ້ອມ​ກັນ​ປຶກສາ​ທິດ​ກ້າວ​ເດີນ​ທີ່​ຈຳ​ເປັນ, ຕໍ່​ພະລັງ​ຊີວິດ​ໃຫ້​ແກ່​ສິລະ​ປະ​ປະ​ເພດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້ ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ​ຕະຫຼອດ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ