ພະອາຈານທິກເລະເຕິນ “ນັກວິສາວະກອນຜ້າສະບົງ“ ກໍ່ສ້າງຂົວໃຫ້ແກ່ຊາວກະສິກອນ


   (vovworld)-  ​​ໂດຍ​ໄດ້​ເຄື່ອນ​ໄຫວວຽກງານ​ກຸສົນ​ສັງຄົມ​ມາ​ເປັນ​​ເວລາ​ກ່ວາ 10 ປີ, ດ້ວຍ​ບັນດາ​ກິດຈະກຳ​ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ຂອງ​ປະຊາຊົນ​ຢ່າງ​ແທດ​ຈິງ​ນັ້ນ, ພະ​ອາຈານ​ທິກ​ເລ​ະ​ເຕິ​ນ, ​ເຈົ້າອາວາດ​ວັດ​ຢາກ​ຮວາ, ຕາ​ແສງ​ເຮົ້າ​ແທງ​ດົງ, ​ເມືອງ​ເຕິ​ນ​ແທ້ງ, ​ແຂວງ​ລອງ​ອານ ​ໄດ້​ຮັບ​ການ​ຮູ້ຈັກ​ຈາກ​ຫຼາຍ​ຄົນ​ເໝືອນ​ດັ່ງ “ນັກ​ວິ​ສາວະ​ກອນ​ຜ້າສະບົງ“ ​ໃນ​ເວລາ 2, 3 ປີ​ມາ​ນີ້, ພະ​ອາຈານ​ໄດ້​ຂົນຂວາຍ​ບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ​, ບໍລິຈາກ​ເງິນ​ໄດ້​ນັບ​ສີ​ບຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ຄົມມະນາຄົມ​ຊົນນະບົດ, ​ແບ່ງປັນ​ຄວາມຫຍຸ້ງຍາກ​ກັບ​ຄົນທຸກ​ຍາກ.. ພິ​ເສດ, ສູນ​ສ້າງສະຖິຕິ​ຫວຽ​ດນາມ ​ໄດ້​ຮັບຮອງ​ພະ​ອາຈານ​ທິກ​ເລະ​ເຕິ​ນ​ ແມ່ນ​ຜູ້​ຂົນຂວາຍ​ກໍ່ສ້າງ​ຂົວ ​ແລະ ບັນດາ​ກິດຈະກຳ​ກຸສົນ​ຫຼາຍ​ກ່ວາ​ໝູ່​ຢູ່​ແຂວງ​ລອງ​ອານ. 

ພະອາຈານທິກເລະເຕິນ “ນັກວິສາວະກອນຜ້າສະບົງ“  ກໍ່ສ້າງຂົວໃຫ້ແກ່ຊາວກະສິກອນ - ảnh 1

(ພາບ: phapluattp.vn)

​ ໃນ 5 ປີຜ່ານມາ ຄື​ແຕ່​ປີ 2009-2013, ພະ​ອາຈານ​ທິກ​ເລະ​ເຕິ​ນ ​ສາມາດຂົນຂວາຍ​ຈຳນວນ​ເງິນ​ໄດ້​ກ່ວາ 13 ຕື້ 700 ລ້ານ​ດົ່ງ ​ເພື່ອ​ປະຕິບັດ​ວຽກ​ງານ​ສັງຄົມ, ​ໃນ​ນັ້ນ​ໄດ້​ສະຫງວນ​ 5 ຕື້ 500 ລ້ານ​ດົ່ງ​ເພື່ອ​ກໍ່ສ້າງ​ຂົວ​ເບ​ຕົງ​ເສີມ​ເຫຼັກ 48 ​ແຫ່ງ. ພິ​ເສດ, ທ້າຍ​ປີ 2013, ກິດຈະກຳ​ຂົວ​ແຂວນ​ຂະໜາດ​ໃຫ່ຍກາຍຂ້າມ​​​ຄອງ​ເໝືອງ​ເຢືອງວັນ​ເຢືອງທີ່ມີ​ລວງຍາວ 80 ມ, ກ້ວາງ 3 ມ​ໄດ້​ລົງມື​ກໍ່ສ້າງ​ ດ້ວຍ​ຍອດ​ມູນ​ຄ່າ 1 ຕື້ 600 ລ້ານ​ດົ່ງ; ​ໃນ​ນັ້ນຫັກ​ຈາກ​ງົບປະມານ​ທ້ອງ​ຖິ່ນ​ປະມານ 700 ລ້ານ​ດົ່ງ​, ສ່ວນ​ຍັງ​ເຫຼືອ​ໂດຍ​ບັນດາ​ພຸດທະສາສະນິກກະ​ຊົນ, ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ, ວິ​ສາ​ຫະກິດ ​ແລະ ປະຊາຊົນບໍລິຈາກ. ສະ​ເພາະ​ໃນ 6 ​ເດືອນ​ຕົ້ນປີ 2014, ພະ​ອາຈານ​ທິກ​ເລະ​ເຕິ​ນ ​ໄດ້​ຂົນຂວາຍ​​ບໍລິຈາກ​ເງິນ​ກໍ່ສ້າງ​ຂົວ 11 ​ແຫ່ງ​ໃຫ້​ບັນດາ​ຕາ​ແສງ​ພາຍ​ໃນ ​ແລະ ນອກ​ເມືອງ​ດ້ວຍ​ຍອດ​ຈຳນວນ​ເງິນ​ກ່ວາ 3 ຕື້ 600 ລ້ານ​ດົ່ງ, ​ໃນ​ນັ້ນຫຼາຍ​ກ່ວາ​ໝູ່​ແມ່ນ​ຕາ​ແສງ​ເຮົ້າ​ແທງ​ດົງ ມີ​ຂົວ 6​ແຫ່ງ ​ແລະ ຕາ​ແສງ​ເຍີນນິງມີ​ຂົວ 2 ​ແຫ່ງ. ທ່ານ​ເຈືອງ​ວັນ​ວິ​ງ, ບ້ານ 2, ຕາ​ແສງ​ເຮົ້າ​ແທງ​ດົງ, ​ເມືອງ​ເຕິ​ນ​ແທ້ງ, ​ແຂວງ​ລອງ​ອານ ​ເວົ້າ​ວ່າ:

   “​​​​​​​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ພະ​ອາຈານ​ທິກ​ເລະ​ເຕິ​ນ ​ຂົນຂວາຍ​ກໍ່ສ້າງ​ຂົວ, ປະຊາຊົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ. ມີຂົວ​​ແລ້ວ​ຈະ​ຊ່ວຍ​ໃຫ້​ຊາວ​ກະ​ສິກ​ອນ​ໄປມາ​ຢ່າງ​ສະດວກ​ສະບາຍ. ສະນັ້ນ, ປະຊາຊົນ​ກໍ່​ປະກອບ​ກຳລັງ​ເຮື່ອ​ແຮງ​ເພື່ອ​ກໍ່ສ້າງ​ຂົວ. ພິ​ເສດ, ຂົວ​ແຫ່ງ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດໄວ​ທີ່​ສຸດ, ໃນ​ເວລາພຽງ 50 ວັນ​​ເທົ່າ​ນັ້ນ“.

  ກ່ອນ​ນີ້ນັບສິບ​ປີ​, ພະ​ອາຈານ​ທິກ​ເລະ​ເຕິ​ນ ​ໄດ້ຕິດ​ພັນ​ກັບ​ວຽກ​ງານ​ກໍ່ສ້າງ​ຂົວ. ບໍ່​ພຽງ​ແຕ່​ໄປ​ສຳ​ຫຼວດຕົວ​ຈິງ, ຂົນຂວາຍ​ບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸ​ສົນ​​ບໍລິຈາກ​ເງິນ​​ເທົ່າ​ນັ້ນ, ພະ​ອາຈານ​ທິກ​ເລະ​ເຕິ​ນ ຍັງພ້ອມ​ກັບ​ໜ່ວຍ​ນາຍ​ຊ່າງ​​ຊອກ​ຮູ້, ອອກ​ແບບ​ຂົວ​ແຫ່​ງຕ່າງໆ​ທັງ​ຮັບປະກັນ​ຄຸນ​ນະພາ​ບ, ທັງງາມ, ​ແລະມີ​ລາຄາ​ຖືກອີກ​. ນັບ​ແຕ່​ນັ້ນ​, ຂົວ​​ເບ​ຕົງແຫ່ງ​ຕ່າງໆທີ່​ຕິດ​ພັນ​ກັບ​ຊື່​ສຽງ “ນັກ​ວິສາວະ​ກອນ​ຜ້າສະບົງ“ ​ໄດ້​ປະກົດ​ຕົວຢູ່​ເຂດ​ບ້ານ​ນາ​ທຸກ​ຍາກ​ຫຼາຍ​ແຫ່ງ, ຈາກ​ເຕິ​ນ​ແທ້ງ, ​ແທ້ງ​ຮວາ, ​ເຕິ​ນຈຸ, ​ເຈົາ​ແທ່ງ ຕະຫຼອດ​ຮອດ​ບາງ​ທ້ອງ​ຖິ່ນ​ອ້ອມ​ແອ້ມ​ຄື​ຕ່ຽນຢາງ, ດົ່ງ​ທາ​ບ… ທ່ານ​ເລ​ຮ່ວາງ​ແມ້ງ, ຢູ່​ບ້ານ​ຫງວຽນ​ໂລກ, ຕາ​ແສງ​ເຮົາ​ແທງ​ດົງ, ​ເມືອງ​ເຕິ​ນ​ແທ້ງ, ​ແຂວງ​ລອງ​ອານ ​ໃຫ້​ຮູ້​ວ່າ: ທ່ານ​ໄດ້​ພ້ອມ​ກັບ​ປະຊາຊົນ​ສະໜັບ​ສະ​ຫນູນການ​ກໍ່ສ້າງ​ຂົວ​ຊົນນະບົດ​ແຫ່ງ​ຕ່າ​ງໆ​ໂດຍພະ​ອາຈານ​ທິກ​ເລະ​ເຕິ​ນ ​ເປັນ​ຜູ້​ຂົນຂວາຍ:

 “​​ປະຊາຊົນ​ຢາກ​ມີຂົວ​ແຫ່ງ​ນີ້​ນັບ​ແຕ່​ດົນ​ແລ້ວ. ປະຊາຊົນ​ໄດ້​ປະກອບ​​ເຫື່ອ​ແຮງ​ເພື່ອ​ກໍ່ສ້າງ​ຂົວ​​ໃຫ້ສຳ​ເລັດ​ໂດຍ​ໄວ “.

  ບໍ່​ພຽງ​ແຕ່​ໄດ້​ກໍ່ສ້າງ​ຂົວ​ເທົ່າ​ນັ້ນ, ພະ​ອາຈານ​ທິກ​ເລະ​ເຕິ​ນ ຍັງ​ເອົາ​ໃຈ​ໃສ່​​ເຖິງ​ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ອາພັບ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ແຂວງ​ອີກ​ດ້ວຍ. ​ໄລ່​ສະ​ເພາະ​ໃນ 6 ​ເດືອນຕົ້ນປີ 2014, ນອກຈາກ​ການ​ກໍ່ສ້າງ​ຂົວ, ພະ​ອາຈານ​ທິກ​ເລະ​ເຕິ​ນ ຍັງ​ພ້ອມ​ກັບ​ບັນດາ​ພະສົງ​ສາມະ​ເນັນ, ພຸດທະສາສະ​ນິດ​ກະ​ຊົນ​ວັດ​ຢາກ​ຮວາ ​​ມອບ​ຂອງຂວັນ​ກ່ວາ 400 ພູດ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ, ​ໄປ​ຢ້ຽມຢາມຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ​ວິລະ​ຊົນ, ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ຜູ້​ເຖົ້າ​ແກ່​ຢູ່​ໂດ​ດດຽວ, ທຳ​ການຜ່າຕັດ​ຕາ​ໃຫ້​ຄົນ​ທຸກ​ຍາກ​ກ່ວາ 470 ຄົນ​ໂດຍ​​ເກັບ​ຄ່າ. ຈຳນວນ​ເງິນ​ທັງ​ໝົດ​​ເພື່ອ​ຮັບ​ໃຊ້ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເຫຼົ່ານີ້​ຄາດ​ວ່າ​ແມ່ນ​ກ່ວາ 4 ຕື້ 800 ລ້ານ​ດົ່ງ. ພະ​ອາຈານ​ທິກ​ເລະ​ເຕິ​ນ ປາດ​ຖະໜາ​ວ່າ​ຈະ​ກໍ່ສ້າງ​ຂົວໄດ້​​ຕື່ມ​ອີກ​ຫຼາ​ຍ​ແຫ່ງ, ຊ່ວຍ​​ເຫຼືອ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກຫຼາຍຄອບຄົວ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ເຂດ​ຊົນນະບົດ:

  “​ຍາມ​ໃດ​ພວກ​ອາດຕະມາ​ກໍ່​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ປະຊາຊົນ​ເພື່ອ​ພ້ອມ​ກັນ​ຂົນຂວາ​ຍ​, ເສີມ​ຂະຫຍາຍ, ​ເຮັດ​ແນວ​ໃດ​​ເພື່ອໃຫ້​ຕາ​ແສງ​ໃດ​ກໍ່​ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່. ຈາກ​ນັ້ນປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ທ້ອງ​ຖິ່ນ“.

     ຍ້ອນ​ບັນດາ​ກິດຈະກຳ​ຮັບ​ໃຊ້​ປະຊາຊົນ, ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ​ນັ້ນ ​ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຊ່ວຍ​ໃຫ້​ທ້ອງ​ຖິ່ນປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້ງຊົນ ນະບົດ​ໃໝ່​​ໂດຍ​ໄວ. ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີ​ກິດຈະກຳ​ທີ່​ຕິດ​ພັນ​ກັບ​ຊື່​ສຽງ​ຂອງ “ນັກ​ວິສາວະ​ກອນ​ຜ້າສະບົງ“ ຫຼາຍ​ແຫ່ງສືບ​ຕໍ່​ໄດ້​ຮັບ​ການ​ກໍ່ສ້າງ​​ຕາມ​ເນື້ອ​ໃນ​ຈິດ​ໃຈ​ທີ່​ວ່າລັດ ​ແລະ ປະຊາຊົນ​​ພ້ອມ​ກັນ​ເຮັດ, ຈາກ​ນັ້ນ, ຈະຍົກ​ສູງຊີວິດ​ຂອງ​ປະຊາຊົນເທື່ອ​ລະ​ກ້າວ​, ຊຸກຍູ້​ການ​ພັດ​ມະ​ນາ​ເສດຖະກິດ-​ສັງຄົມ​ຂອງ​ແຂວງ​ລອງ​ອານ./.

ຕອບກັບ

ຂ່າວ/ບົດ​ອື່ນ